Header Ads

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 12, ທີ່ ບຣຸກແຊນ, ປະເທດ ແບນຊິກ



ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຫຼື ອາເຊັມ ຄັ້ງທີ 12, ທີ່ ບຣຸກແຊນ, ຣາຊະອານາຈັກ ແບນຊິກ, ໃນວັນທີ 18-19 ຕຸລາ 2018, ພາຍໃຕ້ຫົວຂໍ້ “ການເປັນຄູ່ຮ່ວມສາກົນ ສໍາລັບ ບັນດາສິ່ງທ້າທາຍສາກົນ (Global Partners for Global Challenges)” ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄະນະຜູ້ແທນຈາກພາກພື້ນ ອາຊີ ແລະ ເອີຣົບ ເຂົ້າຮ່ວມທັງໝົດ 53 ຄະນະ (51 ປະເທດສະມາຊິກ ແລະ 2 ອົງການຈັດຕັ້ງສາກົນ).





ກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 12 ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບການຮ່ວມມືກັນ ລະຫວ່າງພາກພື້ນອາຊີ ແລະ ເອີຣົບ ໃນຫຼາຍຂົງເຂດ ເພື່ອສົ່ງເສີມ ແລະ ຮັດແໜ້ນການຮ່ວມມືກັນ ລະຫວ່າງສອງພາກພື້ນ ຈາກການສົ່ງເສີມການຮ່ວມມືທາງດ້ານການຄ້າ-ການລົງທຶນ ໄປສູ່ການຮ່ວມມືດ້ານການເຊື່ອມຈອດ ແລະ ການພັດທະນາແບບຍືນຍົງ. ພ້ອມດຽວກັນນັ້ນ, ບັນດາຜູ້ນໍາຂັ້ນສູງຂອງປະເທດສະມາຊິກອາເຊັມ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາ ພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ການປ່ຽນແປງຂອງດິນຟ້າອາກາດ, ໄພຄຸກຄາມຈາກລັດທິກໍ່ການຮ້າຍ, ອາຊະຍາກໍາທາງຄອມພິວເຕີ, ການເຄື່ອນຍ້າຍຖິ່ນຖານ, ໄພທໍາມະຊາດ, ການຮ່ວມມືທາງດ້ານເສດຖະກິດ ແລະ ບັນຫາອື່ນໆ ຊຶ່ງກວມເອົາ ທັງ 3 ເສົາຄໍ້າຂອງການຮ່ວມມືອາເຊັມ: ດ້ານການເມືອງ ແລະ ຄວາມໝັ້ນຄົງ, ດ້ານເສດຖະກິດ-ການເງິນ ແລະ ດ້ານວັດທະນະທໍາ-ສັງຄົມ. ນອກຈາກນັ້ນ, ກອງປະຊຸມສຸດຍອດ ຍັງໄດ້ຮັບຮອງເອົາ ຖະແຫຼງການ ຂອງປະທານກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 12.




ໃນກອງປະຊຸມສຸດຍອດອາຊີ-ເອີຣົບຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃສ່ ການຮ່ວມມືຂອງອາເຊັມໃນໄລຍະ 2 ທົດສະວັດ ຜ່ານມາ, ເຊິ່ງເຫັນວ່າຍັງມີຫລາຍບັນຫາ ທີ່ຍັງບໍ່ທັນເປັນຮູບປະທຳເທື່ອ ໂດຍເຫັນວ່າ ການຫລຸດຜ່ອນລະດັບຄວາມແຕກໂຕນດ້ານການພັດທະນາ ຂອງບັນດາປະເທດສະມາຊິກອາເຊັມ ທີ່ຍັງມີລະດັບທີ່ແຕກຕ່າງກັນຫລາຍ. ສະນັ້ນ, ອາເຊັມ ຄວນຮ່ວມມືກັນຢ່າງຈິງຈັງຫລາຍຂຶ້ນ ໂດຍສະເພາະດ້ານການເຊື່ອມຈອດແບບຍືນຍົງ. ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຍິນດີຕໍ່ການຟື້ນຟູຄືນ ຂອງກອງປະຊຸມລັດຖະມົນຕີເສດຖະກິດອາເຊັມ, ຊຶ່ງການຂະຫຍາຍການຮ່ວມມືທາງດ້ານເສດຖະກິດຂອງອາເຊັມ ຈະເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດສະມາຊິກອາເຊັມ, ລວມທັງເພື່ອສາມາດບັນລຸເປົ້າໝາຍ ແຜນພັດທະນາ 2030. ນອກຈາກນີ້, ທ່ານ ລັດຖະມົນຕີ ຍັງໄດ້ຊົມເຊີຍ ຜົນສຳເລັດ ຂອງໜ່ວຍງານລິເລີ່ມດ້ານການເຊື່ອມຈອດ ແລະ ສະເຫນີໃຫ້ສືບຕໍ່ຂໍ້ລິເລີ່ມການເຊື່ອມຈອດດັ່ງກ່າວ ໃນລະດັບເຈົ້າໜ້າທີ່ອາວຸໂສ ທີ່ເຫັນວ່າມີຄວາມເໝາະສົມ.




ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ເອີຣົບຄັ້ງນີ້, ທ່ານ ສະເຫຼີມ ໄຊກົມມະສິດ, ລັດຖະມົນຕີກະຊວງການຕ່າງປະທດ ຍັງໄດ້ພົບປະສອງຝ່າຍ ກັບຄູ່ຮ່ວມຕໍາແໜ່ງຈາກ ສະຫະພາບເອີຣົບ, ອົດສະຕາລີ ແລະ ຮົງກາລີ, ຊຶ່ງທັງສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກັນໃນຫລາຍບັນຫາ ເປັນຕົ້ນແມ່ນ ການຮ່ວມມື, ການ ເສີມຂະຫຍາຍ ແລະ ຮັດແແໜ້ນການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ບັນດາປະເທດດັ່ງກ່າວ. ນອກຈາກນັ້ນ, ຍັງໄດ້ແລກປ່ຽນທັດສະນະນຳກັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍ ມີຄວາມສົນໃຈຮ່ວມກັນ.

© ໂຕະນໍ້າຊາ |  www.tonamcha.com

_____

Powered by Blogger.