Header Ads

ຫາລືວຽກງານສ້າງຄວາມເຂັ້ມແຂງພັດທະນາການຜະລິດ ກາເຟລາວ ຄັ້ງທີ 1



ໂຄງການເສີມສ້າງຄວາມເຂັ້ມແຂງ ແລະ ພັດທະນາການຜະລິດກາເຟລາວ ໄດ້ຈັດກອງປະຊຸມຫາລືວຽກງານສ້າງຄວາມເຂັ້ມແຂງ ແລະ ພັດທະນາການຜະລິດກາເຟລາວ ຄັ້ງທີ 1 ຮ່ວມກັນຂຶ້ນ ໃນວັນທີ 11 ຕຸລາ ນີ້, ຢູ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ, ໂດຍເປັນປະທານຮ່ວມຂອງ ທ່ານ ບຸນຈັນ ກົມບຸນຍະສິດ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ອານຸສັກ ຂັດຕິຍະລາດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າ ໄມ້ແຂວງຫຼວງພະບາງ, ພ້ອມດ້ວຍຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ 7 ແຂວງພາກເໜືອຕະຫຼອດຮອດຄະນະຮັບ ຜິດຊອບຊີ້ນຳໂຄງການເສີມສ້າງຄວາມເຂັ້ມແຂງ ແລະ ພັດທະນາການຜະລິດກາເຟລາວເຂົ້າຮ່ວມ.
ທ່ານ ບຸນຈັນ ກົມບຸນຍະສິດ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ຈະໄດ້ພ້ອມກັນປຶກສາຫາລືບັນດາວຽກງານຕ່າງໆ ໃນ 3 ປີຕໍ່ໜ້າ ເພື່ອເຮັດແນວໃດໃຫ້ກາເຟລາວ ຕ້ອງເຕີບໂຕຢ່າງຕໍ່ເນື່ອງ ຫັນໄປສູ່ຄຸນນະ ພາບ ແລະ ເປັນມິດຕໍ່ສິ່ງແວດລ້ອມ ສ້າງແຫຼ່ງລາຍຮັບທີ່ດີ ແລະ ໜັ້ນຄົງໃຫ້ແກ່ການຜະລິດຂະໜາດນ້ອຍ ລວມທັງສ້າງເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ພາກເອກະຊົນຜູ້ທີ່ມີສ່ວນຮ່ວມ. 


ສໍາລັບ ກາເຟ ໄດ້ມາປູກທຳອິດຢູ່ລາວ ໄດ້ເກືອບ 100 ປີມາແລ້ວ ຢູ່ເຂດພູພຽງບໍລະເວນ ພາກໃຕ້ຂອງລາວ ປະຈຸບັນການຜະລິດກາເຟໃນເຂດດັ່ງກ່າວ ຍັງກວມເອົາຫຼາຍກວ່າ 90% ຂອງການຜະລິດໃນທົ່ວປະເທດ, ການປູກກາເຟຢູ່ພາກເໜືອຂອງລາວຫາກໍ່ໄດ້ລິເລີ່ມມາຫວ່າງບໍ່ດົນມານີ້, ເຊິ່ງເຫັນວ່າ ກາເຟແມ່ນສາມາດປູກໄດ້ໃນເຂດພາກເໜືອ ພື້ນທີ່ໆມີເງື່ອນໄຂດິນຟ້າອາກາດເອື້ອອຳນວຍເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຫຼວງພະບາງ, ຊຽງຂວາງ, ອຸດົມໄຊ ເຊິ່ງກາເຟສາມາດເປັນທາງເລືອກໜື່ງໃນການຜະລິດເປັນພືດສິນຄ້າສາມາດສ້າງລາຍຮັບທີ່ໜັ້ນຄົງໃຫ້ແກ່ຜູ້ຜະລິດ. 


ສະນັ້ນກອງປະຊຸມໃນຄັ້ງນີ້ຈະໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງໂຄງການເສີມສ້າງຄວາມເຂັ້ມແຂງ ແລະ ພັດທະນາການຜະລິດກາເຟລາວ ໄລຍະໜື່ງປີຜ່ານມາ ແລະ ສະເໜີໂດຍລວມແຜນວຽກຂອງໂຄງການໃນຕໍ່ໜ້າ, ຮັບຟັງຄວາມຄືບໜ້າຂອງການປະຕິ ບັດກິດຈະກຳໂຄງການໃນການສະໜັບສະໜູນການຄຸ້ມຄອງຂະ ແໜງກາເຟ ແລະ ການສະໜັບສະໜູນການພັດທະນາກາເຟພາກເໜືອ ລວມທັງບັນຫາທີ່ພົບພໍ້, ສິ່ງທ້າທາຍໃນໄລຍະຜ່ານມາ ແລະ ແຜນກິດຈະກຳສຳລັບປີ 2018-2019 ແລະ ຮັບຟັງງົບປະມານໂຄງການ, ການໃຊ້ຈ່າຍງົບປະມານໃນ ປີ 2017-2018 ແລະ ສະເໜີແຜນງົບປະມານ ສຳລັບ ປີ 2018-2019, ພ້ອມນີ້ບັນດາຜູ້ເຂົ້າ ຮ່ວມຍັງໄດ້ມີການສົນທະນາ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະກັນ ເພື່ອປັບປຸງ ແລະພັດທະນາການຜະລິດກາເຟລາວໃຫ້ມີຄຸນນະ ພາບດີຂຶ້ນ ແລະ ຂະຫຍາຍການຜະລິດກາເຟໄປສູ່ເຂດພາກເໜືອໃຫ້ນັບມືນັບຫຼາຍຂື້ນ.



ທີ່ມາ: ຂ່າວສານຫຼວງພະບາງ
© ໂຕະນໍ້າຊາ |  www.tonamcha.com

_____



Powered by Blogger.