Header Ads

ສະເຫລີມສະຫລອງວັນສ້າງຕັ້ງເມືອງ ວຽງໄຊ ຖານທີ່ ຫມັ້ນຂອງການປະຕິວັດ ຄົບຮອບ 50 ປີ ຢ່າງຍິ່ງໃຫຍ່



ພິທີສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ແຂວງ ຫົວພັນ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ (ວັນທີ 30 ພະຈິກ 1968 ຫາວັນທີ 30 ພະຈິກ 2018 ) ຈັດຂຶ້ນໃນຕອນແລງວັນທີ 30 ພະຈິກ 2018 ທີ່ສະ ຫນາມຫລວງເມືອງ ວຽງໄຊ.


ທ່ານ ພັນຄຳ ວິພາວັນ, ຜູ້ປະຈໍາການ, ຄະນະເລຂາ ທິການສູນກາງພັກ, ຮອງປະທານປະເທດ, ຫົວຫນ້າຄະ ນະກຳມະການລະດັບຊາດເພື່ອກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ ລາຍງານວ່າ: ການ ຈັດງານຄັ້ງນີ້ ເພື່ອຫວນຄືນເຖິງມູນເຊື້ອ, ຄວາມປີ ຊາສາ ມາດ, ຄວາມສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດ ລາວ ໃນການນຳພາການປະຕິວັດປົດປ່ອຍຊາດ, ໂຄສະນາສຶກສາອົບຮົມພະນັກງານສະມາຊິກພັກ, ນັກ ຮົບ, ປະຊາຊົນບັນດາເຜົ່າ ໂດຍສະເພາະຄົນຮຸ່ນຫຼັງໃຫ້ ເຂົ້າໃຈ ຢ່າງຈະແຈ້ງ ແລະ ເລິກເຊີ່ງເຖິງເສັ້ນທາງກ້າວ ເດີນອັນ ລະອິດລະອ້ຽວຂອງການປະຕິວັດ ແລະ ຖືເອົາ ການສະ ເຫຼີມສະຫຼອງຄັ້ງນີ້ເພື່ອຍູ້ແຮງຂະບວນການຈັດ ຕັ້ງປະຕິບັດນະໂຍບາຍຂອງພັກ ໂດຍສະເພາະມະຕິກອງ ປະຊຸມ ໃຫຍ່ຄັ້ງທີ 10 ຂອງພັກໃຫ້ປະກົດຜົນເປັນຈິງ.
ບັນດາກິດຈະກຳທີ່ຈັດຂຶ້ນໃນງານຄັ້ງນີ້ ລວມມີ: 


ຈັດພິທີໂຮມຊຸມນຸມໃຫຍ່ຢູ່ເມືອງວຽງໄຊ, ງານວາງສະ ແດງຮູບພາບຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ຖໍ້າຊ້າງ ລອດເມືອງວຽງໄຊ, ປາຖະກະຖາເລົ່າມູນເຊື້ອກ່ຽວກັບ ເມືອງວຽງໄຊຕິດພັນກັບມູນເຊື້ອຂອງການປະຕິວັດລາວ, ຈັດຂະບວນຄາລະວານສູ່ເມືອງ ວຽງໄຊ,ຂະບວນໃຫຍ່, ຈັດກອງປະຊຸມສຳມະນາວິທະຍາສາດຢູ່ນະຄອນຫຼວງ ວຽງຈັນ, ຮຽບຮຽງປະຫວັດສາດເມືອງ ວຽງໄຊ ແລະ
ອື່ນໆ.




ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ, ປະທານປະເທດ ໄດ້ຂຶ້ນກ່າວສູນ ທອນພົດໃນພິທີຄັ້ງນີ້ ໂດຍໄດ້ຍົກໃຫ້ເຫັນເຖີງປະຫວັດ ຄວາມເປັນມາຂອງຊາດລາວ ແລະ ການຕໍ່ສູ້ກູ້ຊາດຂອງ ປະຊາຊົນລາວບັນດາເຜົ່າຕ້ານການຮຸກຮານຂອງພວກ
ຈັກກະພັດຕ່າງດ້າວຜູ້ຮຸກຮານ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ທີ່ລະອີດລະອ້ຽວ, ຍືດເຍື້ອ ຍາວນານ ແລະ ທໍລະຫົດອົດທົນຈົນສາມາດຍາດໄດ້ໄຊ ຊະນະ ແລະ ສະຖາປະນາເປັນ ສປປ.ລາວ ຢ່າງສະຫງ່າ ຜ່າເຜີຍໃນວັນທີ 2 ທັນວາປີ 1975.


