Header Ads

ປະດັບຫຼຽນໄຊແຮງງານໃຫ້ ບັນດາອາດີດການນຳສະມາຄົມມິດຕະພາບຂອງລາວກັບຕ່າງປະເທດ ແລະ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ



ໃນຕອນເຊົ້າວັນທີ 15 ຕຸລາ 2018 ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ນະຄອນ ຫຼວງວຽງຈັນ, ໄດ້ຈັດພິທີປະດັບຫຼຽນໄຊແຮງງານໃຫ້ ບັນດາທ່ານອາດີດປະທານ ແລະ ຮອງປະທານ ສະມາຄົມມິດຕະພາບຂອງລາວກັບຕ່າງປະເທດ ແລະ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ລວມທັງໝົດ 22 ທ່ານ. ໃຫ້ກຽດເຂົ້າຮ່ວມ ແລະ ປະດັບຫຼຽນໄຊແຮງງານໂດຍທ່ານນາງ ປອ. ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊິ່ງທ່ານໄດ້ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ອາດີດປະທານສະມາຄົມມິດຕະພາບລາວກັບຕ່າງປະເທດ ແລະ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈຳນວນ 15 ທ່ານ ແລະ ຫຼຽນໄຊແຮງງານຊັ້ນ II ຈຳນວນ 7 ທ່ານ. 





ການປະດັບຫຼຽນໄຊແຮງງານໃນຄັ້ງນີ້ ແມ່ນເພື່ອເປັນການຕອບບຸນແທນຄຸນຕໍ່ການປະກອບສ່ວນອັນໃຫຍ່ຫຼວງ, ການເຄື່ອນໄຫວທີ່ຫ້າວຫັນຂອງບັນດາອາດີດການນຳສະມາຄົມມິດຕະພາບຂອງລາວກັບຕ່າງປະເທດ ແລະ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໃນການເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບລະຫວ່າງລາວກັບຕ່າງປະເທດ ກໍ່ຄື ການປະກອບສ່ວນດ້ານສະຕິປັນຍາ, ເຫື່ອແຮງ ແລະ ເສດຖະກິດຂອງບັນດາທ່ານເຫຼົ່ານີ້ ເຂົ້າໃນການເຄື່ອນໄຫວວຽກງານດັ່ງກ່າວໃນໄລຍະຜ່ານມາ. ໄປຄຽງຄູ່ກັບການເຄື່ອນໄຫວວຽກງານການຕ່າງປະເທດຂອງພັກ ແລະ ລັດ, ການເຄື່ອນໄຫວວຽກງານການທູດປະຊາຊົນຂອງລາວ ກໍ່ໄດ້ປະກອບສ່ວນເຂົ້າໃນການໂຄສະນາແນວທາງນະໂຍບາຍຂອງພັກ, ລັດຖະບານລາວ ຕໍ່ຕ່າງປະເທດ, ເປັນເຈົ້າການໃນການພົວພັນຮ່ວມມືກັບຕ່າງປະເທດ ເພື່ອເສີມສ້າງສາຍພົວພັນມິດຕະພາບ ແລະ ສົ່ງເສີມການຮ່ວມມືກັບບັນດາອົງການມິດຕະພາບຂອງຕ່າງປະເທດແບບສອງຝ່າຍ ແລະ ຫຼາຍຝ່າຍ, ມີການຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນດ້ານຕ່າງໆ ເພື່ອຊຸກຍູ້ການຮ່ວມມືກັນເພື່ອການພັດທະນາ, ເປັນເຈົ້າການຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ-ສັງຄົມ ແລະ ອື່ນໆ ໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. 



ພ້ອມກັນນັ້ນ, ບັນດາທ່ານເຫຼົ່ານີ້ ກໍ່ຍັງໄດ້ເປັນເຈົ້າການອະທິບາຍສະພາບຄວາມເປັນຈິງຂອງລາວຕໍ່ຕ່າງປະເທດ, ສ້າງຄວາມເຂົ້າອົກເຂົ້າໃຈ ລະຫວ່າງປະຊາຊົນລາວກັບປະຊາຊົນຕ່າງປະເທດ ແລະ ຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອຂອງຕ່າງປະເທດ ເພື່ອນຳມາສ້າງສາພັດທະນາປະເທດລາວ, ໂດຍສະເພາະ ດ້ານການກໍ່ສ້າງພື້ນຖານໂຄງລ່າງ, ດ້ານການສຶກສາ, ສາທາລະນະສຸກ, ສັງຄົມ-ວັດທະນະທຳ ແລະ ອື່ນໆ. ໃນພິທີ, ທ່ານນາງ ປອ. ສູນທອນ ໄຊຍະຈັກ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການປະກອບສ່ວນຂອງບັນດາທ່ານ ເຂົ້າໃນການເຄື່ອນໄຫວການທູດປະຊາຊົນອັນໄດ້ເຮັດໃຫ້ບົດບາດ ແລະ ອິດທິພົນຂອງປະເທດລາວເຮົານັບມື້ນັບສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດດຽວກັນນີ້, ທ່ານ ປອນເມກ ດາລາລອຍ ໄດ້ຕາງໜ້າໃຫ້ບັນດາທ່ານທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ ສະແດງຄວາມຂອງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ພັກ ແລະ ລັດຖະບານລາວ ທີ່ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງບັນດາທ່ານ ດ້ວຍການປະດັບຫຼຽນໄຊແຮງງານຊັ້ນ 1 ແລະ 2 ໃຫ້ ເຊິ່ງເປັນກຳລັງໃຈອັນແຮງກ້າໃນການປະກອບສ່ວນເຂົ້າໃນພາລະກິດລວມຂອງປະເທດຊາດ.


ພາບ ແລະ ຂ່າວ:  ວສລ (Lao National Radio)
© ໂຕະນໍ້າຊາ |  www.tonamcha.com
_____


Powered by Blogger.