Header Ads

ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ກັກຕົວຜູ້ຄ້າຂາຍຢາໄອສ໌ 100 Kg ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ


ໃນຕອນເຊົ້າຂອງວັນທີ 09 ພະຈິກ 2018 ນີ້ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ແກ້ໄຂມ້າງຄະດີຢາເສບຕິດຢູ່ເຂດ ບ້ານ ສີເມືອງງາມ, ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ. ສາມາດກັກຕົວຜູ້ຖືກຫາໄດ້ 04 ຄົນ ຄື: ທ້າວ ປໍຈົວເລົາ ອາຍຸ 24 ປີ ອາຊີບເຮັດນາ ຢູ່ ບ້ານ ຊາຍຈະເລີນ, ທ້າວ ຈືເລົາ ອາຍຸ 20 ປີ ອາຊີບກຳມະກອນ ຢູ່ບ້ານມົກກະຈອກ, ທ້າວ ເຢຍເລົາ ອາຍຸ 26 ປີ ອາຊີບເຮັດນາ ຢູ່ບ້ານ ຊາຍຈະເລີນ, ທ້າວ ຊະທໍ ອາຍຸ 30 ປີ ອາຊີບເຮັດນາ ຢູ່ ບ້ານ ຊາຍຈະເລີນ ທັງສີ່ຄົນແມ່ນຢູ່ ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ເຊິ່ງສາມາດຢຶດໄດ້ຂອງກາງຢາເສບຕິດປະເພດຢາໄອ້ໄດ້ຈຳນວນ 100 ຫໍ່ ໜັກ 100 Kg, ລົດໃຫຍ່ຈຳນວນ 05 ຄັນ, ໂທລະສັບມືຖືຈຳນວນ 07 ໜ່ວຍ, ປືນສັ້ນ 01 ກະບອກ, ລູກປືນ 29 ລູກ ແລະ ວັດຖຸເງິນຄໍາອີກຈຳນວນໜຶ່ງ.




ປະຈຸບັນ ຄະດີດັ່ງກ່າວ ທາງເຈົ້າໜ້າທີ່ຂອງພວກເຮົາກໍາລັງດໍາເນີນການສືບສວນ-ສອບສວນຂະຫຍາຍຜົນເພື່ອຊອກຫາຜູ້ເປັນຫົວໂປ່ໂຕການພ້ອມທັງກຸ່ມແກ້ງ ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍບ້ານເມືອງ.




ຂ່າວ: ຮຕ ລິນດາ ດວງປະເສີດ.
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.