Header Ads

ທ່ານ ນາຍົກລັດຖະມົນຕີ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ກັບບັນດາຄູ່ເຈລະຈາ ທີ່ ສິງກະໂປ



ວັນທີ 14 ພະຈິກ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມ ສຸດຍອດ ກັບບັນດາຄູ່ເຈລະຈາຂອງອາຊຽນ ເຊັ່ນ: ກອງປະຊຸມສຸດຍອດ ອາຫານເຊົ້າ ແບບບໍ່ເປັນທາງການອາຊຽນ-ອົດສະຕຣາລີ, ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 21, ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 20, ກອງປະຊຸມອາຫານທ່ຽງແບບເຮັດວຽກສໍາລັບຜູ້ນໍາອາຊຽນ ແລະ ແຂກຂອງປະທານ, ກອງປະຊຸມສຸດຍອດອາຊຽນ-ລັດເຊຍ ຄັ້ງທີ 3, ແລະ ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 21. ນອກຈາກນີ້, ຍັງໄດ້ພົບປະສອງຝ່າຍກັບ ລັດເຊຍ ແລະ ສ. ເກົາຫລີ. 



ກອງປະຊຸມສຸດຍອດອາຫານເຊົ້າແບບບໍ່ເປັນທາງການ ອາຊຽນ-ອົດສະຕຣາລີ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄໝພິເສດ ທີ່ ຈັດຂຶ້ນ ໃນເດືອນມີນາ 2018 ທີ່ ຊິດນີ, ອົດສະຕຣາລີ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າ ການຜັນຂະຫຍາຍ 15 ຂໍ້ລິເລີ່ມ ທີ່ ລັດຖະບານອົດສະຕຣາລີ ໄດ້ປະກາດໃນໂອກາດກອງປະຊຸມສຸດຍອດສະໄໝພິເສດດັ່ງກ່າວ. ສອງຝ່າຍ ເຫັນດີສືບຕໍ່ເສີມຂະຫຍາຍການພົວພັນ ແລະ ຮ່ວມມື ດ້ານຕ່າງໆເຊັ່ນ: ຄວາມໝັ້ນຄົງທາງຄອມພິວເຕີ, ການສົ່ງເສີມການອຳນວຍຄວາມສະດວກດ້ານການຄ້າ, ການລົງທຶນ, ການບໍລິການ, ການທ່ອງທ່ຽວ, ການພັດທະນາ ແລະ ການເຂົ້າເຖິງແຫຼ່ງທຶນ ສຳລັບວິສະຫະກິດຂະຫນາດນ້ອຍ ແລະ ກາງ (SMEs), ການຖ່າຍທອດເຕັກໂນໂລຊີໃໝ່, ນະວັດຕະກຳດ້ານການປະກອບການ ແລະ ການບໍລິການສຳລັບເຄືອຂ່າຍຕົວເມືອງອັດສະລິຍະ ແລະ ອື່ນໆ. ໃນໂອກາດນີ້, ສປປ ລາວ ໄດ້ສະເໜີໃຫ້ອົດສະຕຣາລີ ສືບຕໍ່ໃຫ້ການສະໜັບສະໜູນອາຊຽນ ໃນຂົງເຂດການສຶກສາ ແລະ ສະແດງຄວາມຂອບໃຈທີ່ອົດສະຕຣາລີ ເຫັນດີຈະໃຫ້ການຊ່ວຍເຫຼືອດ້ານການປະເມີນຄວາມຄືບໜ້າຂອງການຫຼຸດຜ່ອນຄວາມຫຼຸດໂຕນກັນດ້ານການພັດທະນາ ພາຍໃນອາຊຽນ.



ກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 21 ໄດ້ສະແດງຄວາມຍິນດີຕໍ່ການສະເຫຼີມສະຫຼອງຄົບຮອບ 15 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດອາຊຽນ-ຈີນ ໃນປີ 2018 ແລະຍັ້ງຢືນຄືນຄວາມ ໝາຍໝັ້ນຂອງທັງສອງຝ່າຍ ທີ່ຈະສືບຕໍ່ຮັດແໜ້ນການຮ່ວມມື ເພື່ອຜົນປະໂຫຍດຮ່ວມກັນໃນໄລຍະຍາວ ໂດຍການຮັບຮອງເອົາວິໄສທັດຄູ່ຮ່ວມຍຸດທະສາດອາຊຽນ-ຈີນ 2030. ຜູ້ນຳອາຊຽນ ແລະ ຈີນ ໄດ້ສະແດງຄວາມເພີ່ງພໍໃຈ ຕໍ່ຄວາມຄືບໜ້າຫລາຍດ້ານ ໃນການການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ຈີນ 2016-2020 ໃນ ປີຜ່ານມາ ແລະ ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືເພື່ອຈັດຕັ້ງປະຕິບັດແຜນປະຕິບັດງານດັ່ງກ່າວໃຫ້ມີປະສິດທິພາບຍິ່ງຂຶ້ນ. ກອງປະຊຸມໄດ້ຮັບຊາບຄວາມຄືບຫນ້າ ການຈັດຕັ້ງປະຕິບັດຖະແຫລງການວ່າດ້ວຍການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ (ດີໂອຊີ) ແລະ ໝາຍໝັ້ນທີ່ຈະເລັ່ງລັດການເຈລະຈາກົດແຫ່ງການປະພຶດ (ຊີໂອຊີຝ) ໃຫ້ສຳເລັດພາຍໃນ 3 ປີ. ຄຽງຄູ່ກັນນີ້, ຍັງໄດ້ສະແດງຄວາມຍິນດີຕໍ່ໝາກຜົນຂອງການຈັດຕັ້ງປະຕິບັດກິດຈະກຳສະເຫຼີມສະຫຼອງ ປີ ນະວັດຕະກຳ ອາຊຽນ-ຈີນ 2018 ແລະ ໄດ້ຮັບຮອງເອົາຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍການຮ່ວມມື ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ. ກອງປະຊຸມ ເຫັນດີກຳນົດເອົາປີ 2019 ເປັນປີແລກປ່ຽນສື່ມວນຊົນ ອາຊຽນ-ຈີນ ແລະ ເຫັນດີເພີ່ມທະວີການຮ່ວມມືໃນດ້ານຕ່າງໆທີ່ອາຊຽນ ແລະ ຈີນ ມີທ່າແຮງ ເຊັ່ນ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະ, ເສດຖະກິດດີຈີຕອນ, ການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຈອດ ແລະ ອື່ນໆ. ໃນໂອກາດດັ່ງກ່າວ, ຜູ້ນຳອາຊຽນ ໄດ້ສະແດງຄວາມຍິນດີ ຕໍ່ການປະກາດຂອງ ຈີນ ທີ່ຈະປະກອບທຶນ ຈຳນວນ 10 ລ້ານ ໂດລາສະຫະລັດ ເຂົ້າໃນກອງທຶນການຮ່ວມມືອາຊຽນ-ຈີນ ເພື່ອຈັດຕັ້ງປະຕິບັດກິດຈະກຳຮ່ວມມືຕ່າງໆ ໂດຍສະເພາະການສະໜອງທຶນການສຶກສາ ແລະ ການຝຶກອົບຮົມ ສຳລັບປີ 2019. 

ກອງປະຊຸມສຸດຍອດ ອາຊຽນ-ສ. ເກົາຫລີ ຄັ້ງທີ 20 ໄດ້ສະແດງຄວາມເພີ່ງພໍໃຈ ຕໍ່ຄວາມຄືບໜ້າ ການຈັດຕັ້ງປະຕິບັດ ແຜນປະຕິບັດງານ ອາຊຽນ-ສ. ເກົາຫລີ 2016-2020, ໃນນີ້, ສອງຝ່າຍເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດການເມືອງ-ຄວາມໝັ້ນຄົງ, ການຄ້າ, ການລົງທຶນ, ການບໍລິການ ແລະ ການທ່ອງທ່ຽວ, ເຕັກໂນໂລຊີ ແລະ ນະວັດຕະກໍາທີ່ທັນສະໄໝ, ແລະ ໂຄງການພັດທະນາຕົວເມືອງອັດສະລິຍະ. ອັນສຳຄັນ ກອງປະຊຸມເຫັນດີ ຕໍ່ຂໍ້ສະເຫນີຂອງ ສ. ເກົາຫລີ ທີ່ຈະຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງ ການພົວພັນອາຊຽນ-ສ. ເກົາຫຼີ ຄົບຮອບ 30 ປີ ໃນປີ 2019 ທີ່ ສ. ເກົາຫຼີ. ນອກນີ້, ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ ຄວາມພະຍາຍາມ ແລະ ຄຳໝາຍໝັ້ນ ການປັບປຸງສາຍພົວພັນ ລະຫວ່າງ ສອງ ເກົາຫລີ ເພື່ອກ້າວໄປສູ່ການສ້າງແຫຼມເກົາຫຼີ ໃຫ້ເປັນ ພາກພື້ນທີ່ມີສັນຕິພາບແບບຍືນຍົງ ແລະ ເປັນເຂດປອດອາວຸດນິວເຄລຍ.

ກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ຄັ້ງທີ 3 ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການຮ່ວມມືໃນໄລຍະຜ່ານມາ ເປັນຕົ້ນ ໝາກຜົນການຈັດຕັ້ງປະຕິບັດກິດຈະກຳຕ່າງໆໃນແຜນປະຕິບັດງານ ອາຊຽນ-ລັດເຊຍ 2016-2020, ແລະ ການຜັນຂະຫຍາຍຄຳຕົກລົງຕ່າງໆຂອງກອງປະຊຸມສະເຫລີມສະຫລອງການພົວພັນອາຊຽນ-ລັດເຊຍ ຄົບຮອບ 20 ປີ ທີ່ ໂຊຈິ. ໝາກຜົນການຮ່ວມມື ລະຫວ່າງ ອາຊຽນ-ລັດເຊຍ ຕະຫຼອດໄລຍະ 22 ປີຜ່ານມາໄດ້ເປັນພື້ນຖານອັນຫນັກແຫນ້ນໃຫ້ການ ເພີ່ມທະວີການພົວພັນຮ່ວມມື ໃຫ້ກ້າວຂື້ນສູ່ລະດັບໃໝ່ໃນຕໍ່ຫນ້າ. ໃນໂອກາດນີ້, ຜູ້ນຳອາຊຽນ ໄດ້ເຫັນດີຍົກລະດັບການພົວພັນ ອາຊຽນ-ລັດເຊຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ໂດຍຜ່ານການອອກຖະແຫລງການຮ່ວມ ອາຊຽນ-ລັດເຊຍ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ. ກອງປະຊຸມຍັງໄດ້ອອກຖະແຫລງການ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງ ແລະ ການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ເຊິ່ງເປັນຂົງເຂດທີ່ມີຄວາມສຳຄັນໃນການຮ່ວມມືໃນຍຸກປະຈຸບັນ. ເພື່ອ ຊຸກຍູ້ການຮ່ວມມືທາງເສດຖະກິດ, ຜູ້ນຳ ອາຊຽນ-ລັດເຊຍ ຍັງໄດ້ເປັນສັກຂີພິຍານການລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ເລຂາທິການໃຫຍ່ອາຊຽນ ແລະຢູເລເຊຍ ຄະນະກຳມາທິການ ອົງການຮ່ວມມື ເສດຖະກິດ ຢູເຣເຊຍ ເພື່ອສົ່ງເສີມ ການຮ່ວມມື ລະຫວ່າງ ອາຊຽນ ແລະ. ນອກນີ້, ໃນຕໍ່ຫນ້າ ສອງຝ່າຍຍັງຈະສຸມໃສ່ ການຮ່ວມມືດ້ານການຄຸ້ມຄອງໄພພິບັດ ເຊິ່ງເປັນຂົງເຂດທີ່ ສອງຝ່າຍມີຄວາມສົນໃຈຮ່ວມກັນ. ກອງປະຊຸມຍັງໄດ້ຊຸກຍູ້ ໃຫ້ ຂະແໜງການຮ່ວມມືຕ່າງໆ ເພີ່ມທະວີການຮ່ວມມື ແລະ ປະສານງານ ແນໃສ່ເຮັດໃຫ້ກິດຈະກຳຮ່ວມມືໃນຂົງເຂດຕ່າງໆໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຍິ່ງໆຂື້ນ.

ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 21 ໄດ້ສະເຫລີມສະຫລອງການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ຄົບຮອບ 45 ປີໃນປີ 2018. ໃນໂອກາດນີ້, ກອງປະຊຸມໄດ້ອອກຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ເພື່ອສະເຫຼີມສະຫຼອງການພົວພັນ ຄົບຮອບ 45 ປີ ເຊິ່ງສະແດງເຖິງການຢໍ້າຄືນຄວາມໝາຍໝັ້ນອັນແຮງກ້າໃນການເສີມຂະຫຍາຍການຮ່ວມມື ແລະ ມິດຕະພາບ ລະຫວ່າງອາຊຽນ ແລະ ຍີ່ປຸ່ນໃນຕໍ່ຫນ້າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນຂອງທັງສອງຝ່າຍ. ກອງປະຊຸມເຫັນດີສືບຕໍ່ຮ່ວມມືໃນຂົງເຂດຕ່າງໆທີ່ມີຄວາມສົນໃຈຮ່ວມເຊັ່ນ: ການຮ່ວມມືຕ້ານອາດຊະຍາກຳທາງອິນເຕີເນັດ, ການເຊື່ອມຈອດ, ການສຶກສາ, ວຽກງານສາທາລະນະສຸກ, ການຄຸ້ມຄອງໄພພິບັດ, ການແລກປ່ຽນຊາວຫນຸ່ມ ແລະ ອື່ນໆ. ນອກນີ້, ກອງປະຊຸມຍັງຮັບຊາບການດັດແກ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ອາຊຽນ-ຍີ່ປຸ່ນ ແລະ ຮັບຊາບຄວາມຄືບຫນ້າ ການຮ່າງສັນຍາຮ່ວມມືດ້ານວິຊາການ ເພື່ອເພີ່ມທະວີການຮ່ວມມືດ້ານການພັດທະນາ ໃນຕໍ່ໜ້າ. 

ກອງປະຊຸມອາຫານທ່ຽງແບບເຮັດວຽກສຳລັບຜູ້ນຳອາຊຽນ ແລະ ແຂກຂອງປະທານ ໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ສະພາບການ ແລະ ທ່າອ່ຽງຂອງເສດຖະກິດໂລກ, ໃນນີ້ ໄດ້ຮັບຊາບ ບັນດາບຸລິມະສິດທີ່ມີຄວາມສອດຄ່ອງກັນຂອງບັນດາອົງການຮ່ວມມືພາກພື້ນຕ່າງໆເຊັ່ນ ບູລິມະສິດ ພາຍໃຕ້ການເປັນປະທານກຸ່ມປະເທດ ຈີ 7 ຂອງການາດາໃນປີ 2018, ກໍ່ຄື ຂອງກຸ່ມອາເປັກ ພາຍໃຕ້ການເປັນປະທານຂອງຊີເລ ໃນປີ 2019, ເຊິ່ງລ້ວນແຕ່ເນັ້ນໃສ່ ການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດແບບຍືນຍົງຂອງ ປະເທດຕ່າງໆໃນທົ່ວໂລກ. ໃນທ່າມກາງທີ່ສະພາບເສດຖະກິດໂລກ ຍັງຜັນແປຢ່າງສັບສົນ, ກອງປະຊຸມເຫັນວ່າ ການຮ່ວມມື ແລະ ການແລກປ່ຽນດ້ານການຄ້າລະຫວ່າງ ປະເທດຕ່າງໆໃນໂລກ ໂດຍຜ່ານ ການຄ້າເສລີຫຼາຍຝ່າຍ ຍັງເປັນທ່າອ່ຽງລວມທີ່ເໝາະສົມກັບສະພາບຄວາມເປັນຈິງເພື່ອຊ່ວຍໃຫ້ປະເທດຕ່າງໆບໍ່ວ່າ ນ້ອຍ ຫຼື ໃຫຍ່ ໄດ້ມີໂອກາດທີ່ເທົ່າທຽມກັນໃນການພັດທະນາ, ການເຂົ້າເຖິງຕະຫຼາດ, ການເຕີບໂຕທາງດ້ານເສດຖະກິດ ກໍ່ຄື ການຫຼຸດຜ່ອນຄວາມທຸກຍາກ.


ຂ່າວ- ພາບ: ກົມຂ່າວກະຊວງການຕ່າງປະເທດ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.