Header Ads

ເລີ່ມລົງມືກໍ່ສ້າງເສັ້ນທາງອ້ອມ ດອນໂຂງ ມີໄລຍະທາງຍາວ 43 ກມ ຂອງໂຄງການພັດທະນາເສດຖະກິດໃໝ່ສີທັນດອນ




ພິທີວາງສີລາລືກໂຄງການກໍ່ສ້າງເສັ້ນທາງຄອນກຣີດອ້ອມດອນໂຂງ ເມືອງໂຂງ ແຂວງຈຳປາສັກ ຊຶ່ງເປັນໜຶ່ງໃນ 17 ກິດຈະກຳຂອງໂຄງການພັດທະນາເສດຖະກິດໃໝ່ສີທັນດອນ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາຜ່ານມານີ້ ທີ່ເມືອງໂຂງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ; ມີທ່ານລັດຖະມົນຕີ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ ໄດ້ກ່າວວ່າ: ໂຄງການພັດທະນາເສດຖະກິດໃໝ່ ສີທັນດອນ ເປັນໂຄງການໜຶ່ງທີ່ມີຄວາມສໍາຄັນຫຼາຍ ເພື່ອສ້າງເປັນແຫຼ່ງລາຍຮັບທີ່ບໍ່ບົກແຫ້ງ, ຍືນຍົງ ແລະ ກະຕຸກຊຸກຍູ້ ເສດຖະກິດຂອງຊາດ ກໍ່ຄື ເສດຖະກິດຂອງແຂວງຈໍາປາສັກ ໃຫ້ມີການພັດທະນາ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂຄງການດັ່ງກ່າວ ໄດ້ຮັບການເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາ ແລະ ສໍາຫຼວດ ໃນວັນທີ 30 ມິຖຸນາ 2017 ຜ່ານມາໂດຍແມ່ນບໍລິສັດ ກວາງດົງ ເຢນໂລ ອິນດັດສຕີ ຈໍາກັດ ກໍ່ຄື ບໍລິສັດຮ່ວມທຶນພັດທະນາ ສີທັນດອນ ຈໍາກັດ ເປັນຜູ້ສໍາປະທານ, ໂດຍມີອາຍຸສໍາປະທານ 50 ປີໃນເນື້ອທີ່ທັງໝົດ 9.846 ເຮັກຕາ, ປະກອບມີ 6 ໄລຍະ, ມີຫຼາຍກິດຈະກໍາ, ລວມມູນຄ່າລົງທຶນທັງໝົດ 9 ຕື້ກວ່າໂດລາ ຫຼືປະມານ 76.500 ຕື້ກວ່າກີບ, ຖ້າຫາກໂຄງການດັ່ງກ່າວ ສໍາເລັດການກໍ່ສ້າງ ຄາດຄະເນຈະມີນັກທ່ອງທ່ຽວເຂົ້າມາເຖິງ 15 ລ້ານເທື່ອຄົນຕໍ່ປີ, ຈະສ້າງລາຍຮັບໃຫ້ຂະແໜງການທ່ອງທ່ຽວເຖິງ 2,4 ຕື້ໂດລາ ຫຼື ປະມານ 20 ພັນຕື້ກວ່າກີບ; ການພັດທະນາດ້ານອຸດສາຫະກໍາຕິດພັນກັບການປຸງແຕ່ງ, ການຄ້າ, ການຂົນສົ່ງ ແລະ ສ້າງມູນຄ່າເພີ່ມໃນຂະແໜງອຸດສາຫະກໍາ ໄດ້ 637 ລ້ານໂດລາ ຕໍ່ປີ ຫຼື ປະມານ 5 ພັນຕື້ກວ່າກີບ, ຈະສາມາດເກັບລາຍຮັບເຂົ້າງົບປະມານລັດໄດ້ 170 ລ້ານໂດລາຕໍ່ປີ ຫຼື ປະມານ 1.400 ຕື້ກວ່າກີບ, ສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນແຂວງຈໍາປາສັກ ໂດຍສະເພາະ ປະຊາຊົນເມືອງໂຂງ ແລະ ບັນດາເມືອງທີ່ຢູ່ໃກ້ຄຽງໄດ້ 32 ພັນກວ່າຕໍາແໜ່ງ ລາຍໄດ້ຕໍ່າສຸດ 9.435 ໂດລາ ຫຼື ປະມານ 80 ລ້ານກວ່າກີບ ຕໍ່ຄົນຕໍ່ປີ, ບັນດາພື້ນຖານໂຄງລ່າງໄດ້ຮັບການພັດທະນາ ເປັນຕົ້ນ ຖະໜົນຫົນທາງ, ໂຮງຮຽນ, ໂຮງໝໍ, ສູນຝຶກອົບຮົມວິຊາຊີບ, ລະບົບບໍາບັດນໍ້າເປື້ອນ, ກໍາຈັດຂີ້ເຫຍື້ອ ລວມໄປເຖິງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ.

