Header Ads

ນາຍົກລັດຖະມົນຕີ ນຳສະເໜີນະໂຍບາຍ 3 ເປີດ ຕໍ່ນັກທຸລະກິດຍີ່ປຸ່ນ



ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາສະເໜີນະໂຍບາຍ 3 ເປີດ ຄື: ເປີດປະຕູ, ເປີດສິ່ງກີດ ຂວາງ ແລະ ເປີດໃຈ ຕໍ່ນັກທຸລະກິດຍີ່ປຸ່ນ ໃນກອງປະຊຸມເວທີປືກສາການລົງທຶນແມ່ນໍ້າຂອງ-ຍີ່ປຸ່ນ ໃນວັນທີ 9 ຕຸລາ 2018. 

ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ເພື່ອຕ້ອນຮັບ ແລະ ຮອງຮັບນັກລົງທຶນ ແລະ ນັກພັດທະນາຂອງຍີ່ປຸ່ນໃນປັດຈຸບັນ ແລະ ຕໍ່ໜ້າ ເພື່ອໃຫ້ບັນດານັກທຸລະກິດໄດ້ພິຈາລະນາເອົາ ສປປ ລາວ ເປັນປະເທດໜຶ່ງໃນການລົງທຶນ ແລະ ຂະຫຍາຍທຸລະກິດໃນອະນາຄົດອັນໃກ້ນີ້, ສປປ ລາວໄດ້ໃຫ້ຄວາມສໍາຄັນ ເປັນຢ່າງຍິ່ງຕໍ່ການນໍາໃຊ້ທ່າ ແຮງ ແລະ ການປະກອບສ່ວນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເພາະອົງປະກອບໜຶ່ງທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ນອກນີ້, ລັດຖະບານ ກໍຈະສົ່ງເສີມການລົງທຶນທີ່ມີຄຸນນະພາບ ນໍາໃຊ້ພູມປັນຍາ ແລະ ແຮງງານຢ່າງມີປະສິດທິພາບ, ນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງປະຢັດ ແລະ ເປັນມິດກັບສິ່ງແວດລ້ອມ. ພ້ອມນີ້, ກໍຈະສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ ລວມທັງການປັບປຸງນະໂຍບາຍ, ນິຕິກໍາ ແລະ ກົນໄກການປະສານງານພາຍໃນ ໃຫ້ມີຂັ້ນຕອນກະທັດຮັດ, ວ່ອງໄວ, ໂປ່ງໃສ ແລະ ຜ່ານປະຕູດຽວ ເພື່ອຫຼຸດຜ່ອນອຸປະສັກໃນການສ້າງຕັ້ງ ແລະ ດໍາເນີນທຸລະກິດຢູ່ ສປປ ລາວ. 



ທ່ານນາຍົກລັດຖະມົນຕີ ກ່າວຕື່ມວ່າ: ສປປ ລາວ ມີຂໍ້ໄດ້ປຽບທາງດ້ານຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ, ມີທ່າແຮງທາງດ້ານກະສິກໍາ, ໂດຍສະເພາະການຜະລິດກະສິກໍາທີ່ສະອາດ ແລະ ມີແຫລ່ງທ່ອງທ່ຽວທີ່ຫຼາກຫຼາຍ ການທ່ອງທ່ຽວຂອງລາວ ຈະເນັ້ນແບບການທ່ອງທ່ຽວວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ, ໂດຍຕິດພັນ ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາຂະແໜງການອື່ນໄປພ້ອມໆກັນເປັນຕົ້ນ; ພື້ນຖານໂຄງລ່າງ, ການບໍລິ ການ, ອຸດສາຫະກໍາ, ຫັດຖະກໍາ, ສາທາລະນະສຸກ ແລະ ອື່ນໆ. ພ້ອມດຽວກັນ ລາວຍັງມີທ່າແຮງທາງດ້ານການຜະລິດພະລັງງານໄຟຟ້າທີ່ສະອາດ ແລະ ສົ່ງເສີມການຜະລິດພະລັງງານທາງເລືອກອື່ນໆ ທີ່ເປັນມິດຕໍ່ສິ່ງແວດລ້ອມ. ຂະນະດຽວກັນລັດຖະບານ ໄດ້ອະນຸມັດສ້າງຕັ້ງເຂດເສດ ຖະກິດພິເສດ ແລະ ເຂດເສດ ຖະກິດສະເພາະ 12 ເຂດໃນທົ່ວປະເທດ ເພື່ອສົ່ງເສີມການລົງທຶນ ແລະ ດຶງດູດນັກລົງທຶນຈາກພາຍໃນ ແລະ ຕ່າງປະເທດ. ປັດຈຸບັນ ເຂດທີ່ນັກລົງທຶນຍີ່ປຸ່ນ ກໍາລັງໃຫ້ຄວາມສົນໃຈຫຼາຍແມ່ນ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ, ເຂດເສດຖະກິດພິເສດຈໍາປາສັກ ແລະ ນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນໂນນທອງ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ເຊີນ ຊວນໃຫ້ບັນດານັກທຸລະກິດຍີ່ປຸ່ນ ເດີນທາງໄປຢ້ຽມຢາມ ແລະ ທ່ອງທ່ຽວລາວ ເພື່ອຈະໄດ້ສຶກສາຄວາມເປັນໄປໄດ້ໃນການລົງທຶນ ຊຶ່ງປີນີ້ ສປປ ລາວໄດ້ເປີດເປັນປີທ່ອງທ່ຽວລາວ 2018 ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາລາວເພີ່ມຂຶ້ນ.


ພາບ ແລະ ຂ່າວ: ສໍານັກຂ່າວສານປະເທດລາວ
© ໂຕະນໍ້າຊາຂ່າວ |  www.tonamcha.com
_____ 


Powered by Blogger.