Header Ads

ທ່ານຮອງນາຍົກລັດຖະມົນຕີ ຖະແຫຼງຂ່າວ ກ່ຽວກັບຜົນການແກ້ໄຂໄພພິບັດທີ່ເກີດຂຶ້ນ ໃນຂອບເຂດທົ່ວປະເທດ ແລະ ເມືອງສະຫນາມໄຊ, ແຂວງອັດຕະປື




ພີ່ນ້ອງຮ່ວມຊາດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ນັບຖື ແລະ ຮັກແພງ 

ມື້ນີ້, ຂ້າພະເຈົ້າ ໃນນາມຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດແຫ່ງຊາດ ຂໍຖະແຫຼງຂ່າວກ່ຽວກັບການແກ້ໄຂໄພພິບັດ ທີ່ເກີດຂຶ້ນໃນຂອບເຂດທົ່ວປະເທດ ແລະ ຢູ່ທີ່ເມືອງສະໜາມໄຊ, ແຂວງອັດຕະປື

I. ສະພາບລວມ
ນັບແຕ່ຕົ້ນເດືອນ ກໍລະກົດ ຫາ ເດືອນ ກັນຍາ 2018 ເປັນຕົ້ນມາ ເນື່ອງຈາກວ່າສະພາບດິນຟ້າອາກາດປະຈໍາລະດູການ  ແລະ ລົມພາຍຸເຂດຮ້ອນຫຼາຍຄັ້ງ ໄດ້ພັດຜ່ານເຂົ້າມາ ສປປ ລາວ ຢ່າງລຽນຕິດ ເປັນຕົ້ນ ພະຍຸເຊີນຕີນ ແລະ ເບປິນກາ, ຝົນໄດ້ຕົກຢ່າງຕໍ່ເນື່ອງ ອັນໄດ້ເຮັດໃຫ້ເກີດໄພນໍ້າຖ້ວມ ແລະ ດິນເຈື່ອນຢ່າງໜັກ ກວມເອົາທຸກໆພາກຂອງ ສປປ ລາວ, ສົ່ງຜົນກະທົບຢ່າງຮ້າຍແຮງ ແລະ ໃຫຍ່ຫຼວງ ຕໍ່ຊັບສິນ ແລະ ຊີວິດຂອງປະຊາຊົນ, ຕໍ່ພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມ, ເປັນຕົ້ນ ເສັ້ນທາງ, ຂົວ, ພື້ນທີ່ການຜະລິດກະສິກໍາ, ຊົນລະປະທານ, ແຫຼ່ງນໍ້າກິນ ນໍ້າໃຊ້, ໂຮງຮຽນ, ໂຮງໝໍ, ໄຟຟ້າ, ສິ່ງປຸກສ້າງ ແລະ ສິ່ງເອື້ອອໍານວຍຄວາມສະດວກຕ່າງໆ ໃນຂອບເຂດທົ່ວປະເທດ, ໃນ 17 ແຂວງ ແລະ 1 ນະຄອນຫຼວງ ກວມເອົາ 116 ເມືອງ, 2.442 ບ້ານ, 133.405 ຄອບຄົວ, 648.605 ຄົນ, ເສຍຊີວິດ 56 ຄົນ (ອັດຕະປື 40 ສົບ(34+6), ຫຼວງພະບາງ 3 ສົບ).  ຜົນກະທົບທີ່ເກີດຂຶ້ນ ໄດ້ສ້າງຄວາມເສຍຫາຍເບື້ອງຕົ້ນ ຕໍ່ທີ່ຢູ່ອາໃສຂອງປະຊາຊົນ ເປັນມູນຄ່າ 12 ຕື້ກວ່າກີບ(12.591.135.800 ກີບ), ດ້ານໂຍທາທິການ ແລະ ຂົນສົ່ງ 631.86 ຕື້ກີບ, ດ້ານກະສິກໍາ ແລະ ປ່າ ໄມ້ 1.200 ຕື້ກກວ່າກີບ (1.261.678,33 ລ້ານກີບ) ແລະ ດ້ານໄຟຟ້າ 25 ຕື້ກວ່າກີບ (25.084.322.956 ກີບ) ເຊິ່ງມາຮອດປະຈຸບັນ ມູນຄ່າເສຍຫາຍສໍາລັບທີ່ຢູ່ອາໃສຂອງປະຊາຊົນ ແມ່ນ 12.591.135.800 ກີບ, ດ້ານໂຍທາທິການ ແລະ ຂົນສົ່ງ ແມ່ນ 1.188.049.751.167 ກີບດ້ານກະສິກໍາ ແລະ ປ່າໄມ້ ແມ່ນ 1.128.133.644.500 ກີບ ແລະ ດ້ານໄຟຟ້າແມ່ນ 27.330.890.908 ກີບ. ພື້ນຖານໂຄງລ່າງດ້ານສາທາລະນະສຸກ ທີ່ຖືກກະທົບ ແລະ ເສຍຫາຍ ມີໂຮງໝໍເມືອງ 2 ແຫ່ງ (ເມືອງ ແບ່ງ ແຂວງອຸດົມໄຊ ແລະ ເມືອງ ທ່າໂທມ, ແຂວງ ໄຊສົມບູນ), ສຸກສາລາ 35 ແຫ່ງ, ນ້ຳລິນ 119 ແຫ່ງ, ນ້ຳບາດານ 5.910 ບໍ່, ນ້ຳສ້າງ 7.138 ບໍ່, ວິດຖ່າຍ 22.962 ໜ່ວຍ ແລະ ພື້ນຖານໂຄງລ່າງດ້ານການສຶກສາ ທີ່ຖືກກະທົບ ແລະ ເສຍຫາຍ ມີສະຖານການສຶກສາ 301 ແຫ່ງ, ເຮືອນຄູ 9 ຫຼັງ ແລະ ຫ້ອງການ 2 ຫຼັງ, ແຕ່ໃນຂົງເຂດສຶກສາ ແລະ ສາທາລະນະສຸກ ຍັງບໍ່ທັນສາມາດປະເມີນຜົນເສຍຫາຍໄດ້.

ເວົ້າສະເພາະ, ຢູ່ພາກໃຕ້ ຍ້ອນຝົນຕົກໜັກຕິດຕໍ່ກັນ, ໃນວັນທີ 20 ກໍລະກົດ 2018, ຢູ່ເຂດ ບ້ານໂຊກຄໍາ, ບ້ານ ສອກ, ເມືອງ ສາມັກຄີໄຊ ໄດ້ເກີດເຫດການ ພູຫຼວງເຈື່ອນ ຢ່າງຮ້າຍແຮງ, ຫີນພູໄຫຼລົງມາທັບຖົມເຮືອນ ຂອງປະຊາຊົນ 7 ຫຼັງ, ຖົມທົ່ງນາ ຮົ້ວສວນ ຂອງປະຊາຊົນ ແລະ ຖົມເສັ້ນທາງ 1 ໄອ; ເລີ່ມແຕ່ກາງຄືນຂອງ ວັນທີ 21 ກໍລະ ກົດ 2018, ຍ້ອນຝົນຕົກໜັກ ເຮັດໃຫ້ເກີດດິນເຈື່ອນ, ພູໂຢດ ໄຫຼລົງຖົມເສັ້ນທາງ ແລະ ຂົວ ຖືກເພຫຼາຍຈຸດ, ເກີດມິນໍ້າຖ້ວມອັ່ງ ໃນພື້ນທີ 5 ຕົວເມືອງ ຂອງແຂວງອັດຕະປື ແລະ ໃນຕອນແລງ ຂອງວັນທີ 23 ກໍລະກົດ 2018 ແມ່ນເຂື່ອນນ້ອຍ ຫຼື ຄູກັນນໍ້າ ຂອງອ່າງເກັບນໍ້າເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ, ຊຶ່ງໄດ້ສົ່ງຜົນກະທົບທີ່ຮ້າຍແຮງ ຕໍ່ປະຊາຊົນເມືອງສະໜາມໄຊ, ເຮັດໃຫ້ເຂົາເຈົ້າບໍ່ມີທີ່ຢູ່ອາໄສ ແລະ ມີຈຳນວນໜຶ່ງຫາຍສາບສູນ. ຈາກເຫດການດັ່ງກ່າວ ມີ 19 ບ້ານໄດ້ຮັບຜົນກະທົບກວມເອົາ 3.540 ຄອບຄົວ, ມີພົນລະເມືອງທັງໝົດ 14.440 ຄົນ ໃນນັ້ນ ໄດ້ຮັບຜົນກະທົບໜັກມີ 957 ຄົວເຮືອນ, ມີ 1.127 ຄອບຄົວ, ມີພົນລະເມືອງ 4.560 ຄົນ; ຂໍ້ມູນການສູນຫາຍເບື້້ອງຕົ້ນ 131 ຄົນ, ແຕ່ຜ່ານການເຕົ້າໂຮມບ້ານ ແລະ ເກັບກໍາສະຖິຕິຄືນໃຫມ່, ຈິ່ງໄດ້ຮູ້ວ່າ ໃນໄລຍະດັ່ງກ່າວ ມີປະຊາຊົນ ຈໍານວນໜຶ່ງ ໄດ້ໄປອາໄສຢູ່ນໍາພີ່ນ້ອງ ແລະ ພາຍຫຼັງເຫດການສະຫງົບລົງ ຈຶ່ງໄດ້ກັບຄືນມາຈໍານວນ 66 ຄົນ. ດັ່ງນັ້ນ ຕົວເລກຜູ້ສູນຫາຍທາງການ (ຕົວຈິງ) ແມ່ນມີແຕ່ 65 ຄົນ, ໃນນັ້ນ ໄດ້ພົບເຫັນ ຜູ້ເສຍຊີວິດແລ້ວ 34 ສົບ, ຍັງບໍ່ທັນພົບເຫັນ (ສູນຫາຍ) 31 ກໍລະນີ; ມີຜູ້ອົບພະຍົບຖືກບາດເຈັບໜັກ ຈາກໄພພິບັດນໍ້າຖ້ວມໄດ້ເສຍຊີວິດຢູ່ໂຮງໝໍ 6 ຄົນ, (ຍິງ 2 ຄົນ) ລວມຜູ້ເສຍຊີວິດທັງໝົດ 40 ສົບ, (ຍິງ 19 ສົບ). ນອກຈາກນັ້ນ, ກໍຍັງມີພະນັກງານຂົນສົ່ງເຄື່ອງຊ່ວຍເຫຼືອ ຂອງໂຮງແຮມເອລະວັນ, ແຂວງຈໍາປາສັກ ຂັບລົດ ຕົກຂົວເຊກະຕາມ, ເສຍຊີວິດ 1 ຄົນ (ເປັນຄົນຂັບລົດ) ແລະ ບາດເຈັບ 2 ຄົນ. ໃນຄໍ່າຄືນຂອງວັນທີ 7 ກັນຍາ 2018, ພະນັກງານບໍລິສັດ SK ທີ່ປະຕິບັດໜ້າທີ່ບຸກເບີກພື້ນທີ່ ທີ່ພັກຊົ່ວຄາວ ຢູ່ເຂດດົງບາກ ໄດ້ຖືກຕົ້ນໄມ້ລົ້ມທັບ ເສຍຊີວິດ 2 ຄົນ ແລະ ບາດເຈັບ 2 ຄົນ. ຄາດຄະເນມູນຄ່າເສຍຫາຍເບື້ອງຕົ້ນປະມານ 434.924.872.858 ກີບ; ແຕ່, ຄວາມເສຍຫາຍທາງດ້ານພື້ນຖານໂຄງລ່າງ ດ້ານສາທາລະນຸປະໂພກ, ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ແມ່ນຍັງບໍ່ສາມາດປະເມີນໄດ້

II. ການແກ້ໄຂພິບັດໃນທົ່ວປະເທດ
    ພາຍຫຼັງເຫດການໄພນໍ້າຖ້ວມທີ່ເກີດຂື້ນຈາກຄູກັນນໍ້າຂອງອ່າງເກັບນໍ້າເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກຢູ່ ເມືອງ ສະໜາມໄຊ ແຂວງອັດຕະປື ໃນວັນທີ 23 ກໍລະກົດ 2018 ເຊິ່ງເປັນໄລຍະ ທີ່ລັດຖະບານກໍາລັງດໍາເນີນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ກໍລະກົດ (23-24/8/18), ເພື່ອຊ່ວຍເຫຼືອຜູ້ປະສົບໄພ ແກ້ໄຂສຸກເສີນແລະ ເພື່ອວາງແຜນແກ້ໃນໄລຍະຍາວ, ລັດຖະບານ ກໍ່ໄດ້ດໍາເນີນການ ດັ່ງນີ້:

 1) ໃນວັນທີ 24 ກໍລະກົດ 2018,  ລັດຖະບານ ກໍ່ໄດ້ໂຈະກອງປະຊຸມລັດຖະບານກະທັັນຫັນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ໄດ້ເດີນທາງລົງໄປພື້ນທີ່ພາກສະໜາມ ເພື່ອຕິດຕາມ, ຊຸກຍູ້ການແກ້ໄຂສຸກເສີນ ແລະ ໃຫ້ກໍາລັງໃຈ, ຄວາມອົບອຸນແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ແລະ ພະນັກງານ, ນາຍ ແລະ ພົນທະຖານ, ຕໍາຫຼວດ ແລະ ພາກສ່ວນຕ່າງໆ ທີ່ປະຕິບັດໜ້າທີ່ກູ້ໄພ ແລະ ແກ້ໄຂສຸກເສີນ ແລະ ໃນເວລາດຽວກັນ, ລັດຖະບານ ໄດ້ອອກແຈ້ງການສະບັບເລກທີ 1105/ຫສນຍ, ລົງວັນທີ 24 ກໍລະກົດ 2018 ແລະ ປະກາດເອົາເຂດທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຂອງເມືອງສະໜາມໄຊ ແຂວງ ອັດຕະປື ເປັນເຂດປະສົບໄພພິບັດສຸກເສີນລະດັບຊາດ ແລະ ປຸກລະດົມກຳລັງພົນ, ກຳລັງຊັບ, ວັດຖຸປັດໃຈຕ່າງໆ ທີ່ຈຳເປັນຈາກທົ່ວສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ຫັນຫນ້າໄປຊ່ວຍເມືອງສະຫນາມໄຊ ແຂວງອັດຕະປື ໂດຍມອບໃຫ້ກະຊວງ ຮຮສ (ກົມສັງຄົມສົງເຄາະ) ເປັນຈຸດລວມສູນຮັບເອົາການບໍລິຈາກຕ່າງໆ.

