Header Ads

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ບໍລິສັດ ໄອຈ໋ອບ ຮ່ວມກັນຈັດງານຕະຫຼາດນັດແຮງງານ ປະຈຳປີ 2018




ເພື່ອໃຫ້ສອດຄ່ອງກັບເປົ້າໝາຍພັດທະນາແບບຍືນຍົງທີ 8 ທີ່ເວົ້າເຖິງການເຕີບໂຕດ້ານເສດຖະກິດ ແລະ ການເຮັດວຽກແບບມີຄຸນຄ່າ ແລະ ເປັນທໍາ ແລະ ເພື່ອເປັນການກຽມພ້ອມການເຊື່ອມໂຍງເຂົ້າ AEC, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສ້າງວິໄສທັດ ແລະ ກຳນົດເປົ້າໝາຍ ຮອດປີ 2030 ໂດຍເນັ້ນໃສ່ການສ້າງແຮງງານທາງດ້ານຄຸນນະພາບ ແລະ ປະລິມານ ທີ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດແຮງງານ, ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ, ມີຄວາມໝັ້ນຄົງໃນການເຮັດວຽກ ແລະ ມີຄຸນນະພາບຊີວິດທີ່ດີ. ໃນວັນທີ 15 ພະຈິກ 2018ນີ້, ທີ່ກະຊວງຮສສ , ໂດຍເປັນກຽດກ່າວຖະແຫລງໂດຍ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ເປັນປະທານງານຕະຫຼາດນັດແຮງງານ ປະຈຳປີ 2018, ໄດ້ເປັນກຽດຖະແຫລງຂ່າວຕໍ່ສື່ມ່ວນຊົນ ແລະ ຫລອດຮອດ ພໍ່ແມ່ປະຊາຊົນບັນດາເຜົ່າ, ຫົວໜ່ວຍແຮງງານ, ໂຄງການລົງທຶນຕ່າງໆ, ນັກຮຽນຮູ້ນັກສຶກສາ, ຊາວໜຸ່ມ ແລະ ປັນຍາຊົນໃນຂອບເຂດທົ່ວປະເທດ ເພື່ອໄດ້ຮັບຮູ້ ຮັບຊາບນຳກັນວ່າ ໃນລະຫວ່າງວັນທີ 14-16 ເດືອນທັນວາ 2018 ນີ້, ຈະໄດ້ຮ່ວມກັນຈັດງານຕະຫຼາດນັດແຮງງານຂື້ນ ທີ່ສູນການຄ້າທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.



ພ້ອມນີ້, ທ່ານ ປອ ຄຳແພງ ໄຊສົມແພງ ຍັງໄດ້ກ່າວເຖິງຈຸດປະສົງຂອງການຈັດງານຕະຫຼາດນັດແຮງງານປະຈຳປີ 2018 ນີ້ ເຊຶ່ງເປັນການເປີດກ້ວາງດ້ານຂໍ້ມູນຂ່າວສານຕະຫລາດແຮງງານ ເຮັດໃຫ້ກຳລັງແຮງງານ ໄດ້ເຂົ້າເຖິງການມີວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳ, ສ້າງໂອກາດໃຫ້ກຳລັງແຮງງານທີ່ຕ້ອງການວຽກເຮັດງານທຳ ແລະ ຫົວໜ່ວຍແຮງງານຕ່າງໆ ໄດ້ພົບປະ ປຶກສາຫາລືກັນ ກ່ຽວກັບການຮັບສະໝັກງານ ແລະ ການພັດທະນາສີມືແຮງງານທີ່ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານ. ທັງເປັນເປັນການສ້າງເງື່ອນໄຂໃຫ້ຜູ້ປະກອບການທຸລະກິດ ແລະ ຜູ້ຊອກວຽກເຮັດງານທຳ ໄດ້ມາພົບກັນ, ພ້ອມທັງເປີດໂອກາດໃຫ້ນັກຮຽນຮູ້ ນັກສຶກສາ ແລະ ປັນຍາຊົນ ໄດ້ຍື່ນໃບສະໝັກວຽກກັບໜ່ວຍງານ, ອົງກອນ ຫຼື ບໍລິສັດໂດຍກົງ ແລະ ຍັງເປັນອີກຊ່ອງທາງໜຶ່ງທີ່ບໍລິສັດ ແລະ ໂຄງການລົງທຶນຕ່າງໆ ຈະໄດ້ຄັດເລືອກເອົານັກສຶກສາໄປຝຶກງານ ຫຼື ຮັບບັນຈຸເຂົ້າເປັນພະນັກງານໃນອົງກອນ ຫຼື ບໍລິສັດຂອງທ່ານໃນອະນາຄົດ, ພ້ອມດຽວກັນນັ້ນ ຍັງເປັນໂອກາດໃນການປະຊາສຳພັນກ່ຽວກັບອົງກອນ ຫຼື ບໍລິສັດຂອງທ່ານຕໍ່ກັບສັງຄົມ ແລະ ທັງເປັນການປະກອບສ່ວນເຂົ້າໃນການພັດທະນາຕະຫຼາດແຮງງານຢູ່ໃນ ສປປ ລາວ ອີກດ້ວຍ.





