Header Ads

ລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ ລາວ ພົບປະ ກັບ ຮອງລັດຖະມົນຕີການຕ່າງປະເທດ ສະຫະລັດ ອາເມລິກາ



ໃນວັນທີ 14 ພະຈິກ 2018 ໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ  ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ  ທີ່ ປະເທດ ສິງກະໂປ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ພະນະທ່ານ ຈອນ ສຸລິວັນ, ຮອງລັດຖະມົນຕີການຕ່າງປະເທດສະຫະລັດ ອາເມລິກາ,  ເພື່ອຮັດແໜ້ນສາຍພົວພັນມິດຕະພາບ  ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ສື​ບຕໍ່​ຂະຫຍາຍຕົວໄປສູ່ບາດກ້າວໃໝ່.

ໃນການພົບປະດັ່ງກ່າວ,  ສອງຝ່າຍໄດ້ຕີລາສູງຕໍ່ການພົວພັນຮ່ວມມືໃນໄລຍະທີ່ຜ່ານມາ ແລະ ຊຸກຍູ້ການຮ່ວມມືກັນໃນຕໍ່ໜ້າ. ການຮ່ວມມືສອງຝ່າຍໃນປັດຈຸບັນທີ່ພົ້ນເດັ່ນມີ: ວຽກງານຊອກຄົ້ນຫາສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA); ການແກ້ໄຂບັນຫາລະເບີດບໍ່ທັນແຕກ (UXO); ການຮ່ວມມືດ້ານສາທາ​ລະ​ນະ​ສຸກ; ການສຶກສາ;  ການປ້ອງກັນ-ຄວບຄຸມຢາເສບຕິດ (Narcotic) ແລະ ການຊ່ວຍເຫຼືອດ້ານວັດທະນະທຳ-ສັງຄົມ. ໃນໂອກາດພົບປະສອງຝ່າຍດັ່ງກ່າວ ຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ອາເມລິກາ ທີ່ໃຫ້ທຶນຊ່ວຍເຫຼືອແກ່ ສປປ ລາວ ໃນໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ ສປປ ລາວ. ນອກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືການຮ່ວມມືໃນຂອບ ອາຊຽນ-ອາມລິກາ, ໂດຍສະເພາະໄລຍະເລີ່ມຈາກນີ້ໄປເປັນເວລາໜື່ງປີ, ສປປ ລາວ ເປັນປະເທດປະສານງານໃຫ້ແກ່ຂອບການຮ່ວມມື ອາຊຽນ-ອາເມລິກາ. 


ພາບ ແລະ ຂ່າວ: ກະຊວງການຕ່າງປະເທດ  
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.