ທ່ານ ບຸນຍັງ ວໍລະຈິດ ກ່າວຕື່ມວ່າ: ການສະເຫລີມ ສະຫລອງ ວັນສ້າງຕັ້ງເມືອງ ວຽງໄຊ ຖານທີ່ຫມັ້ນ ຂອງ ການປະຕິວັດ ຄົບຮອບ 50 ປີ ພໍດີກັບບັນຍາກາດ ການ ສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 43 ປີ, ການລະນຶກວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 98 ປີ. ເມື່ອທົບທວນຫວນຄືນປະຫວັດແຫ່ງ ການກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດເປັນເວລາ ພັນປີຂອງຊາວລາວ ເວົ້າລວມ, ເວົ້າສະເພາະເມືອງ ວຽງໄຊ ຖານທີ່ຫມັ້ນຂອງການປະຕິວັດ ຍິ່ງພິສູດໃຫ້ ເຫັນແຈ້ງວ່າ ບໍ່ມີຍຸກໃດ ສະໄຫມໃດທີ່ປະເທດຊາດ ຂອງພວກເຮົາໄດ້ຮັບເອກະລາດ, ປະຊາຊົນມີສິດເສລີ, ມີປະຊາທິປະໄຕ ແລະ ໄດ້ຮັບການພັດທະນາ ຈະເລີນ ຮຸ່ງເຮືອງເທົ່າກັບຍຸກສະໄຫມທີ່ມີພັກປະຊາຊົນ ປະຕິ ວັດລາວເປັນຜູ້ຈັດຕັ້ງ ແລະ ນຳພາພາລະກິດການປະ ຕິວັດປະເທດເຮົາ. ປັດຈຸບັນ ເມືອງ ວຽງໄຊ ໄດ້ກາຍເປັນ ມໍລະດົກອັນລໍ້າຄ່າທາງປະຫວັດສາດ ແລະ ທຳມະຊາດ ຂອງປະເທດເຮົາ, ນີ້ຄືຄວາມເອກອ້າງຂອງປະຊາຊົນ ລາວບັນເຜົ່າໃນທົ່ວປະເທດ ກໍຄື ຊາວເມືອງວຽງໄຊ, ແຂວງ ຫົວພັນວິລະຊົນທີ່ພວກເຮົາຈະຕ້ອງຈົດຈໍາ, ຈາລຶກໄວ້ ແລະ ສືບທອດໃຫ້ຄົນລຸ້ນຕໍ່ໄປ.

ໃນພິທີຄັ້ງນີ້ ລັດຖະບານ ໄດ້ຕົກລົງປະດັບຫລຽນ ຄຳແຫ່ງຊາດໃຫ້ເມືອງ ວຽງໄຊ, ພ້ອມທັງຮັບຊົມບົດຟ້ອນ ສະດຸດີຈາກນັກຮຽນ ມ.ສ ວຽງໄຊ ຈຳນວນ 600 ຄົນ ທີ່ມີຊື່ວ່າ: “ສັນລະເສີນເມືອງວຽງໄຊວິລະຊົນ” ທີ່ມີເນື້ອ ຄວາມເປັນມາ ແລະ ການສ້າງສາພັດທະນາເມືອງ ວຽງໄຊ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນ ປະຕິວັດລາວ ຈົນມາເຖີງທຸກວັນນີ້ທີ່ນັບມື້ເຕີບໃຫຍ່ຂະຫຍາຍຕິຢ່າງຕໍ່
ເນື່ອງ ເຮັດໃຫ່ບັນຍາກາດມີຄວາມຄຶກຄື້ນມ່ວນຊຶ່ນດີ.

ຂ່າວ:ບຸນຕຽງ ຈັນທະວົງ (ວສລ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.