Header Ads

ຜົນກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10 ທີ່ ໂຕກຽວ, ປະເທດຍີ່ປຸ່ນ



ໃນວັນທີ 9 ຕຸລາ 2018, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10 ທີ່ ໂຕກຽວ, ຍີ່ປຸ່ນ, ພາຍໃຕ້ການເປັນປະທານຂອງພະນະທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ມີບັນດາຜູ້ນຳຂອງ 5 ປະເທດແມ່ນໍ້າຂອງຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ.ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.



ກອງປະຊຸມໄດ້ຕີລາຄາຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນວຽກຕ່າງໆພາຍໃຕ້ຍຸດທະສາດໂຕກຽວ 2015 ແລະ ແຜນປະຕິບັດງານສໍາລັບປີ 2016-2018 ຂອງຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ ໃນໄລຍະຜ່ານມາ ແລະ ຮ່ວມກັນປຶກສາຫາລືກ່ຽວກັບທິດທາງເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ, ໃນໂອກາດດັ່ງກ່າວບັນດາຜູ້ນໍາຂອງປະເທດແມ່ນໍ້າຂອງໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານ ຍີ່ປຸ່ນ ທີ່ໄດ້ມີຄວາມພະຍາຍາມສຸມໃສ່ການຊ່ວຍເຫລືອເພື່ອພັດທະນາພື້ນຖານໂຄງລ່າງອຸດສາຫະກຳພາກພື້ນແມ່ນ້ຳຂອງໃນໄລຍະ 3 ປີຜ່ານມາ ໂດຍສະເພາະ ການສະໜັບສະໜູນງົບປະມານຈໍານວນ 750 ຕື້ເຢັນ ເຂົ້າໃນການຈັດຕັ້ງປະຕິບັດໂຄງການຕ່າງໆຂອງແຜນຍຸດທະສາດໂຕກຽວ 2015 ແລະ ສະເໜີໃຫ້ຍີ່ປຸ່ນສືບຕໍ່ໃຫ້ການສະໜັບສະໜູນ; ສໍາລັບ ສປປ ລາວ ພະນະທ່ານ ນາຍົກລັດຖະມົນຕີໄດ້ແລກປ່ຽນທັດສະນະຕໍ່ກອງປະຊຸມວ່າ ສປປ ລາວ ມີຄວາມເພິ່ງພໍໃຈຕໍ່ໝາກຜົນຂອງການ ຈັດຕັ້ງປະຕິບັດຍຸດທະສາດໂຕກຽວ 2015 ກໍຄືການຈັດຕັ້ງຜັນຂະຫຍາຍບັນດາແຜນວຽກ ແລະ ໂຄງການຕ່າງໆ, ຕະຫຼອດໄລຍະ 3 ປີ ຜ່ານມາ, ເຫັນວ່າຫຼາຍໂຄງການຢູ່ ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນເປັນຕົ້ນແມ່ນໃນຂົງເຂດການເຊື່ອມຈອດ ແລະ ການພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບເຊັ່ນ: ໂຄງການຂະຫຍາຍອາຄານສະໜາມບິນສາກົນວັດໄຕ, ໂຄງ ການປັບປຸງເສັ້ນທາງຫມາຍເລກ 9, ໂຄງການສ້າງຂົວເຊກອງຢູ່ເສັ້ນທາງຫລວງແຫ່ງຊາດຫມາຍເລກ 16 B, ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ແລະ ອື່ນໆ. ບັນດາໂຄງການເຫລົ່ານີ້ບໍ່ພຽງແຕ່ປະກອບສ່ວນອັນສໍາຄັນໃຫ້ແກ່ການເຊື່ອມໂຍງເສດຖະກິດ ລະຫວ່າງ ບັນດາປະເທດແມ່ນໍ້າຂອງດ້ວຍກັນເທົ່ານັ້ນ, ແຕ່ຍັງເປັນການສ້າງພື້ນຖານໂຄງລ່າງໃຫ້ແກ່ການເຊື່ອມຈອດຂອງພາກພື້ນອີກດ້ວຍ.
          
ພ້ອມດຽວກັນນິ້,  ບັນດາຜູ້ນໍາຂອງປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ ຍັງໄດ້ເຫັນດີເປັນເອກະພາບກັນຮັບຮອງເອົາຍຸດທະສາດໂຕກຽວ 2018 ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມືລະຫວ່າງບັນ ດາປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ ຂຶ້ນສູ່ລະດັບຄູ່ຮ່ວມຍຸດທະສາດ ແລະ ຮັບປະກັນຜົນປະໂຫຍດລວມແຫ່ງສັນຕິພາບ, ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນແມ່ນໍ້າຂອງໃຫ້ນັບມື້ນັບດີຂຶ້ນ, ທັງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງປະເທດແມ່ນໍ້າຂອງ ລວມທັງ   ສປປ ລາວ ກັບ ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. 
          
ນອກຈາກເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10, ພະນະທ່ານ ນາຍົກ ລັດຖະມົນຕີ ກໍໄດ້ເຂົ້າຢ້ຽມຂໍ່ານັບເຈົ້າຈັກກະພັດຍີ່ປຸ່ນ, ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສປປ ລາວ-ຍີ່ປຸ່ນ, ຮ່ວມພົບປະກັບຄະນະຮັບຜິດຊອບ ແລະ ນັກກິລາບານເຕະທີມຊາດຂອງບັນດາປະເທດແມ່ນໍ້າຂອງ, ເຂົ້າຮ່ວມເປັນສັກຂີພິຍານພິທີເຊັນສັນຍາ ແລະ ແລກປ່ຽນເອກະສານວ່າດ້ວຍການຊ່ວຍເຫຼືອດ້ານ UXO ລົງນາມໂດຍລັດຖະມົນຕີຕ່າງປະເທດຂອງ ລາວ ແລະ ຍີ່ປຸ່ນ, ເຂົ້າຮ່ວມພົບປະກັບສະມາຄົມມິດຕະພາບຝ່າຍລັດຖະສະພາ ຍີ່ປຸ່ນ-ແມ່ນໍ້າຂອງ ແລະ ເຂົ້າຮ່ວມເວທີສົນທະນາການລົງທຶນຢູ່ພາກພື້ນແມ່ນໍ້າຂອງຊຶ່ງຈັດຂຶ້ນໂດຍອົງການສົ່ງເສີມການຄ້າຍີ່ປຸ່ນເພື່ອເພີ່ມທະວີການຮ່ວມມື ແລະ ສົ່ງເສີມການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ລະຫວ່າງ ບັນດາປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ ພ້ອມທັງໄດ້ຕ້ອນຮັບການຢ້ຽມຄໍານັບຂອງໂຮງໝໍ ກິຕາຮາຣາ, ບໍລິສັດ Hitachi, ແລະ ບໍລິສັດ TEPCO ເພື່ອປືກສາຫາລືແຜນການຮ່ວມມືສອງຝ່າຍໃນຕໍ່ໜ້າ.


ພາບ ແລະ ຂ່າວ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາຂ່າວ |  www.tonamcha.com
_____


Powered by Blogger.