Header Ads

ກອງປະຊຸມສະໄໝມສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ່ 8 ເປີດຂຶ້ນຢ່າງເປັນທາງການ


ໃນຕອນເຊົ້າຂອງວັນທີ 20 ພະຈິກ 2018, ຢູ່ນະຄອນຫຼວງວຽງຈັນ, ກອງປະຊຸມສະໄໝມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເປັນປະທານໂດຍທ່ານ ນາງ ປານີ ຢາທໍຕູ້, ປະທານສະພາແຫ່ງຊາດ, ແລະ ໂດຍການເຂົ້າຮ່ວມຂອງການນຳພັກ ແລະ ລັດຂັ້ນສູງ ເຊັ່ນ: ທ່ານ ບຸນຍັງວໍລະຈິດ, ເລຂາທິກາານໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ, ແລະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ພ້ອມດ້ວຍ ຄະນະລັດຖະມົນຕີຈາກແຕ່ລະກະຊວງ ແລະ ສະມາຊິກສະພາແຫ່ງຊາດຂອງແຕ່ລະເຂດທົ່ວປະເທດ. 





ກອງປະຊຸມສະໄໝມສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ໃນຄັ້ງນີ້ ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາທີ່ສຳຄັນຂອງຊາດ ເຊັ່ນ: ຮັບຟັງ ແລະ ພິຈາລະນາບົດລາຍງານຂອງ ທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນປະຈຳປີ 2018 ແລະ ທິດທາງວຽກງານຈຸດສຸມໃນປີ 2019 ຂອງລັດຖະບານ, ພິຈາລະນາ ແລະ ຮັບຮອງເອົາບົດລາຍການຂອງທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນກ່ຽວກັບການຈັດຕັ້ງແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະທານແຫ່ງລັດ, ແຜນເງິນຕາປີ 2018, ທິດທາງວຽກງານປີ 2019, ແລະ ບົດລາຍງານການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແແຫ່ງລັດປະຈຳປີ 2017, ພິຈາລະນາ ແລະ ຮັບຮອງເອົາການຊີ້ແຈງ ຂອງລັດຖະບານຕໍ່ຄຳຊັກຖາມຂອງສອງກະຊວງຄື: 


ກະຊວງໂຍທາທິການ ແລະ ຂົນສົ່ງ, ຊີ້ແຈງກ່ຽວກັບສະພາບການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງໃນໄລຍະຜ່ານມາ ເຫັນວ່າຄຸນນະພາບການກໍ່ສ້າງຕໍ່າ, ແຕ່ມູນຄ່າການກໍ່ສ້າງສູງ, ແກ່ຍາວເວລາການກໍ່ສ້າງ ແລະ ທິດທາງແກ້ໄຂບັນຫາດັ່ງກ່າວໃນຕໍ່ໜ້າມີຄືແນວໃດ; ກະຊວງສາທາລະນະສຸກຊິ້ແຈງ ສະພາບກ່ຽວກັບການບໍລິກາານການປິ່ນປົວຢູ່ໂຮງໝໍ, ສຸກສາລາ ແລະ ທິດທາງໃນຕໍ່ໜ້າ; ຮັບຟັງ ແລະ ພິຈາລະນາບົດລາຍງານຂອງ ລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະໄໝສາມັນແທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 8 ວ່າດ້ວຍການພັດທະນາຊົນນະບົດແລະ ການລົບລ້າງຄວາມທຸກຍາກ ຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງ; ພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງຜູ້ວ່າການທະນາຄານແຫ່ງສປປລາວ ຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ; ພິຈາລະນາ ແລະ ຮັບຮອງເອົາບົດສະເໜີຂອງລັດຖະບານກ່ຽວກັບການຄົ້ນຄວ້າຊື່ເອີ້ນຊົນເຜົ່າບຣູ; ນອກຈາກນັ້ນ, ກອງປະຊຸມຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາການສ້າງ, ປັບປຸງແລະ ທາບທາມຮ່າງກົດໝາຍຈຳນວນ 9 ສະບັບ, ໂດຍໃນນັ້ນ ແມ່ນຮ່າງກົດໝາຍໃໝ່ 7 ສະບັບ ແລະ ບັນຫາສຳຄັນອື່ນໆ ຕື່ມອີກ.


ທີ່ມາ: Lao National Radio
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.