2) ໃນວັນທີ 25 ກໍລະກົດ 2018 ລັດຖະບານ ກໍ່ໄດ້ປະຊຸມດ່ວນ ເພື່ອຄົ້ນຄວ້າປຶກສາຫາລືກ່ຽວກັບ ວິທີການ ແລະ ມາດຕະການໃນການຊ່ວຍເຫຼືອ, ພາຍຫຼັງສິ້ນສຸດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ອອກຖະແຫຼງຂ່າວ;  

 3) ໃນວັນດຽວກັນ (25 ກໍລະກົດ 2018), ລັດຖະບານ ກໍ່ໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດຂຶ້ນ (ເບື້ອງຕົ້ນ, ຕາມຂໍ້ຕົກລົງສະບັບເລກທີ 47/ນຍ, ລົງວັນທີ 25 ກໍລະກົດ 2018 ແລະ ໄດ້ປັບປຸງມາເປັນຂໍ້ຕົກລົງສະບັບເລກທີ 49/ນຍ, ລົງວັນທີ 31 ກໍລະກົດ 2018) ທີ່ປະກອບດ້ວຍຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ທີ່ມີພາລະບົດບາດໜ້າທີ່ 8 ຂໍ້ ຄື: ເປັນເສນາທິການຊ່ວຍລັດຖະບານ, ເປັນໃຈກາງໃນການປະສານສົມທົບ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໃນການປະຕິບັດວຽກສະເພາະກິດແກ້ໄຂໄພພິບັດລະດັບຊາດ ໂດຍເລີ່ມຈາກການວາງແຜນຕອບໂຕ້, ຄວບຄຸມ, ຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດໃນຂອບເຂດທົ່ວປະເທດໃຫ້ທົ່ວເຖິງ ແລະ ຟື້ນຟູຊີວິດການເປັນຢູ່ຂອງເຂົາເຈົ້າ ໃຫ້ເຂົ້າສູ່ຄວາມເປັນປົກກະຕິ, ເຊິ່ງໄດ້ເຊື່ອມສານ ເຂົ້າກັບດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ສະບັບເລກທີ 75/ນຍ, ລົງວັນທີ 28 ກຸມພາ 2018;

4) ເພື່ອເປັນການຈັດຕັ້ງຜັນຂະຫຍາຍດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ 75/ນຍ, ລົງວັນທີ 28 ກຸມພາ 2018 ກໍຄື ຂໍ້ກໍານົດວ່າດ້ວຍ ການແບ່ງຄວາມຮັບຜິດຊອບ ຂອງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ສະບັບເລກທີ 2737/ຮສສ, ລົງວັນທີ 30 ກໍລະກົດ 2018 ໃຫ້ເປັນວຽກສະເພາະກິດ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ໃຫ້ລະອຽດ ແລະ ລົງເລິກສູ່ວຽກງານຕົວຈິງ ຂອງຂະແໜງການສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ;

5) ເພື່ອເປັນການຈັດຕັ້ງຜັນຂະຫຍາຍຂໍ້ກໍານົດວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະກໍາມະ ການ ປ້ອງ ກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ສະບັບເລກທີ 2737/ຮສສ, ລົງວັນທີ 30 ກໍລະກົດ 2018 ໃຫ້ເປັນວຽກສະເພາະກິດ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ໃຫ້ລະອຽດ ແລະ ລົງເລິກສູ່ວຽກງານຕົວຈິງ ຂອງຂະແໜງການສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ແລະ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ, ປະທານຄະນະກໍາມະການສະເພາະກິດ ກໍ່ໄດ້ອອກຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ລະອຽດຂອງຄະນະດັ່ງກ່າວ ແລະ ໄດ້ອອກຂໍ້ຕົກລົງ ແຕ່ງຕັ້ງໜ່ວຍງານປະເມີນຜົນກະທົບທາງດ້ານເສດຖະກິດ-ສັງຄົມ  ແລະ ຟື້ນຟູ ໄລຍະສັ້ນ, ໄລຍຍະກາງ ແລະ ໄລຍະຍາວ; 

6) ບັນດາຂະແໜງການສູນກາງ ແລະ ອົງການປົກຄອງທ້ອງຖິ່ນກໍໄດ້ມີການແຕ່ງຕັ້ງໜ່ວຍງານຮັບຜິດຊອບວຽກງານແຕ່ລະດ້ານໃນພາກສ່ວນຂອງຕົນເອງ;

7) ຕໍ່ມາລັດຖະບານກໍ່ໄດ້ອອກຂໍ້ຕົກລົງ ແຕ່ງຕັ້ງຄະນະຮັບຜິດຊອບສືບສວນ-ສອບສວນ ສາເຫດຂອງຄູກັນນໍ້າ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານອຍແຕກ, ສະບັບເລກທີ 54/ນຍ, ລົງວັນທີ 08 ສິງຫາ 2018 ແລະ ຄະນະກວດກາຄວາມຮັບຜິດຊອບຂອງບຸກຄົນ ທີ່ຕິດພັນກັບສາເຫດເຮັດໃຫ້ຄູກັນນໍ້າ ຂອງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານອຍ ແຕກ, ສະບັບເລກທີ 55/ນຍ, ລົງວັນທີ 08 ສິງຫາ 2018;

8) ພ້ອມນັ້ນຄະນະເລຂາທິການສູນກາງພັກ ກໍ່ໄດ້ອອກຄໍາສັ່ງ ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະພັກໃນການນໍາພາ-ຊີ້ນໍາ ການປ້ອງກັນ ແລະ ຮັບມືກັບໄພພິບັດທໍາມະຊາດ ເລກທີ 06/ຫສນຍ ໃນປີ 2018 ນີ້.
    
ຕະຫຼອດໄລຍະທີ່ຜ່ານມາ, ການຈັດຕັ້ງປະຕິບັດໃຫ້ການຊ່ວຍເຫຼືອແກ້ໄຂໄພພິບັດ ໄດ້ສະແດງອອກ ດັ່ງລຸ່ມນີ້:

1) ໃນນາມປະທານຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ, ຂ້າພະເຈົ້າ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນໍນໍາພາ ໃນການປະຕິບັດໜ້າທີ່ຂອງຕົນເອງ ຢູ່ບັນດາແຂວງທີ່ຖືກະທົບຈາກໄພພິບັດໃນຂອບເຂດທົ່ວປະເທດ, ໂດຍສະເພາະ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ພ້ອມທັງ ໄດ້ມີກອງປະຊຸມສະຫຼຸບ, ຖອດຖອນບົດຮຽນ, ຄົ້ນຄວ້າວິທີການ, ມາດຕະການ ແລະ ວາງແຜນການເຄື່ອນໄຫວ ເປັນໄລຍະໆ ພ້ອມດຽວກັນນີ້ ກໍ່ໄດ້ຊີ້ນໍາມອບໝາຍໃຫ້ບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງ ລົງປະຈໍາເຮັດວຽກຢູ່ພາກສະໜາມ ຢູ່ ເມືອງສະໜາມໄຊ ແຂວງອັດຕະປື.

2) ທ່ານລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມຮອງປະທານ ຄະນະກໍາມະການສະເພາະກິດ ເພື່ອແກ້ໄຂໄພພິບັດລະດັບຊາດ, ທັງເປັນປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ປະສານສົມທົບກັບບັນດາຂະແໜງການຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ ແລະ ບັນດາຄຸ່ຮ່ວມພັດທະນາ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ການຊ່ວຍເຫຼືອບັນເທົາທຸກສຸກເສີນ ແລະ ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນທົ່ວປະເທດ, ໃນນີ້: 
  
- ໄດ້ຈັດແບ່ງຄະນະນໍາກະຊວງ ລົງຕິດຕາມຄະນະນໍາລະດັບສູງ, ຄະນະລັດຖະບານ ເປັນຕົ້ນ ຄະນະຂອງປະທ່ານປະເທດ, ປະທານສະພາແຫ່ງຊາດ, ທ່ານນາຍົກ-ຮອງນາຍົກ ລວມທັງ ນໍາພາຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ລົງຢ້ຽມຢາມໃຫ້ຄວາມອົບອຸ່ນ ແກ່ປະຊາຊົນທີ່ຖືກກະທົບຈາກໄພພິບັດ ຢູ່ທ້ອງຖິ່ນຕ່າງໆ;

- ອໍານວຍຄວາມສະດວກ ໃນການຮັບເອົາການຊ່ວຍເຫຼືອທຸກຮູບແບບ ທັງຢູ່ສູນກາງ ແລະ ພາກສະໜາມ ໂດຍເປັນໃຈກາງໃນການລະດົມການບໍລິຈາກຊ່ວຍເຫຼືອ, ຮັບການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ, ຈັດສັນສະຖານທີ່ເກັບມ້ຽນ ແລະ ການຄຸ້ມຄອງການຊ່ວຍເຫຼືອ ບໍ່ວ່າຈະເປັນເງິນ, ພະຫານະ, ອຸປະກອນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໂດຍຈັດຈຸດຮັບບໍລິຈາກຢູ່ 3 ຈຸດ, ຄື: ກະຊວງແຮງງານ, ສະຫວັດດີການ ແລະ ສັງຄົມ, ພະແນກແຮງງານ, ສະຫວັດດີການ ແລະ ສັງຄົມ ແຂວງຈໍາປາສັກ ແລະ ຢູ່ແຂວງອັດຕະປື; 

- ເຄື່ອງທີ່ໄດ້ຮັບບໍລິຈາກ ຢູ່ກະຊວງແຮງງານໄດ້ເກັບມ້ຽນ ຢູ່ສາງຫຼັກ 17 ມີທັງໝົດ 92 ລາຍການ ເປັນຕົ້ນ: ເຮືອກູ້ໄພພ້ອມຈັກ 167 ລໍາ (ສປ.ຈີນ 100 ລໍາ, ຣັດເຊຍ 60 ລໍາ, ສິງກະໂປ 5 ລໍາ, ສຸນອາຮາ 2 ລໍາ), ເຕັ້ນ 1.211 ດາງ, ເຄື່ອງກອງນໍ້າ 117 ເຄຶ່ອງ, ຜ້າຫົ່ມ 6.120 ຜືນ, ຈັກໄຟຟ້າ 2 ເຄື່ອງ, ເຄື່ອງໃຊ້ໃນຄົວເຮືອນ 2.687 ຊຸດເຂົ້າສານ 87.000 ກິໂລ, ນໍ້າດື່ມ 10.626 ແພັກ, ປ໋ອງປາ 2.300 ແພັກ, ເຄື່ອງນຸ່ງ 8.500 ຖົງ, ອາຫານສໍາເລັດຮູບ 7.800 ຖົງ, ຢາປົວພະຍາດ 114 ແກັດ, ຖັງໃສ່ນໍ້າ 1.208 ໜ່ວຍ, ອື່ນໆ. ປະຈຸບັນເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ຈັດສັນແຈກຢາຍໃຫ້ຜູ້ປະສົບໄພພິບັດ ຢູ່ບັນດາແຂວງທີ່ຖືກນໍ້າຖ້ວມໃນທົ່ວປະເທດ ໂດຍສະເພາະ ຢູ່ເມືອງ ສະໜາມໄຊ ແຂວງອັດຕະປື.  

- ໄດ້ສົມທົບກັບກະຊວງປ້ອງກັນປະເທດ ຈັດສົ່ງໄປໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມໃນຂອບເຂດທົ່ວປະເທດ 59 ຖ້ຽວ, ສະເພາະໄປເມືອງສະໜາມໄຊ 13 ຖ້ຽວທາງລົດ ແລະ ທາງເຄື່ອງບິນ; 

- ເຄື່ອງທີ່ໄດ້ຮັບບໍລິຈາກຢູ່ພະແນກແຮງງານ, ສະຫວັດດີການ ແລະ ສັງຄົມ (ຮສສ), ແຂວງຈໍາປາສັກ ໄດ້ເກັບຮັກສາໄວ້ຢູ່ 9 ສາງ ເຊິ່ງໃນນີ້ ນອກຈາກຈະຈັດສົ່ງໄປເມືອງສະໜາມໄຊ, ແຂວງອັດຕະປືແລ້ວ ຍັງໄດ້ຈັດສົ່ງໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຢູ່ແຂວງເຊກອງ 15 ຄັນລົດ ແລະ ສາລະວັນ 13 ຄັນລົດ ແລະ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 3704/ຮສສ, ລົງວັນທີ 27 ກັັນຍາ 2018 ເພື່ອນໍາໄປແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ໃນບັນດາແຂວງພາກໄຕ້ ໂດຍແບ່ງໃຫ້ ພະແນກ ຮສສ, ແຂວງອັດຕະປື ໄປເອົາເຄື່ອງຢູ່ສາງມະຫາວິທະຍາໄລຈໍາປາສັກ; ພະແນກ ຮສສ, ແຂວງເຊກອງ ໄປເອົາເຄື່ອງຢູ່ສາງ ຫໍວັດທະນະທໍາຫຼັກ 7 ແລະ ສາງໂຮງຮຽນຊົນເຜົ່າ;  ພະແນກ ຮສສ, ແຂວງສາລະວັນ ໄປເອົາເຄື່ອງຢູ່ສາງ ວິທະຍາໄລຄູປາກເຊ ແລະ ສາງອົງການກາແດງ; ພະແນກ ຮສສ, ແຂວງສະຫວັນນະເຂດ ໄປເອົາເຄື່ອງຢູ່ສາງ ສູນພັດທະນາສີມືແຮງງານ ແລະ ສາງລະບຽງອາຫານ; ພະແນກ ຮສສ, ແຂວງຈໍາປາສັກ ຮັບຜິດຊອບເຄື່ອງຢູ່ສາງ ພະແນກ ຮສສ ແຂວງ ແລະ ສາງ ວິທະຍາໄລການເງິນ;

- ເຄື່ອງທີ່ໄດ້ຮັບບໍລິຈາກຢູ່ ແຂວງອັດຕະປື ແມ່ນໄດ້ເກັບມ້ຽນໄວ້ຢູ່ 18 ສາງ ລວມທັງສາງຢູ່ເມືອງສະໜາມໄຊ ເຊິ່ງຢູ່ພາຍໄຕ້ການຄຸ້ມຄອງຂອງຫ້ອງວ່າການປົກຄອງແຂວງ, ພະແນກກການເງິນ, ພະແນກອຸດສາຫະກໍາ-ການຄ້າ ແຂວງ ແລະ ຫ້ອງວ່າການປົກຄອງເມືອງສະໜາມໄຊ;

- ຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກ ໃນການຈັດສະຖານທີ່ພັກເຊົາສໍາລັບທີມງານກູ້ຊີບ, ທີມແພດສຸກເສີນ, ທີມປ້ອງກັນຄວາມສະຫງົບ, ທີມງານພະລາທິການ ແລະ ສະຖານທີ່-ສູນອົບພະຍົບ;
 - ຈັດແບ່ງພາຫະນະ ເປັນຕົ້ນເຮືອ 100 ລໍາ, ອຸປະກອນ ແລະ ເຄື່ອງມືໃຫ້ເຂດທີ່ໄດ້ຮັບຜົນກະທົບ;
  - ຊ່ວຍເຫຼືອປະຊາຊົນ ທີ່ຖືກຜົນກະທົບ ນັບທັງເສຍຊີວິດໂດຍການເກັບ ແລະ ມ້ຽນສົບ ຕາມຮີດຄອງປະເພນີ, ຜູ້ມີຊີວິດຢູ່ ໂດຍການຕັ້ງສູນຮັບຮອງ, ສະໜອງເຄື່ອງໃຊ້ຄົວເຮືອນ, ນໍ້າດື່ມ, ອາຫານ ແລະ ເຄື່ອງນຸ່ງຫົ່ມ ສໍາລັບສຸກເສີນ ບັນເທົາທຸກ ແລະ ຟື້ນຟູຊີບ;  
  - ສໍາລັບເງິນຊ່ວຍເຫຼືອ ແມ່ນໄດ້ເອົາເຂົ້າໃນ 3 ບັນຊີ, ຄື ສະກຸນເງິນກີບ, ເງິນບາດ ແລະ ເງິນໂດລາສະຫະລັດຢູ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ;
 - ໄດ້ອອກຂໍ້ກໍານົດກ່ຽວກັບການຄຸ້ມຄອງສູນພັກຊົ່ວຄາວ;
 - ປະສານສົມທົບ ແລະ ການຮ່ວມມືກັບ UNDP, ທະນາຄານໂລກ  ແລະ ອົງການຈັດຕັ້ງສາກົນຕ່າງໆ ປະເມີນຄວາມຕ້ອງການຊ່ວຍເຫຼືອ ແລະ ວາງແຜນຟື້ນຟູ;
 - ສົມທົບກັບກະຊວງການເງິນ ແລະ ແຂວງຈັດຕັ້ງປະຕິບັດງົບປະມານສໍາລັບຊ່ວຍເຫຼືອບັນເທົາທຸກ ແລະ ຟື້ນຟູ.


 3) ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາບັນດາກົມກອງ ທີ່ຕັ້ງຢູ່ແຕ່ລະທ້ອງຖິ່ນ ຈັດຕັ້ງກໍາລັງໂດຍໄດ້ນໍາໃຊ້ກໍາລັງພົນ ແລະ ພົນທະຫານ ຈໍານວນ 420 ສະຫາຍ, ນໍາໃຊ້ພາຫະນະ ແລະ ອຸປະກອນກອບກູ້ ຊ່ວຍເຫຼືອ ຍົກຍ້າຍປະຊາຊົນ ຈໍານວນ 4.399 ຄົນ ໃນນີ້ ມີຄົນເຈັບ 60 ຄົນ ອອກຈາກບ່ອນທີ່ໄດ້ຮັບຜົນກະທົບ ໄປບ່ອນທີ່ປອດໄພ, ຊອກຄົ້ນຜູ້ສູນຫາຍໄດ້ 34 ກໍລະນີ (ເສຍຊີວິດ), ແລະ ຊ່ວຍເຫຼືອຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໂດຍນໍາໃຊ້ຍົນຂື້ນຊື່ Mi 17 ຈໍານວນ 3 ລໍາ ບິນກອບກູ້ ແລະ ຂົນສົ່ງ 267 ຖ້ຽວ, ຂົນສົ່ງເຄື່ອງ 326,2 ໂຕນ, ຍົນ MA-600 ຈໍານວນ 1 ລໍາ ບິນຂົນສົ່ງເຄື່ອງຕ່າງໆຈາກນະຄອນ ຫຼວງໄປປາກເຊ 22 ຖ້ຽວ ນໍ້າໜັກເຄື່ອງ 45 ໂຕນ, ນໍາສົ່ງການນໍາ ແລະ ພະນັກງານຂັ້ນຕ່າງໆ ລົງສະໜາມຈໍານວນ 189 ຄົນ; ນໍາໃຊ້ລົດຂົນສົ່ງຄົນ ແລະ ເຄື່ອງ ຈໍານວນ 58 ຖ້ຽວ, ນໍາໃຊ້ກໍາລັງຊ່ວຍຂົນເຄື່ອງ ແລະ ຈັດສັນເຄື່ອງ ຢູ່ ສາງຂອງກະຊວງ ຮສສ, ອື່ນໆ. ນອກຈາກນັ້ນ, ກໍໄດ້ຕັ້ງສູນບໍລິການແພດ ເຊິ່ງນອກຈາກຈະເບິ່ງແຍງດູແລ ນາຍ ແລະ ພົນທະຫານ ໃນເວລາປະຕິບັດໜ້າທີ່ແລ້ວ ຍັງບໍລິການກວດເຊັກ ແລະ ປິ່ນປົວປະຊາຊົນຜູ້ໄດ້ຮັບຜົນກະທົບ ໄປພ້ອມໆກັບໂຮງໝໍເມືອງ ແລະ ການບໍລິການຈາກກະຊວງສາທາລະນະສຸກອີກ.

4) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງກໍາລັງກອງບັນຊາການ ປກສ ແຂວງ ແລະ ຊາວໜຸ່ມຮາກຖານ ຈໍານວນ 1.093 ສະຫາຍ, ພາຫະນະ 83 ຄັນ, ເຂົ້າໃຫ້ການຊ່ວຍເຫຼືອໃນການຂົນສົ່ງ-ຍົກຍ້າຍຜູ້ປະສົບໄພ ໃນບັນດາແຂວງທີ່ຖືກກະທົບຈາກໄພນໍ້າຖ້ວມ ເຊິ່ງໃນນີ້ ກໍ່ໄດ້ຈັດກໍາລົງຊ່ວຍເຫຼືອປະຊາຊົນ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ຈໍານວນ 421 ສະຫາຍ, ພາຫະນະຮັບໃຊ້ 13 ຄັນ; ແຂວງສະຫວັນນະເຂດ ຈໍານວນ 238 ສະຫາຍ, ພາຫະນະຮັບໃຊ້ 20 ຄັນ; ແຂວງ ຄໍາມ່ວນ 150 ສະຫາຍ, ພາຫະນະຮັບໃຊ້ 4 ຄັນ. ສະພາບການຊ່ວຍເຫຼືອ ຢູ່ແຂວງອັດຕະປື ກອງບັນຊາການ ປກສ ແຂວງ ແລະ ປກສ ເມືອງ ເຮັດໜ້າທີ່ປ້ອງກັນສະຖານທີ່ເຂດປະສົບໄພພິບັດນໍ້າຖ້ວມ, ຈຸດທີ່ພັກເຊົາຊົ່ວຄາວ, ສາງເກັບມ້ຽນເຄື່ອງ ລວມທັງ ສູນປະຕິບັດງານສຸກເສີນຕ່າງໆ ທີ່ເມືອງສະໜາມໄຊ; ອອກບັດໃຫ້ປະຊາຊົນ ແລະ ຕິດຕາມການເຂົ້າ-ອອກຂອງບັນດາຜູ້ເຂົ້າມາຊ່ວຍເຫຼືອໃນດ້ານຕ່າງໆ, ນໍາໃຊ້ໝາເຂົ້າຊ່ວຍການຊອກຄົ້ນຜູ້ສູນຫາຍ ແລະ ເກັບກໍາ ແລະ ບັນທຶກເຄື່ອງຂອງ, ຊັບສິນ ຂອງຜູ້ປະສົບໄພພິບັດທີ່ເກັບມາໄດ້ ສົ່ງຄືນໃຫ້ເຈົ້າຂອງ ແລະ ເຂົ້າຮ່ວມພິສູດສົບ.

5) ກະຊວງສາທາລະນະສຸກ ກໍ່ໄດ້ຈັດຕັ້ງທັງກໍາລັງ ແລະ ພາຫະນະອຸປະກອນ ທີ່ມີຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ການຊ່ວຍເຫຼືອຜູ້ປະສົບໄພພິບັດ ຢູ່ບັນດາແຂວງໃນທົ່ວປະເທດ ໂດຍໄດ້ນໍາໃຊ້ລົດຜະລິດນໍ້າ ແລະ ລົດບັນທຸກນໍ້າສະອາດ ທີ່ມີຢູ່ແຂວງຊຽງຂວາງ ໄປຊ່ວຍເພື່ອຜະລິດນໍ້າ ແລະ ສະໜອງນໍ້າສະອາດໃຫ້ຜູ້ປະສົບໄພ ຢູ່ເມືອງຄຳ ແລະ ຫົວເມືອງ ແຂວງຫົວພັນ, ລົດຜະລິດນໍ້າຢູ່ນະຄອນຫຼວງ ໄດ້ຜະລິດນໍ້າ ແລະ ສະໜອງໃຫ້ຜູ້ປະສົບໄພຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ຫຼວງພະບາງ, ສະຫວັນນະເຂດ ແລະ ແຂວງເຊກອງ.

6) ກະຊວງການຕ່າງປະເທດ ກໍ່ໄດ້ແຕ່ງຕັ້ງຄະນະສະເພາະກິດ ແລະ ຄະນະປະສານງານ ຂັ້ນກະຊວງຂຶ້ນ ເຊິ່ງໄດ້ປະຕິ ບັດໜ້າທີ່ ແລະ ມີຜົນດັ່ງນີ້:
- ໄດ້ອອກໜັງສືທາງການ ເພື່ອລະດົມການຊ່ວຍເຫຼືອຈາກສາກົນ ສົ່ງເຖິງບັນດາສະຖານທູດຕ່າງປະເທດ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົົນ ທີ່ບໍ່ສັງກັດລັດຖະບານ ປະຈໍາ ສປປ ລາວ; ສະຖານເອກອັກຄະລັດຖະທູດລາວ, ສະຖານກົງສູນ ແລະ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ທີ່ປະຈໍາຢູ່ຕ່າງປະເທດ;
 - ມາຮອດປະຈຸບັນ ໄດ້ຮັບການຊ່ວຍເຫຼືອສອງຝ່າຍຈາກ 20 ປະເທດ, ການຊ່ວຍເຫຼືຶອ ອົງການເຄືອຂ່າຍ ສປຊ ທັງໝົດ 6 ອົງການ, ອົງການຈັດຕັ້ງສາກົນລະຫວ່າງປະເທດ 14 ອົງການ, ອົງການຈັດຕັ້ງສາກົົນ ທີ່ບໍ່ສັງກັດລັດ ຖະບານ 23 ອົງການ, ສະມາຄົມ ແລະ ມູນນິທິ 20 ພາກສ່ວນ, ຄົນເຊື້ອຊາດລາວຢູ່ຕ່າງປະເທດ ຈາກ 23 ປະເທດ, ບໍລິສັດຫ້າງຮ້ານຕ່າງໆ ຈາກ 14 ປະເທດ, ກົມກອງພາຍໃນກະຊວງ ແລະ ສະຖານທູດ/ສະຖານກົງສູນ ແລະ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ທີ່ປະຈໍາຢູ່ຕ່າງປະເທດ;
 - ມາຮອດປະຈຸບັນ, ສາມາດສະຫຼຸບການຊ່ວຍເຫຼືອ ທີ່ໄດ້ຮັບຜ່ານກະຊວງການຕ່າງປະເທດ ດັ່ງນີ້: ເງິນສົດ ຈໍານວນ 17.017.268,88 (17ລ້ານ) ໂດລາສະຫະລັດ ແລະ ການຊ່ວຍເຫຼືອເປັນວັດຖຸ ເປັນມູນຄ່າ 5.921.358,93 (5,9 ລ້ານ)  ໂດລາສະຫະລັດ ເຊິ່ງການຊ່ວຍເຫຼືອດັ່ງກ່າວນັ້ນ ໄດ້ໂອນຜ່ານໄປ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ;
 - ໄດ້ອະນຸມັດຮັບເອົາອາສາສະໝັກກູ້ໄພ, ແພດ ແລະ ຊ່ຽວຊານຕ່າງປະເທດ ຈາກພາກລັດຖະບານມີທັງໝົດ 6 ປະເທດ ລວມທັງໝົດ 666 ເທື່ອຄົນ ໃນນີ້ ຈາກ ສສ.ຫວຽດນາມ ມີທີມແພດທະຫານ 140 ຄົນ; ຈາກ ສປ ຈີນ ໜ່ວຍແພດ 100 ຄົນ ແລະ ອາສາສະໝັກ 128 ຄົນ; ຈາກ ສ.ເກົາຫຼີ ໜ່ວຍແພດ 2 ຊຸດ ຈໍານວນ 42 ຄົນ; ຈາກ ໄທ, ຄະນະອາສາສະໝັກກູ້ໄພ ແລະ ແພດຈໍານວນ 225 ຄົນ; ຈາກ ສິງກະໂປ ຊ່ຽວຊານ 31 ຄົນ ເຊິ່ງໃນນີ້ ຫນ່ວຍຊອກຄົ້ນແລະກູ້ໄພຊຸດທີ 1 ຈຳນວນ 14 ຄົນ ແລະ ຊຸດທີສອງ 17 ຄົນ; ຈາກປະເທດມາເລເຊຍ ຫນ່ວຍງານອາສາສະໝັກ 9 ຄົນ; ຈາກອົງການເຄືອຂ່າຍ ສປຊ ມີ 5 ອົງການ (UNOCHA/UNDP, UNICEF, IOM, WHO, UNFPA) ຈໍານວນຄົນ 31 ຄົນ ໃນນີ້ ມີ ສັນຊາດລາວ 15 ຄົນ ແລະ ຕ່າງປະເທດ 16 ຄົນ;
  - ໄດ້ຊ່ວຍຕິດຕາມ ແລະ ຄວບຄຸມ ນັກຂ່າວຕ່າງປະເທດ ທັງໝົດມີ 26 ສໍານັກຂ່າວ, ມີນັກຂ່າວທັງໝົດ 72 ຄົນ ໃນນີ້ ຈາກ ສປ ຈີນ 4 ຄົນ, ຈາກ ສສ. ຫວຽດນາມ 3 ຄົນ, ຈາກໄທ 9 ຄົນ, ຈາກ ສ. ເກົາຫຼີ 6 ຄົນ, ຈາກ ຍີ່ປຸ່ນ 2 ຄົນ, ຈາກປະເທດແອສະປານ 1 ຄົນ ແລະ ຈາກ ສະຫະລັດອາເມລິກາ 1 ຄົນ;
 - ນັບແຕ່ວັນທີ 26 ກໍລະກົດ 2018 ເຖິງ ປະຈຸບັນ ໄດ້ອະນຸມັດໃຫ້ເຄື່ອງບິນ ທີ່ບັນທຸກເຄື່ອງຊ່ວຍເຫຼືອ ຈາກຕ່າງປະເທດ ບິນຜ່ານ ແລະ ລົງຈອດ ທັງໝົດ 28 ຖ້ຽວ;
 - ໄດ້ສັງລວມການສົ່ງສານສະແດງຄວາມເຫັນໃຈ ຈາກວົງຄະນະຍາດສາກົນ 19 ປະເທດ ແລະ 5 ອົງ ການເຄືອຂ່າຍ ສປຊ;
  - ນອກຈາກນັ້ນ, ໄດ້ແຕ່ງຕັ້ງໃຫ້ຊາວໜຸ່ມອາສາສະໝັກ ລົງໄປຊ່ວຍວຽກ ປະສານງານກັບຕ່າງປະເທດ ແລະ ແປພາສາໃຫ້ທີມງານອາສະໝັກຕ່າງປະເທດ ຢູ່ພາກສະໜາມ ຈໍານວນ 10 ຄົນ, ຍິງ 1 ຄົນ.

 7) ກະຊວງກະສິກໍາ ແລະ ປ່າໄມ້ ກໍ່ໄດ້ແຕ່ງຕັ້ງຄະນະສະເພາະກິດ ແລະ ຄະນະປະສານງານຂັ້ນກະຊວງຂຶ້ນ ເຊິ່ງກໍ່ໄດ້ດໍາເນີນການສໍາຫຼວດ, ປະເມີນຜົນເສຍຫາຍ ແຕ່ລະດ້ານ ທີ່ໄດ້ຮັບຜົນກະທົບໂດຍພື້ນຖານ , ໄດ້ວາງແຜນສະໜອງຢາປົວພະຍາດສັດ, ຢາວັກຊິນ, ອາຫານສັດ, ແນວພັນພືດ, ແນວພັນສັດ, ກົນຈັກ ແລະ ອຸປະກອນການຜະລິດກະສິກຳ, ໂດຍສະເພາະ ສໍາລັບການຜະລິດລະດູແລ້ງ ທີ່ຈະມາເຖິງ ແລະ ກໍາລັງດຳເນີນການສຶກສາ, ສຳຫຼວດຟື້ນຟູລະບົບຊົນລະປະທານ ແລະ ຈັດສັນ, ຄຸ້ມຄອງ ແລະ ການນຳໃຊ້ດິນກະສິກຳ, ໂດຍສະເພາະ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື. 

8) ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ແຕ່ງຕັ້ງຄະນະສະເພາະກິດ ແລະ ຄະນະປະສານງານ ຂັ້ນກະຊວງຂຶ້ນ ເຊິ່ງ ກໍ່ໄດ້ ປະຕິບັດໜ້າທີ່ຂອງຕົນ ດັ່ງລຸ່ມນີ້:
 - ໄດ້ປະເມີນຜົນເສຍຫາຍ ແຕ່ລະດ້ານ ທີ່ໄດ້ຮັບຜົນກະທົບໂດຍພື້ນຖານ, ເຊັ່ນ: ເສົາໄຟຟ້າຫັກເສຍຫາຍ 915 ຕົ້ນ, ຕາຂ່າຍໄຟຟ້າ 44 ກມ, ໝໍ້ແບ່ງ 15 ໜ່ວຍ, ຄອນສາຍຫັກ 896 ຄອນ,ໝໍ້ນັບໄຟ 2.086 ໜ່ວຍ; ລະບົບຈໍາໜ່າຍໄຟຟ້າ ແລະ ລະບົບສົ່ງໄຟຟ້າ (ສາຍສົ່ງ-ສະຖານນີ້) ຊຶ່ງຕ້ອງໄດ້ມີການສ້ອມແປງ ແລະ ຍົກຍ້າຍຕາຂ່າຍ, ໝໍ້ແບ່ງ, ໝໍ້ນັບໄຟ;
 - ບໍລິຫານຄຸ້ມຄອງ ແລະ ແຈ້ງເຕືອນ ສະພາບນໍ້າໃນແຕ່ລະເຂື່ອນ ປະຈໍາວັນ ເພື່ອເຝົ້າລະວັງ;
 - ເປັນໃຈກາງໃນການປະສານສົມທົບ ບັນດາບໍລິສັດລົງທຶນ ໃນເຂື່ອນເຊປຽນ-ເຊນໍ້ານ້ອຍ ກ່ຽວກັບການປະຕິບັດນະໂຍບາຍນະນຸດສະທໍາ ແລະ ຄວາມຮັບຜິດຊອບໃນການຊົດເຊີຍ ແລະ ບັນດາບໍລິສັດລົງທຶນ ທາງດ້ານພະລັງງານ ໃນການຊ່ວຍເຫຼືອ;
 - ປັບປຸງ, ຕິດຕັ້ງຕາຂ່າຍໄຟຟ້າ ຢູ່ເຂດປະສົບໄພພິບັດ ເພື່ອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ໄດ້ນໍາໃຊ້ໄຟຟ້າເປັນປົກກະຕິ. 
  - ນອກຈາກນັ້ນ ກໍ່ໄດ້ແຕ່ງຕັ້ງຊາວໜຸ່ມອາສາສະໝັກ ລົງຊ່ວຍວຽກພາກສະໜາມຢູ່ເມືອງສໜາມໄຊ, ເປັນຕົ້ນ ແຍກເຄື່ອງ, ຊັກເຄື່ອງນຸ່ງ ທີ່ບໍລິຈາກ ແລະ ຊ່ວຍວຽກອື່ນໆ.

