Header Ads

ຮອງນາຍົກລັດຖະມົນຕີ ເປັນປະທານພິທີຍ່າງເພື່ອສຸຂະພາບໃນໂອກາດສະເຫຼີມສະຫຼອງວັນເດັກໂລກວັນທີ 20 ພະຈິກ ຄົບຮອບ 29 ປີ



ພິທີຍ່າງເພື່ອສຸຂະພາບໃນໂອກາດສະເຫຼີມສະຫຼອງວັນເດັກໂລກວັນທີ 20 ພະຈິກ ຄົບຮອບ 29 ປີ ຈັດຂຶ້ນທີ່ເດີນປະຕູໄຊ ນະຄອນຫຼວງວຽງຈັນໃນຕອນເຊົ້າວັນທີ 17 ພະຈິ 2018, ໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີຄະນະນຳພັກ-ລັດ ຈາກບັນດາກະຊວງ, ນະຄອນຫຼວງວຽງຈັນ, ຕາງໜ້າອົງການຢູນິເຊັບປະຈຳລາວ, ທູຕານຸທູດ, ອົງການຈັດຕັ້ງສາກົນ, ຄູອາຈານ, ນັກຮຽນຈາກໂຮງຮຽນແຫ່ງຕ່າງໆເຂົ້າຮ່ວມຫຼາຍກວ່າ 1.000 ຄົນ.





ຈຸດປະສົງການຈັດງານສະເຫຼີມສະຫຼອງວັນເດັກໂລກຄັ້ງນີ້ສຳລັບເດັກເປັນເຈົ້າການ ເຊິ່ງເປັນເວທີທີ່ເດັກທົ່ວໂລກຈະມີບົດບາດສຳຄັນປະກອບສ່ວນເຂົ້າໃນວຽກງານຕ່າງໆເຊັ່ນ: ວຽກງານການປົກຄອງ, ວຽກງານທຸລະກິດ, ການກິລາ ແລະ ການເມືອງ ເພື່ອສະແດງຄວາມຄິດເຫັນ ສິ່ງທີ່ຜູ້ນຳທົ່ວໂລກຈະໄດ້ຮັບຮູ້ ແລະ ເພື່ອສະໜັບສະໜູນໝູ່ເພື່ອນຂອງພວກເຂົາຫຼາຍລ້ານຄົນ ຜູ້ທີ່ກຳລັງປະເຊີນກັບຄວາມຫວັງທີ່ມີໜ້ອຍ, ວັນເດັກໂລກແມ່ນວັນທີມ່ວນຊື່ນ, ມີຂໍ້ຄວາມໜັກແໜ້ນ ແລະ ເປັນໂອກາດດີທີ່ຈະເຜີຍແຜ່ກ່ຽວກັບຄວາມກັງວົນ ແລະ ສິ່ງທ້າທາຍຂອງເດັກ ແລະ ເປັນການຊ່ວຍສົ່ງເສີມສິດທິເດັກໃຫ້ຫຼາຍຂຶ້ນ.




ໃນໂອກາດນີ້ ທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກໄດ້ມີຄຳເຫັນໃນພິທີສະເຫຼີມສະຫຼອງວັນເດັກໂລກ ວັນທີ 20 ພະຈິກ ຄົບຮອບ 29 ປີ ໂດຍທ່ານໄດ້ຮຽກຮ້ອງມາຍັງບັນດາການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫຼອດເຖິງພໍ່ແມ່ປະຊາຊົນ ແລະ ເດັກນ້ອຍໃນທົ່ວປະເທດຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ເພີ່ມທະວີອອກແຮງຈັດຕັ້ງປະຕິບັດວຽກງານກ່ຽວກັບເດັກເພື່ອຮັບປະກັນ, ດູແລເອົາໃຈໃສ່, ການພັດທະນາ, ການປົກປ້ອງ ແລະ ການມີສ່ວນຮ່ວມຂອງເດັກເພື່ອໃຫ້ມີໄວເດັກທີ່ສົດໃສ ແລະ ກ້າວເປັນຜູ້ໃຫຍ່ທີ່ດີໃນອານາຄົດ, ເປັນກຳລັງຕົ້ນຕໍຂອງຊາດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.


ພິທີຍ່າງເພື່ອສຸຂະພາບໃນໂອກາດສະເຫຼີມສະຫຼອງວັນເດັກໂລກ ວັນທີ 20 ພະຈິກ ຄົບຮອບ 29 ປີ ໃນຕອນເຊົ້າມື້ນີ້ມີຫຼາຍກິດຈະກຳທີ່ປີ່ນອ້ອມ ເພື່ອສ້າງຂະບວນການໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເປັນຕົ້ນ ການສະແດງສີລະປະວັນນະຄະດີຂອງນ້ອງນັກຮຽນຈາກໂຮງຮຽນແຫ່ງຕ່າງໆໃນນະຄອນຫຼວງວຽງຈັນ, ເລົ່າປະຫວັດຄວາມເປັນມາຂອງວັນເດັກໂລກ, ຄວາມສຳຄັນ, ສິ່ງທ້າທາຍ ແລະ ວິທີແກ້ໄຂຂອງເດັກ. ຕາງໜ້າອົງການຢູນິເຊັບປະຈຳລາວມີຄຳເຫັນ ແລະ ພິທີມອບຂັນລາງວັນໃຫ້ແກ່ພາກສ່ວນຕ່າງໆທີ່ປະກອບສ່ວນເຂົ້າໃນການຈັດກິດຈະກຳສະເຫຼີມສະຫຼອງວັນເດັກໂລກ, ໃຫ້ກຽດມອບໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ.

ທີ່ມາ: Lao National Radio
© ໂຕະນໍ້າຊາ | tonamcha.com
___________



Powered by Blogger.