Header Ads

ອະດີດກຳມະການກົມການເມືອງສູນກາງພັກ ລົງມາຢ້ຽມຢາມ ພົບປະໂອ້ລົມຄະນະຄວບຄຸມໄພພິບັດ ແຂວງວຽງຈັນ




ໃນລະຫວ່າງ ວັນທີ 10-11 ຕຸລາ 2018, ທ່ານ ສີສະຫວາດ ແກ້ວບຸນພັນ ອະດິດກຳມະການກົມການເມືອງສູນກາງພັກ, ໄດ້ລົງມາຢ້ຽມຢາມ ພົບປະໂອ້ລົມຄະນະຄວບຄຸມໄພພິບັດແຂວງວຽງຈັນ, ຢູ່ທີ່ຫ້ອງວ່າການປົກຄອງແຂວງ ວຽງຈັນ.

ໂອກາດນີ້, ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງວຽງຈັນ, ໄດ້ລາຍງານສະພາບນ້ຳຖ້ວມຢູ່ແຂວງວຽງຈັນ, ໂດຍກ່າວວ່າ: ໃນປີ 2018 ທົ່ວແຂວງວຽງຈັນ ໄດ້ມີການປ່ຽນແປງດີນຟ້າອາ ກາດຜິດປົກກະຕິ ໄດ້ເກີດມີໄພພິບັດທາງທຳມະຊາດຢ່າງຮ້າຍແຮງ ແລະ ເຮັດໃຫ້ມີຜົນກະທົບຈາກພາຍຸ, ຝົກຕົກໜັກຫລາຍມືຕິດຕໍ່ກັນຈົນມີດີນເຈື່ອນ ແລະ ນ້ຳຖ້ວມຢູ່ຫລາຍເມືອງຂອງແຂວງວຽງຈັນ ເຊັ່ນ: ເມືອງກາສີ, ເມືອງແມດ, ເມືອງວຽງຄໍາ, ເມືອງໂພນໂຮງ ແລະ ເມືອງທຸລະຄົມ, ໃນ 5 ເມືອງເນື້ອທີ່ນາຖືກນໍ້າຖ້ວມ ມີ 3.896,34ຮຕ, ຊົນລະປະທານຖືກຜົນກະທົບ 27 ແຫ່ງ, ງົວຕາຍ 3 ໂຕ, ໜອງປາ 150 ໜອງ.


ພາບ ແລະ ຂ່າວ: ສໍານັກຂ່າວສານປະເທດລາວ 
© ໂຕະນໍ້າຊາ |  www.tonamcha.com
_____


Powered by Blogger.