 9) ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ  ກໍ່ໄດ້ແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບໂຄສະນາ-ປະຊາສໍາພັນ ປະຕິບັດໜ້າທີ່ດັ່ງລຸ່ມນີ້:
 - ໄດ້ສ້າງຕັ້ງສູນຂ່າວປະຈໍາສູນກາງ ແລະ ສູນຂ່າວປະຈໍາເມືອງສະໜາມໄຊ, ແຂວງອັດຕະປື, ໄດ້ສົ່ງນັກຂ່າວຈາກສູນກາງ ລົງສົມທົບທ້ອງຖິ່ນຈໍານວນ 7 ຊຸດ ມີນັກຂ່າວ 40 ຄົນ, ໄດ້ເກັບກໍາຄຸ້ມຄອງນັກຂ່າວ ທັງພາຍໃນ ແລະ ຕ່າງປະເທດ ໃນນີ້ນັກຂ່າວພາຍໃນ 31 ພາກສ່ວນ, ມີນັກຂ່າວ 81 ຄົນ, ຍິງ 11 ຄົນ ແລະ ສໍານັກຂ່າວຕ່າງປະເທດ 27 ພາກສ່ວນ, ມີນັກຂ່າວ 77 ຄົນ, ຍິງ 9 ຄົນ;
 - ໄດ້ສຸມໃສ່ໂຄສະນາການຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ໂຄສະນາປຸກລະດົມການຊ່ວຍ ເຫຼືອຂອງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ, ໄດ້ໂຄສະນະໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ໃນການລົງຊຸກຍູ້ວຽກງານ ແກ້ໄຂໄພພິບັດຢູ່ເມືອງສະໜາມໄຊ, ແຂວງອັດຕະປື; ພ້ອມນັ້ນ ໄດ້ຈັດກອງປະຊຸມແນະນໍາສື່ມວນຊົນ ການໂຄສະນາ ປະຈໍາແຕ່ລະອາທິດ ແລະ ໄດ້ອອກແຈ້ງເຕືອນ ກ່ຽວກັບການບໍລິໂພກຂ່າວ ທາງສື່ສັງຄົມອອນລາຍ; 
 - ແຕ່ມື້ເກີດເຫດ ຈົນຮອດ ວັນທີ 11 ກັນຍາ 2018, ໄດ້ໂຄສະນາຖະແຫຼງຂ່າວສົດປະຈໍາວັນ ຢູ່ສູນຂ່າວເມືອງສະໜາມໄຊຈໍານວນ 27 ຄັ້ງ, ຖະແຫຼງຂ່າວສົດ 3 ວັນຕໍ່ຄັ້ງ ຈໍານວນ 5 ຄັ້ງ ລວມຈໍານວນຂ່າວທັງໝົດ 2.031 ຂ່າວ ແລະ ບົດ 36 ບົດ;
 - ໄດ້ແຕ່ງຕັ້ງທີມງານສາຍຮູບເງົາເຄື່ອນທີ່ລົງໄປສາຍຢູ່ພາກສະໜາມ 1 ຄັ້ງ; 
 - ກະຊວງປ້ອງກັນປະເທດ ໄດ້ຕິດຕັ້ງລະບົບສາຍແກ້ວໄຍແສງ ເຊື່ອມຕໍ່ຫາສູນຂ່າວ ໂດຍໄດ້ຮັບການຊ່ວຍເຫຼືອ ຈາກບໍລິສັດລັດລາວສະກາຍໂທລະຄົມ, ໄດ້ຕິດຕັ້ງເຄື່ອງຮັບສັນຍານດາວທຽມ 35 ຊຸດ, ໄດ້ຕິດຕັ້ງໂທລະໂຄງຈໍານວນ 10 ຊຸດ ແລະ ຈໍໂທລະພາບ 10 ໜ່ວຍ. 

10) ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ຈັດຕັ້ງໃຫ້ກົມທີ່ກ່ຽວຂ້ອງ ໃນການຕິດຕາມສະພາບດິນຟ້າອາດກາດ, ແຈ້ງໃຫ້ສັງຄົມຊາບເປັນປົກກະຕິ ເພື່ອເຝົ້າລະວັງ ແລະ ມີແຜນຮັບມື

11) ກະຊວງໂຍທາທິການ ແລະ ຂົົນສົ່ງ ກໍ່ໄດ້ແຕ່ງຕັ້ງຄະນະສະເພາະກິດ ແລະ ຄະນະປະສານງານ ຂັ້ນກະຊວງຂຶ້ນ ເຊິ່ງໄດ້ປະຕິບັດໜ້າທີ່ຂອງຕົນ ດັ່ງລຸ່ມນີ້:

 - ໄດ້ປະເມີນຜົນເສຍຫາຍ ແຕ່ລະດ້ານ ທີ່ໄດ້ຮັບຜົນກະທົບໂດຍພື້ນຖານ, ເຊັ່ນ: ເສັ້ນທາງຫຼວງແຫ່ງຊາດຈໍານວນ 50 ກິໂລແມັດ ລວມມີ 61 ຕອນທາງ ທີ່ຖືກຜົນກະທົບ; ມີ ຂົວນໍ້າລອງ ລວງຍາວ 51,8 ແມັດ ຢູ່ເມືອງ ລອງ, ແຂວງຫຼວງນໍ້າທາ; ຂົວນໍ້າເນີນ ລວງຍາວ 75 ແມັດ ຢູ່ເມືອງ ຫົວເມືອງ, ແຂວງຫົວພັນ; ຂົວນໍ້າເຊືອງ ລວງຍາວ 140 ແມັດ ຢູ່ບ້ານວຽງສະຫວັນ, ນະຄອນຫຼວງພະບາງ ເຊິ່ງໄດ້ດໍາເນີນການແກ້ໄຂຊົ່ວຄາວແລ້ວ; ເສັ້ນທາງຫຼວງທ້ອງຖິ່ນພາຍໃນ 18 ແຂວງ ເສຍຫາຍ ລວງຍາວ 614 ກິໂລແມັດ, ມີ 328 ເສັ້ນທາງ ແລະ ຂົວ 45 ແຫ່ງ, ຂົວອູ່ 2 ແຫ່ງ;  
 - ບໍລິຫານຄຸ້ມຄອງ ແລະ ແຈ້ງເຕືອນ ສະພາບທາງຫຼວງ ແລະ ທາງທ້ອງຖິ່ນ ເພື່ອເຝົ້າລະວັງ ແລະ ກໍ່ໄດ້ແກ້ໄຂສຸກເສີນ ຮັບປະກັນ ບໍ່ໃຫ້ເສັ້ນທາງຫຼວງແຫ່ງຊາດ ແລະ ເສັ້ນທາງທ້ອງຖິ່ນ ທີ່ສຳຄັນ ຖືກຕັດຂາດ. 

  12) ກະຊວງການເງິນ ກໍ່ໄດ້ມອບໃຫ້ກົມກອງທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ແລະ ອໍານວຍຄວາມສະດວກການນໍາເຂົ້າກົນຈັກ, ພາຫະນະ, ວັດຖຸສິ່ງຂອງ ທີ່ໄດ້ຮັບການຊ່ວຍເຫຼືອລ້າ ເພື່ອແກ້ໄຂບັນເທົາທຸກ, ຊ່ວຍເຫຼືອປະຊາຊົນ ແລະ ພື້ນຟູເຂດທີ່ໄດ້ຮັບຜົນກະທົບ; ຄຸ້ມຄອງຕົວເລກການເງິນຊ່ວຍເຫຼືອ ແລະ ງົບປະມານເພື່ອຮັບໃຊ້ໃຫ້ແກ່ການປ້ອງກັນ.  ນອກຈາກນັ້ນ ກໍ່ໄດ້ແຕ່ງຕັ້ງຊາວໜຸ່ມອາສາສະໝັກ ລົງຊ່ວຍວຽກພາກສະໜາມຢູ່ເມືອງສະໜາມໄຊ, ເປັນຕົ້ນແຍກເຄື່ອງ, ຊັກເຄື່ອງນຸ່ງ ທີ່ໄດ້ຮັບຈາກການບໍລິຈາກ ແລະ ຊ່ວຍວຽກອື່ນໆ.

13) ກະຊວງພາຍໃນ ກໍ່ໄດ້ມອບໃຫ້ກົມກອງທີ່ກ່ຽວຂ້ອງ ລົງສົມທົບກັບແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ສໍາຫຼວດຄອບຄົວ ແລະ ຈໍານວນພົນໃນຄອບຄົວ, ອອກບັດໃຫ້ປະຊາຊົນ ເຊິ່ງມາຮອດປະຈຸບັນອອກບັດໄດ້ 4.364 ຄົນໂດຍຈໍາແນກເປັນບ້ານ ຕາມສໍາມະໂນຄົວເດີມ ແລະ ກະກຽມອອກສຳມະໂນໃຫມ່ ຕາມຄວາມຮຽກຮ້ອງຕ້ອງການ ແລະ ລະບຽບການຄຸ້ມຄອງພົນລະເມືອງ.

14) ກະຊວງສຶກສາທິການ ແລະ ກິລາ ກໍ່ໄດ້ແຕ່ງຕັ້ງຄະນະສະເພາະກິດ ແລະ ຄະນະປະສານງານ ຂັ້ນກະຊວງຂຶ້ນ ໄດ້ປະຕິບັດໜ້າທີ່ຂອງຕົນ ເຊັ່ນ: ຄະນະນໍາ ແລະ ຄະນະວິຊາການຂອງກະຊວງ ໄດ້ໄປປະຈໍາການ ເພື່ອກະກຽມ ແລະ ໄຂສົກຮຽນໃໝ່, ສະໜອງປື້ມແບບຮຽນ ແລະ ປື້ມຄູ່ມືຄູ, ມອບເງິນໃຫ້ຄູເພື່ອປົວແປງຈິດໃຈ, ສະໜອງເຄື່ອງແບບຊຸດນັກຮຽນ ຍິງ-ຊາຍ, ກະເປົາໃສ່ປື້ມ, ບິກຂຽນ, ສໍ, ໄມ້ບັນທັດ ແລະ ຢາງລືບ ເພື່ອໃຫ້ສາມາດໄດ້ຈັດຕັ້ງ ການຮຽນ-ການສອນ ເປັນປົກກະຕິ, ນອກຈາກນັ້ນ, ກໍ່ໄດ້ໃຫ້ທຶນການສຶກສານັກຮຽນ ມ4 ແລະ ມ7 ໄປຮຽນຢູ່ໂຮງຮຽນເຕັກນິກວິຊາຊີບ ແລະ ສະຖານການສຶກສາຊັ້ນສູງຕ່າງໆ ເຊິ່ງທັງໝົດນັ້ນ, ສ່ວນໃຫຍ່ ທຸກແຂວງ ແມ່ນສາມາດໄຂສົກໃໝ່ຕາມແຜນການ.

15) ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄະນະຊາວໜຸ່ມ ໃນຂະແໜງການ ແລະ ທ້ອງຖິ່ນຕ່າງໆ ໄດ້ຈັດຕັ້ງກອງອາສາສະໝັກຊາວໜຸ່ມຕູລຸມບອນ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ມີຜູ້ເຂົ້າຮ່ວມ 31.805 ຄົນ ແລະ ນໍາເຄື່ອງຊ່ວຍເຫຼືອບັນເທົາທຸກ ລົງໄປຊ່ວຍເຫຼືອບັນດາແຂວງທີ່ຖືກກະທົບຈາກໄພພິບັດ ນໍ້າຖ້ວມເປັນເງິນສົດ ແລະ ວັດຖຸ ລວມມູນຄ່າທັງໝົດ 414.388.000 ກີບ; ໄດ້ປະຕິບັດກິດຈະກໍາ ຕັດຜົມຍິງ-ຊາຍ-ເປຍຜົມຜົມຍິງ ແລະ ກິດຈະກໍາຫຼີ້ນເກມມ່ວນຊື່ນແຈກລາງວັນ ເຊັ່ນ: ຮ້ອງເພັງເສັງກັນ, ແຂ່ງຂັຖາມ-ຕອບກ່ຽວກັບສຸຂະພາບ ແລະ ເຕັ້ນປະກອບສຽງເພັງ.

16) ແຕ່ລະແຂວງ ກໍ່ໄດ້ມີ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ຂັ້ນທ້ອງຖິ່ນ ແລະ ປະຕິບັດພາລະບົດບາດ ຕາມທີ່ໄດ້ລະບຸໄວ້ໃນ ຂໍ້ຕົກລົງຂອງ ຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ແລະ ຂອງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ.

III. ການແກ້ໄຂພິບັດ ໃນເມືອງສະຫນາມໄຊ, ແຂວງອັດຕະປື
     ສະເພາະຢູ່ແຂວງອັດຕະປື ໄດ້ມີການແຕ່ງຕັ້ງຄະນະກຳມະການຟື້ນຟູ ແລະ ແກ້ໄຂຜົນກະທົບ ທີ່ເກີດຈາກໄພພິບັດນໍ້າຖ້ວມ ຈາກອຸປະຕິເຫດ ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຕາມມະຕິຂອງຄະນະປະຈໍາພັກແຂວງ, ສະບັບເລກທີ 205/ຄປພຂ, ລົງວັນທີ 06 ສິງຫາ 2018 ເຊິ່ງປະກອບດ້ວຍຄະນະຕ່າງໆ ທີ່ເປັນໃຈກາງ ແລະ ເປັນພື້ນຖານໃນການປະຕິບັດໜ້າທີ່ ເປັນຕົ້ນ: 

  - ອໍານວຍຄວາມສະດວກ ແລະ ຄວາມປອດໄພໃນການຮັບ ແລະ ແຈກຢາຍການຊ່ວຍເຫຼືອ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ຈັດຕັ້ງ, ແຈ້ງ ແລະ ເອື້ອອໍານວຍ ສະຖານທີ່ຮັບການຊ່ວຍເຫຼືອ;
  - ຈັດຕັ້ງສະຖານທີ່ພັກເຊົາ ສໍາລັບທີມງານກູ້ໄພ, ແພດສຸກເສີນ ແລະ ສະຖານທີ່-ສູນອົບພະຍົບ;
  - ປະເມີນຜົນເສຍຫາຍທັງໝົດທີ່ເກີດຂຶ້ນ ແລະ ວາງແຜນຟື້ນຟູຕາມຄວາມຕ້ອງການ ເພື່ອຊ່ວຍເຫຼືອບັນເທົາທຸກ ແລະ ຟື້ນຟູຊີວິດການເປັນຢູ່ ແຕ່ລະດ້ານ;
   - ຊ່ວຍເຫລືອສຸກເສີນ, ບັນເທົາທຸກ ແລະ ຟື້ນຟູຊີບ, ເຊັ່ນ: ການສະໜອງນໍ້າດື່ມ, ອາຫານ, ເຄື່ອງນຸ່ງຫົ່ມ ແລະ ວັດຖຸສິ່ງຂອງທີ່ຈຳເປັນ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຢ່າງທັນກັບສະພາບການ ລວມທັງການຄົ້ນຫາຜູ້ສູນ ຫາຍ, ຜູ້ເສັຍຊີວິດ,  ການເກັບ ແລະ ມ້ຽນສົບ ຕາມຮີດຄອງປະເພນີ ແລະ ນະໂຍບາຍແກ່ຜູ້ເສຍຊີວິດ.
   - ເປັນໃຈກາງ ໃນການສະຫນອງຂໍ້ມູນຂ່າວສານ, ສັງລວມຂໍ້ມູນຜົນເສຍຫາຍ ແລະ ຄວາມຕ້ອງການຊ່ວຍເຫຼືອແຕ່ລະດ້ານ;
   - ວາງແຜນຟື້ນຟູໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.


3.1 ສໍາລັບສະພາບການຊອກຄົ້ນ
     ພາຍຫຼັງເຫດການເກີດຂຶ້ນ ແຕ່ວັນທີ 23 ກໍລະກົດ 2018 ຈົນເຖິງປະຈຸບັນ, ກອງທັບປະຊາຊົນລາວ ກໍ່ໄດ້ນໍາເອົາກຳລັງຂອງຕົນ ຈໍານວນ 583 ສະຫາຍ ຈາກກະຊວງປ້ອງກັນປະເທດ, ກອງພັນ 11 ຂອງກອງພົນທີ 5, ກອງພັນ 19 ທະຫານແຂວງອັດຕະປື, ທະຫານເມືອງ ສະໜາມໄຊ ແລະ ຫນ່ວຍງານກູ້ໄພ 1623 ຂອງລາວ ຕະລຸມບອນ ເຂົ້າພື້ນທີ່ເກີດໄພພິບັດ ເພື່ອຊ່ວຍເຫຼືອ ກອບກູ້ເອົາປະຊາຊົນ ອອກຈາກເຂດໄພພິບັດ ໄປສູ່ເຂດປອດໄພ ແລະ ສືບຕໍ່ຊອກຄົ້ນເກັບກູ້ຜູ້ສູນຫາຍ.  ນອກຈາກນັ້ນ, ກໍາລັງພົນ, ພາຫະນະ ແລະ ເຄື່ອງມືອື່ນໆ ຈາກຂະແໜງການ ແລະ ປະເທດເພື່ອນມິດ ກໍໄດ້ເຂົ້າມາຊ່ວຍໃນການຊອກຄົ້ນ, ເຊັ່ນ: ສສ ຫວຽດນາມ ກໍ່ເອົາກໍາລັງທະຫານ ມາ 2 ຮອບ, ຮອບທີ 1 ແມ່ນເອົາແພດມາ ແລະ ຮອບທີ 2 ແມ່ນເອົາກໍາລັງມາຊ່ວຍຊອກຄົ້ນ; ສປ ຈີນ ກໍ່ໄດ້ສົ່ງກໍາລັງ 30 ຄົນ ມາຊ່ວຍຊອກຄົ້ນ; ປະເທດສິງກະໂປ ໄດ້ນໍາເອົາກໍາລັງພົນ 31 ຄົນ ໃນນັ້ນ ຊຸດທີ 1 ຈໍານວນ 10 ຄົນ ແລະ ຊຸດທີ 2 ຈໍານວນ 14 ຄົນ ແລະ ນໍາໃຊ້ເຄື່ອງມື ທີ່ທັນສະໄໝ ເຂົ້າໃນການສະແກນ(Scan) ແລະ ໝາວິຊາສະເພາະ; ເຊັ່ນກັນກັບກະຊວງປ້ອງກັນຄວາມສະຫງົບຂອງລາວເຮົາກໍ່ນໍາກໍາລັງພົນຂອງຕົນເອງ ແລະ ໝາຮັບໃຊ້ວິຊາສະເພາະ ເຂົ້າໄປຊອກຄົ້ນ. 


