Header Ads

ຫຼາຍພາກສ່ວນຍັງສືບຕໍ່ມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມ ທົ້ວປະເທດ



ວັນທີ 5 ຕຸລາ 2018, ທີ່ນະຄອນຫລວງວຽງຈັນ, ທ່ານ ປະສົງ ວົງຄຳຈັນ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສືບຕໍ່ຮັບການຊ່ວຍເຫລືອທັງວັດຖຸ-ປັດໄຈ ຈາກພາກສ່ວນຕ່າງໆ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພພິບັດ ຢູ່ແຂວງອັດຕະປື ແລະ ແຂວງອື່ນໆ ໃນນັ້ນແມ່ນໄດ້ຮັບເງິນ ຈຳນວນ 60 ລ້ານກີບ ຈາກ ທ່ານ ທະນົງສັກ ສຸກສະວັດ ປະ ທານບໍລິສັດ ລາວໄອທີ ພັດທະນາ ຈຳກັດ ແລະ ຮັບເຂົ້າສານໜຽວ 200 ເປົາ, ລວມມູນຄ່າ 15 ລ້ານກີບ ຈາກ ທ່ານ ຫົງສາ ອິນທິລາດ ຫົວໜ້າກົງສູນລາວ ປະຈຳຊຽງຮຸ່ງ.



ໂອກາດນີ້, ທ່ານ ປະສົງ ວົງຄຳຈັນ ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ມາຍັງສອງພາກສ່ວນດັ່ງກ່າວ, ທີ່ໄດ້ນຳເອົາວັດຖຸປັດໄຈ ມາຊ່ວຍເຫລືອພໍ່ແມ່ປະຊາຊົນຜູ້ທີ່ປະສົບໄພທຳມະຊາດໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຟື້ນຟູ ແລະ ບັນເທົາທຸກແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ, ພ້ອມທັງສະແດງຄວາມຢືນຢັນວ່າ ເຄື່ອງຊ່ວຍເຫລືອດັ່ງກ່າວ ແມ່ນຈະນຳໄປມອບຜູ້ປະສົບໄພຢ່າງແນ່ນອນ.

ສຳລັບເຂົ້າສານທີ່ໄດ້ຮັບຈາກ ກົງສູນລາວ ປະຈຳຊຽງຮຸ່ງ ນັ້ນ, ແມ່ນສັດທາ ຈາກຄູບາ ຄຳທິນ ຮອງເລຂາທິການພຸດທະສະມາຄົມປະເທດຈີນ, ຮອງນາຍົກ ພຸດທະສະມາຄົມແຂວງຢຸນນານ ສປ ຈີນ ເປັນເງິນສົດ 15 ລ້ານກີບ, ໂດຍມີຈຸດປະສົງໃຫ້ ກົງສູນລາວ ປະຈຳຊຽງຮຸ່ງ ນຳໄປຊື້ເຂົ້າສານ ແລ້ວມາເຮັດເປັນຖົງ ເພື່ອນຳໄປມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ນຳໄປຊ່ວຍປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກຄູສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ທີ່ແຂວງອັດຕະປື ແລະ ບັນດາແຂວງຕ່າງໆ ຂອງລາວ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນປີນີ້.


ພາບ ແລະ ຂ່າວ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

© ໂຕະນໍ້າຊາຂ່າວ |  www.tonamcha.com
_____ 



Powered by Blogger.