Header Ads

ພົບປະສອງຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ໂຄລົມເບຍ




ໃນວັນທີ 20 ພະຈິກ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການພົບປະຂອງ ທ່ານ ນາງ ລູດສ ສະເຕັນລາ ຈາຣາ ໂປຣຕີຢາ, ຮອງລັດຖະມົນຕີກະຊວງການຕ່າງປະທດ ແຫ່ງ ສາທາລະນະລັດ ໂຄລົມເບຍ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດທີ່ຄະນະ ໄດ້ມາເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ເວທີປຶກສາຫາລືດ້ານເສດຖະກິດ ລະຫວ່າງ ບັນດາປະເທດໃນຂົງເຂດອາຊີ ແລະ ອາເມຣິກາລາຕິນ (FEALAC) ຄັ້ງທີ 19, ຊຶ່ງຈັດຂຶ້ນໃນລະຫວ່າງ ວັນທີ 19-21 ພະຈິກ 2018.



ສປປ ລາວ ແລະ ສ.ໂຄລົມເບຍ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 30 ກັນຍາ 1988. ຕະຫຼອດໄລຍະທີ່ຜ່ານມາ ສອງປະເທດໄດ້ມີການພົວພັນຢ່າງປົກກະຕິ. ສອງຝ່າຍໄດ້ໃຫ້ການຊ່ວຍເຫຼືອ ແລະ   ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນກອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.


ການພົບປະກັນໃນຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບທິດທາງໃນຕໍ່ໜ້າ ໃນການເພີ່ມທະວີການຮ່ວມມືໃນດ້ານຕ່າງໆ ທີ່ສອງຝ່າຍມີທ່າແຮງ ເພື່ອປະກອບສ່ວນເຂົ້າການພັດທະນາເສດຖະກິດສັງຄົມ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດໃນອານາຄົດ. ນອກຈາກນັ້ນ, ສອງຝ່າຍ ກໍ່ໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ກັບບັນຫາທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ນໍາອີກດ້ວຍ.


ທີ່ມາ: ກະຊວງການຕ່າງປະເທດ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.