ນອກຈາກການຈັດງານຕະຫຼາດນັດແຮງງານແລ້ວ, ເນື່ອງຈາກວັນທີ 18 ທັນວາ ແມ່ນຖືກກໍານົດໃຫ້ເປັນວັນແຮງງານເຄື່ອນຍ້າຍສາກົນ ສະນັ້ນ, ໃນງານຄັ້ງນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການແຮງງານສາກົນ (ILO) ພາຍໃຕ້ໂຄງການຮ່ວມມືສາມຝ່າຍໃນບັນດາປະເທດສະມາຊິກອາຊຽນ ທີ່ໄດ້ຮັບການສະຫນັບສະໜູນທຶນຈາກລັດຖະບານອົດສະຕາລີ ຈຶ່ງຖືໂອກາດນີ້ ຕັ້ງບູດຈັດງານສະເຫລີມສະຫລອງວັນແຮງງານເຄື່ອນຍ້າຍສາກົນປະຈຳປີ 2018 ໄປພ້ອມໆກັນ.

ນອກຈາກນີ້ໃນພິທີດັ່ງກ່າວ, ຍັງຈະມີການເປີດໂຕການນຳໃຊ້ ເວັບໄຊ ບໍລິການຈັດຫາງານສາທາລະນະຊົນ (www.pes.molsw.gov.la) ທີ່ເປັນການຮ່ວມມືກັນລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບ ທະນາຄານພັດທະນາອາຊີ (ADB) ພາຍໃຕ້ໂຄງການເສີມສ້າງຄວາມອາດສາມາດທາງດ້ານວິຊາການເພື່ອພັດທະນາລະບົບການຈັດຫາງານ ຢູ່ ສປປ ລາວ ທີີ່ໄດ້ຮັບການສະຫນັບສະໜູນຈາກລັດຖະບານຍີປຸ່ນ, ຊຶ່ງເວັບໄຊ ບໍລິກນຈັດຫາງານສາທາລະນະຊົນນີ້ ເປັນເວັບໄຊທີ່ຈະເພີ່ມໂອກາດໃຫ້ແກ່ຜູ້ຊອກວຽກເຮັດງານທໍາ ເຂົ້າເຖິງລະບົບການຈ້າງງານ ແລະ ຂໍ້ມູນຂ່າວສານຕະຫຼາດແຮງງານ, ການຈ້າງງານງ່າຍຂຶ້ນ ໂດຍສະເພາະຈຸດບໍລິການຈັດຫາງານຈະມີລະບົບ ອອນລາຍ ໃນການບໍລິການຂຶ້ນທະບຽນຂອງຜູ້ຊອກວຽກເຮັດງານທໍາ ແລະ ຜູ້ໃຊ້ແຮງງານ, ຜູ້ຊອກວຽກເຮັດງານທໍາຢູ່ເຂດຊົນນະບົດ ສາມາດເຂົ້ານໍາໃຊ້ການບໍລິການຜ່ານ ໂທລະສັບ ຫລື ຄອມພີວເຕີ ມີຄວາມສະດວກສະບາຍຂຶ້ນ.



ພາບ-ຂ່າວ: ນ ເພັດສະໄໝ (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.