Header Ads

ບຸນນະມັດສະການພະທາດຫຼວງປີນີ້ ມີຫຼາຍກິດຈະກຳທີ່ໜ້າທ່ຽວຊົມ



ບຸນ​ນະ­ມັດ­ສະ­ການ​ພະ​ທາດ­ຫຼວງ​ວຽງ​ຈັນ ເປັນ​ປາງ​ບຸນ​ປະ­ເພ­ນີ​ໃຫຍ່​ໜຶ່ງ​ທີ່​ສຳ­ຄັນ ອັນ​ເປັນ​ສູນ​ກາງ​ແຫ່ງ​ການ​ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ ຂອງ​ປວງ​ຊົນ​ລາວ​ບັນ­ດາ­ເຜົ່າ ຈາກ​ທຸກ​ສາ­ລະ​ທິດ ແລະ ປີ​ນີ້​ຈະ​ຈັດ​ຂຶ້ນ​ຢູ່ 2 ຈຸດ​ຄື​ກັບ​ປີ­ຜ່ານ­ມາ​ຄື: ຢູ່​ເດີ່ນ​ພະ​ທາດ­ຫຼວງ ວັນ​ທີ 16-22 ພະ­ຈິກ 2018 ແລະ ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ວັນ​ທີ 16-25 ພະ­ຈິກ 2018 ເຊິ່ງ​ພິ­ທີ​ເປີດ​ຢ່າງ​ເປັນ​ທາງ​ການ​ໄດ້​ຈັດ​ຂຶ້ນ​ວັນ​ທີ 16 ພະ­ຈິກ 2018 ທີ່​ເດີ່ນ​ພະ​ທາດ­ຫຼວງ ດັ່ງ­ນັ້ນ ຈຶ່ງ​ເຊີນ­ຊວນ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ແລະ ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ​ເຂົ້າ​ມາ​ທ່ຽວ​ຊົມ​ງານ​ບຸນ ແລະ ເຂົ້າ​ຮ່ວມ​ກິດ­ຈະ­ກຳ​ຕ່າງໆ​ດ້ວຍ​ຄວາມ​ເບີກ­ບານ​ມ່ວນ­ຊື່ນ.



ການ​ຈັດ​ງານ​ບຸນ​ພະ​ທາດ­ຫຼວງ​ປີ​ນີ້ ກໍ່​ຄື​ກັບ​ທຸກ​ປີ­ຜ່ານ­ມາ ທີ່​ຊາວ​ລາວ​ເຮົາ ກໍ່​ຄື ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ໄດ້​ສືບ​ທອດ​ກັນ​ມາ​ແຕ່​ດຶກ​ດຳ​ບັນ ພິ­ເສດ​ປີ​ນີ້​ແມ່ນ​ປີ​ທ່ອງ​ທ່ຽວ​ລາວ 2018 ຈຶ່ງ​ມີ​ຄວາມ​ສຳ­ຄັນ​ຢ່າງ​ຍິ່ງ ເຊິ່ງ​ເປັນ​ໂອ­ກາດ​ອັນ​ດີ​ໃຫ້​ແກ່​ບັນ­ດາ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໄດ້​ເຂົ້າ​ຢ້ຽມ​ຊົມ ແລະ ເຫັນ​ໄດ້​ມູນ­ເຊື້ອ​ວັດ­ທະ­ນາ​ທຳ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ຊາດ​ລາວ ນອກ​ນີ້ ພາຍ​ໃນ​ງານ​ຍັງ​ໄດ້​ຈັດ​ໃຫ້​ມີ​ພິ­ທີ​ຕ່າງໆ ເຊັ່ນ: ວັນ​ທີ 16 ພະ­ຈິກ 2018 ເວ­ລາ 16:00 ໂມງ ໄດ້​ມີ​ພິ­ທີ​ສະ­ຫຼຸບ​ໂຄງ­ການ​ປະ­ຕິ­ສັງ­ຂອນ​ພະ​ທາດ­ຫຼວງ ຄັ້ງ​ທີ 4 ແລະ ພິ­ທີ​ເປີດ​ບຸນ​ນະ­ມັດ­ສະ­ການ​ພະ​ທາດ­ຫຼວງ​ປີ 2018 ຢ່າງ​ເປັນ​ທາງ​ການ ຈັດ​ຢູ່​ເດີ່ນ​ພະ​ທາດ­ຫຼວງ ວັນ​ທີ 21 ພະ­ຈິກ 2018 ເວ­ລາ 13:00 ໂມງ ມີ​ພິ­ທີ​ທາງ​ສາ­ສະ­ໜາ​ແຫ່​ຜາ­ສາດ​ເຜິ້ງ ແຕ່​ວັດ​ສີ​ເມືອງ​ມາ​ຫາ​ພະ​ທາດ­ຫຼວງ ແລະ ວັນ​ທີ 22 ພະ­ຈິກ 2018 ເວ­ລາ 7:00 ໂມງ ມີ​ພິ­ທີ​ໃສ່​ບາດ​ຢູ່​ດ້ານ​ໃນ ແລະ ດ້ານ​ນອກ​ເດີ່ນ​ກົມ​ມະ​ລຽນ​ພະ​ທາດ­ຫຼວງ ເວ­ລາ 13:00 ໂມງ ມີ​ພິ­ທີ​ແຂ່ງ­ຂັນ​ຕີ­ຄີ​ຢູ່​ເດີ່ນ​ພະ​ທາດ­ຫຼວງ ແລະ ເວ­ລາ 19:00 ໂມງ​ມີ​ພິ­ທີ​ວຽນ­ທຽນ​ຢູ່​ດ້ານ​ໃນ​ເດີ່ນ​ກົມ​ມະ​ລຽນ​ພະ​ທາດ­ຫຼວງ ນອກ​ນີ້ ໃນ​ໄລ­ຍະ​ຄົບ­ງັນ​ບຸນ ຍັງ​ເປີດ​ໃຫ້​ຜູ້​ທີ່​ມາ​ທ່ຽວ​ຊົມ​ງານ​ບຸນ​ເຂົ້າ​ໄປ​ກາບ​ໄຫວ້​ສັກ­ກາ­ລະ​ບູ­ຊາ​ອົງ​ພະ​ທາດ­ຫຼວງ ແຕ່​ຜູ້​ທີ່​ຈະ​ເຂົ້າ​ໄປ​ນັ້ນ​ຕ້ອງ​ນຸ່ງ​ເຄື່ອງ​ສຸ­ພາບ​ຮຽບ​ຮ້ອຍ ໂດຍ​ສະ­ເພາະ ຜູ້­ຍິງ​ຕ້ອງ​ນຸ່ງ​ສິ້ນ ແຕ່​ຖ້າ​ຜູ້​ໃດ​ບໍ່​ໄດ້​ນຸ່ງ​ສິ້ນ​ໄປ ທາງ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຈັດ​ສະ­ຖານ­ທີ່​ບໍ­ລິ­ການ​ປ່ຽນ​ສິ້ນ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ຜູ້​ທີ່​ຕ້ອງ­ການ​ໄປ​ທຳ­ບຸນ​ກາບ​ໄຫວ້​ອົງ​ພະ​ທາດ­ຫຼວງ.



