Header Ads

ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຖະແຫຼງ ປີ 2019 ຈະຫລຸດລາຄາໄຟຟ້າ ສຳລັບຂະແໜງຊົນລະປະທານລົງ 50%



ອີງຕາມການລາຍງານຂອງ ຂປລ ວ່າ: ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ວັນທີ 26 ພະຈິກ 2018 ນີ້, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕອບຂໍ້ຂ້ອງໃຈ ຂອງ ສະມາຊິກສະພາແຫ່ງຊາດ, ໂດຍທ່ານ ໄດ້ສະເໜີ 10 ວິທີການເພື່ອແກ້ໄຂຂໍ້ຄົງຄ້າງ ໃນການແກ້ໄຂວຽກງານໃນຂົງເຂດພະລັງງານ ແລະ ບໍ່ແຮ່.

ທ່ານ ຄຳມະນີ ອິນທິລາດ ກ່າວວ່າ: ເພື່ອແກ້ໄຂຂໍ້ຄົງຄ້າງນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ຈະສືບຕໍ່ສຸມໃສ່ສ້າງ ແລະ ປັບປຸງບັນດານິຕິກຳໃຕ້ກົດໝາຍ ໃຫ້ເປັນລະບົບຄົບຊຸດ ໃຫ້ໄດ້ຕື່ມປະ ມານ 81 ສະບັບ ເພື່ອເພີ່ມທະວີເຄື່ອງມືມະຫາພາກຂອງກະຊວງ ໃຫ້ສາມາດນຳໃຊ້ເຂົ້າໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໄດ້ຮັບປະສິດທິຜົນດີຂຶ້ນ; ຈະສຸມໃສ່ວາງນະໂຍບາຍດ້ານລາຄາໄຟຟ້າເຂົ້າໃນການຊຸກຍູ້ສົ່ງເສີມທຸກຫົວໜ່ວຍທຸລະກິດ, ເຊິ່ງໃນປີ 2019 ນີ້ ຈະໄດ້ກຳນົດນະໂຍບາຍຫລຸດລາຄາໄຟຟ້າ ສຳລັບຂະແໜງຊົນລະປະທານ 50% ແລະ ຂະແໜງລ້ຽງສັດ 30% ແລະ ຈະໄດ້ປັບປຸງຫົວໜ່ວຍລາຄາໄຟຟ້າຂອງຂະແໜງລ້ຽງສັດ ຈາກອັດຕາຫົວໜ່ວຍອຸດສາຫະກຳ ມາເປັນກະສິກຳ.
 ພ້ອມດຽວກັນນີ້, ຈະໄດ້ຄົ້ນຄວ້ານະໂຍບາຍພິເສດ ການຊົມໃຊ້ໄຟຟ້າ ໃຫ້ກັບບັນດາບ້ານທີ່ໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້າເຊປ່ຽນ-ເຊນໍ້ານ້ອຍແຕກ ແລ້ວນຳສະເໜີລັດຖະບານ ພິຈາລະນາຮັບຮອງ; ຈະເອົາ ໃຈໃສ່ເປັນພິເສດ ກ່ຽວກັບການບໍລິການຕິດຕັ້ງໄຟຟ້າ ຈາກ 6 ຂັ້ນມາເປັນ 3 ຂັ້ນ ແລະ ຈາກ 156 ມື້ ມາເປັນ 50 ມື້; ຈະສືບຕໍ່ຮ່ວມມືກັບຊ່ຽວຊານຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ສຸມໃສ່ກວດກາມາດຕະຖານເຕັກນິກ ແລະ ຄວາມແໜ້ນໜາຂອງເຂື່ອນໄຟຟ້າທຸກແຫ່ງ ນັບທັງເຂື່ອນທີ່ຜະ ລິດແລ້ວ ແລະ ເຂື່ອນທີ່ກຳລັງກໍ່ສ້າງ; ສ່ວນການຄັດເລືອກ ຜູ້ທີ່ຈະມາພັດທະນາຕ້ອງແມ່ນມື້ອາຊີບ, ມີປະສົບການ, ຊຳນານງານ, ມືທຶນຮອນກ່ອນ ແລະ ມີເຕັກນິກວິທາຍາການສູງ.
ໄປພອມກັນນີ້, ຈະຊຸກຍູ້ສົ່ງເສີມ ແລະ ສ້າງນະໂຍບາຍທີ່ສອດຄ່ອງ ໃຫ້ກັບຜູ້ລົງທຶນດ້ານບໍ່ແຮ່ ຕາມທິດສົ່ງເສີມໃຫ້ສ້າງຕັ້ງໂຮງງານປຸງແຕ່ງຜະລິດຕະພັນແຮ່ທາດ, ໂດຍນຳໃຊ້ພະລັງງານໄຟຟ້າທີ່ມີ ເຂົ້າຮັບໃຊ້ໂຮງຈັກໂຮງງານໃຫ້ຫລາຍຂຶ້ນ, ຫລຸດຜ່ອນການເພິ່ງພາຕະຫລາດຈຳໜ່າຍສິນຄ້າໄປຕ່າງປະເທດ; ສືບຕໍ່ດຶງດູດການລົງທຶນ ແລະ ຮ່ວມມືກັບບັນດາບໍລິສັດໃຫຍ່ເປັນມືອາຊີບເຂົ້າມາລົງທຶນໃຫ້ຫລາຍຂຶ້ນ; ເລັ່ງໃສ່ປັງປຸງ ແລະ ກໍ່ສ້າງລະບົບສາຍສົ່ງແຫ່ງຊາດ; ສືບຕໍ່ເພີມທະວີການຮ່ວມມືກັບອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາການຊ່ວຍເຫລືອ, ຮ່ວມມື, ສະໜັບສະໜູນທຶນຮອນ, ເຕັກ ນິກວິຊາການ, ບົດຮຽນໃນການຄຸ້ມຄອງ ແລະ ດ້ານອື່ນໆ; ສືບຕໍ່ປະສານສົມທົບກັບທ້ອງຖິ່ນ ຈັດຕັ້ງການປະເມີນຜົນໂຄງການ ຊອກຄົ້ນ-ສຳຫລວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ.
ທີ່ມາ: ຂປລ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.