Header Ads

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມພິທີເປີດກອງປະຊຸມປະຈຳປີຂອງກອງທຶນການເງິນສາກົນ ແລະ ກຸ່ມທະນາຄານໂລກ


ໃນຕອນເຊົ້າຂອງວັນທີ 12 ຕຸລາ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ສືບຕໍ່ເຄື່ອນໄຫວເຂົ້າຮ່ວມເປັນແຂກກິດຕິມະສັກ ໃນພິທີເປີດກອງ​ປະຊຸມປະຈຳ​ປີ​ກອງ​ທຶນ​ການ​ເງິນສາກົນ ​ແລະ ກຸ່ມ​ທະນາຄານ​ໂລກ ປະຈຳປີ 2018, ທີ່ ບາຫລີ, ອິນໂດເນເຊຍ, ຕາມຄຳເຊີນຂອງ ຜູ້ອຳ​ນວຍການ​ໃຫຍ່​ກ​ອງທຶນ​ການ​ເງິນ​ສາກົນ, ປະທານກຸ່ມ​ທະນາຄານ​ໂລກ ​ແລະ ລັດຖະມົນຕີ​ການ​ເງິນ, ປະ​ເທດ​ຟິນ​ແລນ ​ໃນ​ນາມ​ປະທານ​ກອງ​ປະ​ຊຸມປະຈຳ​ປີ​ຂອງກອງທຶນ​ການ​ເງິນ​ສາກົນ ​ແລະ ກຸ່ມ​ທະນາຄາ​ນ​​ໂລກ, ໂດຍການເຂົ້າຮ່ວມຂອງບັນດາຜູ້ນຳອາຊຽນ, ​​ບັນດາ​ລັດຖະມົນຕີ​ການ​ເງິນ, ຜູ້​ວ່າ​ທະນາຄານ​ກາງ, ລັດຖະມົນຕີ​ທີ່​ຮັບຜິດຊອບ​ວຽກ​ງານ​ການ​ພັດທະນາ, ພາກ​ທຸລະ​ກິດ, ຕົວ​ແທນ​ຈາກ​ອົງການ​ສັງຄົມ​ພົນລະ​ເຮືອນ ແລະ ນັກຄົ້ນຄວ້າ ​ຈຳນວນ 3000 ກວ່າ​ຄົນ, ເຊິ່ງເປັນຜູ້ແທນຈາກ 189 ປະເທດ ເຂົ້າຮ່ວມ.
ໃນ​ກອງ​ປະຊມຄັ້ງ​ນີ້, ​ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​ການ​ເງິນ​ສາກົນ ​ແລະ ປະທານ​ທະນາຄານ​ໂລກ ​ໄດ້​ລາຍ​ງານ​ສະພາບການ​ພັດທະນາ​ເສດຖະກິດ​ຂອງ​ໂລກ ພ້ອມ​ທັງ​​ແລກປ່ຽນ​ທັດສະນະ​ທາງ​ດ້ານ​ນະ​ໂຍບາຍ ​ແລະ ທິດ​ທາງ​ຂອງ​ສອງ​ອົງ​ກອນ​ໃນ​ຕໍ່ໜ້າ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບທາງ​ດ້ານ​ການ​ເງິນ ​ແລະ ​ເສດຖະກິດ​ຂອງ​ໂລກ.

ກອງປະຊຸມປະຈຳປີຂອງກອງທຶນສາກົນ ແລະ ກຸ່ມທະນາຄານໂລກຄັ້ງນີ້ ຈະໄດ້ມີການປຶກສາຫາລືບັນຫາຕ່າງໆຂອງພາກພື້ນ ແລະ ໃນໂລກ, ລວມທັງການຄາດຄະເນສດຖະກິດໂລກ, ການຮັກສາສະຖຽນລະພາບ ທາງດ້ານເສດຖະກິດຂອງໂລກ, ການຫຼຸດຜ່ອນຄວາມທຸກຍາກ, ການສ້າງວຽກເຮັດງານທຳ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ, ການພັດທະນາທາງດ້ານເສດຖະກິດ ກໍ່ຄືການປ່ຽນແປງຂອງສະພາບດິນຟ້າອາກາດ.


ທີ່ມາ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ |  www.tonamcha.com
_____



Powered by Blogger.