Header Ads

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ແຫ່ງ ສ.ເກົາຫຼີ ທີ່ ປະເທດສິງກະໂປ



ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ ປະເທດສິງກະໂປ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ມູນ ແຈ ອິນ, ປະທານາທິບໍດີ ແຫ່ງ ສ. ເກົາຫຼີ, ໃນວັນທີ 14 ພະຈິກ 2018, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນ.



ໃນໂອກາດພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ມີບາດກ້າວຂະຫຍາຍຕົວຢ່າງໄວວາ ຕະຫຼອດໄລຍະ 2 ທົດສະວັດ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນປີ 1995 ເປັນຕົ້ນມາ, ເຊິ່ງເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ການລົງທຶນຂອງ ສ. ເກົາຫຼີ ກໍມີຈຳນວນເພີ່ມຂຶ້ນ, ເຊິ່ງຖືກຈັດຢູ່ໃນອັນດັບທີ 5 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ຈຳນວນນັກທ່ອງທ່ຽວ ສ. ເກົາຫຼີ ເດີນທາງມາທ່ອງທ່ຽວ ສປປ ລາວ ກໍນັບມື້ນັບເພີ່ມຂຶ້ນ.

ໃນໂອກາດດັ່ງກ່າວ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄປຍັງ ພະນະທ່ານ ປະທານາທິບໍດີ ແຫ່ງ ສ. ເກົາຫຼີ, ພ້ອມທັງສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ສ. ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານຕ່າງໆ ແກ່ ສປປ ລາວ, ໂດຍສະເພາະການຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນລາວ ທີ່ໄດ້ຮັບເຄາະຮ້າຍ ຈາກໄພພິບັດນຳ້ຖ້ວມ ອັນເນື່ອງມາຈາກສັນເຂື່ອນໄຟຟ້າ ເຊປຽນ-ເຊນຳ້ນ້ອຍແຕກ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໃນທ້າຍເດືອນກໍລະກົດ 2018 ທີ່ຜ່ານມາ.

ໃນໂອກາດດຽວກັນ, ພະນະທ່ານ ປະທານາທິບໍດີ ມູນ ແຈ ອິນ ກໍໄດ້ສະແດງຄວາມຍິນດີ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໂດຍສະເພາະໂຄງການຕ້ານຕາຝັ່ງເຈື່ອນຕາມລຳແມ່ນຳ້ຂອງ, ການຟື້ນຟູພື້ນຖານໂຄງລ່າງ ແລະ ຊ່ວຍເຫຼືອພັດທະນາໝູ່ບ້ານແບບທັນສະໄໝ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື. ໃນໂອກາດດັ່ງກ່າວ, ພະນະທ່ານ ປະທານາທິບໍດີ ສ. ເກົາຫຼີ ຍັງໄດ້ສະແດງຄວາມເສົ້າສະຫຼົດໃຈ ມາຍັງລັດຖະບານ ແລະ ປະຊາຊົນລາວ ຕໍ່ເຫດການສັນເຂື່ອນໄຟຟ້າ ເຊປຽນ-ເຊນຳ້ນ້ອຍແຕກ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ຕື່ມອີກ. ພ້ອມນັ້ນ, ຍັງໄດ້ແລກປ່ຽນທັດສະນະຕໍ່ບາງບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍສົນໃຈ.


ພາບ ແລະ ຂ່າວ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.