Header Ads

ທ່ານນາຍົກ ລາຍງານສະພາບພົ້ນເດັ່ນ ຕໍ່ກອງປະຊຸມສະພາແຫ່ງຊາດ




ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 20 ພະຈິກ 2018 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍ ລິຫານງານສູນກາງພັກ, ປະທານປະເທດ; ມີທ່ານນາຍົກລັດຖະມົນຕີ, ບັນດາຜູ້ນໍາພັກ-ລັດ, ອາດີດການນໍາຂັ້ນສູງ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ພາຍຫຼັງທ່ານປະທານສະພາແຫ່ງຊາດ ກ່າວໄຂກອງປະຊຸມຄັ້ງນີ້ ຢ່າງເປັນທາງການ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານໃຫ້ຊາບກ່ຽວກັບ ສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ໃນໄລຍະເຄິ່ງສະໄໝຂອງແຜນ 5 ປີ ຜ່ານມາ, ຕີລາຄາການຈັດຕັ້ງປະຕິບັດ ວຽກງານຂອງລັດຖະບານ ໃນປີ 2018, ທິດທາງແຜນການ ໃນປີ 2019 ແລະ ມາດຕະການຈັດຕັ້ງປະຕິບັດ. ໃນນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ຕະຫຼອດໄລຍະ 2 ປີ 6 ເດືອນກວ່າທີ່ຜ່ານມາ ລັດຖະບານ ໄດ້ສຸມໃສ່ປະຕິບັດໜ້າທີ່ຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍລັດຖະບານ ແລະ ໄດ້ຜັນຂະຫຍາຍບັນດານະໂຍບາຍ ກໍ່ຄື ມະຕິຂອງພັກ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ແຕ່ລະຄັ້ງ ເຂົ້າໃນແຜນວຽກຕົວຈິງ ເຮັດໃຫ້ການຄຸ້ມຄອງລັດ ກໍ່ຄື ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ບັນລຸຄາດໝາຍໃນຫຼາຍດ້ານ. 

ເຖິງແມ່ນວ່າ ໄລຍະທີ່ຜ່ານມາ ສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ ແລະ ສະຫຼັບສັບຊ້ອນຫຼາຍປະການ ຊຶ່ງໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ ຕໍ່ປະເທດເຮົາ ຢ່າງຫຼີກລ້ຽງບໍ່ໄດ້, ໃນເວລາດຽວກັນນັ້ນ, ຢູ່ປະເທດຂອງພວກເຮົາ ກໍ່ມີຫຼາຍບັນຫາສະສົມມາຢ່າງຫຼວງຫຼາຍ. ບໍ່ພຽງແຕ່ເທົ່ານັ້ນ ໃນ 2 ປີຜ່ານມາ ປະເທດຂອງພວກເຮົາ ໄດ້ປະສົບກັບໄພທໍາມະຊາດຢ່າງໜັກ ບວກໃສ່ກັບກໍລະນີຄູກັນນໍ້າຂອງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ, ການລະບາດຂອງສັດຕູພືດຢູ່ບັນດາແຂວງພາກເໜືອ ແລະ ອື່ນໆ. ທັງໝົດເຫຼົ່ານັ້ນ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ຢ່າງເປັນຕ່ອງໂສ້. 

ເຖິງຢ່າງໃດກໍ່ຕາມ ພາຍໃຕ້ການຊີ້ນໍາຂອງພັກ, ການຕິດຕາມກວດກາ ແລະ ຊຸກຍູ້ ຂອງສະພາແຫ່ງຊາດ, ລັດຖະບານ ໄດ້ພະຍາຍາມສືບຕໍ່ຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຂອງສັງຄົມ ໄດ້ໂດຍພື້ນຖານ, ເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະນະທໍາ-ສັງຄົມ ມີການພັດທະນາຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປົວແປງໃຫ້ດີຂຶ້ນກວ່າເກົ່າ, ການປົກປັກຮັກສາສິ່ງແວດລ້ອມ, ການນໍາໃຊ້ຊັບພະຍາກອນທໍາມະຊາດ ຕາມທິດການພັດທະນາສີຂຽວ-ຍືນຍົງ ໄດ້ຮັບການປະຕິບັດຢ່າງຕັ້ງໜ້າ, ນໍາພາປະເທດກ້າວສູ່ການຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາເທື່ອລະກ້າວ. ພ້ອມດຽວກັນນັ້ນ, ລັດຖະບານ ໄດ້ສຸມໃສ່ຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ເພື່ອຈັດຕັ້ງປະຕິບັດໃນແຕ່ລະປີ ໃຫ້ແທດເໝາະກັບສະພາບຕົວຈິງກວ່າເກົ່າ. 

ພ້ອມນັ້ນ ກໍ່ໄດ້ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນນໍາໃຊ້ບັນດາມາດຕະການ ເພື່ອປຸກລະດົມຈັດຕັ້ງປະຕິບັດບັນດາຄາດໝາຍ ທີ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໄດ້ຮັບຮອງເອົາແຕ່ລະຄັ້ງຜ່ານມາ, ໄດ້ຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ແກ້ໄຂບັນຫາເຄັ່ງຮ້ອນຈໍານວນໜຶ່ງ ເປັນຕົ້ນແມ່ນ ການປັບປຸງລະບົບການເງິນ-ງົບປະມານ ໃຫ້ເຂັ້ມແຂງ, ຄຸ້ມຄອງລະບົບເງິນຕາ ໃຫ້ມີສະຖຽນລະພາບ, ປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ ເພື່ອກະຕຸ້ນການຂະຫຍາຍຕົວທາງດ້ານເສດຖະກິດ, ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ແລະ ອື່ນໆ. ນອກນັ້ນ ຍັງໄດ້ສະກັດກັ້ນແຕ່ຫົວທີບັນດາບັນຫາທີ່ເກີດຂຶ້ນ ແລະ ກໍາລັງຈະເກີດຂຶ້ນ ທີ່ຈະພາໃຫ້ເກີດມີຜົນສະທ້ອນຕາມມາ ໃນໄລຍະຍາວໄດ້ຈໍານວນໜຶ່ງ.

​ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຄັ້ງນີ້ ຈະໄດ້ດໍາເນີນແຕ່ວັນທີ 20 ພະຈິກ ຫາ 21 ທັນວາ 2018.​


ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.