Header Ads

ນະຄອນຫລວງວຽງຈັນ ຕິດໜີ້ຄ້າງຈ່າຍຄ່າໄຟຟ້າເຍືອງທາງ 40 ຕື້ກີບ



ປັດຈຸບັນ, ນະຄອນຫລວງວຽງຈັນ ມີໜີ້ຄ່າໄຟຟ້າເຍືອງທາງທີ່ຕິດຄ້າງຈ່າຍໃຫ້ລັດວິສາຫະກິດໄຟຟ້າລາວ (ຟຟລ) ປະມານ 40 ຕື້ກີບ ແຕ່ຍັງບໍ່ທັນຮູ້ເທື່ອວ່າ ພາກສ່ວນໃດ ຈະເຂົ້າມາຮັບຜິດຊອບຄ່າໃຊ້ຈ່າຍໃນການຊຳລະໜີ້ດັ່ງກ່າວ, ໃນຂະນະທີ່ ຟຟລ ສະເໜີໃຫ້ທຸກພາກສ່ວນກ່ຽວຂ້ອງ ຈົ່ງຮ່ວມກັນປຶກສາຫາລືເພື່ອຫາວິທີແກ້ໄຂໃຫ້ໄດ້ໂດຍໄວ.



ທ່ານ ຈັນສົມ ພິລາລົມ, ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫລວງວຽງຈັນ ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ໄຟຟ້າເຍືອງທາງໃນນະຄອນຫລວງວຽງຈັນ ເລີ່ມນໍາໃຊ້ນັບແຕ່ປີ 2002 ເປັນຕົ້ນມາ. ໃນເບື້ອງຕົ້ນ ແມ່ນຢູ່ໃນຄວາມຮັບຜິດຊອບຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ. ມາຮອດປີ 2012, ອົງການປົກຄອງນະຄອນຫລວງວຽງຈັນ ໄດ້ມອບໃຫ້ ຟຟລ ຄຸ້ມຄອງບໍາລຸງຮັກສາ ເນື່ອງຈາກມີເຄື່ອງມືອຸປະກອນຄົບຊຸດ ແລະ ຮູ້ຈັກລະບົບເຕັກນິກລະບົບ ໄຟຟ້າດີກ່ວາພາກສ່ວນອື່ນ. ຕະຫລອດໄລຍະ 7 ປີຫລັງມານີ້, ລະບົບໄຟຟ້າເຍືອງທາງຢູ່ເສັ້ນທາງໃຫຍ່ທີ່ ຟຟລ ຄຸ້ມ ຄອງມີ 45 ເສັ້ນທາງ ແລະ ທາງຊອຍ 41 ເສັ້ນທາງ ແຕ່ຍັງມີອີກ 13 ເສັ້ນທາງທີ່ຂະຫຍາຍໃໝ່ທີ່ ຟຟລ ບໍ່ໄດ້ຮັບເຂົ້າໃນການຄຸ້ມຄອງ ຍ້ອນວ່າມັນພົວພັນເຖີງບັນຫາງົບປະມານໃຊ້ຈ່າຍໃນການບຳລຸງຮັກສາ.



 ແຕ່ເນື່ອງຈາກໄຟຟ້າເຍືອງທາງບໍ່ໄດ້ຂຶ້ນກັບ ຟຟລ ໂດຍກົງ ຈິ່ງເຮັດໃຫ້ການເບິ່ງແຍງໄຟຟ້າເຍືອງທາງໃນນະຄອນຫລວງວຽງຈັນ ນັບແຕ່ປີ 2002 ເປັນຕົ້ນມາ ເປັນ ພຽງການສ້ອມແປງ ແລະ ບໍາລຸງຮັກສາແບບສຸກເສີນເທົ່ານັ້ນ ແຕ່ບໍ່ແມ່ນການເສຍຄ່າໄຟຟ້າເຍືອງທາງໃນແຕ່ລະ ເດືອນ ເພາະຄ່າໄຟຟ້າເຍືອງທາງທີ່ຕ້ອງຈ່າຍໃນແຕ່ລະເດືອນນັ້ນ, ສະເລ່ຍແລ້ວ ແມ່ນ 500-600 ລ້ານກີບ; ດ້ວຍເຫດນີ້, ນັບແຕ່ປີ 2012 ເປັນ ຕົ້ນມາ, ຈຶ່ງບໍ່ມີພາກສ່ວນໃດເຂົ້າມາຮັບຜິດຊອບຄ່າໃຊ້ຈ່າຍໃນການຊຳລະຄ່າໄຟຟ້າເຍືອງທາງໃນແຕ່ລະເດືອນ. ດັ່ງນັ້ນ ຈິ່ງເຮັດໃຫ້ ນັບແຕ່ ປີ 2012 ມາຮອດ ເດືອນ ພຶດສາພາ 2018 ຫລື ໃນໄລຍະ 7 ປີມານີ້, ໜີ້ຄ່າໄຟຟ້າເຍືອງທາງໃນນະຄອນຫລວງວຽງຈັນທີ່ຄ້າງຈ່າຍ ແມ່ນເພີ່ມຂຶ້ນເປັນປະມານ 40 ຕື້ກີບ. ແຕ່ແນວໃດກໍ່ຕາມ, ເພື່ອໃຫ້ໜີ້ຄ່າໄຟຟ້າເຍືອງທາງຈຳນວນດັ່ງກ່າວໄດ້ຮັບການແກ້ໄຂ, ຟຟລ ຈະໄດ້ຈັດກອງປະຊຸມຮ່ວມກັບອົງການປົກຄອງນະຄອນ ຫລວງວຽງຈັນ, ກະຊວງ ພະລັງງານ ແລະ ບໍ່ແຮ່, ກະຊວງ ການເງິນ ແລະ ທຸກພາກສ່ວນກ່ຽວຂ້ອງເພື່ອຊອກຫາທາງອອກຮ່ວມກັນຢ່າງເໝາະສົມໃຫ້ໄດ້ໂດຍໄວ ເພື່ອຮັບປະກັນໃຫ້ໄຟຟ້າເຍືອງທາງໄດ້ຮັບການຄຸ້ມຄອງນຳໃຊ້ຢ່າງມີປະສິດທິຜົນກ່ວາເກົ່າ.



