Header Ads

ນະຄອນຫຼວງເປີດຈອງສະຖານທີ່ຂາຍເຄື່ອງບຸນຊ່ວງເຮືອທ່າວັດຈັນ - ຄ່າຝາກລົດ 5-15 ພັນກີບ


ໃກ້ເຂົ້າມາແລ້ວສໍາລັບງານບຸນຊ່ວງເຮືອ ປີ 2018 ທີ່ທ່າວັດຈັນ ເຊິ່ງແຕ່ລະປີຈະມີການຄົບງັນ, ມີຊາວຄ້າຂາຍນໍາສິນຄ້າເຂົ້າມາວາງຂາຍ ເຊິ່ງປີນີ້ມື້ອອກພັນສາແມ່ນກົງກັບວັນພຸດວັນທີ 24 ຕຸລາ 2018 ຜູ້ສໍາປະທານສະຖານທີ່ຄ້າຂາຍເຜີຍເປີດໃຫ້ຈັບຈອງພື້ນທີ່ແລ້ວ ສ່ວນລາຄາເລີ່ມແຕ່ 1 – 3 ລ້ານກີບຕໍ່ຫ້ອງ, ຄ່າບໍລິການຝາກລົດ 5 – 15 ພັນກີບ.

ທ່ານ ຄໍາເສັງ ສູນດາລາ ຜູ້ອຳນວຍການ ບໍລິສັດ ຄຳເສັງ ຈຳກັດ ໄດ້ກ່າວວ່າ: ງານບຸນຊ່ວງເຮືອປະຈຳປີ 2018 ນີ້ ທີ່ທ່າວັດຈັນ ສຳລັບເນື້ອທີ່ຂອງບໍລິສັດຈັດສັນໄວ້ມີ 200 ກວ່າລັອກ ເຊິ່ງລາຄາເລີ່ມແຕ່ 1 – 3 ລ້ານກີບ. ປັດຈຸບັນມີຜູ້ມາຈັບຈອງພື້ນທີ່ຄ້າຂາຍແລ້ວ 15% ເຊິ່ງຖ້າທຽບໃສ່ກັບແຕ່ລະປີຖືວ່າຍັງບໍ່ທັນຄຶກຄື້ນ. ສໍາລັບລັອກທີ່ພວກເຮົາໄດ້ຈັດສັນເພື່ອໃຫ້ຊາວຄ້າຂາຍໄດ້ເຂົ້າມາຈັບຈອງ ແບ່ງອອກເປັນ 2 ປະເພດ ຄື: ລັອກສໍາລັບຂາຍສິນຄ້າຫັດຖະກໍາ, ອຸດສາຫະກໍາຈາກບັນດາບໍລິສັດຕ່າງໆ ເຊິ່ງຈະໄດ້ຈັດແບ່ງເປັນເຕັ້ນຕາມຄວາມຕ້ອງການຂອງລູກຄ້າ ຫຼື ລູກຄ້າສາມາດເຂົ້າມາຕົກແຕ່ງເອງກໍ່ໄດ້. ນອກນັ້ນ, ແມ່ນລັອກສໍາລັບຄ້າຂາຍສິນຄ້າປະເພນີ ເປັນຕົ້ນແມ່ນສໍາລັບຂາຍເຂົ້າຫຼາມ, ປີ້ງໄກ່, ການບໍລິການອາຫານ ແລະ ອື່ນໆ.

ໃນວຽກງານປະກອບສ່ວນເພື່ອສ້າງບັນຍາກາດ ແລະ ສີສັນຂອງງານ ປີນີ້ບໍລິສັດຄໍາເສັງໄດ້ປະກອບສ່ວນໃນການປະກອບເຮືອໄຟ, ບັ້ງໄຟລະໄລ, ກີລາຕີມວຍ ສ່ວນວຽກງານຮັກສາຄວາມປອດໄພໄດ້ຕິດຕັ້ງດອກໄຟ, ປະກອບສ່ວນຕິດຕັ້ງກ້ອງວົງຈອນປິດ ຈໍານວນ 16 ໜ່ວຍ.

ທ່ານ ຄໍາເສັງ ສູນດາລາ ກ່າວຕື່ມອີກວ່າ: ສໍາລັບການບໍລິການຝາກລົດຂອງປະຊາຊົນໃນປີນີ້ ພວກເຮົາໄດ້ວາງໄວ້ 6 ຈຸດ ສ່ວນການເກັບຄ່າຝາກແມ່ນປະຕິບັດຄືກັບປີຜ່ານໆມາ ລົດຈັກ ເກັບ 5 ພັນກີບ, ລົດໃຫຍ່ 15 ພັນກີບ. ຢ່າງໃດກໍ່ຕາມ, ກໍ່ຂໍເຊີນຊວນຊາວຄ້າຂາຍຜູ້ທີ່ຍັງບໍ່ທັນມີພື້ນທີ່ຄ້າຂາຍໃຫ້ເຂົ້າມາຈັບຈອງໄດ້ແລ້ວຢູ່ຫ້ອງການຈັດສັນຢູ່ສາມແຍກປາກປ່າສັກໄດ້.


ຂໍ້ມູນ : ໜັງສືພິມເສດຖະກິດ-ການຄ້າ
© ໂຕະນໍ້າຊາ |  www.tonamcha.com
_____


Powered by Blogger.