Header Ads

ລັດຈະປັບປຸງການອອກໃບທະບຽນວິສາຫະກິດ ຊ້າສຸດບໍ່ໃຫ້ເກີນ 10 ວັນ ໃນຕົ້ນປີ 2019


ອີງຕາມການລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ຄັ້ງວັນທີ 26 ພະຈິກ 2018, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ອອກນິຕິກຳ ເພື່ອຮອງຮັບການອອກທະບຽນວິສາຫະກິດຮູບແບບໃໝ່ ຕາມທີ່ກຳນົດໃນຄຳສັ່ງ ເລກທີ 02/ນຍ ລົງວັນທີ 1 ກຸມພາ 2018 ເຊິ່ງຈະຫຼຸດຂັ້ນຕອນການອອກທະບຽນວິສາຫະກິດ ໃຫ້ກະທັດຮັດ, ວ່ອງໄວ ແລະ ໂປ່ງໃສ ໂດຍຕາມແຜນແມ່ນຈະເລີ່ມຈັດຕັ້ງປະຕິບັດໃນຕົ້ນເດືອນມັງກອນ 2019 ນີ້, ໂດຍໄດ້ປັບປຸງຂັ້ນຕອນການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດຢູ່ ສປປ.ລາວ ໃຫ້ກະທັດຮັດລົງເຊັ່ນ:
1. ຍົກເລີກຂັ້ນຕອນການຈອງຊື່ ແລະ ອອກໃບຮັບຮອງຊື່ວິສາຫະກິດ ໃນຂັ້ນຕອນການແຈ້ງຂຶ້ນທະບຽນວິສາຫະກິດ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນພຶດສະພາ 2018.
2. ເລີ່ມແຕ່ວັນທີ 15 ຕຸລາ 2018 ຢູ່ນະຄອນຫຼວງວຽງຈັນ (ຢູ່ ກຊ ອຄ, ພະແນກ ອຄ ນະຄອນຫຼວງວຽງຈັນ ແລະ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ) ສາມາດໄດ້ເລກປະຈຳຕົວຜູ້ເສຍອາກອນ ພ້ອມກັບໃບທະບຽນວິສາຫະກິດ.
3. ພາຍຫຼັງໄດ້ໃບທະບຽນວິສາຫະກິດແລ້ວ ສາມາດນຳເອົາໃບທະບຽນວິສາຫະກິດ ແຈ້ງຕໍ່ພາກສ່ວນ ປສກ ເພື່ອຄວັດຕາປະທັບຂອງວິສາຫະກິດໄດ້ເລີຍ ໂດຍບໍ່ຈຳເປັນຕ້ອງມີໜັງສືສະເໜີຂໍອະນຸຍາດຄວັດຕາປະທັບຈາກະຊວງ ອຄ ຄືທີ່ຜ່ານມາ ແລະ ກະຊວງ ປກສ ກໍ່ໄດ້ລົບລ້າງຂັ້ນຕອນ ການຈົດທະບຽນນຳໃຊ້ຕາປະທັບ, ມາດຕະການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ເດືອນມິຖຸນາ 2018 ເປັນຕົ້ນມາ. ນອກນີ້ ພາກສ່ວນ ປກສ ຍັງໄດ້ກະກຽມຈະກະຈາຍການຄວັດຕາປະທັບ ຈາກທີ່ມີຢູ່ຈຸດດຽວຢູ່ ສູນກາງ ນະຄອນຫຼວງວຽງຈັນ, ໂດຍຕາມແຜນແມ່ນຈະເລີ່ມຈັດຕັ້ງປະຕິບັດ ໃນເດືອນມັງກອນ 2019 ນີ້.
4. ການຕິດປ້າຍຊື່ວິສາຫະກິດ ຜ່ານມາແຜນພາຍຫຼັງໄດ້ໃບທະບຽນວິສາຫະກິດແລ້ວ, ຕ້ອງຂໍອະນຸຍາດ ຈາກຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວກ່ອນ ຈຶ່ງສາມາດຕິດຕັ້ງໄດ້, ແຕ່ປັດຈຸບັນແມ່ນພາຍຫຼັງໄດ້ໃບທະບຽນວິສາຫະກິດແລ້ວ ວິສາຫະກິດສາມາດຕິດຕັ້ງໄດ້ເລີຍ ໂດຍເນື້ອໃນ ແລະ ຮູບແບບຕ້ອງຖືກຕ້ອງຕາມທີ່ກະຊວງ ອຄ ໄດ້ກຳນົດໃຫ້.
