Header Ads

ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຊີ້ແຈງກ່ຽວກັບການແກ້ໄຂຂໍ້ຄົງຄ້າງການຈັດຕັ້ງປະຕິບັດວຽກງານ ຂອງກະຊວງ ໃນໄລຍະຜ່ານມາ



ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຊີ້ແຈງກ່ຽວກັບການແກ້ໄຂຂໍ້ຄົງຄ້າງການຈັດຕັ້ງປະຕິບັດວຽກງານ ຂອງກະຊວງ ໃນໄລຍະຜ່ານມາຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8

ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ໃນ26 ພະຈິກ 2018 ທີ່ຫໍປະຊຸມສະພາແຫ່ງຊາດຫຼັກ 6 ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງ ໄດ້ຮັບຟັງການຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດຂອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ
ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຊີ້ແຈງກ່ຽວກັບການແກ້ໄຂຂໍ້ຄົງຄ້າງການຈັດຕັ້ງປະຕິບັດວຽກງານ ຂອງກະຊວງ ໃນໄລຍະຜ່ານມາຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ວ່າ: ໄລຍະຜ່ານມາກະຊວງໂຍທາທິການ ແລະ ຂົນສົ່ງໄດ້ເອົາໃຈໃສ່ໃນການເກັບຄ່າທຳນຽມທາງຫັນເປັນທັນສະໄໝຜ່ານລະບົບທະນາຄານໂດຍສົມທົບກັບກະຊວງການເງິນຜ່ານການປະຕິບັດຕົວຈິງເຫັນວ່າບໍ່ທັນໄດ້ຮັບການຄຸ້ມຄອງດີປານໃດ ແລະ ໄດ້ສະເໜີພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນແກ້ໄຂໃຫ້ທັນກັບສະພາບການພັດທະນາໃນປະຈຸບັນພ້ອມນັ້ນຍັງໄດ້ເອົາໃຈໃສ່ແກ້ໄຂບັນຫາເຂດຊາຍແດນຕິດຈອດລະຫວາງປະເທດ ການກໍ່ສ້າງຕາຝັງເຈື່ອນຕາມແມ່ນ້ຳຕ່າງໆ ຊຸກຍູ້ການກໍ່ສ້າງໂຄງການຕາຝັງເຈື່ອນລຽບຕາມຊາຍແດນລະຫວາງປະເທດໃຫ້ທັນກັບສະພາບການ, ກວດກາຄືນ ແລະ ຢຸດຕິການຂຸດຄົ້ນ ແຮ່-ຊາຍຢ່າງຖາວອນ, ພ້ອມທັງເອົາໃຈໃສ່ແກ້ໄຂບັນຫາການນຳເຂົ້າພາຫະນະທີ່ຫຼີກລ້ຽງການເສຍພາສີອາກອນ ການເກັບອາກອນຜູ້ນຳໃຊ້ປ້າຍລົດ,ການກໍ່ສ້າງທາງລົດໄຟລາວຈີນ ພ້ອມທັງແກ້ໄຂບັນຫາການບັນທຸກເກີນນ້ຳໜັກ ແລະ ການຂຶ້ນທະບຽນພາຫະນະຂອງລັດ ປ້າຍສີຟ້າ, ເຊິ່ງຕາມກົດໝາຍ ແລະ ລະບຽບການ ຕ້ອງໄດ້ຈົດທະບຽນເປັນຊັບສິນຂອງລັດ ກັບກະຊວງການເງິນ, ແຕ່ຜ່ານມາ ມີໃບສະເໜີ ຈາກບັນດາພາກ ສ່ວນກ່ຽວຂ້ອງ ຂໍຂຶ້ນປ້າຍທະບຽນລົດກ່ອນ ຮອດປັດຈຸບັນຍັງບໍ່ທັນໄດ້ປະກອບເອກະສານຄົບຖ້ວນ ຈຳນວນ 1.919 ຄັນ ແລະ ພາຍຫລັງ ປີ 2015 ໄດ້ມີແຈ້ງການຂອງກະຊວງການເງິນ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ພາຫະ ນະຂອງລັດ ປ້າຍລັດບໍລິຫານ, ໄດ້ຫ້າມກອງຄຸ້ມຄອງພະຫະນະ ແລະ ການຂັບຂີ່ແຂວງນະຄອນຫລວງວຽງຈັນ, ອອກໃບທະບຽນຊົ່ວ ຄາວໃຫ້ບຸກຄົນ ແລະ ການຈັດຕັ້ງຕ່າງໆ ຕິດປ້າຍລົດບໍລິຫານລັດ, ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະ ແໜງ ຄຸ້ມຄອງ ຊັບສິນ ຂອງລັດ ກະຊວງການເງິນ.

