Header Ads

ຜະລິດເຂົ້າໂຄບ ສ້າງລາຍຮັບເຂົ້າສູ່ຄອບຄົວ 6 ລ້ານກີບຕໍ່ເດືອນ



ການຜະລິດເຂົ້າໂຄບ ກໍ່ແມ່ນອີກອາຊີບໜຶ່ງທີ່ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ ເຮັດໃຫ້ຄອບຄົວມີລາຍຮັບທີ່ ໝັ້ນຄົງ, ນຳພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ດັ່ງຄອບຄົວຂອງ ນາງ ປະກາຍຄຳ ວົງໄຊຍາ ຫຼື (ບຶ້ມ ເຂົ້າໂຄບ) ຢູ່ບ້ານປາກຊີມັງ ເມືອງທ່າແຂກ ແຂວງຄຳມ່ວນ ທີ່ຖືອາຊີບການຜະລິດເຂົ້າໂຄບເປັນການສ້າງລາຍຮັບ ເພື່ອປັບປຸງຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ.




ນາງ ປະກາຍຄຳ ໄດ້ເລົ່າເຖິງອາຊີບກ່ອນ ແລະ ຫຼັງການຜະລິດເຂົ້າໂຄບຕໍ່ນັກຂ່າວທ້ອງຖິ່ນຟັງວ່າ: ກ່ອນທີ່ຈະຜະລິດເຂົ້າໂຄບ ຕົນເອງເຄີຍປະກອບອາຊີບເຮັດນາ ແລະ ທອດກ້ວຍຂາຍ ສຳລັບອາຊີບເຮັດນາແມ່ນໄດ້ຜະລິດຕາມລະດູການ ແລະ ໄດ້ນຳໃຊ້ຕົ້ນທຶນທີ່ສູງ, ສ່ວນອາຊີບທອດກ້ວຍກໍ່ສ້າງລາຍຮັບບໍ່ໄດ້ພໍເທົ່າໃດ ໃນຊ່ວງໄລຍະນັ້ນຄອບຄົວຕົນເອງຊ້ຳພັດມີຄ່າໃຊ້ຈ່າຍຫຼາຍ ເນື່ອງຈາກຕ້ອງໄດ້ສົ່ງລູກຮຽນລະດັບວິຊາຊີບເຖິງສອງຄົນ ລາຍຮັບຈາກການປະກອບອາຊີບໃນເວລານັ້ນແມ່ນບໍ່ພຽງພໍຕາມຄວາມຕ້ອງການ ນັ້ນແມ່ນຈຸດລິເລີ່ມໃຫ້ຕົນເອງຫັນມາທົດລອງຜະລິດເຂົ້າໂຄບຂາຍ ເຊິ່ງຄວາມຮູ້ທາງດ້ານເຕັກນິກ, ວິທີ ແລະ ຂັ້ນຕອນໃນການຜະລິດແມ່ນໄດ້ມາຈາກພີ່ນ້ອງທີ່ເຄີຍຜະລິດເຂົ້າໂຄບ ມາກ່ອນແລ້ວ. ສຳລັບການຜະລິດເຂົ້າໂຄບຂອງຄອບຄົວ ນາງ ປະກາຍຄຳ ໄດ້ເລີ່ມຜະລິດໃນປີ 2012 ໂດຍມີແຮງງານ 2 ຄົນ ໃນໄລຍະທີ່ເລີ່ມຜະລິດໃນປີທຳອິດແມ່ນຍັງມີຄວາມຫຍຸ້ງຍາກທາງດ້ານຕະຫຼາດການຈຳໜ່າຍ ເນື່ອງຈາກລູກ ຄ້າຍັງບໍ່ຮູ້ຈັກຫຼາຍປານໃດ ແລະ ໃນປີຕໍ່ໆມາກໍ່ຄ່ອຍໆມີລູກຄ້າສັ່ງຊື້ຫຼາຍຂຶ້ນເລື້ອຍໆ ມີທັງພາຍໃນແຂວງ ແລະ ຕ່າງແຂວງ, ມີບາງຄັ້ງກໍ່ຜະລິດບໍ່ທັນຕາມຄວາມຕ້ອງການກໍ່ມີ. ໃນປະຈຸບັນມີຮ້ານຄ້າທີ່ສັ່ງຊື້ເປັນປະຈຳສະເພາະພາຍໃນ ແຂວງ 10 ກວ່າຮ້ານ ແລະ ລູກຄ້າຕ່າງແຂວງອີກຈຳນວນໜຶ່ງ. ໃນມື້ໜຶ່ງແມ່ນໄດ້ຜະລິດເຂົ້າໂຄບສົ່ງໃຫ້ແກ່ລູກຄ້າປະມານ 300 ຖົງ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ 5-6 ລ້ານກີບໃນແຕ່ລະເດືອນ ເຊິ່ງລາຍຮັບດັ່ງກ່າວແມ່ນສາມາດເປັນຕົ້ນທຶນໃນການສົ່ງລູກຮຽນໃນລະດັບວິຊາສະເພາະຈົບແລ້ວ 2 ຄົນ ແລະ ກຳລັງສົ່ງຮຽນຢູ່ອີກ 1 ຄົນ ພ້ອມທັງບໍລິຫານໃຊ້ຈ່າຍໃນການດຳລົງຊີວິດປະຈຳວັນ. 





