Header Ads

ນາຍົກລັດຖະມົນຕີສໍາເລັດການເຂົ້າຮ່ວມກອງປະຊຸມສຸດ ຍອດແມ່ນໍ້າ-ຍີ່ປຸ່ນ ຄັ້ງທີ່ 10



ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ່10 ທີ່ຈັດຂຶ້ນລະຫວ່າງ ວັນທີ 8-9 ຕຸລາ 2018 ນີ້ທີ່ນະຄອນຫລວງໂຕກຽວ, ປະ ເທດຍີ່ປຸ່ນ. ໂດຍມີບັນດາຜູ້ນໍາຈາກ 5 ປະເທດຂົງເຂດແມ່ ນໍ້າຂອງຄື: ກໍາປູເຈຍ, ສປປ ລາວ, ໄທ, ມຽນມາ ແລະ ສສ ຫວຽດນາມ ເຂົ້າຮ່ວມ.



ກອງປະຊຸມດັ່ງກ່າວ, ບັນດາຜູ້ນໍາຂອງປະເທດແມ່ນໍ້າຂອງ-ຍີ່ປຸ່ນ ໄດ້ຖະແຫລງ ການຮ່ວມເຫັນດີເປັນເອກະພາບກັນຮັບຮອງເອົາຍຸດທະສາດໂຕກຽວ 2018 ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມືລະຫວ່າງບັນດາປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ ຂຶ້ນສູ່ລະດັບຄູ່ຮ່ວມຍຸດທະສາດ ແລະ ຮັບປະກັນຜົນປະໂຫຍດລວມແຫ່ງສັນຕິພາບ, ການພັດ ທະນາເສດຖະກິດ-ສັງຄົມ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນແມ່ນໍ້າຂອງໃຫ້ນັບມື້ນັບດີຂຶ້ນ, ທັງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງປະເທດແມ່ນໍ້າຂອງໃຫ້ແໜ້ນແຟ້ນຍິ່ງຂຶ້ນ.



ໃນລະຫວ່າງການເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10, ທ່ານນາຍົກລັດຖະມົນຕີ ທອງລຸນ ສິສຸລິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບເຈົ້າຈັກກະ ພັດຍີ່ປຸ່ນ, ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະ ຫວ່າງ ສປປ ລາວ-ຍີ່ປຸ່ນ, ຮ່ວມພົບປະກັບຄະນະຮັບຜິດ ຊອບ ແລະ ນັກກິລາບານເຕະທີມຊາດຂອງບັນດາປະເທດແມ່ນໍ້າຂອງ, ເຂົ້າຮ່ວມເປັນສັກຂີພິຍານ ພິທີລົງນາມສັນ ຍາ ແລະ ແລກປ່ຽນເອກະສານວ່າດ້ວຍ ການຊ່ວຍເຫລືອດ້ານ UXO ເຊັນໂດຍລັດຖະມົນຕີຕ່າງປະເທດຂອງ ລາວ ແລະ ຍີ່ປຸ່ນ, ເຂົ້າຮ່ວມພົບປະກັບສະມາຄົມມິດຕະພາບຝ່າຍລັດຖະສະພາ ຍີ່ປຸ່ນ-ແມ່ນໍ້າຂອງ ແລະ ເຂົ້າຮ່ວມເວທີສົນທະນາການລົງທຶນຢູ່ພາກພື້ນແມ່ນໍ້າຂອງຊຶ່ງຈັດຂຶ້ນໂດຍອົງການສົ່ງເສີມການຄ້າຍີ່ປຸ່ນເພື່ອເພີ່ມທະວີການຮ່ວມມື ແລະ ສົ່ງເສີມການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ລະ ຫວ່າງ ບັນດາປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ ພ້ອມທັງຕ້ອນຮັບການຢ້ຽມຂໍ່ານັບຂອງປະທານອົງການການຄ້າສາກົນແຫ່ງ ຍີ່ປຸ່ນ, ປະທານກຸ່ມໂຮງໝໍ ກິຕາຮາຣາ, ບໍລິສັດ Hitachi ແລະ ບໍລິສັດ TEPCO ແລະ ເຂົ້າຮ່ວມກິດຈະກໍາອື່ນໆ.



ພາບ ແລະ ຂ່າວ: ສໍານັກຂ່າວສານປະເທດລາວ 
© ໂຕະນໍ້າຊາຂ່າວ |  www.tonamcha.com
_____


Powered by Blogger.