ສໍາລັບໂຄງການກໍ່ສ້າງເສັ້ນທາງອ້ອມດອນໂຂງ ກໍ່ເປັນກິດຈະກໍາໜຶ່ງທີ່ນອນໃນ 17 ກິດຈະກໍາ ຂອງໄລຍະທີ 1 ຂອງໂຄງການພັດທະນາໃໝ່ ສີທັນດອນ (2018-2025), ໂຄງການດັ່ງກ່າວ ເປັນໂຄງການຊ່ວຍເຫຼືອໃນມູນຄ່າ 25 ລ້ານໂດລາ ມີໄລຍະທາງຍາວ 43 ກມ ແລະ ຈະໃຫ້ສຳເລັດການກໍ່ສ້າງໃນປີ 2020. ເສັ້ນທາງດັ່ງກ່າວ ຈະອີງໃສ່ໂຄງສ້າງພື້ນຖານເສັ້ນທາງທີ່ມີຢູ່ແລ້ວ ແຕ່ຈະສ້າງເປັນເສັ້ນທາງຄອນກຣີດທັງໝົດ ເພື່ອຮອງຮັບໃຫ້ແກ່ການສັນຈອນໄປ-ມາ, ການຄ້າ, ການບໍລິການ, ການຂົນສົ່ງ ແລະ ການທ່ອງທ່ຽວ ໃນເຂດດັ່ງກ່າວ ຊຶ່ງຈະເປັນການດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາຫຼາຍຂຶ້ນ. ພາຍຫຼັງທີ່ສໍາເລັດພິທີວາງສີລາລືກໂຄງການດັ່ງກ່າວແລ້ວ, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນຊີ້ນໍາ ເພື່ອເຮັດໃຫ້ອໍານາດການປົກຄອງເມືອງ ແລະ ປະຊາຊົນເມືອງໂຂງ ທີ່ອາໄສຢູ່ໃນເຂດດັ່ງກ່າວ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ ກໍ່ຄື ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະ ເພາະ ແມ່ນໂຄງການພັດທະນາເສດຖະກິດໃໝ່ ສີທັນດອນ. ພ້ອມດຽວກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ອໍານາດການປົກຄອງທຸກຂັ້ນ ກໍ່ຄື ປະຊາຊົນ ໃຫ້ການຮ່ວມມື ແລະ ມີສ່ວນຮ່ວມ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ດໍາເນີນໄປຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ນອກນັ້ນ, ໃຫ້ເອົາໃຈໃສ່ໃນການນໍາໃຊ້ທ່າແຮງເພື່ອພັດທະນາທ້ອງຖິ່ນຂອງຕົນ ເປັນຕົ້ນ ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ ໃນນີ້ ໃຫ້ມີການຈັດຕັ້ງກຸ່ມການຜະລິດຂອງປະຊາຊົນ, ສິນຄ້າຕ້ອງໄດ້ມາດຕະຖານ ແລະ ເປັນທີ່ຕ້ອງການຂອງຕະຫຼາດ ທັງພາຍໃນ ແລະ ຕ່າງ ປະເທດ, ຄົ້ນຄວ້າ ແລະ ຈັດສັນຄືນເນື້ອທີ່ທໍາການຜະລິດຂອງປະຊາຊົນໃຫ້ເໝາະສົມ, ສຳລັບລະດູແລ້ງທີ່ຈະມາເຖິງນີ້ ໃຫ້ສຸມໃສ່ຜະລິດເພື່ອທົດແທນ ແລະ ການຜະລິດເປັນສິນຄ້າເພື່ອສົ່ງອອກ ໂດຍສະເພາະ ການປູກເຂົ້າ, ໄປຄຽງຄູ່ກັບການສົ່ງເສີມວຽກງານການທ່ອງທ່ຽວ ຕິດພັນກັບການບໍລິການ, ສໍາຄັນໃຫ້ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມພື້ນຖານການຜະລິດຂອງປະຊາຊົນເມືອງໂຂງ, ແຂວງຈໍາປາສັກຕື່ມອີກ. 


ພາບ ແລະ ຂ່າວ: ກົມປະຊາສຳພັນ 
© ໂຕະນໍ້າຊາຂ່າວ |  www.tonamcha.com
_____



Powered by Blogger.