ສະພາບການຊອກຄົ້ນຜູ້ສູນຫາຍ ເຊິ່ງເລີ່ມແຕ່ ວັນທີ 24 ກໍລະກົດ  ເຖິງວັນທີ 31 ສິງຫາ 2018 ເຕັມໄປດ້ວຍຄວາມຍາກລໍາບາກ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກນາໆປະການ ເພາະວ່າ ໄດ້ດໍາເນີນໄປ ໂດຍການຍ່າງເປັນໜ້າກະດານ ຂອງໜ່ວຍງານກູ້ໄພ ຜ່ານຂີ້ຕົມ, ດິນໂຄນທີ່ແຫຼວ ແລະ ເລິກ; ຜ່ານຊາກຕົ້ນໄມ້, ຊາກເຮືອນເພພັງ, ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຕ່າງໆ ທີ່ນໍ້າອູ້ມມາຖົມ.  ດັ່ງນັ້ນ, ການຊອກຄົ້ນຈຶ່ງໄດ້ດໍາເນີນໄປຫຼາຍຫຼົບຫຼາຍຕ່າວ, ນໍາໃຊ້ກໍາລັງພົນເປັນໜ້າກະດານ, ນໍາໃຊ້ເຄື່ອງມື ທີ່ທັນສະໄໝ ເຂົ້າໃນການ Scan ແລະ ນຳໃຊ້ໝາວິຊາສະເພາະ ທີ່ໄດ້ຮັບການຝຶກແອບມາ, ແຕ່ກໍບໍ່ສາມາດຊອກຄົ້ນໃຫ້ເຫັນໄດ້ ຍ້ອນວ່າມີຂີ້ຕົມຫລາຍ, ດິນໂຄນ, ນໍ້າເລິກ ແລະ ບາງບ່ອນ ກໍ່ບໍ່ສາມາດເຂົ້າເຖິງໄດ້, ເຊັ່ນ:  ຂອບເຂດ ໜອງອິນທີ ທີ່ຢູ່ລະຫວ່າງບ້ານ ປິນດົງ ແລະ ບ້ານ ຕະມໍຢອດ ຊຶ່ງເປັນເຂດນໍ້າໜອງເລິກ ທີ່ເຕັມໄປດ້ວຍ ຂີ້ຕົມ, ດິນໂຄນທີ່ແຫຼວ. ອີກດ້ານໜຶ່ງ ໃນວັນທີ 13-14 ເດືອນ ສິງຫາ 2018 ຝົນຕົກແຮງຕິດຕໍ່ກັນ ເຮັດໃຫ້ນໍ້າເຊປຽນຂຶ້ນ ຖ້ວມບໍລິເວນໄພພິບັດຮອບ 2, ນໍ້າຖ້ວມເປັນພື້ນທີ່ກວ້າງ, ຖ້ວມຮອດສູນບັນຊາການຊອກຄົ້ນຢູ່ບ້ານໃຫມ່. ດັ່ງນັ້ນ, ວັນທີ 15 ສິງຫາ 2018 ຈຶ່ງໄດ້ຖອນກໍາລັງຊອກຄົ້ນດ້ວຍເຮືອ ມາຢູ່ສູນບັນຊາການ ເມືອງສະໜາມໄຊ. ສະພາບການຊອກຄົ້ນ ທີ່ມີຄວາມຫຍຸ້ງຍາກຫຼາຍ ຄືແນວນັ້ນ ເຮັດໃຫ້ກໍາລັງທະຫານຂອງພວກເຮົາ ໄດ້ຮັບບາດເຈັບຍ້ອນຢຽບສັງກະສີ, ເຫຼັກຕະປູ, ເສດໄມ້ທີ່ເປັນສ້ຽນ ແລະ ໜາມ, ເກີດພະຍາດຄັນຄາຍ ແລະ ຕີນເປື່ອຍ ຈຳນວນ 56 ສະຫາຍ. 

ດັ່ງນັ້ນ, ມາຮອດວັນທີ 31 ສິງຫາ 2018 ກອງທັບປະຊາຊົນລາວ ຈຶ່ງໄດ້ຕົກລົງເປັນເອກະພາບ ແລະ ຖະແຫຼງຂ່າວ ຮ່ວມກັບ ເຈົ້າເມືອງສະໜາມໄຊ ກ່ຽວກັບການປິດການຊອກຄົ້ນໄລຍະທີ 1 ໂດຍຫັນປ່ຽນວິທີການຊອກຄົ້ນ ຄື ຍັງຮັກສາກໍາລັງທະຫານ ຈາກກອງບັນຊາການທະຫານເມືອງສະຫນາມໄຊ ແລະ ປະກອບພະຫະນະ, ເຄື່ອງມືຊອກຄົ້ນ ເພື່ອດໍາເນີນພາລະກິດການຊອກຄົ້ນຕໍ່ໄປ ຕາມການແຈ້ງຂ່າວ, ມີເບາະແສ ແລະ ການສະເໜີຂອງປະຊາຊົນ; ດ້ວຍເຫດນັ້ນຈຶ່ງໄດ້ຖອນກໍາລັງຫຼວງ ອອກຈາກພື້ນທີ່ຊອກຄົ້ນ ເພື່ອວາງແຜນການໃນການຊອກຄົ້ນໃນໄລຍະທີ 2 ດ້ວຍການນຳໃຊ້ ກໍາລັງຫຼວງ 250 ສະຫາຍ ເພື່ອໄປປະຕິບັດໜ້າທີ່ຊ່ວຍຄະນະສະເພາະກິດໃນການຈັດສັນພື້ນທີ່ ແລະ ຊ່ວຍປຸກສ້າງທີ່ພັກອາໄສຊົ່ວຄາວ ແລະ ຖາວອນໃຫ້ປະຊາຊົນໃນຕໍ່ຫນ້າ ແລະ ກຽມພ້ອມ ປະຕິບັດໜ້າທີ່ການຊອກຄົ້ນ ຕາມຄວາມຕ້ອງການ ແລະ ຕາມການສະເໜີຂອງກອງບັນຊາການທະຫານເມືອງສະຫນາມໄຊ.
     

ເພື່ອຕອບແທນຄຸນງາມຄວາມດີ ຂອງບັນດານາຍ ແລະ ພົນທະຫານ ທີ່ໄດ້ປະກອບສ່ວນໃນການຊອກຄົ້ນຄັ້ງນີ້ ພັກ-ລັດຖະບານ ເວົ້າລວມ, ເວົ້າສະເພາະຄະນະນຳກະຊວງປ້ອງກັນປະເທດ ກໍ່ໄດ້ປະຕິບັດນະໂຍບາຍຍ້ອງຍໍເຂົາເຈົ້າ ຢ່າງສົມກຽດ.

     3.2 ການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ
     ເລີ່ມວັນທີ 24  ກໍລະກົດ 2018 ເຖິງ 4 ຕຸລາ 2018 ໄດ້ມີອົງການຈັດຕັ້ງ ພັກ-ລັດ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ບັນດາທະນາຄານ, ບໍລິສັດ, ຫ້າງຮ້ານ ແລະ ມູນນິທິຕ່າງໆ ຈໍານວນ 2.222 ພາກສ່ວນ ແລະ ພໍ່ແມ່ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມາໃຫ້ການບໍລິຈາກຊ່ວຍເຫຼືອ ເປັນວັດຖຸ, ເຄື່ອງອຸປະໂພກ-ບໍລິໂພກ  ເປັນຈໍານວຍຫຼວງຫຼາຍ ເຊິ່ງສາມາດສະຫຼຸບສັງລວມໄດ້ດັ່ງນີ້:

     • ຜ່ານກະຊວງແຮງງານ, ສະຫວັດດີການ ແລະ ສັງຄົມ ມີຕົວເລກເງິນທັງໝົດ 20.131.098.403,90 ກີບ(20 ຕື້ກວ່າກີບ), 85.046.079,04 ບາດ(85 ລ້ານບາດ), ແລະ 13.618.951,76 (13,6 ລ້ານ) ໂດລາສະຫະລັດ.

     • ສະເພາະຢູ່ ແຂວງອັດຕະປື: ເງິນສົດ ທັງໝົດ 52.591.051.581 (52,5 ຕື້) ກີບ; ເຂົ້າສານ 706.95 (706) ໂຕນ ມູນຄ່າ 4.252.700.000(4,2ຕື້)ກີບ; ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 70.633.197.146 (70,6 ຕື້) ກີບ.

 ສະເພາະການຊ່ວຍເຫຼືອ ຈາກບໍລິສັດຜູ້ພັດທະນາໂຄງການເຊັ່ນ: ບໍລິສັດ ເຊປຽນ-ເຊນຳນ້ອຍ (PNPC) ໄດ້ສ້າງບ້ານພັກຊົ່ວຄາວ ຈຳນວນ 140 ຫ້ອງ ແລະ ຫ້ອງນ້ຳ 5 ຫຼັງ ມູນຄ່າ 800.000 ກວ່າໂດລາ ແລະ ໄດ້ຮ່ວມກັບພະນັກງານສູນກາງ, ແຂວງ, ເມືອງ ປະເມີນຜົນກະທົບ ດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຈຳນວນ 19 ບ້ານ ໂດຍແຍກເປັນ 8 ກຸ່ມ, ສ້ອມແປງ ແລະ ຂະຫຍາຍສຸກສາລາ ແລະ ໃຫ້ງົບຊ່ວຍເຫຼືອລັດຖະບານ 10.000.000 ໂດລາສະຫະລັດ; ບໍລິສັດ ເຊປຽນ-ເຊນ້ຳນ້ອຍໄດ້ປະກອບສ່ວນຊ່ວຍເຫຼືອ 10 ຕື້ກີບ ແລະ ກຳລັງກໍ່ສ້າງ ບ້ານພັກຊົ່ວຄາວ 306 ຫ້ອງ ຢູ່ບ້ານດົງບາກ ມູນຄ່າປະມານ 2.000.000 ໂດລາສະຫະລັດ; ບໍລິສັດ ລາດຊະບູລີ ໄດ້ໃຫ້ການຊ່ວຍເຫຼືອ 5.000.000 ບາດ; ບໍລິສັດ ໂກວີໂປ ໃຫ້ການຊ່ວຍເຫຼືອ 1.000.000 ໂດລາສະຫະລັດ; ບໍລິສັດ SK ໃຫ້ການຊ່ວຍເຫຼືອ 24 ຕື້ກີບ. 

    3.3 ສະພາບການຊ່ວຍເຫຼືອ, ແກ້ໄຂຊີວິດການເປັນຢູ່ ແລະ ຄຸ້ມຄອງສູນພັກຊົ່ວຄາວ
     ນັບແຕ່ມື້ເກີດເຫດການຂຶ້ນ ຈົນເຖິງປະຈຸບັນ, ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ໄດ້ຮັບການຊ່ວຍເຫຼືອ ກອບກູ້ອອກຈາກເຂດໄພພິບັດ ໄປສູ່ເຂດປອດໄພ ເຊິ່ງໃນເບື້ອງຕົ້ນ ກໍ່ດໍາລົງຊີວິດຢູ່ເຕັນ ແລະ ຕໍ່ມາກໍ່ໄດ້ຍົກຍ້າຍໄປຢູ່ເຮືອນພັກຊົ່ວຄາວ ເປັນໄລຍະໆ ເຊິ່ງສາມາດສັງລວມ ສະພາບການຊ່ວຍເຫຼືອ ແລະ ແກ້ໄຂຊີວິດການເປັນຢູ່ໄດ້ ດັ່ງນີ້:
     - ມີການແບ່ງ ແລະ ຜັດປ່ຽນຄະນະນໍາຂອງແຂວງປະຈໍາການ ແລະ ລົງຊີ້ນໍາວຽກປະຈໍາຢູ່ແຕ່ລະຈຸດເປັນໄລຍະໆ ເຊິ່ງໃນນີ້ ສະເພາະຈຸດພັກຊົ່ວຄາວແຕ່ລະຈຸດມີວິຊາການຂັ້ນເມືອງ ລົງເຮັດວຽກປະຈໍາຮ່ວມກັບຄະນະປົກຄອງບ້ານ; ໄດ້ປັບປຸງອົງການປົກຄອງບ້ານ ເຊິ່ງໂດຍລວມແລ້ວ ແມ່ນຍັງຮັກສາໄວ້ຄືເກົ່າ ເພາະວ່າ ຄະນະປົກຄອງບ້ານຍັງມີຊີວິດຢູ່; ໄດ້ອອກລະບຽບຄຸ້ມຄອງຈຸດພັກຊົ່ວຄາວ; ໄດ້ມີການສໍາຫຼວດເກັບກໍາບັນຊີຕົວເລກຂອງຄອບຄົວຄືນໃຫມ່ ເພື່ອສົມທຽບກັບ ສໍາມະໂນຄົວ ແລະ ມີການອອກບັດໃຫ້ປະຊາຊົນ ໄດ້ 4.364 ຄົນ;
     - ໃນເບື້ອງຕົ້ນ ຢູ່ສູນບັນຊາການຂັ້ນເມືອງສະໜາມໄຊ ແລະ ຈຸດພັກຊົ່ວຄາວຕ່າງໆ, ນອກຈາກຈະແຈກຢາຍເຄື່ອງອຸປະໂພກ-ບໍລິໂພກແລ້ວ, ກໍ່ໄດ້ມີການຈັດຕັ້ງເຮືອນຄົວລວມ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ສະໜອງອາຫານ ແລະ ການກິນຢູ່ ໃຫ້ແກ່ຫນ່ວຍງານກູ້ໄພ, ແພດສຸກເສີນ ແລະ ຄະນະຮັບຜິດຊອບດ້ານຕ່າງໆ ທີ່ລົງຊ່ວຍເຫຼືອກູ້ໄພ ແລະ ບັນເທົາທຸກໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ;
     - ຄະນະໄດ້ຮັບການບໍລິຈາກ ເປັນຕົ້ນແມ່ນ ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຂອງສອຍ, ເຄື່ອງອຸປະໂພກ-ບໍລິໂພກ ຢ່າງພຽງພໍ; 
     - ແຕ່ລະມື້ ໄດ້ສະໜອງເງິນອັດຕາກິນ 5.000 ກີບ/ຄົນ, ແຈກຢາຍເຂົ້າກິນ ຈຳນວນ 20 ກກ/ຄົນ/ເດືອນ;
     - ໄດ້ເບີກຈ່າຍເງິນແຮຖົງ ໃຫ້ຄອບຄົວລະ 500,000 ກີບ ຮອດເດືອນ ສິງຫາ, ນັບແຕ່ເດືອນ ກັນຍາ ມານີ້ ໄດ້ເລີ່ມເບີກຈ່າຍໃຫ້ 100,000 ກີບ/ຄົນ/ເດືອນ; 
     - ສໍາລັບ ຜູ້ເສຍຊີວິດກໍ່ໄດ້ເບີກຈ່າຍເງິນຈານວນ 1.500.000 ກີບ/ສົບ ເພື່ອຈັດຕັ້ງພິທີມ້ຽນສົບຕາມຮີດຄອງປະເພນີ ແລະ ນະໂຍບາຍຂອງ ພັກ-ລັດ. ທັງໝົດນັ້ນ ແມ່ນການຊ່ວຍເຫຼືອສຸກເສີນ ເພື່ອບັນເທົາທຸກ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ, ສ່ວນການຊົດເຊີຍ ຈະໄດ້ຮັບການຈັດຕັ້ງປະຕິບັດຕາມລະບຽບກົດໝາຍ ແລະຂັ້ນຕອນ ໃນໄລຍະຕໍ່ໄປ;
ລວມລາຍຈ່າຍທັງໝົດ ຂອງແຂວງ ແລະ ເມືອງ ແຕ່ວັນທີ 24 ກໍລກົດ2018 ຈົນຮອດປະຈຸບັນແມ່ນ 32.780.904.732 (32,7ຕື້)  ກີບ.
     3.4 ວຽກປະເມີນຜົນກະທົບ
     ສະພາບການປະເມີນຜົນເສຍຫາຍ, ໃນຄະນະ 205/ຄປພຂ ກໍໄດ້ມີຄະນະປະເມີນຜົນກະທົບ ເສດຖະກິດ-ສັງຄົມແລະ ການຟື້ນຟູ ທີ່ ໄດ້ລົງເຮັດວຽກກັບຮ່ວມກັບບໍລິສັດ SK ແລະ ບໍລິສັດ PNPC ເຊິ່ງໄດ້ປະຕິບັດບັນດາໜ້າວຽກດັ່ງນີ:
     - ໄດ້ສ້າງແຜນລວມໃນການດໍາເນີນງານ, ມີວິທີການ ແລະ ບາດກ້າວໃນການເກັບກໍາຂໍ້ມູນ; 
     - ໄດ້ສ້າງແບບຟອມເກັບກໍາຂໍ້ມູນ ແລະ ໄດ້ເກັບກໍາຂໍ້ມູນເບື້ອງຕົ້ນ, ໄດ້ມີການປະຊຸມຮ່ວມກັນເປັນປົກກະຕິ ເຊິ່ງໃນນີ້ ໄດ້ທົບທວນຄືນ ບັນດາໜ້າວຽກທີ່ກ່ຽວຂ້ອງ ແລະ ຂໍ້ມູນສະຖິຕິຕ່າງໆ ໂດຍກໍານົດເອົາຂໍ້ມູນຫຼັກຖານ 4 ປະເພດກ່ອນ, ຄື: 1) ປະເພດລົດ: ລົດໃຫຍ່, ລົດຈັກ, ລົດໄຖນາ; 2) ປະເພດເຮືອນ, ເຄື່ອງໃຊ້; 3)ປະເພດສັດໃຫຍ່: ງົວ, ຄວາຍ; 4) ປະເພດສັດລ້ຽງ ສັດນ້ອຍຕ່າງໆ; 
     - ໄດ້ສໍາເລັດ ການສໍາຫຼວດ ແລະ ສັງລວມຂໍ້ມູນຄົວເຮືອນ, ຄອບຄົວ ທີ່ໄດ້ຮັບຜົນກະທົບ ແລະ ຜູ້ເສຍຫາຍ, ເສຍຊີວິດ ໃນ 19 ບ້ານ ແລະ ໄດ້ເອກະພາບທາງດ້ານຕົວເລກ ຂອງຄອບຄົວ  ທີ່ໄດ້ຮັບຜົນກະທົບໜັກ. ຈາກການສໍາຫຼວດ,  ຕົວເລກປະເມີນ ຕາມການລົງເກັບກຳ ສຳພາດຂອງວິຊາການໃນເບື້ອງຕົ້ນ (ບໍ່ທັນໄດ້ຜ່ານການວິໄຈ) ສຳລັບປະຊາຊົນ 19 ບ້ານ ປະມານ : 619.416.092.658 (619 ກວ່າຕື້) ກີບ ແລະ ພາກທຸລະກິດ 22 ຫົວໜ່ວຍມູນຄ່າ: 141.793.387.151 (141,7ຕື້) ກີບ. ສຳລັບຜົນເສຍຫາຍ ດ້ານພື້ນຖານໂຄງລ່າງ, ສາທາລະນຸປະໂພກ, ດ້ານສະພາບແວດລ້ອມທຳມະຊາດ ແລະ ສີ່ງແວດລ້ອມ ແມ່ນຍັງບໍ່ທັນໄດ້ສຳຫຼວດແລະ ປະເມີນຊຶ່ງຈະໄດ້ດຳເນີນການໃນຂັ້ນຕໍ່ໄປ;
     - ລົງເກັບກໍາຂໍ້ມູນຖ່າຍພາບຫຼັກຖານ ຜົນເສຍຫາຍ ປະເພດພາຫະນະ ຢູ່ຄຸ້ມໂຄກກ່ອງ(ບ້ານແທໃຫ່ຍ) ໄດ້ 111 ຄອບຄົວ ເທົ່າກັບ 50% ແລະ ຖ່າຍພາບສິ່ງປຸກສ້າງຄົວເຮືອນໄດ້ 53 ຄອບຄົວ ເທົ່າກັບ 31%;
     - ລົງສໍາຫຼວດເກັບກໍາຂໍ້ມູນ ປະເພດພາຫະນະ ຢູ່ບ້ານ ສະໝອງ ໄດ້ 89 ຄອບຄົວ ເທົ່າກັບ 100%.
     3.5 ວຽກຟື້ນຟູຊີວິດການເປັນຢູ່-ສູນພັກຊົ່ວຄາວ ແລະ ພື້ນຖານໂຄງລ່າງໄລຍະສັ້ນ
     ເລີ່ມວັນທີ 24  ກໍລະກົດ 2018 ເຖິງ ປະຈຸບັນ, ຄະນະກໍາມະການແກ້ໄຂໄພພິບັດລະດັບຊາດ ໄດ້ດໍາເນີນວຽກຟື້ນຟູຊີວິດການເປັນຢູ່ ແລະ ພື້ນຖານໂຄງລ່າງໄລຍະສັ້ນ ດັ່ງນີ້:

