Header Ads

ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກໃຫ້ການນຳແຂວງອັດຕະປື ສືບຕໍ່ແກ້ໄຂບັນຫາໄພພິບັດ


ພາຍຫຼັງສໍາເລັດ ການຕິດຕາມສະພາບການແກ້ໄຂ ແລະ ຟື້ນຟູໄພພິບັດ ຢູ່ເມືອງສະໜາມໄຊແລ້ວ, ໃນຕອນເຊົ້າຂອງວັນທີ 9 ຕຸລາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ໄດ້ໃຫ້ກຽດໂອ້ລົມຊີ້ນຳ ຕໍ່ອໍານາດການປົກຄອງ ແຂວງອັດຕະປື.



ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ອໍານາດການປົກຄອງແຂວງອັດຕະປື ​ສືບຕໍ່ເອົາໃຈໃສ່ ເປັນຕົ້ນ: ກໍ່ສ້າງທີ່ອາໃສຊົ່ວຄາວຂອງປະຊາຊົນ ໃຫ້ສໍາເລັດໂດຍໄວ້ ໂດຍໃຫ້ມີການຄຸ້ມຄອງ ແລະ ເສີມກໍາລັງເຂົ້າໃນການປຸກສ້າງພື້ນຖານໂຄງລ່າງຕ່າງໆ ເພື່ອໃຫ້ສໍາເລັດໂດຍໄວ; ບຸກເບີກເນື້ອທີ່ການຜະລິດຂອງປະຊາຊົນ; ເກັບກໍາ, ຈັດສັນ ແລະ ເກັບມ້ຽນເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ດີ; ຄະນະຈັດຕັ້ງຮັບຜິດຊອບສູນ ສືບຕໍ່ຕິດຕາມສະພາບການດໍາລົງຊີວິດ ຂອງປະຊາຊົນພາຍໃນສູນຢ່າງເປັນປົກກະຕິ ໂດຍສະເພາະ ສະພາບທາງດ້ານແນວຄິດຈິດໃຈ ຂອງປະຊາຊົນ; ເອົາໃຈໃສ່ວຽກງານຄຸ້ມຄອງສູນພັກເຊົາຊົ່ວຄາວ ເປັນຕົ້ນ ການຮັກສາຄວາມສະອາດ, ການແກ້ໄຂລະບົບລະບາຍນໍ້າເປື້ອນພາຍໃນສູນ ເພື່ອຮັບປະກັນສຸຂະພາບ, ຊີວິດ ແລະ ຫຼີກລ້ຽງບໍ່ໃຫ້ເກີດມີພະຍາດລະບາດ; ເອົາໃຈໃສ່ວຽກງານການສຶກສາ ໂດຍມອບໃຫ້ຂະແໜງການສຶກສາແຂວງ, ເມືອງ ກໍານົດແຜນການ ເພື່ອແກ້ໄຂໃຫ້ລະອຽດ ອັນໃດຈະມອບໃຫ້ສູນກາງຊ່ວຍເຫຼືອ ແລະ ອັນໃດຈະແມ່ນທ້ອງຖິ່ນແກ້ໄຂ; ສືບຕໍ່ຕິດຕາມ ແລະ ປະຕິບັດນະໂຍບາຍໃຫ້ປະຊາຊົນ ຢ່າງເປັນປົກກະຕິ ໃນນີ້ ຕ້ອງໄດ້ມີການສຶກສາອົບຮົມ, ອະທິບາຍໃຫ້ປະຊາຊົນ ມີຄວາມເຂົ້າໃຈຕໍ່ນະໂຍບາຍທີ່ພັກ ແລະ ລັດມອບໃຫ້. ພ້ອມດຽວກັນນີ້, ໃຫ້ເອົາໃຈໃສ່ຈັດສັນເຂດຜະລິດ ແລະ ການສະໜອງແນວພັນ, ກວດກາ ແລະ ຟື້ນຟູລະບົບຊົນລະປະທານ ເພື່ອຊຸກຍູ້ຊ່ວຍເຫຼືອການຜະລິດຕົວຈິງ ຂອງປະຊາຊົນ. ນອກນັ້ນ, ໃຫ້ສືບຕໍ່ຈັດກິດຈະກໍາຢູ່ພາຍໃນສູນໃຫ້ເປັນປົກກະຕິ; ສືບຕໍ່ຮັບເອົາການຊ່ວຍເຫຼືອ, ການບໍລິຈາກ ທັງພາຍໃນ ແລະ ຕ່າງປະເທດ ໂດຍມີການລາຍງານຕໍ່ສູນກາງຢ່າງເປັນປົກກະຕິ, ເອົາໃຈໃສ່ກວດກາ ແລະ ຄຸ້ມຄອງສາງເກັບເຄື່ອງຊ່ວຍເຫຼືອໃຫ້ດີ ເພື່ອໃຫ້ມີຄວາມສະອາດ ແລະ ເປັນລະບຽບຮຽບຮ້ອຍ; ຄົ້ນຄວ້າ ແລະ ເກັບກໍາຄວາມຕ້ອງການຕົວຈິງຂອງປະຊາຊົນ ໃນໄລຍະຮີບດ່ວນ, ໄລຍະສັ້ນ ແລະ ໄລຍະຍາວ ເພື່ອວາງແຜນການແກ້ໄຂ ແລະ ສະໜອງການຊ່ວຍເຫຼືອໃຫ້ຖືກຕ້ອງ ແລະ ທັນການ.




ສໍາລັບຜົນຂອງການຈັດຕັ້ງປະຕິບັດວຽກງານປະເມີນ ຜົນເສຍຫາຍ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດ ຕະປື ໄດ້ລາຍງານໃຫ້ຊາບຕື່ມ ວ່າ: ປະຈຸບັນ ໄດ້ສໍາເລັດການສໍາຫຼວດເກັບກໍາຂໍ້ມູນ ຕາມແບບຟອມການສໍາຫຼວດໃນ 19 ບ້ານ ແລະ ໄດ້ເກັບໄວ້ໃນລະບົບຖານຂໍ້ມູນສຳເລັດແລ້ວ 91%; ສໍາເລັດການລົງຖ່າຍພາບ ສະມາຊິກຄອບຄົວຜູ້ທີ່ຖືກຜົນກະທົບໜັກ ໃນ 8 ບ້ານ, ມີ 1.127 ຄອບຄົວ, 4.560 ຄົນ; ສຳເລັດການເກັບກໍາ ແລະ ຖ່າຍພາບຂໍ້ມູນຫຼັກຖານ ຄວາມເສຍຫາຍ ດ້ານເສດຖະກິດຄົວເຮືອນ ຂອງປະຊາຊົນ. ພ້ອມດຽວກັນນີ້, ຄະນະຮັບຜິດຊອບ ຍັງໄດ້ມີການຈັດກອງປະຊຸມປຶກສາຫາລື ຮ່ວມກັບ ບໍລິສັດຜູ້ຮ່ວມທຶນພັດທະນາເຂື່ອນເຊປຽນ-ເຊນໍ້ານ້ອຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ຫຼາຍຄັ້ງ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ມີຄວາມເຂົ້າໃຈ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.​​


ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາຂ່າວ |  www.tonamcha.com
_____


Powered by Blogger.