ໜັງສືຜ່ານແດນ ປະເທດຢີ່ປຸ່ນຖືກຈັດອັນດັບເປັນໜັງສືຜ່ານແດນທີ່ມີອິນທີ່ພົນທີ່ສຸດໃນໂລກປະຈໍາປີ 2018
ອີງຕາມການລາຍງານຂອງເວບໄຊ Henley Passport Index ເຜີຍຂໍ້ມູນການຈັດອັນດັບໜັງສືຜ່ານແດນທີ່ມີອິນທີ່ພົນທີ່ສຸດໃນໂລກປະຈໍາປີ 2018 ໃນວັນທີ 9 ຕຸລາ ນີ້. ເຊິ່ງໜັງສືຜ່ານແດນທີ່ມີອິນທີ່ພົນສາມາດເຂົ້າອອກປະເທດໂດຍບໍ່ຕ້ອງຂໍວິຊ່າອັນດັບ 01 ແມ່ນປະເທດຢີ່ປຸ່ນ ສາມາດເດິນທາງເຂົ້າອອກປະເທດໄດ້ເຖິງ 190 ປະເທດທົ່ວໂລກ ອັນດັບທີ 02 ແມ່ນປະເທດໃນອາຊຽນຄື ປະເທດສິງກະໂປ. ສໍາລັບປະເທດລາວ ແມ່ນຖືກຈັດອັນດັບຢູ່ ອັນດັບ 89 ແລະ ສາມາດເດິນທາງໂດຍບໍ່ຕ້ອງຂໍວິຊ່າ 52 ປະເທດ ( ຂໍ້ມູນເພີ່ມເຕີມ https://www.henleypassportindex.com/passport )
1. ປະເທດຢິ່ປຸ່ນ - 190 ປະເທດ
2. ປະເທດສິງກະໂປ - 189 ປະເທດ
3. ປະເທດຝຣັ່ງ, ເຢຍລະມັນ, ເກົາຫຼີໃຕ້ - 188 ປະເທດ
4. ປະເທດເດນມາກ, ຟິນແລນ, ອີຕາລີ, ສະເປນ, ສະວິເດັນ - 187 ປະເທດ
5. ປະເທດ Austria, ລຸກຊໍາເບີກ, ເນເທີແລນ, ນໍເວ, ປອກຕຸຍການ, ອັງກິດ, ສ. ອາເມລິກາ - 186 ປະເທດ
6. ປະເທດເບລຢ້ຽມ, ການາດາ, ໄອຣແລນ (Ireland), ສະວິດເຊີແລນ - 185 ປະເທດ
7. ປະເທດອົດສະຕຣາລີ, ເກຣັກ, ມໍລຕາ - 183 ປະເທດ
8. ສາທານະລັດແຊ໊ກ, ນີວຊີແລນ - 182 ປະເທດ
9. ປະເທດໄອຊແລນ (Iceland)- 181 ປະເທດ
10. ປະເທດຮົງກາລີ , ມາເລເຊຍ, ສະໂລວິເນຍ - 180 ປະເທດ
10. ປະເທດຮົງກາລີ , ມາເລເຊຍ, ສະໂລວິເນຍ - 180 ປະເທດ
© ໂຕະນໍ້າຊາຂ່າວ | www.tonamcha.com
_____
Post a Comment