Header Ads

ລັດຖະບານ ຈະສູ້ຊົນແກ້ໄຂການພັດທະນາ ເສດຖະກິດ-ສັງຄົມ ໃຫ້ບັນລຸຕາມຄາດໝາຍ



ລັດຖະບານ ຈະສືບຕໍ່ເອົາໃຈໃສ່ສູ້ຊົນປັບປຸງ ແລະ ແກ້ໄຂຫລາຍບັນຫາທີ່ສຳຄັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ບັນລຸຕາມຄາດໝາຍທີ່ວາງໄວ້, ໂດຍສະເພາະແມ່ນ ທິດທາງແຜນການປີ 2019. ເຮັດໃຫ້ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງຊາດ ໄວ້ຢ່າງໜັກແໜ້ນ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ມີປະສິດທີຜົນກວ່າເກົ່າ; ຮັກສາສະຖຽນລະພາບ ຂອງເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ, ເຂັ້ມແຂງ ແລະ ຍືນຍົງ, ສູ້ຊົນເຮັດໃຫ້ການເຕີບໂຕ ຂອງເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງເພີ່ມຂຶ້ນ 6,7% ຂຶ້ນໄປ, ສະເລ່ຍລາຍຮັບຕໍ່ຫົວຄົນປະມານ 2.726 ໂດລາສະຫະລັດ, ລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ໃຫ້ໄດ້ປະ ມານ 2.317 ໂດລາສະຫະລັດ, ພ້ອມສືບຕໍ່ລະດົມທຶນ ເພື່ອການພັດທະນາໃຫ້ໄດ້ທັງໝົດບໍ່ຕ່ຳກວ່າ 44.347 ຕື້ກີບ ເທົ່າກັບ 27% ຂອງລາຍຮັບແຫ່ງຊາດ (GDP).

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ພະຈິກ 2018 ກ່າວວ່າ: ບັນຫາທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າປະກອບມີ: ສຸມໃສ່ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຢ່າງເຂັ້ມງວດ ແລະ ເຄັ່ງຄັດກວ່າເກົ່າ ເພື່ອພ້ອມກັນສູ້ຊົນໃຫ້ບັນລຸໄດ້ຄາດໝາຍຕ່າງໆທີ່ວາງໄວ້ ບົນພື້ນຖານຈິດໃຈປະຢັດ, ສືບຕໍ່ປະຕິບັດຄຳສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ, ຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດ, ຄຳສັ່ງ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ, ຄຳສັ່ງເລກທີ 12/ນຍ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ແລະ ແຈ້ງການ ອື່ນໆ ຂອງລັດຖະບານວາງໄວ້ຢ່າງເຂັ້ມງວດ ເພື່ອຮັກສາຈັງຫວະການເຕີບໂຕທາງດ້ານເສດຖະກິດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຢູ່ໃນທ່ວງທ່າທີ່ດີ.

ທີ່ມາ: ຂປລ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.