     1) ການສ້າງ ແລະ ສະໜອງທີ່ພັກຊົ່ວຄາວ:
     ໂດຍລວມແລ້ວ, ການຈັດສັນທີ່ຢູ່ຊົ່ວຄາວ ແມ່ນໄດ້ກໍານົດຢູ່ໃນສະຖານທີ່ພັກຖາວອນ ໂດຍໄດ້ແບ່ງອອກເປັນ 2 ປະເພດ ຄື: 
     - ປະເພດທີ 1: ປຸກເຮືອນ ປະເພດຫ້ອງແຖວເປັນຫຼັງ ຢູ່ 2 ຈຸດ, ເຊັ່ນ: ຈຸດທີ 1 ແມ່ນຢູ່ໂຮງຮຽນປະຖົມບ້ານ ຫາດຍາວ, ຊຶ່ງໄດ້ສ້າງເຮືອນພັກຊົ່ວຄາວ ສໍາເລັດ ຈໍານວນ 14 ຫຼັງ ມີ 140 ຫ້ອງ, ຫ້ອງນໍ້າ(ຫ້ອງອາບ ແລະ ວິດຖ່າຍ) 5 ຫຼັງ ແລະ ໄດ້ຍົກຍ້າຍປະຊາຊົນບ້ານໃໝ່ ຈໍານວນ 140 ຄອບຄົວ ເຂົ້າຢູ່ແລ້ວ ແລະ ຈຸດທີ 2 ແມ່ນຢູ່ເຂດດົງບາກ, ເນື້ອທີ່ 13,93 ເຮັກຕາ ເຊິ່ງ ບໍລິສັດ SK ກໍາລັງເລັ່ງສ້າງເຮືອນພັກຊົ່ວຄາວ ເປັນຫ້ອງແຖວ ຈໍານວນ 39 ຫຼັງ, (12 ຫ້ອງ/ຫຼັງ) ລວມທັງໝົດ 468 ຫ້ອງ, ປະຈຸບັນສໍາເລັດແລ້ວ 90%, ເຊິ່ງ ຕາມແຜນຄາດວ່າ ຈະສໍາເລັດ ໃນວັນທີ 20 ຕຸລາ  2018, ເມື່ອສໍາເລັດແລ້ວ ຈະຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກບ້ານ ໃໝ່,ບ້ານ ທ່າຫີນ ແລະ ຄຸ້ມໂຄກກ່ອງ (ຜູ້ສະໝັກໄປ) ຈໍານວນໜຶ່ງເຂົ້າຢູ່.

     - ປະເພດທີ 2: ສະໜອງເຮືອນສໍາເລັດຮູບຊົ່ວຄາວໃຫ້ເປັນຫຼັງ.  ປະຈຸບັນ ໄດ້ສະໜອງໃຫ້ປະຊາຊົນ ບ້ານ ຫີນລາດ ຢູ່ ຈຸດ ບ້ານ ຕະມໍຢອດ ເຊິ່ງຕັ້ງແລ້ວ 30 ຫຼັງ(ຍັງແຕ່ລະບົບນໍ້າ ແລະ ໄຟຟ້າ), ໃນຈຳນວນ 50 ຫຼັງ ທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກບໍລິສັດຕ່າງໆ, ປະກອບສໍາເລັດແລ້ວ 12 ຫຼັງ (ລໍຖ້າຍົກຍ້າຍໄປຕິດຕັ້ງ) ແລະ ແຂວງໄດ້ເຊັນສັນຍາຮ່ວມກັບບໍລິສັດ ທີເຄ ໂຊຊິງ ຈໍາກັດ ແລະ ບໍລິສັດ PNPC-SK ກ່ຽວກັບການສະໜອງເຮືອນສໍາເລັດຮູບ 450 ຫຼັງ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ 3 ບ້ານ ຄື: ບ້ານ ຫີນລາດ, ບ້ານ ສະໝອງໄຕ້ ແລະ ບ້ານ ທ່າແສງຈັນ ຢູ່ 3 ຈຸດ, ຄື: ຈຸດ ບ້ານ ປິນດົງ ສໍາລັບປະຊາຊົນ ບ້ານສະໝອງໄຕ້, ຈຸດ ບ້ານ ຕະມໍຢອດ ສໍາລັບປະຊາຊົນ ບ້ານ ຫີນລາດ  ແລະ ຈຸດ ຄຸ້ມດອນບົກ ສໍາລັບປະຊາຊົນ ບ້ານ ທ່າແສງຈັນ ຈໍານວນ 450 ຫຼັງ ໃນມູນຄ່າ 3.4 ລ້ານ ໂດລາສະຫະລັດ. ຄາດໝາຍຈະສໍາລັດໃນກາງເດືອນ ພະຈິກ 2018 ໃຫ້ຕິດຕັ້ງສໍາເລັດ.

     2) ດ້ານແຮງງານ ແລະ ສະຫວັດດີການສັງຄົມ:
     - ກໍ່ສ້າງສາງມ້ຽນເຄື່ອງຊ່ວຍເຫຼືອ ຢູ່ຫ້ອງການ ຮສສ ເມືອງສະໜາມໄຊ, ສໍາເລັດ 29,17%
     - ສໍາເລັດການເກັບກູ້ລະເບີດຢູ່ຈຸດພັກຊົ່ວຄາວ ແລະ ຖາວອນ 2 ຈຸດຄື: ຕະມໍຢອດ ແລະ ປິນດົງ;
     3) ດ້ານສາທາລະນະສຸກ, ໃນແຕ່ລະສູນ ໄດ້ມີໜ່ວຍງານຮັກສາສຸກຂະພາບ ຈາກແຂວງ, ເມືອງ ແລະ ຈາກສະພາກາແດງປະຈຳຢູ່, ສາມາດຮອງຮັບການເບິ່ງແຍງສຸຂະພາບຂອງປະຊາຊົນ ໄດ້ໃນຂັ້ນພື້ນຖານ, ໃນກໍລະ ນີເຈັບເປັນຂັ້ນຮ້າຍແຮງ ແມ່ນສົ່ງໄປປິ່ນປົວ ຢູ່ສູນປິ່ນປົວຂອງກໍາລັງປ້ອງກັນຊາດ, ໂຮງໝໍເມືອງສະໜາມໄຊ ຫຼື ໂຮງໝໍແຂວງ; ໄດ້ມີການກວດສຸຂະພາບໃຫ້ປະຊາຊົນປົກກະຕິ ແລະ ຈ່າຍຢາ, ສັກຢາໃຫ້ປະຊາຊົນຕາມເປົ້າ ໝາຍ ໄດ້ຈໍານວນ 14.034 ເທື່ອຄົນ; ໄດ້ຕໍ່ເຕີມໂຮງໝໍເມືອງ ເຊິ່ງມາຮອດປະຈຸບັນ ສໍາເລັດ 30,36%; ໄດ້ສືບຕໍ່ສະໜອງຫ້ອງນໍ້າ(ວິດຖ່າຍ) ໄດ້ຈໍານວນ 192 ຫ້ອງ, ມີນໍ້າບາດານ 32 ບໍ່ ເຊິ່ງມີຈຸດໃຫ້ບໍລິການນໍ້າດື່ມ ໂດຍນໍາໃຊ້ເຄື່ອງກັ່ນຕອງ ນໍ້າສະອາດ, ເຮັດບໍ່ບໍາບັດນໍ້າເປື້ອນ 5 ຂຸມ; ແລະ ໄດ້ມີການສົມທົບລະຫວ່າງສູນກາງ ແລະ ແຂວງ ກວດກາຈຸດກອງນໍ້າ ແລະ ນໍ້າບາດານ ຢູ່ແຕ່ລະຈຸດ ເພື່ອຊອກຫາທາດຕ່າງໆ ທີ່ອາດຈະກໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບຂອງປະຊາຊົນ ເຊິ່ງຜ່ານການກວດກາເຫັນວ່າ ບໍ່ມີທາດໃດເປັນອັນຕະຫຼາຍ, ມີບາງຈຸດເລັກໆນ້ອຍໆ ກໍ່ໄດ້ອະທິບາຍ ແລະ ແນະນໍາໃຫ້ປະຊາຊົນ ກ່ອນຈະນໍາໄປດື່ມ. ນອກຈາກນັ້ນ, ເພື່ອໃຫ້ປະຊາຊົນໄດ້ມີການເຄື່ອນໄຫວ, ຄະນະຮັບຜິດຊອບຢູ່ແຕ່ລະສູນໄດ້ຈັດຕັ້ງເປັນໜ່ວຍ, ໜ່ວຍລະ 15 ຄອບຄົວ ສົມທົບກັບໜ່ວຍງານຮັກສາສຸຂະພາບພາກສະໜາມເຄື່ອນໄຫວວຽກປະຈໍາວັນ, ເຊັ່ນ: ການອະນາໄມ ແລະ ເກັບມ້ຽນຂີ້ເຫຍື້ອ ໃຫ້ມີຄວາມສະອາດ; ຈັດໄປຊ່ວຍວຽກບໍລິສັດບຸກເບີກພື້ນທີ່ພັກຊົ່ວຄາວ ແລະ ຖາວອນ, ເຊັ່ນ: ຖາງຫຍ້າ, ເກັບຟືນ, ເຜົາຖ່ານ ແລະ ອື່ນໆ;

