Header Ads

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ )ໄດ້ຈັດພິທີປາຖະກະຖາ ຫວນຄືນວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນ ຂອງການປະຕິວັດລາວ ຄົບຮອບ 50 ປີ (30/11/1968-30/11/ 2018)



ໃນວັນທີ 15 ພະຈິກ 2018, ໃຫ້ກຽດເຜີຍແຜ່ ໂດຍ ສະຫາຍ ປອ ຄຳແພງ ໄຊສົມແພງກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພະນັກງານພາຍໃນ ແລະ ອອ້ມຂ້າງກະຊວງເຂົ້າຮ່ວມ. ສະຫາຍ ປອ ຄຳແພງ ໄຊສົມແພງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງການສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນ ຂອງການປະຕິວັດລາວ, ເມືອງວຽງໄຊ ເປັນຖານທີ່ໝັ້ນ ທີ່ແຂງແກ່ນ, ເປັນສູນກາງແຫ່ງການຊີ້ນຳ-ນຳພາຮອບດ້ານຂອງພັກ ໃນພາລະກິດປົດປ່ອຍ ປະເທດຊາດຢ່າງມີໄຊ, ເປັນບ່ອນກຳເນີດ ອົງການແນວລາວສ້າງຊາດ, ເປັນໃຈກາງແຫ່ງ ການເຕົ້າໂຮມ ຄວາມສາມັກຄີ ທົ່ວປວງຊົນທັງຊາດ, ທັງເປັນບ່ອນກໍ່ສ້າງ ແລະ ຂະຫຍາຍກໍາລັງປະກອບອາວຸດ, ກໍ່ສ້າງ ແລະ ປົກປັກຮັກສາຖານທີ່ໝັ້ນການປະຕິວັດ. ພ້ອມນັ້ນ, ເມືອງວຽງໄຊ ແມ່ນບ່ອນກຳເນີດ ຂອງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ.




ໃນການເຜີຍແຜ່ຄັ້ງນີ້, ເພື່ອແນໃສ່ສຶກສາອົບຮົມ ມູນເຊື້ອຄວາມປີຊາສາມາດ, ຄວາມສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໃນການນຳພາການປະຕິວັດ, ເປັນການລະ ນຶກຈົດຈຳລໍ້າລຶກ ໄຊຊະນະອັນຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ, ກໍຄື ຜົນງານອັນລໍ້າເລີດ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງ ຂອງການນຳຮຸ້ນກ່ອນ, ໂດຍສະເພາະ ປະທານໄກສອນ ພົມວິຫານ ແລະ ຜູ້ນຳອື່ນໆ ທີ່ໄດ້ນຳພາ-ພາລະກິດປະຕິວັດ ຕໍ່ສູ້ປົດປ່ອຍປະເທດຊາດ, ສ້າງເມືອງວຽງໄຊ ເປັນຖານທີ່ໝັ້ນອັນແຂງແກ່ນ ເພື່ອເຮັດ ສຳເລັດການປະຕິວັດ ຊາດປະຊາທິປະໄຕ ນຳເອົາປະເທດຊາດ ກ້າວຂຶ້ນສູ່ສັງກາດໃໝ່. ທັງນີ້, ແນ່ໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ, ໂດຍສະເພາະ ຄົນຮຸ້ນໃໝ່ ໃຫ້ຮັບຮູ້-ເຂົ້າໃຈຢ່າງເລີກເຊິ່ງ ກ່ຽວກັບເສັ້ນທາງກ້າວເດີນ ອັນລະອິດລະອ້ຽວ ຂອງການປະຕິວັດ, ມູນເຊື້ອຕໍ່ສູ້ອັນມີໄຊ ແລະ ການນຳພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ ກໍຄື ການຄົ້ນຄວ້າຮໍ່າຮຽນ ເອົາເປັນແບບຢ່າງ ໃນຄຸນສົມບັດສິນທຳປະຕິວັດ ຂອງບັນດາທ່ານຜູ້ນຳປະຕິວັດຮຸ້ນກ່ອນ. ທັງນີ້, ເພື່ອເປັນການ ເສີມຂະຫຍາຍມູນເຊື້ອແຫ່ງການ ຊີ້ນຳ-ນຳພາຮອບດ້ານຂອງພັກ, ມູນເຊື້ອພິລະອາດຫານ ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ, ມູນເຊື້ອສາມັກຄີປອງດອງຊາດ ແລະ ມູນເຊື້ອດຸ ໝັ່ນຂະຫຍັນໝັ່ນພຽນ ໃນການອອກແຮງງານ ສ້າງສາພັດທະນາ ຊີວິດການເປັນຢູ່ ຂອງປະຊາຊົນລາວເຮົາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍ ທີ່ໄດ້ກຳນົດໄວ້ຢ່າງມີໄຊ.

ໃນໂອກາດດຽວກັນ, ສະຫາຍ ເພັດ ພົມພິພັກ ໄດ້ເຜີຍແຜ່ບົດແນະນໍາກ່ຽວ ກັບການດໍາເນີນຊີ ວິດ ການເມືອງພາຍໃນພັກ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ 3 ຂັ້ນ ຕື່ມອີກ./


ພາບ-ຂ່າວ: ເພັດສະໄໝ (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.