Header Ads

ລາວ-ຫວຽດນາມ ເພີ່ມທະວີການພົວພັນ ຮ່ວມມືຮອບດ້ານ



ວັນທີ 8 ຕຸລາ 2018 ນີ້, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ສະຫາຍ ເຈິ່ນ ກວັກ ເວືອງ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍຄະນະ ໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 8-10 ຕຸລາ 2018 ນີ້. ໃນການພົບປະຄັ້ງນີ້, ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການທີ່ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ພ້ອມກັນສັງເກດຕີລາຄາ ແລະ ແລກປ່ຽນຄຳຄິດຄຳເຫັນນຳກັນຢ່າງເລິກເຊິ່ງ ກ່ຽວກັບການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ໃນໄລຍະຜ່ານມາ. ພ້ອມນັ້ນ, ທັງສອງຝ່າຍ ຍັງໄດ້ພ້ອມກັນຢືນຢັນວ່າ: ຈະສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນ.


ພ້ອມດຽວກັນນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລືກັນກ່ຽວກັບທິດທາງການຮ່ວມມືກັນໃນຕໍ່ໜ້າ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ຕົກລົງຂອງການນຳຂັ້ນສູງ ຂອງສອງພັກ-ລັດ ລາວ-ຫວຽດນາມ. ໃນວັນດຽວກັນ ກໍໄດ້ມີພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ໃນຂົງເຂດວຽກງານການກໍ່ ສ້າງ ໂດຍການລົງນາມລະ ຫວ່າງ ສະຫາຍ ບຸນຈັນ ສິນທະວົງ ກຳມະການສູນກາງພັກ ປະຊາຊົນ ປະຕິວັດລາວ ລັດ ຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ ແລະ ສະຫາຍ ຟາມ ຮົ່ງ ຮ່າ ກຳມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງກໍ່ສ້າງ ຂອງ ສສ ຫວຽດນາມ ໂດຍມີ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ເຈິ່ນ ກວັກ ເວືອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ.

ໃນບົດບັນທຶກດັ່ງກ່າວ, ທັງສອງຝ່າຍ ໄດ້ຕົກລົງຮ່ວມມືກັນຊຸກຍູ້ໂຄງການກໍ່ສ້າງສະພາແຫ່ງຊາດ ຂອງ ສປປ ລາວ ໃຫ້ປະຕິບັດໄປຕາມແຜນການທີ່ວາງໄວ້, ຮ່ວມມືກັນໃນຂົງເຂດຄຸ້ມຄອງລັດ ໂດຍສະເພາະແມ່ນຂົງເຂດວຽກງານກໍ່ສ້າງ, ວາງແຜນຜັງຕົວເມືອງ ແລະ ຮ່ວມມືໃນຂົງເຂດພັດທະນາບຸກຄະລາກອນ, ຮ່ວມກັນຄົ້ນຄວ້າເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໂດຍສະເພາະກ່ຽວກັບຂັ້ນຕອນລະບຽບການໃນຂົງເຂດການຮ່ວມມື ແລະ ລົງທຶນໃນການກໍ່ສ້າງ, ຊຸກຍູ້ການຮ່ວມມືຂອງສອງກະຊວງ ເຂົ້າໃນແຜນການຮ່ວມມືປະຈຳປີ ຂອງຄະນະຮ່ວມມືທະວີພາຄີ ລະຫວ່າງສອງລັດຖະບານ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອຈັດຕັ້ງຜັນຂະຫຍາຍ.


ທີ່ມາ: ຂປລ 
© ໂຕະນໍ້າຊາຂ່າວ |  www.tonamcha.com
_____


Powered by Blogger.