Header Ads

ພະທາດໝາກໂມຫຼວງພະບາງຈະໄດ້ຮັບການບູລະນະໃຫ້ສຳເລັດກ່ອນບຸນປີໃໝ່ລາວປີຫນ້ານີ້



ພະທາດໝາດໂມ ໃນບໍລິເວນວັດວີຊຸນນະຣາດ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໄດ້ຮັບການກໍ່ສ້າງຂື້ນ ໃນລະຫວ່າງປີ ຄສ 1914-1915 ໂດຍເຊື້ອກະສັດທີ່ເຄີຍປົກຄອງອານາຈັກລາວລ້ານຊ້າງໃນສະໄໝກ່ອນ. 





ມາຮອດປະຈຸບັນ, ພະທາດດັ່ງກ່າວ ແມ່ນມີຄວາມຊຸດໂຊມ, ອົງການປົກຄອງແຕ່ລະຂັ້ນຂອງຫຼວງພະບາງ ຈຶ່ງໄດ້ສຸມໃສ່ບຸລະນະຕາມຄວາມສາມາດ ແຕ່ກໍ່ສ້ອມແປງໄດ້ພຽງແຕ່ບາງສ່ວນເທົ່ານັ້ນ. ດັ່ງນັ້ນ, ເພື່ອເປັນການເສີມຂະຫຍາຍສະຖານທີ່ບູຮານປະຫວັດສາດອັນເກົ່າແກ່ແຫ່ງນີ້ ໃຫ້ຍືນຍົງ ແລະ ກາຍເປັນຫນຶ່ງໃນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳທີ່ສຳຄັນຂອງແຂວງ, ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ຈຶ່ງໄດ້ຍາດແຍ່ງລະດົມທືນຮອນຈຳນວນຫນຶ່ງ ເພື່ອນຳມາບູລະນະພະທາດໝາດໂມ, ໂດຍໃນນັ້ນ ໄດ້ຮັບທືນຈາກສະຖານທູດສະຫະລັດອາເມລິກາປະຈຳລາວ ພາຍໃຕ້ກອງທຶນຂອງທ່ານເອກອັກຄະລັດຖະທູດ ຣີນາ ບຼິດເຕີ ເອງ, ເພື່ອເປັນການອານຸລັກວັດທະນະທຳ ໄລຍະທີ່ III ໃນມູນຄ່າ 90.150 ໂດລາສະຫະລັດ ຫຼື ປະມານ 721 ລ້ານກີບ ໂດຍແມ່ນບໍລິສັດ ສຸວັນນະລິດກໍ່ສ້າງເຄຫາສະຖານ ເປັນຜູ້ຮັບເໝົາບູລະນະ. ການບູລະນະ ຈະໃຊ້ຮູບແບບດັ່ງເດີມ ເປັນສ່ວນໃຫຍ່ ແລະ ຈະຮັກສາຮູບໂສມເກົ່າເອົາໄວ້, ເຊິ່ງຄາດວ່າຈະເຮັດໃຫ້ສຳເລັດ ກ່ອນໜ້າບຸນປີໃໝ່ລາວ ພສ 2562 ທີ່ຈະມາເຖິງນີ້. 



ກອງທືນຂອງທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ຣີນາ ບຼິດເຕີ ແມ່ນສ້າງຕັ້ງຂຶ້ນ ແນ່ໃສ່ເພື່ອເປັນການປະກອບສ່ວນເຂົ້າໃນການອານຸລັກວັດທະນະທຳຢູ່ສປປ ລາວ. ໃນໄລຍະຜ່ານມາ, ກໍ່ໄດ້ມອບທືນເພື່ອການບູລະນະວັດວີຊຸນ ແລ້ວ 2 ຄັ້ງ, ໃນມູນຄ່າ 257.000 ໂດລາສະຫະລັດ ຫຼື ປະມານ 2,1 ຕື້ກີບ, ໃນນັ້ນ ໄດ້ສ້ອມແປງຫຼັງຄາອາຣາມ, ສ້ອມແປງຝາ, ທາສີລູດຕີ່ງປ່ອງຢ້ຽມ-ເສົາ, ສ້ອມແປງກາໂລພື້ນ, ແຕ້ມດອກລວດລາຍໄມ້ຂື່-ໄມ້ກອນ-ໄມ້ແກ-ເສົາ, ຕິດຕັ້ງລະບົບໄຟຟ້າ ແລະ ລະບົບກັນຟ້າຜ່າ.
ພິທີເຊັນສັນຍາມອບ-ຮັບທຶນບູລະນະໄລຍະ III ໄດ້ມີຂື້ນໃນວັນທີ່ 20 ຕຸລາ 2018, ທີ່ວັດວີຊຸນ, ລະຫວ່າງທ່ານ ນາງ ຣີນາ ບຼິດເຕີ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳ ສປປ ລາວ ແລະ ທ່ານ ສຸກັນ ບຸນຍົງ, ເຈົ້ານະຄອນ ຫຼວງພະບາງ, ໂດຍມີພະເຖລານຸເຖລະ, ຜູ້ຕາງໜ້າພະແນກການກ່ຽວຂ້ອງ ແລະ ອົງການປົກຄອງບ້ານວີຊຸນ ເຂົ້າຮ່ວມເປັນສັກຂີພິຍານ.


ໂດຍ: ອາພຸດເດດ ບຸບຜາ
© ໂຕະນໍ້າຊາ |  www.tonamcha.com
_____


Powered by Blogger.