     4) ດ້ານກະສິກໍາ ແລະ ປ່າໄມ້:
     - ໄດ້ກະກຽມທີ່ດິນກະສິກຳ  39.089 ເຮັກຕາ ຊຶ່ງມີນ້ຳຮອງຮັບສຳລັບການຜະລິດ ໃນ 4 ຈຸດ ໂດຍມີແຜນຈັດສັນໃຫ້ສະເລ່ຍ 1 ເຮັກຕາ ຕໍ່ ຄອບຄົວ ເຊິ່ງໃນນີ້ ສຳເລັດການບຸກເບີກ ແລະ ຈັດສັນເນື້ອທີ່ເບື້ອງຕົ້ນ ຢູ່ບ້ານດົງບາກ ຈຳນວນ 650 ເຮັກຕາ, ບ້ານດອນບົກ 100 ເຮັກຕາ, ບ້ານຕະມໍຢອດ 500 ເຮັກຕາ, ບ້ານປິ່ນດົງ 550 ເຮັກຕາ;
     - ສໍາເລັດການສໍາຫຼວດ ແລະ ຮັບຮອງ ພື້ນທີ່ການຜະລິດກະສິກໍາ ຢູ່ເຂດບ້ານຈັດສັນໃໝ່ ໃນເນື້ອທີ່ 1.750 ເຮັກຕາ;
     - ລົງປິ່ນປົວພະຍາດສັດ ຢູ່ບ້ານແທ (ເຂດໜອງຄອມ) ຈໍານວນ 1.977 ໂຕ, ໃນນີ້ ມີຄວາຍ 108 ໂຕ ແລະ ເຂດດົງບາກ (ບ້ານມິດສໍາພັນ) ມີງົບ 2.511 ໂຕ;
     - ລົງແຈກຢາຍແນວພັນເຂົ້າ ຢູ່ເຂດບ້ານແທ-ຫີນລາດ ເຊິ່ງມີຄຸ້ມ ທ່າອ່ວນ, ຄຸ້ມດອນບົກ ແລະ ຄຸ້ມໂຄກກ່ອງ ລວມທັງໝົດ 8.500 ກິໂລ.
     5) ວຽກພະລັງງານ ແລະ ບໍ່ແຮ່: ໄດ້ກໍ່ສ້າງແລະສ້ອມແປງຕາຂ່າຍໄຟຟ້າ 22 KVA ຢູ່ເຂດຕະມໍຢອດ ສໍາເລັດ ແລະ ລະບົບບັງຄັບໝໍ້ແປງ 160 KVA ຢູ່ບ້ານພັກຊົ່ວຄາວ ຈຸດດົງບາກ; ໄດ້ຊ່ວຍຕິດຕັ້ງເສົາ ແລະ ອຸປະກອນໄຟຟ້າ ໃນເຂດທີ່ປະສົບໄພພິບັດ ເຊິ່ງປະຈຸບັນ ສາມາດນໍາໃຊ້ໄຟຟ້າເປັນປົກກະຕິ.
     6) ວຽກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ໄດ້ມີການແຈກຢາຍ ແລະ ຕິດຕັ້ງໂທລະໂຄ່ງແລ້ວ 5 ຊູດ,ສາຍຮູບເງົາໃຫ້ປະຊາຊົນເບິ່ງ, ໄດ້ມີນັກຂ່າວປະຈໍາພາກສະໜາມ ແລະ ມີການຄຸ້ມຄອງນັກຂ່າວທັງພາຍໃນ ແລະ ຕ່າງປະເທດ. ນັກຂ່າວເຂົ້າເຄື່ອນໄຫວໃນພາກສະໜາມທັງໝົດ 58 ສໍານັກ, ເຊິ່ງໃນນີ້ ມີນັກຂ່າວພາຍໃນປະເທດ 31 ສໍານັກຂ່າວ, ມີຈໍານວນ 81 ຄົນ, ຍິງ 11 ຄົນ, ນັກຂ່າວຕ່າງປະເທດ 27 ສໍານັກ, ມີຈໍານວນ 77 ຄົນ, ຍິງ 9 ຄົນ; ໄດ້ຂຽນຂ່າວ, ສົ່ງຂ່າວ ແລະ ອອກຂ່າວຈາກພາກສະໜາມຈໍານວນທັງໝົດ 2.111 ຂ່າວ, ບົດສໍາພາດຂ່າວສົດ 23 ຂ່າວ, ອອກຖະແຫຼງຂ່າວ 27 ຄັ້ງ; ສົ່ງຂ່າວໃຫ້ວິທະຍຸແຫ່ງຊາດ 81 ຂ່າວ ແລະ ໂທລະ ພາບແຫ່ງຊາດ 64 ຂ່າວ.
     7) ວຽກໂຍທາທິການ ແລະ ຂົນສົ່ງ: 
     ສໍາລັບວຽກງານບຸກເບີກພື້ນທີ່ກໍ່ສ້າງ ທີ່ພັກຊົ່ວຄາວ ແລະ ຖາວອນ ສໍາລັບຜູ້ປະສົບໄພພິບັດ ແມ່ນມີຜົນສໍາເລັດ ດັ່ງນີ້:
     - ກຳລັງດໍາເນີນການບຸກເບີກເນື້ອທີ່ ທີ່ພັກອາໃສຖາວອນ; ສໍາຫຼວດ ແລະ ທໍາລາຍລູກລະເບີດບໍ່ທັນແຕກ; ຕັດຕາຜ້າ ເພື່ອແບ່ງ ແລະ ມອບໃຫ້ປະຊາຊົນ ຂະໜາດ  20x40=800 ຕາແມັດ ແລະ ຈັດສັນຜັງໃຫ້ມີຄວາມສົມບູນແບບ ທີ່ປະກອບດ້ວຍ: ທີ່ຢູ່ອາໃສ, ໂຮງຮຽນ, ສຸກສາລາ, ວັດ, ເນື້ອທີ່ດໍາເນີນການຜະລິດ, ຕະຫຼາດຊຸມຊົນ ແລະ ອື່ນໆ;
     - ຈຸດເຂດບ້ານຕະມໍຢອດ ໃນເນື້ອທີ່ 54,28 ເຮັກຕາ ປະຕິບັດໄດ້ແລ້ວ 7,5 ເຮັກຕາ ເທົ່າກັບ 13,81; 
     - ຈຸດດົງບາກ ຈໍານວນ 120 ເຮັກຕາ ປະຕິບັດໄດ້ 7,5 ເຮັກຕາ ເທົ່າກັບ 6,25%, ສໍາລັບການປຸກສ້າງເຮືອນພັກຊົ່ວຄາວ ແມ່ນປະຕິບັດໄດ້ 15%; ຈຸດປິນດົງ ແມ່ນໄດ້ບຸກເບີກເນື້່ອທີ່ ຈຸດພັກຖາວອນ 47,5 ເຮັກຕາ ປະຕິບັດໄດ້ 6,2 ເຮັກຕາ ເທົ່າກັບ 13,93%; ຈຸດດອນບົກ ໃນເນື້ອທີ່ 13,93 ເຮັກຕາ ບຸກເບີກໄດ້ແລ້ວ 6,5 ເຮັກຕາ ເທົ່າກັບ 45,88%.
ສໍາລັບວຽກທາງ ແລະ ຂົວ ມີຄວາມຄືບໜ້າ ດັ່ງນີ້:
     - ໄດ້ຕິດຕາມການສ້ອມແປງທາງ ເບີ 9004 ຊ່ວງຕະມໍຢອດ - ໄຊດອນໂຂງ ສືບຕໍ່ຖົມຂຸມໜ້າທາງດ້ວຍຫີນ, 
ສ່ວນຊ່ວງຕະມໍຢອດ-ບ້ານສະໝອງ ໄດ້ສືບຕໍ່ຈົກດິນອອກຈາກທາງຢູ່ເຂດບ້ານຫີນລາດ;
     - ຕິດຕາມການກໍ່ສ້າງ ຂົວຫ້ວຍກັນຈານ ປະຕິບັດໄດ້ 98% (ລໍຖ້າຖົມຫົວຂົວ); 
     - ການກໍ່ສ້າງ ຫົວຂົວຫ້ວຍປີນ ປະຕິບັດໄດ້ 80%; ການກໍ່ສ້າງ ຂົວຮອງແຄນ ປະຕິບັດໄດ້ 45%; 
     - ສໍາເລັດການ ແກ່ບັກຂ້າມເຊປ່ຽນ (ບ້ານໃໝ່) ເຊິ່ງປະຈຸບັນນໍາໃຊ້ໄດ້ແແລ້ວ;  
     - ໄດ້ຕິດຕາມການສ້ອມແປງເສັ້ນທາງ 18A ແຕ່ເທດສະບານເມືອງ ຫາ ບ້ານໃໝ່ ສືບຕໍ່ຈົກຮ່ອງລະ ບາຍນໍ້າອອກຈາກໜ້າທາງ ແລະຂົນແຮ່ຊາຍ ຖົມຂຸມໜ້າທາງ ເຂດບ້ານ ຫາດຍາວ, ແຕ່ເທດສະບານເມືອງ ຫາ ຫ້ວຍອຸກ; ສ່ວນການສ້ອມແປງເສັ້ນທາງເຂົ້າບ້ານແທ ໄດ້ຈົກຄອງລະບາຍນໍ້າ ແລະ ຖົມຫີນໜ້າທາງບາງຈຸດ;

     - ໄດ້ສຳເລັດການມອບ-ຮັບຂົວເບເລ ຈຳນວນ 4 ແຫ່ງ ທີ່ຮັບການຊ່ວຍເຫຼືອລ້າ ຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ.  
     8) ດ້ານການສຶກສາ ແລະ ກິລາ, ໄດ້ປະກາດເປີດສົກຮຽນ ເຊິ່ງເລີ່ມຈາກ ມ4 ແລະ ມ7 ທີ່ເມືອງສະໜາມໄຊ, ຊຸກຍູ້ການໄຂສົກຮຽນໃໝ່ຢູ່ໂຮງຮຽນອື່ນໆ ພ້ອມທັງໄດ້ສະໜອງປື້ມແບບຮຽນ ແລະ ປື້ມຄູ່ມືຄູ ຊັ້ນ ປ.1-ປ.5 ແລະ ມ.1-ມ4 ຈໍານວນ 1.889 ຊຸດ; ມອບເງິນໃຫ້ຄູເພື່ອປົວແປງຈິດໃຈ ຈໍານວນ 67 ຄົນ ຜູ້ລະ 1.000.000 ກີບ; ສະໜອງເຄື່ອງແບບຊຸດນັກຮຽນ ຍິງ-ຊາຍ, ກະເປົາໃສ່ປື້ມ, ບິກຂຽນ, ສໍ, ໄມ້ບັນທັດ ແລະ ຢາງລືບ 766 ຊຸດ, ມອບປື້ມຄູ່ມືແຜນຈັດປະສົບການ ຫ້ອງກຽມປະຖົມສຶກສາເຫຼັ້ມ 1,2,3,4 ແລະ 5 ຈໍານວນ 250 ຊຸດ. ນອກຈາກນີ້ ກໍ່ໄດ້ນໍາໃຊ້ເງິນທີ່ລະດົມໄດ້ຊ່ວຍເຫຼືອສຸກເສີນບັນດາໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແຫ່ງລະບໍ່ເກີນ 5.000.000 ກີບ, ຍັງສືບຕໍ່ຈັດຕັ້ງສູນ ທີ່ເອີ້ນວ່າ “ມູມເປັນມິດຕໍ່ເດັກໃນພາວະສຸກເສີນ”  ຢູ່ແຕ່ລະຈຸດ, ນອກຈາກຈຸດ ຕະມໍຢອດ ແລະ ປີນດົງ; ມາຮອດປະຈຸບັນສາມາດເປີດການຮຽນ-ການສອນໃນແຕ່ລະຊັ້ນ ໄດ້ເປັນສ່ວນໃຫຍ່ແລ້ວ; ໄດ້ຍົກຍ້າຍ ແລະ ຈັດສົ່ງນັກຮຽນ ທີ່ຈົບຊັ້ນ ປ 5 ຈໍານວນ 106 ຄົນ ໄປຮຽນຢູ່ ມສ ຊົນເຜົ່າແຂວງ ເຊິ່ງມາຮອດປະຈຸບັນ ມີນັກຮຽນສະເໜີຕົວແລ້ວຈໍານວນ 53 ຄົນ, ຍິງ 20 ຄົນ; ໄດ້ຈັດສົ່ງນັກຮຽນ ທີ່ຈົບຊັ້ນ ມ 4 ແລະ ມ 7 ຈໍານວນ 60 ຄົນ ໄປຮຽນຢູ່ໂຮງຮຽນເຕັກນິກວິຊາຊີບປາກເຊ ພາຍໄຕ້ການສະໜອງທຶນຊ່ວຍເຫຼືອຈາກໂຄງການ Vella, ປະເທດ ເຢຍລະມັນ ເຊິ່ງປະຈຸບັນ ມີນັກຮຽນສະເໜີຕົວແລ້ວຈໍານວນ 58 ຄົນ, ຍິງ 12 ຄົນ; ໄດ້ສະເໜີຂໍທຶນການສຶກສານໍາລັດ ໃຫ້ນັກຮຽນ ທີ່ຈົບ ມ 7 ໄປຮຽນຢູ່ວິທະຍາໄລສ້າງຄູປາກເຊ ຈໍານວນ 9 ຄົນ, ຍິງ 3 ຄົນ; ໄດ້ສະເໜີຂໍທຶນການສຶກສານໍາລັດ ໃຫ້ນັກຮຽນ ທີ່ຈົບ ມ 7 ໄປຮຽນຢູ່ມະຫາວິທະຍາໄລຈໍາປາສັກ ຈໍານວນ 18 ຄົນ, ຍິງ 14 ຄົນ; ໄດ້ສະເໜີຂໍທຶນການສຶກສານໍາລັດ ໃຫ້ນັກຮຽນ ທີ່ຈົບ ມ 7 ໄປຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ ຈໍານວນ 4 ຄົນ; ສໍາລັບເດັກກໍ່າພ້າກຳພອຍ ຈໍານວນ 26 ຄົນ (ກໍາພ້າ 22, ກໍາພອຍ 4) ທາງແຂວງ ໄດ້ມອບໃຫ້ຍາດພີ່ນ້ອງຂອງເຂົາເຈົ້າຮັບເອົາໄປລ້ຽງດູ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າເປັນປົກກະຕິ ແລະ ສືບຕໍ່ເກັບກໍາຂໍ້ມູນ ເພື່ອວາງແຜນສະໜອງຄວາມຕ້ອງການລະອຽດ ຢູ່ແຕ່ລະຈຸດ ກ່ຽວກັບສະຖານທີ່, ໂຕະຕັ່ງ, ເຄື່ອງໃຊ້ອັນຈໍາເປັນ, ອຸປະກອນການຮຽນ-ການສອນ, ປຶ້ມຕໍາລາ ແລະ ເຄື່ອງຂຽນ ສໍາລັບການຮຽນ-ການສອນໃນແຕ່ລະຊັ້ນ ແລະ ຊຸດນັກຮຽນ ເພື່ອໃຫ້ສາມາດເປີດ ການຮຽນ-ການສອນ ທຸກຊັ້ນຮຽນ.

     IV. ທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ
     1. ການແກ້ໄຂໄພພິບັດໃນຂອບເຂດທົ່ວປະເທດ ລັດຖະບານ ໄດ້ຄົ້ນຄວ້າ ແລະ ພິຈາລະນາ ໃນກອງປະຊຸມລັດຖະບານ ເປີດກວ້າງ ໃນວັນທີ 17-18 ກັນຍາ 2018 ໂດຍໄດ້ມອບໃຫ້ຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າ ບັນດານະໂຍບາຍຕ່າງໆ ຊ່ວຍຜູ້ປະສົບໄພດັ່ງລາຍລະອຽດ ລຸ່ມນີ້:
     1) ກະຊວງການເງິນ ສົມທົບກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄົ້ນຄວ້າກ່ຽວກັບການຜ່ອນຜັນ ຫລື ໂຈະການເກັບພາສີທີ່ດິນ ໃນເຂດທີ່ເກີດໄພພິບັດ.
     2) ກະຊວງການເງິນ ຄົ້ນຄວ້າກ່ຽວກັບການນຳໃຊ້ ງົບປະມານສຸກເສີນ ເພື່ອແກ້ໄຂໄພພິບັດ ໃຫ້ມີປະສິດທິຜົນ ແລະ ທັນກັບສະພາບການ,  ພ້ອມທັງຄົ້ນຄວ້າ ນະໂຍບາຍ ຫຼຸດອັດຕາພາສີ, ອາກອນ ໃນການນຳເຂົ້າ ປັດໃຈການຜະລິດເຊັ່ນ: ຝຸ່ນ, ປຸ໋ຍ, ແນວພັນພືດ ແລະ ສັດ. 
     3) ກະຊວງພະລັງງານ ແລະ ບໍ່ແຮ່ ຄົ້ນຄວ້າກ່ຽວກັບ ນະໂຍບາຍຫຼຸດຜ່ອນລາຄາກະແສໄຟຟ້າ ໃນການຜະລິດລະດູ ແລ້ງ ເພື່ອທົດແທນຕົ້ນທຶນຂອງການຜະລິດສິນຄ້າທົດແທນເຂດຖືກນ້ຳຖ້ວມ.
    4) ກະຊວງກະສິກຳ ແລະ ປ່າໄມ້ ຄົ້ນຄວ້າ ແລະ ກຽມສະໜັບສະໜູນ ແລະ ຊ່ວຍເຫຼືອພິເສດ ໃນເຂດໄດ້ຮັບຜົນກະທົບຈາກໄພພິບັດ ເປັນຕົ້ນແມ່ນ ການສະໜອງນໍ້າໃຫ້ແກ່ເຂດຜະລິດໃນລະດູແລ້ງ, ການສະໜັບສະໜູນ ທາງດ້ານສັດຕະວະແພດ, ການປາບປາມສັດຕູພືດ, ການໃຫ້ຄວາມຮູ້ທາງດ້ານເຕັກນິກວິຊາການ. ພ້ອມກັນນີ້, ກໍ່ໃຫ້ຄົ້ນຄວ້າກຳນົດເງື່ອນໄຂລະອຽດ ເພື່ອເປັນປັດໃຈກະຕຸກຊຸກຍູ້ ໃນການເຮັດນາແຊງ, ປູກພືດ ແລະ ລ້ຽງສັດ ເພື່ອໃຫ້ການຊຸກຍູ້ ແລະ ສະໜັບສະໜູນ ໃນແຕ່ລະດ້ານ, ພ້ອມທັງຄົ້ນຄວ້າກ່ຽວກັບງົບປະມານ ທີ່ຈະນຳໃຊ້ເຂົ້າໃນບັນດາວຽກງານດັ່ງກ່າວ ເພື່ອສະເໜີຄວາມຕ້ອງການຢ່າງລະອຽດຈະແຈ້ງ.
     5) ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນກວດກາ, ປະເມີນ ແລະ ແກ້ໄຂບັນຫາການຄົມມະນາຄົມ, ຂົນສົ່ງ ໃຫ້ໄວ ທັນກັບສະພາບການ ຮັບປະກັນບໍ່ໃຫ້ເສັ້ນທາງຫຼວງແຫ່ງຊາດ ຖືກຕັດຂາດ. ການແກ້ໄຂສຸກເສີນ ຕ້ອງບົນພື້ນຖານການປະຢັດ ແລະ ສົມເຫດສົມຜົນ, ລະດົມທຸກກຳລັງແຮງຂອງສັງຄົມ ແລະ ປະຊາຊົນ ມີສ່ວນຮ່ວມໃນການແກ້ໄຂ ໃຫ້ສາມາດສັນຈອນ ໄປ-ມາໄດ້ ຈົນຮອດທ້າຍປີ 2018. ຈາກນັ້ນ, ຈຶ່ງຄົ້ນຄວ້າໃນການສ້າງແຜນແກ້ໄຂຍາວນານ ໃຫ້ສອດຄອ່ງກັບຄວາມອາດສາມາດທາງດ້ານງົບປະມານ ແລະ ສະພາບຄວາມຕົວຈິງ.
     6) ໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ປະສານສົມທົບ ວາງແຜນຈັດສັນງົບປະມານ ບູລິມະສິດ ສຸມໃສ່ຊຳລະໃຫ້ບໍລິສັດ ແກ້ໄຂສຸກເສີນ ບັນດາເສັ້ນທາງ ໃນແຂວງຕ່າງໆ ທີ່ເກີດອຸທົກກະໄພ ໃນປີ 2018-2019. 
     7) ໃຫ້ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ປຶກສາຫາລືກັນລະອຽດ ກ່ຽວກັບການປັບປຸງກອງທຶນ SMEs, ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານພັດທະນາລາວ ເພື່ອສ້າງເງື່ອນໄຂໃຫ້ກອງທຶນ ແລະ ສະຖາບັນການເງິນດັ່ງກ່າວ ໃຫ້ມີຄວາມສາມາດສະໜອງສິນເຊື່ອ ໃນໄລຍະເກີດ ແລະ ການຟື້ນຟູອຸທົກກະໄພ, ແນ່ໃສ່ຖືເອົາວິກິດການດັ່ງກ່າວ ເປັນການປັບປຸງປ່ຽນແປງ ໂດຍໃຫ້ເຮັດເປັນແຜນລະອຽດສະເໜີລັດຖະ ບານ.
     8) ໃຫ້ກະຊວງສຶກສາທິການ ແລະ ກິລາ ເອົາໃຈໃສ່ກວດກາ ແລະ ຊຸກຍູ້ຊ່ວຍເຫຼືອບັນດາໂຮງຮຽນ ທີ່ໄດ້ຮັບຜົນກະທົບໃນຊ່ວງເວລານໍ້າຖ້ວມ ໃຫ້ສາມາດສືບຕໍ່ການຮຽນ-ການສອນ ໃຫ້ເປັນປົກກະຕິ ແລະ ທັນກັບແຜນສົກຮຽນ.
     9) ໃຫ້ກະຊວງສາທາລະນະສຸກ ເອົາໃຈໃສ່ກວດກາ ການລະບາດຂອງພະຍາດ ທີ່ອາດຈະເກີດຂຶ້ນຫຼັງນ້ຳຖ້ວມ, ເດັດຂາດບໍ່ໃຫ້ເກີດມີພະຍາດລະບາດ ຮ້າຍແຮງເກີດຂຶ້ນ ອັນຈະສົ່ງຜົນກະທົບເພີ່ມເຕີມ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ ແລະ ຄວາມເຊື່ອໝັ້ນຂອງສາກົນຕໍ່ກັບປະເທດເຮົາ.
     10) ກະຊວງ ພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ຕິດຕາມການບໍລິຫານນ້ຳ, ຈັດການນ້ຳ ຢູ່ເຂື່ອນຕ່າງໆ, ໂດຍໃຫ້ຈັດເວນຍາມຕະຫຼອດ 24 ຊົ່ວໂມງ. ສຳລັບບັນດາເຂື່ອນ ທີ່ມີຄວາມຫຼໍ່ແຫຼມ ແມ່ນຕ້ອງເຝົ້າລະວັງ ກໍລະນີມີສະພາບພົ້ນເດັ່ນກໍໃຫ້ຮີບຮ້້ອນລາຍງານ ແລະ ແກ້ໄຂໃຫ້ທັນກັບສະພາບການ.
     11) ໃຫ້ບັນດາແຂວງ ຢຸດຕິການອະນຸມັດ ການພັດທະນາເຂື່ອນໄຟຟ້າຂະໜາດນ້ອຍໄວ້ກ່ອນ ສໍາລັບໂຄງການໃໝ່. 

