Header Ads

ໃນປີ2019 ລວມຍອດຜະລິດຕະພັນຂອງປະເທດລາວຫລື GDP ຄາດວ່າຈະເພີ່ມຂື້ນ 6,7%


ອີງຕາມການລາຍງານຂອງ ນສພ ເສດຖະກິດສັງຄົມ ວ່າ: ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ກ່າວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ຄາດໝາຍສູ້ຊົນ ປີ 2019 ແມ່ນເຮັດໃຫ້ລວມຍອດມູນຄ່າຜະລິດຕະພັນພາຍໃນ ( GDP ) ເພີ່ມຂຶ້ນ 6,7% ຂຶ້ນໄປ ແລະ ມູນຄ່າເພີ່ມຕາມລາຄາໃນປີໃຫ້ໄດ້ 165.475 ຕື້ກີບ ຫຼື ເພີ່ມຈາກປີ 2018 ປະມານ 13 ພັນຕື້ກີບ.

ໃນນີ້, ຂະແໜງກະສິກຳເພີ່ມຂຶ້ນ 2,8%, ຂະແໜງອຸດສາຫະກຳເພີ່ມຂຶ້ນ 8,3%, ຂະແໜງການບໍລິການ ເພີ່ມຂຶ້ນ 6,6%, ພາສີຈາກການນໍາເຂົ້າເພີ່ມຂຶ້ນ 7%, ລາຍໄດ້ສະເລ່ຍຕໍ່ຫົວຄົນປະມານ 2.726 ໂດລາສະຫະລັດ, ຖ້າຄິດໄລ່ເປັນ GNI ລາຍໄດ້ຕໍ່ຫົວຄົນ ຈະມີມູນຄ່າ 2.317 ໂດລາສະຫະລັດ, ລະດົມທຶນລວມເພື່ອການພັດທະນາໃຫ້ໄດ້ທັງໝົດບໍ່ຕ່ຳກວ່າ 44.507,17 ຕື້ກີບ, ສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກ ບັນລຸໄດ້ປະມານ 5.516 ລ້ານໂດລາສະຫະລັດ, ມູນຄ່າການນຳເຂົ້າປະມານ 5.775 ລ້ານໂດລາສະຫະລັດ, ສູ້ຊົນສ້າງຄອບຄົວໃຫ້ມີເງື່ອນໄຂບັນລຸມາດຕະຖານຄອບຄົວພົ້ນທຸກ ໃຫ້ໄດ້ 4.649 ຄອບຄົວ; ສູ້ຊົນສ້າງບ້ານໃຫ້ມີເງື່ອນໄຂບັນລຸມາດຕະຖານບ້ານພົ້ນທຸກ ໃຫ້ໄດ້ 220 ບ້ານ.

ຂໍ້ມູນ: ເສດຖະກິດສັງຄົມ (Via ຂ່າວສານຫຼວງພະບາງ)

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.