5. ອີກຂັ້ນຕອນໜຶ່ງທີ່ຕ້ອງປະຕິບັດໃນໄລຍະຜ່ານມາ ແມ່ນກ່ອນຂຶ້ນທະບຽນວິສາຫະກິດ, ວິສາຫະກິດຕ້ອງຈົດທະບຽນຊັບສິນກັບຂະແໜງການເງິນກ່ອນ ແຕ່ປັດຈຸບັນໄດ້ເປັນເອກະພາບກັບກະຊວງການເງິນແລ້ວ ໃຫ້ຈົດຫຼັງໄດ້ຮັບໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດ.
– ມາດຕະການແກ້ໄຂໃນຕໍ່ໜ້າ:
1. ຂຸ້ນຂ້ຽວສ້າງ ແລະ ປັບປຸງຕິນິກຳກ່ຽວກັບການຂຶ້ນທະບຽນວິສາຫະກິດ ໃນຮູບແບບໃໝ່ ທີ່ມີຂັ້ນຕອນກະທັດຮັດ, ວ່ອງໄວ ແລະ ໂປ່ງໃສ ໃຫ້ສຳເລັດກ່ອນກາງເດືອນທັນວາ 2018 ແລະ ໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ໃນຕົ້ນເດືອນມັງກອນ 2019 ນີ້ ຕາມແຜນທີ່ວາງໄວ.
2. ການແຈ້ງຂຶ້ນທະບຽນວິສາຫະກິດໃນຕໍ່ໜ້າ ຈະລະບຸແຈ້ງໃນນິຕິກຳກ່ຽວກັບຂັ້ນຕອນ ແລະ ກຳນົດເວລາການພິຈາລະນາ, ຈຳນວນເອກະສານທີ່ຕ້ອງປະກອບ (ໃຫ້ມີຈຳນວນໜ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້), ກຳນົດແຈ້ງຜູ້ມີສິດເຊັນໃບທະບຽນວິສາຫະກິດຢ່າງຕ່ຳຈຳນວນ 2 ຄົນຂຶ້ນໄປ ຢູ່ແຕ່ລະຫ້ອງການເຈົ້າໜ້າທີ່ທະບຽນວິສາຫະກິດ ໃຫ້ສາມາດເຊັນປ່ຽນແທນກັນໄດ້, ຮັບເອກະສານແລ້ວກຳນົດມື້ນັດໝາຍມາຮັບເອົາໃບທະບຽນວິສາຫະກິດຢ່າງຈະແຈ້ງ ແລະ ຕ້ອງຮັບຊ້າສຸດບໍ່ເກີນ 10 ວັນລັດຖະການ. ພ້ອມນີ້ ຢູ່ຫ້ອງການເຈົ້າໜ້າທີ່ທະບຽນແຕ່ລະຈຸດ ຈະມີການຕິດປະກາດໃຫ້ຂໍ້ມູນຕ່າງໆໃຫ້ຜູ້ມາຂຶ້ນທະບຽນຊາບເຊັ່ນ: ຈຳນວນເອກະສານທີ່ຕ້ອງປະກອບ, ຄ່າທຳນຽມ ແລະ ຄ່າບໍລິການ, ກຳນົດເວລາພິຈາລະນາ, ຜູ້ມີສິດເຊັນໃບທະບຽນວິສາຫະກິດ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ.
3. ກຳລັງປະສານສົມທັບກັບພາກສ່ວນທີ່ກ່ຽວຂ້ອງໃນການອອກໃບອະນຸຍາດດຳເນີນທຸລະກິດ, ເຮັດແນວໃດໃຫ້ຈຳນວນກິດຈະການທີ່ຕ້ອງອອກໃບອະນຸຍາດ ໃຫ້ມີໜ້ອຍເທົ່າທີ່ຈະໜ້ອຍໄດ້ ແລະ ຂັ້ນຕອນຂອງການພິຈາລະນາໃຫ້ກະທັດຮັດຂຶ້ນ.
4. ສິ່ງສຳຄັນແມ່ນການຈັດເຝິກອົບຮົບໃຫ້ພະນັງງານເຈົ້າໜ້າທີ່ທະບຽນວິສາຫະກິດຂອງຂະແໜງອຸດສາຫະກຳ ແລະ ການຄ້າ ແຕ່ສູນກາງເຖິງທ້ອງຖິ່ນ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ, ລະອຽດຈະແຈ້ງຕໍ່ການອອກທະບຽນວິສາຫະກິດໃນຮູບແບບໃໝ່ ແລະ ເປັນເອກະພາບກັນໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.
5. ກຳນົດມາດຕະການຈະແຈ້ງ ຕໍ່ພະນັກງານເຈົ້າໜ້າທີ່ທະບຽນວິສາຫະກິດ ທີ່ລະເມີດຕໍ່ວິໄນລັດຖະກອນ ເພື່ອຍົກສູງຄຸນນະພາບການໃຫ້ບໍລິການແກ່ສັງຄົມ.
ທີ່ມາ: ອິດສະຫຼະ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.