Header Ads

ລັດຖະບານ ຈະຫລຸດໂຄຕາລັດຖະກອນ ຈາກ 3.000 ມາເປັນ 1.500 ໃນປີໜ້າ


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ພະຈິກ 2018, ໂດຍເນັ້ນວ່າ: ລັດຖະບານ ຈະຫລຸດໂຄຕາພະນັກງງານລັດຖະກອນໃໝ່ລົງ ຈາກຈຳນວນ 3.000 ໃນປີ 2018 ມາເປັນ 1.500 ສຳລັບປີ 2019.

ທັງນີ້, ເພື່ອເປັນການຫລຸດຜ່ອນພາລະແບກຫາບຂອງງົບປະມານລັດ ແຕ່ຈະເນັ້ນໜັກໃສ່ການຍົກລະດັບຄວາມຮູ້ດ້ານວິຊາການ ແລະ ຫົວຄິດປະດິດສ້າງຂອງພະນັກງານ-ລັດຖະກອນ ເພື່ອສ້າງຂີດຄວາມສາມາດ ໃນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນ ແລະ ປະສິດທິພາບດີຂຶ້ນກວ່າເກົ່າ, ຫັນພະນັກງານສູນກາງລົງຊ່ວຍທ້ອງຖິ່ນ ຕາມທິດຂອງສູນກາງພັກໄດ້ວາງອອກ.

ໃນຂະນະດຽວກັນ, ກໍໄດ້ຕັດສິນໃຈ ແກ່ຍາວການເພີ່ມດັດສະນີເງິນເດືອນໃຫ້ແກ່ພະນັກງານໄວ້ເສຍກ່ອນ ໃນເງື່ອນໄຂທີ່ເຮົາມີຄວາມຫຍຸ້ງຍາກທາງດ້ານງົບປະມານປັດຈຸບັນ, ຊຶ່ງທ່ານນາຍົກລັດຖະ ມົນຕີ ຫວັງວ່າພະນັກງານລັດຖະກອນ ຈະສືບຕໍ່ເສຍສະຫລະ ແລະ ອົດທົນໄປໄລຍະໜຶ່ງກ່ອນ.

ພາບ ແລະ ຂ່າວ: ຂປລ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.