Header Ads

ນາຍົກລັດຖະມົນຕີໄດ້ເຊີນຊວນໃຫ້ນັກທຸລະກິດຍີ່ປຸ່ນໄປ ລົງທຶນຢູ່ລາວໃຫ້ໄວຂຶ້ນກວ່າເກົ່າ



ອີງຕາມການລາຍງານຂອງ ສໍານັກຂ່າວປະເທດລາວ ໃນວັນທີ 8 ກັນຍາ 2018 ວ່າ: ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຊວນເຊີນໃຫ້ນັກທຸລະກິດຍີ່ປຸ່ນເຂົ້າໄປລົງທຶນໃນຫລາຍຂະແໜງການຂອງລາວໃຫ້ຫລາຍຂຶ້ນຕື່ມອີກ, ພ້ອມທັງໃຫ້ມີທ່າກ່າວເພີ່ມໄວຂຶ້ນ ເພາະ ສປປ ລາວ ກໍຍັງມີທ່າແຮງບົ່ມຊ້ອນຫລາຍຢ່າງເປັນຕົ້ນ: ການລົງທຶນທາງດ້ານກະສີກໍາປອດສານຜິດ, ການທ່ອງທ່ຽວ ແລະ ການສົ່ງເສິມການດໍາເນີນທຸລະກິດຂະໜາດນ້ອຍ, ກາງ ແລະ ອື່ນໆ.



ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນຄັ້ງທີ 10 ໃນຕອນເຊົ້າຂອງວັນທີ 8 ຕຸລາ 2018ນີ້ທີ່ ປະເທດຍີ່ປຸ່ນ ໄດ້ຕ້ອນຮັບການເຂົ້າຢຽມຂໍ່ານັບຂອງ ທ່ານ Hiroyuki ISHIGE ປະທານອົງການການຄ້າສາກົນ ແຫ່ງ ປະເທດຍີ່ປຸ່ນ.ຊຶ່ງທ່ານໄດ້ກ່າວສະແດງຄວາມຊົມເຊີຍຕໍ່ອົງການ JETRO ທີ່ໄດ້ປະກອບສ່ວນສໍາຄັນໃນການຂົນຂວາຍ ແລະ ຊຸກຍູ້ນັກທຸລະກິດ ທັງຍັງເປັນຜູ້ຕາງໜເາ ປະຈໍາຢູ່ ສປປ ລາວໃນການສະໜອງຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ນັກລົງທຶນຍີ່ປຸ່ນເຂົ້າໄປລົງທຶນໃນ ສປປ ລາວ ນັບມື້ເພີ່ມຂຶ້ນ, ພ້ອມນັ້ນກໍຍັງມີບົດບາດສໍາຄັນໃນການສົ່ງເສີມການດໍາເນີນທຸລະກິດຂະໜາດນ້ອຍ, ກາງ ແລະ ລວມທັງການສົ່ງເສີມ SMEs ຂອງລາວຮ່ວມກັບບໍລິສັດຍີ່ປຸ່ນ ແລະ ອື່ນໆ.




© ໂຕະນໍ້າຊາຂ່າວ |  www.tonamcha.com

_____

Powered by Blogger.