Header Ads

ເຈົ້າຫນ້າທີ່ປາບປາມຢາເສບຕິດປະທະກັບກຸ່ມຄ້າຢາພ້ອມຢຶດຂອງກາງຢາບ້າໄດ້ 4 ລ້ານກວ່າເມັດ ສ່ວນກຸ່ມພໍ່ຄ້າຢາເອົາໂຕຫລົບຫນີ



ໃນວັນທີ 04 ຕຸລາ 2018 ນີ້ ເວລາປະມານ 21:30 ນາທີ ໄດ້ມີພົນລະເມືອງດີ ໂທລະສັບເຂົ້າມາແຈ້ງລາຍງານກັບເຈົ້າໜ້າທີ່ ປກສ ກຸ່ມບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ວ່າມີລົດວີໂກສີຂາວ ໄດ້ແລ່ນເຂົ້າໄປທາງແຄມຂອງເຂດເໜືອບ້ານໃຫຍ່ສີເມືອງງາມ ທ່າທາງມີພິລຸດ ແລະບໍ່ຮູ້ວ່າໄປເຄື່ອນໄຫວຫຍັງ. 





ເມື່ອໄດ້ຮັບລາຍງານ ທາງເຈົ້າໜ້າທີ່ ປກສ ກຸ່ມບ້ານໃຫຍ່ສີເມືອງງາມ ຈຶ່ງໄດ້ປະສານສົມທົບກັບທະຫານເມືອງຕົ້ນເຜິ້ງ ທີ່ລົງມາເຮັດວຽກຢູ່ຂອບເຂດບ້ານໃຫຍ່ສີເມືອງງາມ ລົງໄປກວດກາຈຸດດັ່ງກ່າວ ແລະໄດ້ພົບເຫັນກຸ່ມຄົນເພດຊາຍ ປະມານ 7-8 ຄົນ ບໍ່ຮູ້ຊື່ ກໍາລັງຂົນເປົາເຄື່ອງອອກຈາກເຮືອທີ່ບັນຈຸເປົາເຄື່ອງມາສົ່ງໃຫ້ ຂື້ນໃສ່ທ້າຍກະບະລົດວີໂກສີຂ່າວ ໝາຍເລກທະບຽນ ກຈ 2511 ກໍາແພງນະຄອນ. ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ຊ່ອງໄຟສາຍໃສ່ ພ້ອມທັງເອີ້ນຖາມວ່າ: ຂົນເຄື່ອງຫຍັງ? ເມືອເຫັນເຈົ້າໜ້າທີ່ ກຸ່ມຄົນດັ່ງກ່າວກໍ່ພາກັນແລ່ນ ເອົາຕົວລົບໜີເຂົ້າໄປໃນປ່າແຄມຂອງ ທາງເຈົ້າໜ້າທີ່ຈຶ່ງໄດ້ຍິງປືນນາບຄູ່ປະມານ 7-8 ນັດ ເພື່ອໃຫ້ກຸ່ມຄົນດັ່ງກ່າວຢຸດໜີ ແຕ່ກໍ່ບໍ່ຍອມຢຸດ. ຈາກນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ເຂົ້າໄປທໍາການກວດກາ ແລະໄດ້ພົບເຫັນເປົາກະສອບຈໍານວນ 38 ເປົາທີ່ບັນຈຸເສບຕິດປະເພດຢາບ້າໄວ້ ເມື່ອເຫັນແນວນັ້ນ, ທາງເຈົ້າໜ້າທີ່ ປກສ ກຸ່ມບ້ານໃຫຍ່ສີເມືອງງາມຈຶ່ງໄດ້ລາຍງານໃຫ້ທາງ ປກສ ເມືອງຕົ້ນເຜິ້ງຮັບຊາບ ແລະແຕ່ງຕັ້ງເຈົ້າໜ້າທີ່ລົງມາສົມທົບກັນກວດກາສະຖານທີ່ເກີດເຫດ ແລະຂອບເຂດບໍລິເວນປ່າອ້ອມຂ້າງ ແລະໄດ້ພົບເຫັນເປົາຢາບ້າຊຸກເຊື່ອງໄວ້ໃນປ່າອີກ ຈໍານວນ 05 ເປົ່າ. 




ຜ່ານການກວດກາຂອງເຈົ້າໜ້າທີ່ໃນເບື້ອງຕົ້ນໃຫ້ຮູ້ວ່າ: ຢາບ້າທັງໝົດມີຈໍານວນ 43 ເປົາ, ທີ່ບັນຈຸຢາບ້າເປົາລະ 50 ມັດ, ລວມມີ 2.150 ມັດ ປະກອບມີ 4.300.000 ເມັດ. ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ຢຶດຂອງກາງຢາບ້າຈໍານວນດັ່ງກ່າວ ພ້ອມດ້ວຍລົດກະບະວີໂກ ແລະເຮືອອີກ 01 ລໍາໄວ້ເປັນຫຼັກຖານ, ສ່ວນຜູ່ຖືກຫາແມ່ນໄດ້ເອົາຕົວຫຼົບໜີ.




ຂ່າວໂດຍ: ຮທ ນາຊູ ອິນທະບັນດິດ
ພາບໂດຍ: ຮທ ວິທູນ ແກ້ວກັນຍາ

© ໂຕະນໍ້າຊາຂ່າວ |  www.tonamcha.com
_____
Powered by Blogger.