ສ່ວນໂຄງການທີ່ໄດ້ຮັບອະນຸຍາດໃຫ້ເລີ່ມກໍ່ສ້າງຜ່ານມາ ກໍ່ໃຫ້ກວດກາຄືນການສໍາຫລວດ, ອອກແບບ ແລະ ກໍ່ສ້າງ ເພື່ອປ້ອງກັນບໍ່ໃຫ້ເກີດໄພພິບັດຂຶ້ນອີກ. ຫາກໂຄງການໃດບໍ່ຮັບປະກັນທາງດ້ານເຕັກນິກ, ກໍ່ໃຫ້ໂຈະການກໍ່ສ້າງທັນທີ.   ໂດຍສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອກະກຽມໃຫ້ແກ່ການຜະລິດລະດູແລ້ງ ເພື່ອທົດແທນຜົນເສຍຫາຍ ເປັນຕົ້ນແມ່ນ ນະໂຍບາຍໃນການຜ່ອນຜັນ ຫຼື ໂຈະການເກັບພາສີທີ່ດິນ, ນະໂຍບາຍຫຼຸດຜ່ອນລາຄາກະແສໄຟຟ້າ, ການຫຼຸດອັດຕາພາສີ-ອາກອນ ໃນການນຳເຂົ້າປັດໄຈການຜະລິດ, ການສະໜັບສະໜູນ ດ້ານເຕັກນິກ-ວິຊາການ, ແນວພັນພືດ ແລະ ສັດ. ນອກນັ້ນ, ກໍ່ໃຫ້ເອົາໃຈໃສ່ໃນການກວດກາ ການລະບາດຂອງພະຍາດ ທີ່ອາດຈະເກີດຂຶ້ນ. ພ້ອມທັງສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຕາມຄຳສັ່ງ ເລກທີ 06/ຄລສພ, ລົງວັນທີ 16/8/2018 ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະພັກ ໃນການນຳພາ-ຊີ້ນຳ ການປ້ອງກັນ ແລະ ຮັບມືໄພພິບັດ ທຳມະຊາດ ໃຫ້ຕິດພັນກັບການນຳພາ-ຊີ້ນຳ ວຽກງານຕົວຈິງ ຂອງອົງຄະນະພັກ ແຕ່ລະຂັ້ນ ໃຫ້ມີປະສິດທິພາບ ແລະ ແຈ້ງການ ເລກທີ 38/ຫສພ, ລົງວັນທີ 12 ກັນຍາ 2018 ກ່ຽວກັບທິດຊີ້ນຳຂອງກົມການເມືອງສູນກາງພັກ ໃນການແກ້ໄຂຜົນກະທົບຈາກນຳ້ຖ້ວມ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ແລະ ຢູ່ບ່ອນອື່ນໆ ໃນທົ່ວປະເທດ.

     2. ການແກ້ໄຂໄພພິບັດຢູ່ເມືອງສະໜາມໄຊ, ແຂວງອັດຕະປື: 
     1) ໄລຍະສັ້ນ: 
     ສຸມໃສ່ສ້ອມແປງເສັ້ນທາງ, ສ້ອມແປງຂົວ ໃຫ້ສາມາດສັນຈອນໄປ-ມາໄດ້, ສືບຕໍ່ກໍ່ສ້າງຂົວ ທີ່ບໍ່ທັນສຳເລັດ ແລະ ສັງລວມຂໍ້ມູນຂົວ ເພື່ອສະເໜີ ຕໍ່ຜູ້ໃຫ້ທຶນ ໂດຍສະເພາະຂົວຫ້ວຍຊອຍ; ປະສານກັບ PNPC ແລະ SK ໃນການອອກແບບຝັງບ້ານ ແລະ ທີ່ພັກຊົ່ວຄາວ; ຍົກຍ້າຍປະຊາຊົນ ໃນເຂດ 6 ບ້ານ ທີ່ຖືກຜົນກະທົບໜັກ ໃຫ້ໄປຢູ່ຈຸດປອດໄພ ແລະ ຈັດສັນບ່ອນພັກຊົ່ວຄາວ ທັງ 4 ຈຸດ (ຈຸດເທດສະບານເມືອງສະໜາມໄຊ, ຈຸດຄຸ້ມດອນບົກ ບ້ານໃຫຍ່ແທ, ຈຸດບ້ານຕະມໍຢອດ ແລະ ຈຸດ ບ້ານປິນດົງ), ຊ່ວຍເຫຼືອສຸກເສີນ ເຄື່ອງອຸປະໂພກ-ບໍລິໂພກ, ສຸຂະນາໄມ, ກວດກາສຸຂະພາບ ແລະ ສິ່ງແວດລ້ອມ; ຮັກສາຄວາມສະຫງົບປອດໄພ; ຈັດຕັ້ງສູນບັນຊາການຊ່ວຍເຫຼືອ ຂັ້ນແຂວງ, ພາກສະໜາມ ເພື່ອປະສານງານກັບພາກສ່ວນກ່ຽວຂ້ອງ ຈັດວາງລະບົບຄຸ້ມຄອງ, ສະໜອງວັດຖຸອຸປະກອນ ແລະ ພາຫະນະຮັບໃຊ້. ສຳລັບການຊອກຄົ້ນ ຜູ້ສູນຫາຍ ແມ່ນຈະໄດ້ຊອກຄົ້ນ ເປັນແຕ່ລະກໍລະນີ ທີ່ພົບເຫັນຮ່ອງຮອຍ.

     2) ໄລຍະກາງ: 
     ກຳນົດສະຖານທີ່ ຈັດສັນຊົ່ວຄາວ ແລະ ສະຖານທີ່ ຕັ້ງບ້ານຖາວອນ ໃຫ້ແກ່ປະຊາຊົນ; ປຸກສ້າງເຮືອນອາໃສຊົ່ວຄາວ (ໄລຍະ 3-5 ປີ) ເພື່ອຍົກລະດັບຊີວິດການເປັນຢູ່ ໃຫ້ປະຊາຊົນດີຂຶ້ນກວ່າເກົ່າ; ດຳນີນການສຳຫຼວດ-ອອກແບບ ແຜນຜັງພັດທະນາບ້ານໃໝ່ ຢູ່ 4 ຈຸດ ໃຫ້ສຳເລັດໂດຍໄວ ເພື່ອວາງແຜນພັດທະນາໃຫ້ເປັນລະບົບຄົບຊຸດ; ສຳຫຼວດ-ອອກແບບ ວາງແຜນຈັດສັນເນື້ອທີ່ທຳການຜະລິດ ເພື່ອສ້າງໃຫ້ເປັນຕົວແບບການຜະລິດກະສິກຳ ທີ່ທັນສະໄໝ; ສຳຫຼວດຂໍ້ມູນປະເມີນຜົນເສຍຫາຍ ດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ໂດຍຮ່ວມກັບພາກ ສ່ວນທີ່ກ່ຽວຂ້ອງ ວິເຄາະ-ວິໄຈ ຢ່າງພາວະວິໃສ ເພື່ອຮຽກຮ້ອງຄ່າຊົດເຊີຍ ຈາກຜູ້ພັດທະນາໂຄງການ ຢ່າງສົມເຫດ ສົມຜົນ; ສືບຕໍ່ປະເມີນຜົນເສຍຫາຍ ດ້ານການກໍ່ສ້າງພື້ນຖານໂຄງລ່າງ, ສາທາລະນຸປະໂພກ, ຜົນເສຍຫາຍດ້ານສະພາບແວດລ້ອມ-ທຳມະຊາດ ແລະ ລະບົບນິເວດ ເພື່ອຟື້ນຟູ ໃຫ້ກັບສູ່ສະພາບປົກກະຕິ; ວາງແຜນຈັດສັນອາຊີບຄົງທີ່, ຍາວນານ ໂດຍມີການຝຶກອົບຮົມ ແລະ ນຳພາປະຊາຊົນ ໃນເຂດປະສົບໄພ ຈັດຕັ້ງປະ ຕິບັດຕົວຈິງ. 

     3) ໄລຍະຍາວ: 
     ສ້າງໂຄງການພັດທະນາພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກ ດ້ານສາທາລະນຸປະໂພກ ໃນເຂດບ້ານຈັດສັນໃໝ່ ໃຫ້ເປັນລະບົບຄົບຊຸດ ທັນສະໄໝ; ປຸກສ້າງເຮືອນຢູ່ອາໃສຖາວອນ ຂອງປະຊາຊົນ ໂດຍການອອກແບບ ທີ່ເໝາະສົມ, ປຸກລະດົມແຫຼ່ງທຶນ ຈາກຫຼາຍພາກສ່ວນ ເຂົ້າຊ່ວຍເຫຼືອປະຊາຊົນ; ສ້າງບັນດາໂຄງການ ແລະ ກິດຈະກຳ ຈັດຕັ້ງກຸ່ມການຜະລິດ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ກາຍເປັນທ່າ ແຮງ ແລະ ຕົວແບບ ໃນການຜະລິດ, ການຄ້າ ແລະ ການບໍລິການ.

     ສັງລວມແລ້ວ, ເຫັນວ່າ ການແກ້ໄຂໄພພິບັດ ລວມທັງການຊອກຄົ້ນຜູ້ສູນຫາຍຈາກໄພພິບັດ ເຂື່ອນນ້ອຍ ຫຼື ຄູກັນນໍ້າ ຂອງອ່າງເກັບນໍ້າເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ແມ່ນໄດ້ຮັບຜົນສໍາເລັດເປັນກ້າວໆ. ຕໍ່ກັບຜົນສໍາເລັດດັ່ງກ່າວ, ໃນນາມຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດແຫ່ງຊາດ ຂໍສະແດງຄວາມຂອບໃຈ ຕໍ່ບັນດາປະເທດເພື່ອນມິດ ທັງຢູ່ໃກ້ ແລະ ໄກ ແລະ ອົົງການຈັດຕັ້ງສາກົນຕ່າງໆ ຕໍ່ກັບຄວາມຫ່ວງໃຍ, ກໍາລັງໃຈ, ການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອດ້ານທຶນຮອນ, ເຄື່ອງມືອຸປະກອນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ທີ່ຈໍາເປັນ ຢ່າງທັນກັບສະພາບການ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອຊ່ວຍແກ້ໄຂສຸກເສີນ ແກ່ຜູ້ປະສົບກັບໄພພິບັດໃນຄັ້ງນີ້; ຂໍສະແດງຄວາມຂອບໃຈເປັນພິເສດ ຕໍ່ໜ່ວຍກູ້ໄພ ແລະ ອາສາສະໝັກ ຈາກປະເທດເພື່ອນມິດ ໂດຍສະເພາະ ຈາກ ສສ ຫວຽດນາມ, ສປ ຈີນ, ຣາຊະອານາຈັກໄທ, ສ. ເກົາຫຼີ, ສ. ສິງກະໂປ ແລະ ປະເທດອື່ນໆ ທັງຢູ່ໃກ້  ແລະ ຢູ່ໄກ ທີ່ໄດ້ສົ່ງກໍາລັງ ແລະ ເຄື່ອງມື ມາສົມທົບກັບໜ່ວຍກູ້ໄພ ພາຍໃນປະເທດ ດໍາເນີນການກູ້ໄພ ແລະ ຊ່ວຍເຫຼືອຜູ້ປະສົບໄພ ດ້ວຍຄວາມເສຍສະຫຼະ, ແລະ ດ້ວຍຈິດໃຈມະນຸດສະທໍາ ອັັນສູງສົ່ງ, ປະຊາຊົນລາວບັນດາເຜົ່າ ຮູ້ສຶກຊາບຊຶ່ງໃຈເປັນຢ່າງຍິ່ງ ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອ ຕໍ່ການຊ່ວຍເຫລືອອັນລໍ້າຄາ ແລະ ຕໍ່ໄມຕີຈິດມິດຕະພາບອັນສູງສົງ ດັ່ງກ່າວນັ້ນ ຢ່າງບໍ່ມີວັນຫຼົງລືມໄດ້. ຂໍຂອບໃຈ ຕໍ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຊ່ວຍເຫຼືອສະຫນັບສະໜູນ ດ້ວຍນໍ້າໃສໃຈຈິງຂອງຕົນທີ່ໄດ້ບິແບ່ງ ແລະ ເສຍສະລະ ທັງກໍາລັງຊັບ ແລະ ກໍາລັງແຮງ ສຸມໃສ່ຊ່ວຍເຫຼືອ ເພື່ອສະແດງເຖິງຄວາມເປັນຫ່ວງເປັນໃຍ ຕໍ່ປະຊາຊົນລາວ ແຂວງອັດຕະປື. ອັນນີ້ ເປັນສິ່ງທີ່ດີທີ່ສຸດ, ທັງສະແດງເຖິງ ມູນເຊື້ອອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ ຂອງພວກເຮົາ, ເປັນວັດທະນະທໍາອັນດີງາມ ຂອງຊາດລາວເຮົາ. ຂໍສະແດງຄວາມຍ້ອງຍໍສັນລະເສີນ ກໍາລັງທະຫານ, ກໍາລັງຕໍາຫຼວດ, ໜ່ວຍອາສາສະໝັກ, ແພດ-ໝໍ, ນັກຂ່າວ ແລະ ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ; ຊົມເຊີຍພະນັກງານ-ລັດຖະກອນ ທຸກໆອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະພາປະຊາຊົນຂັ້ນຕ່າງໆ ແນວລາວສ້າງຊາດ, ຜູ້ປະກອບການ, ນັກທຸລະກິດ, ຄູບາອາຈານ, ນັກສິລະປິນ ທີ່ໄດ້ປະດິດຄິດແຕ່ງບົດເພງ, ກາບກອນ ເພື່ອສົ່ງໄປຍັງເມືອງສະໜາມໄຊ ແລະ ປະຊາຊົນທຸກຫົນແຫ່ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ປະກອບ ສ່ວນ ແລະ ສະແດງອອກເຖິງກໍາລັງແຮງ ແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ໃນການຊ່ວຍເຫຼືອປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້.
   

ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ |  www.tonamcha.com
_____


Powered by Blogger.