Header Ads

ກຽມສຶກສາໂຄງການພັດທະນາພະລັງງານ ແກັສສີຂຽວໃນລາວ



ອີງຕາມການລາຍງານຂອງ ນສພ ປະຊາຊົນໃຫ້ຮູ້ວ່າ: ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ບໍລິສັດຮິຕາ ຊິໂຊເຊັນມະຫາຊົນ ຈາກປະເທດຍີ່ປຸ່ນຮ່ວມລົງນາມໃນໂຄງການລາວກຣິີນແກັສ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາພະລັງງານແກັສສີຂຽວໃນ ສປປ ລາວ. ໂຄງການລາວກຣີນ ແກັສ ເປັນໂຄງການຮ່ວມມືລະຫວ່າງສະຖາບັນສົ່ງເສີມພະລັງງານທົດແທນ ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດຮິຕາຊິໂຊເຊັນມະຫາຊົນແຫ່ງປະເທດຍີ່ປຸ່ນ, ພິທີລົງນາມໄດ້ມີຂຶ້ນໃນວັນທີ 18 ຕຸລາຜ່ານມານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ເສີມຄຳ ທຸມມະວົງສາ ຮອງຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ແລະ ທ່ານ ໂຢຊີດະ ຮາຣູຮິໂກະ ຜູ້ຈັດການບໍລິສັດ ຮິຕາຊິ ໂຊເຊັນມະຫາຊົນ ແຫ່ງ ປະເທດຍີ່ປຸ່ນໂດຍການເຂົ້າຮ່ວມຂອງ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ບໍລິສັດຮິຕາຊິໂຊເຊັນຈາກປະເທດຍີ່ປຸ່ນ ມີຄວາມສົນໃຈ ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາພະລັງງານແກັສສີຂຽວໃນ ສປປ ລາວ ຊຶ່ງຖືວ່າເປັນບໍລິສັດທີ່ມີປະສົບການຍາວນານກ່ຽວກັບການຄົ້ນຄວ້າວິໄຈ ໃນການສຶກສາການຜະລິດພະລັງງານແກັສສີຂຽວ (ອາຍແກັສມີເທນ ແລະ ໄຮໂດຣເຈນ) ເພື່ອເປັນການຮ່ວມມືກັນ ເພື່ອພັດທະນາທາງດ້ານພະລັງງານກໍ່ຄືພະລັງງານທາງເລືອກ, ຖືວ່າມີບົດບາດສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ນອກຈາກນີ້ຍັງຖືເປັນໂຄງການສຶກສາ ແລະ ຄົ້ນຄວ້າພະລັງງານໃນຮູບແບບໃໝ່ ແລະ ເປັນພະລັງງານທີ່ມີຄວາມສະອາດ, ເປັນມິດກັບສິ່ງແວດລ້ອມ ຕາມແນວທາງນະໂຍບາຍຂອງພັກ-ລັດກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມຂອງຂະແໜງການພະລັງງານ ແລະ ບໍ່ແຮ່. ທ່ານໄດ້ກ່າວຕື່ມອີກວ່າ: ສປປ ລາວ ເປັນປະເທດທີ່ນຳເຂົ້າພະລັງງານຟ໊ອສຊິວ 100% ຈາກຕ່າງປະເທດ, ໃນນັ້ນສ່ວນໃຫຍ່ແມ່ນນຳໃຊ້ໃນພາກການຂົນສົ່ງ ແລະ ຈຳນວນໜຶ່ງແມ່ນພາກອຸດສາຫະກຳ, ສ່ວນພະລັງງານທີ່ນຳໃຊ້ໃນປັດຈຸບັນສ່ວນໃຫຍ່ແມ່ນຜະລິດຈາກເຂື່ອນໄຟຟ້ານໍ້າຕົກ ຊຶ່ງເປັນທ່າແຮງສຳຄັນຂອງປະເທດ ແຕ່ມາຮອດປັດຈຸບັນທ່າແຮງດ້ານພະລັງງານຈາກແຫຼ່ງອື່ນແມ່ນຍັງບໍ່ທັນໄດ້ມີການສຶກສາຄົ້ນຄວ້ານຳມາໃຊ້ເທົ່າທີ່ຄວນ.


ຕາມແຜນຍຸດທະສາດຂອງການພັດທະນາພະລັງງານທົດແທນຮອດປີ 2025 ລັດຖະບານແນໃສ່ສັດສ່ວນການຊົມໃຊ້ພະລັງງານທົດແທນໃຫ້ໄດ້ 30% ຂອງພະລັງງານທີ່ຊົມໃຊ້ທັງໝົດ ແລະ ອີກ 10% ແມ່ນນໍ້າມັນເຊື້ອໄຟຊີວະພາບ ແລະ ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ VIII ລັດຖະບານໄດ້ກຳນົດວິໃສທັດຄື: ຫັນການພັດທະນາເສດຖະກິດໃຫ້ເປັນອຸດສາຫະກຳ ແລະ ທັນສະໄໝ ພ້ອມທັງປົກປັກຮັກສາສິ່ງແວດລ້ອມໃຫ້ເປັນສີຂຽວຕາມທິດຍືນຍົງ, ສົ່ງເສີມການພັດທະນາອຸດສາຫະກຳໃນທຸກຂະໜາດ (ນ້ອຍ, ກາງ, ໃຫຍ່) ໃຫ້ມີບາດກ້າວຂະຫຍາຍຕົວແຮງ, ໄປຄຽງຄູ່ກັບການພັດທະນາໄຟຟ້ານໍ້າຕົກກະຊວງພະລັງງານ ແລະ ບໍ່ແຮ່ຂອງພວກເຮົາ ກໍໄດ້ວາງແຜນພັດທະນາພະລັງງານທົດແທນ ແລະ ພະລັງງານທາງເລືອກທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ, ນອກນີ້ຍັງໄດ້ສົ່ງເສີມວຽກງານການນຳໃຊ້ພະລັງງານຢ່າງມີປະສິດທິພາບໂດຍການວາງແຜນສົ່ງເສີມການນຳໃຊ້ພາຫະນະທີ່ແລ່ນດ້ວຍພະລັງງານສະອາດ ຫຼື ປອດມົນລະພິດເຊັ່ນ ລົດທີ່ໃຊ້ພະລັງງານໄຟຟ້າ ຫຼື ແກັສ ແລະ ພະລັງງານອື່ນໆທີ່ຜະລິດໄດ້ພາຍໃນປະເທດເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ. 


ຂ່າວ : ສຸກສາຄອນ, ພາບ: ພູວຽງຄຳ 
© ໂຕະນໍ້າຊາ |  www.tonamcha.com
_____


Powered by Blogger.