ສຳລັບການຄຸ້ມຄອງພາຫະນະຂອງລັດ ແມ່ນຂຶ້ນກັບຫລາຍພາກສ່ວນຄຸ້ມຄອງ ເປັນຕົ້ນ ຢູ່ທ້ອງຖິ່ນ ແມ່ນອົງການປົກຄອງຂອງແຂວງນະຄອນຫລວງຄຸ້ມຄອງ, ຢູ່ບັນດາກະຊວງ ກໍແມ່ນກະ ຊວງຄຸ້ມຄອງ, ເຊິ່ງປັດຈຸບັນ ການຄຸ້ມຄອງ ດັ່ງກ່າວ ຍັງມີລັກສະນະກະແຈກກະຈ່າຍຢູ່, ຍັງບໍ່ທັນສາມາດແຍກບັນຊີການຄຸ້ມຄອງໄດ້ລະອຽດເທື່ອ, ກະຊວງໂຍທາທິການ ແລະ ຂົນສົ່ງ ຈະສືບຕໍ່ປຶກສາຫາ ລືກັບກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ດຳເນີນການຄົ້ນຄວ້າສ້າງ ນິຕິກຳຄຸ້ມ ຄອງ ທີ່ຮັດກຸມຂຶ້ນຕື່ມ.

ພາຍຫຼັງສະມາຊິກສະພາແຫ່ງແຕ່ລະເຂດເລືອກຕັ້ງໄດ້ຟັງການຊີ້ແຈງ ກ່ຽວກັບການແກ້ໄຂຂໍ້ຄົງຄ້າງການຈັດຕັ້ງປະຕິບັດວຽກງານຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໃນໄລຍະຜ່ານມາຂອງລັດຖະມົນຕີຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລ້ວສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ສືບຕໍ່ປະກອບຄຳເຫັນໃສ່ວຽກງານນີ້ຕື່ມອີກເພື່ອໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນປະຈຸບັນ.
ທ່ານ ເພັດແກ້ວ ເຮືອງປັນຍາ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປືມີຄຳຊັກຖາມ ຕໍ່ການຊີ້ແຈງຂອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ວ່າ: ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ທຶນເຂົ້າໃນການສ້ອມແປງເສັ້ນທາງຢູ່ທ້ອງຖິ່ນໄດ້ຈັດຕັ້ງປະຕິບັດແນວໃດ ເພາະເຫັນວ່າພະແນກໂຍທາທິການ ແລະ ຂົນສົ່ງແຂວງຈັດຕັ້ງປະຕິບັດເອງ ແລະ ການຄຸ້ມຄອງລົດໂດຍສານລະຫວ່າງແຂວງກັບແຂວງບໍ່ມີຄວາມສອດຄ່ອງປານໃດ.

ທ່ານ ບຸນລອດ ອ່ອນພະຈັນ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່ 4 ແຂວງອຸດົມໄຊ ມີຄຳຊັກຖາມເພີມຕື່ມຕໍ່ການຊີ້ແຈງຂອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ວ່າ: ການມອບເງິນບູລະນະກໍ່ສ້າງເສັ້ນທາງຢູ່ທ້ອງຖິ່ນໃນສາມເດືອນຂ້າມຜ່ານ ກະຊວງໂຍທາທິການ ແລະ ຂົນສົ່ງ ມີການຈັດຕັ້ງປະຕິບັດແນວໃດບາງທ້ອງຖິ່ນຍັງບໍ່ທັນຈະຕັດງົບປະມານຈຳນວນອອກຈາກແຜນການເລີຍບໍ່ຫຼືຈະແກ້ໄຂແນວໃດເພື່ອໃຫ້ວຽກງານນີ້ມີຄວາມຄືບໜ້າ.

ຂ່າວ: ເດດອາລຸນ ແກ້ວວິໄລ , ພາບ: ຕາລີເຊຍ (Lao National Radio)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.