ທ່ານຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫລວງວຽງຈັນ ໄດ້ກ່າວຢໍ້າຕື່ມວ່າ: ເນື່ອງຈາກໄຟຟ້າເຍືອງທາງ ເປັນໄຟຟ້າສາທາລະນະ, ດັ່ງນັ້ນ ຖ້າຫາກຈະອາໃສແຕ່ ຟຟລ ສ້ອມແປງ ແລະ ບໍາລຸງຮັກສາພຽງຝ່າຍດຽວນັ້ນ, ແມ່ນຄົງເປັນໄປໄດ້ຍາກ ເພາະ ມັນພົວພັນໂດຍກົງເຖີງການໃຊ້ຈ່າຍງົບປະມານຈຳນວນຫລາຍໃນແຕ່ລະເດືອນ; ດັ່ງ ນັ້ນ, ວິທີທາງທີ່ດີທີ່ສຸດ ກໍ່ຄື ບັນດາພາກສ່ວນທີ່ກ່ຽວຂ້ອງ ແມ່ນຕ້ອງເຂົ້າມາມີສ່ວນຮ່ວມນຳກັນ. ໃນໄລຍະຜ່ານມາ, ຟຟລ ໄດ້ຄົ້ນຄ້ວາປຶກສາຫາລື ຊອກຫາວິທີແກ້ໄຂ ເພື່ອຮັບປະກັນບໍ່ໃຫ້ມີບັນຫາໜີ້ສິນຄ່າໄຟຟ້າເຍືອງທາງໃນນະຄອນຫລວງວຽງຈັນເກີດຂຶ້ນອີກໃນຕໍ່ໜ້າດ້ວຍຫລາຍຮູບແບບ, ຊຶ່ງໜຶ່ງໃນນັ້ນ, ອາດຈະໃຊ້ວິທີໃຫ້ປະຊາຊົນ ກໍ່ຄື ຜູ້ຊົມໃຊ້ໄຟຟ້າໃນນະຄອນຫລວງວຽງຈັນທຸກຄົນເຂົ້າມາມີສ່ວນຮ່ວມດ້ວຍການຊ່ວຍຈ່າຍ ເງິນ 2.000-3.000 ກີບຕໍ່ບິນຕໍ່ລູກຄ້າເພື່ອຊຳລະຄ່າໄຟຟ້າເຍືອງທາງຮ່ວມກັນ, ແຕ່ແນວໃດກໍ່ຕາມ, ບັນຫານີ້ຈະຕ້ອງໄດ້ປຶກສາຫາລືຮ່ວມກັບອີກຫລາຍຝ່າຍທີ່ກ່ຽວຂ້ອງຢ່າງລະອຽດ ຕື່ມອີກ; ສິ່ງສຳຄັນ ແມ່ນຕ້ອງໄດ້ຮັບການເຫັນດີອະນຸມັດຈາກລັດຖະບານ ແລະ ຕ້ອງຜ່ານການຮັບຮອງຈາກສະພາແຫ່ງຊາດສາກ່ອນຈິ່ງຈະສາມາດນຳໄປຈັດຕັ້ງປະຕິບັດໄດ້ ທັງນີ້ເພື່ອຫລີກລ້ຽງບໍ່ໃຫ້ມີຫາງສຽງຈົ່ມວ່າ ຫລື ຫາງສຽງວິພາກວິຈານຈາກສັງຄົມ ກໍ່ຄື ຈາກຜູ້ຊົມໃຊ້ກະແສໄຟຟ້າທຸກຄົນໃນນະຄອນຫລວງວຽງຈັນ.


Source: Lao National Radio 
© ໂຕະນໍ້າຊາຂ່າວ |  www.tonamcha.com
_____


Powered by Blogger.