ສຳ­ລັບ​ງານ​ບຸນ​ພະ​ທາດ­ຫຼວງ​ປີ​ນີ້ ໄດ້​ຈັດ​ໃຫ້​ມີ​ຫຼາຍ​ກິດ­ຈະ­ກຳ​ທີ່​ໜ້າ​ທ່ຽວ​ຊົມ​ຢູ່​ເດີ່ນ​ພະ​ທາດ­ຫຼວງ ຈະ​ມີ​ສິນ­ຄ້າ​ພາຍ​ໃນ ກໍ່​ຄື ສິນ­ຄ້າ​ໂອ​ດ໋ອບ​ຈາກ​ຫຼາຍ​ແຂວງ​ທົ່ວ​ປະ­ເທດ​ເຂົ້າ​ຮ່ວມ​ວາງ­ສະ­ແດງ​ຂາຍ ທ່ຽວ​ຊົມ​ເຮືອນ​ຊົງ​ລາວ ເຄື່ອງ​ຫຼິ້ນ ເດັກ­ນ້ອຍ-ຜູ້​ໃຫຍ່ ສິນ­ຄ້າ​ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ​ທີ່​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ນຳ​ມາ​ວາງ­ສະ­ແດງ​ຂາຍ ເຂົ້າ­ຫຼາມ ປີ້ງ​ໄກ່ ອາ­ຫານ​ລາວ ເວ­ທີ​ສະ­ແດງ ສິ­ລະ​ປະ​ກາງ­ແຈ້ງ ເວ­ທີ​ມວຍ​ລາວ ແລະ ອື່ນໆ ສ່ວນ​ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ຈະ​ມີ​ສິນ­ຄ້າ​ປະ­ເພດ​ອຸດ­ສາ­ຫະ­ກຳ ແຕ່​ສິ່ງ​ສຳ­ຄັນ ເພື່ອ​ເຮັດ​ໃຫ້​ງານ​ບຸນ​ມີ​ບັນ­ຍາ­ກາດ​ຟົດ­ຟື້ນ​ມ່ວນ­ຊື່ນ ຮັບ­ປະ­ກັນ​ໄດ້​ຄວາມ​ສະ­ຫງົບ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ສະ­ອາດ ຈົບ­ງາມ ຮັກ­ສາ​ໄດ້​ມູນ­ເຊື້ອ​ວັດ­ທະ­ນະ­ທຳ ແລະ ຮີດ­ຄອງ​ປະ­ເພ­ນີ ຄວາມ​ສາ­ມັກ­ຄີ​ເປັນ​ປຶກ​ແຜ່ນ​ແໜ້ນ​ໜຽວ​ນັ້ນ ຈຶ່ງ​ຮຽກ­ຮ້ອງ​ມາ​ຍັງ​ປະ­ຊາ­ຊົນ ກໍ່​ຄື​ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ​ທຸກ​ຖ້ວນ​ໜ້າ ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ມີ​ສະ­ຕິ​ລະ­ວັງ​ຕົວ ແລະ ສິ່ງ​ສຳ­ຄັນ​ແມ່ນ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ 13 ຂໍ້​ຫ້າມ​ຂອງ​ອະ­ນຸ​ກຳ­ມະ­ການ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ທີ່​ໄດ້​ວາງ​ອອກ​ໃຫ້​ເຂັ້ມ​ງວດ ທັງ​ນີ້ ກໍ່​ເພື່ອ​ເປັນ​ການ​ປົກ​ປັກ​ຮັກ­ສາ​ເສີມ​ຂະ­ຫຍາຍ​ມູນ­ເຊື້ອ​ວັດ­ທະ­ນະ­ທຳ ແລະ ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ຊາດ​ລາວ ໃຫ້​ຍືນ​ຍົງ​ຄຽງ​ຄູ່​ຢູ່​ຕະ­ຫຼອດ​ໄປ.


PR News 
ງານນະມັດສະການ ພຣະທາດຫຼວງວຽງັນ ພສ 2561 


ທີ່ມາ: ນສພ ວຽງຈັນໃໝ່ 
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.