ນາງ ປະກາຍຄຳ ເລົ່າໃຫ້ຟັງຕື່ມວ່າ: ການຜະລິດເຂົ້າໂຄບກໍ່ແມ່ນອາຊີບໜຶ່ງສາມາດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວຕົນດີຂຶ້ນກວ່າເກົ່າ ເປັນອາຊີບທີ່ເຮັດແບບຄອບຄົວໄດ້, ນຳໃຊ້ຕົ້ນທຶນບໍ່ຫຼາຍ ແລະ ຂັ້ນຕອນໃນການຜະລິດ ກໍ່ບໍ່ຍາກ ພຽງແຕ່ນຳເຂົ້າໜຽວມ່າໄວ້ປະມານ 2 ຊົ່ວໂມງ ແລ້ວກໍ່ນຳໄປໜຶ້ງ ຫຼັງຈາກສຸກແລ້ວນຳເຂົ້າມາຈັດແປງຮູບຊົງ ໃຫ້ເປັນປ່ຽງວົງກົມ ແລ້ວຈຶ່ງນຳໄປຕາກແຫ້ງ, ເມື່ອໄດ້ເຂົ້າທີ່ແຫ້ງດີແລ້ວກໍ່ນຳໄປທອດຈົນເຂົ້າສຸກສະໝໍ່າສະເໝີ ຈາກນັ້ນ ກໍ່ນຳເອົານ້ຳອ້ອຍ ຫຼື ນ້ຳຕານທີ່ຕົ້ມຈົນເຂັ້ມຂຸ້ນແລ້ວມາໃສ່ເພື່ອໃຫ້ມີລົດຊາດຫວານ. ສຳລັບເຂົ້າທີ່ນຳມາຜະລິດແມ່ນໃຫ້ ນຳໃຊ້ເຂົ້າທີ່ມີຄຸນນະພາບດີ ແລະ ນຳໃຊ້ນ້ຳມັນໃໝ່ໃນການທອດ ເພື່ອໃຫ້ເຂົ້າໂຄບມີຄວາມກອບ, ມີກິ່ນຫອມ ແລະ ເກັບຮັກສາ ໄວ້ໄດ້ດົນ.





ພາບ ແລະ ຂ່າວ: ຂ່າວແຂວງຄໍາມ່ວນ 
© ໂຕະນໍ້າຊາຂ່າວ |  www.tonamcha.com
_____





Powered by Blogger.