Header Ads

ລັດຖະບານ ຕ້ອງການງົບປະມານ ຫລາຍກວ່າ 4 ພັນຕື້ກີບ ເພື່ອຟື້ນຟູຫລັງໄພພິບັດ



ລັດຖະບານ ແຫ່ງ ສປປ ລາວ ຕ້ອງການງົບປະມານຫລາຍກວ່າ 4.400 ຕື້ກີບ ເພື່ອມາສ້ອມແປງ, ຟື້ນຟູສິ່ງທີ່ຖືກກະທົບ ແລະ ເສຍຫາຍ ຫລັງໄພພິບັດ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ, ໃນນີ້ ຂະແໜງການໂຄງລ່າງພື້ນຖານຕ້ອງການເຖິງ 2,4 ຕື້ກວ່າກີບ.

ຂໍ້ມູນດັ່ງກ່າວ, ແມ່ນອີງຈາກການປະເມີນທີ່ລັດຖະບານລາວ ກໍຄື ບັນດາຂະແໜງການທີ່ກ່ຽວ ຂ້ອງ ທີ່ເຮັດຮ່ວມກັບຄູ່ຮ່ວມງານສາກົນ, ຊຶ່ງໄດ້ຮັບການລາຍງານຢູ່ໃນກອງປະຊຸມສະຫລຸບຖອດຖອນບົດຮຽນການແກ້ໄຂໄພພິບັດໃນຂອບເຂດທົ່ວປະເທດ ໃນວັນທີ 26 ພະຈິກ 2018 ທີ່ນະຄອນຫລວງວຽງຈັນ. ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອສະຫລຸບລາຍງານສະພາບຄວາມຜົນກະທົບ, ການຈັດຕັ້ງປະຕິບັດໃຫ້ການຊ່ວຍເຫລືອສຸກເສີນ ແລະ ແຜນການຟື້ນຟູບູລະນະຫລັງໄພພິບັດ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະ ເພາະກິດແກ້ໄຂໄພພິບັດລະດັບຊາດ ໂດຍການເຂົ້າຮ່ວມຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ. ນອກຈາກນີ້, ກໍເພື່ອເປັນການປຶກສາຫາລື, ແລກປ່ຽນຖອດຖອນບົດຮຽນ ທັງດ້ານດີ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດໃຫ້ການຊ່ວຍເຫລືອ ທັງໄລຍະສຸກເສີນ ແລະ ການຟື້ນຟູຫລັງໄພພິບັດ ເປັນຕົ້ນແມ່ນ ກົນໄກການຈັດຕັ້ງປະຕິບັດ ແລະ ການປະສານງານໃຫ້ການຊ່ວຍເຫລືອສຸກເສີນ.



ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ບັນຫາຜົນກະທົບ ແລະ ຄວາມເສຍຫາຍຈາກໄພນໍ້າຖ້ວມ ໃນປີ 2018, ຖືວ່າເປັນອີກເຫດການໜຶ່ງ ທີ່ມີຄວາມຮຸນແຮງທີ່ສຸດໃນປະຫວັດສາດຢູ່ ສປປ ລາວ ຂອງພວກເຮົາ, ເນື່ອງຈາກສະພາບອາກາດປະຈຳລະດູການ ປີ 2018 ແລະ ລົມພາຍຸເຂດຮ້ອນພັດຜ່ານເຂົ້າມາ ສປປ ລາວ ເຊັ່ນ: ລົມພາຍຸໄຕ້ຝຸ່ນເຊິນຕີນ ແລະ ເບປິນກາ ເຮັດໃຫ້ບັນດາແຂວງໃນທົ່ວປະເທດ ລວມທັງນະຄອນຫລວງວຽງຈັນ ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ ຢູ່ 124 ເມືອງ, 2.382 ບ້ານ, 126.619 ຄອບຄົວ, 616.477 ຄົນ, ເສຍຊີວິດ 60 ຄົນ, ສູນຫາຍທີ່ຍັງບໍ່ທັນພົບເເຫັນ 30 ຄົນ, ສ້າງຄວາມເສຍຫາຍຕໍ່ທີ່ຢູ່ອາໃສຂອງພໍ່ແມ່ປະຊາຊົນ, ພື້ນຖານໂຄງລ່າງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຄິດເປັນມູນຄ່າເສຍຫາຍຫລາຍກວ່າ 3.000 ຕື້ກີບ. ຂະແໜງການທີ່ເສຍຫາຍຫລາຍກວ່າໝູ່ແມ່ນ ໂຍທາທິການ ແລະ ຂົນສົ່ງ ມີເຖິງ 1,6 ຕື້ກີບ ແລະ ຮອງລົງມາແມ່ນຂະແໜງກະສິກຳ ແລະ ປ່າໄມ້ 1,2 ຕື້ກີບ.



ບັນຫາໄພພິບັດທີ່ພົ້ນເດັ່ນໃນປີນີ້ ຖືວ່າເປັນຄັ້ງປະຫວັດສາດຢູ່ ສປປ ລາວ ແມ່ນເຫດການນ້ຳຖ້ວມທີ່ສາເຫດມາຈາກ ສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ, ໄດ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນຈຳ ນວນ 3.540 ຄອບຄົວ, 14.440 ຄົນ, ຊຶ່ງປັດຈຸບັນແມ່ນໄດ້ຍົກຍ້ານ ແລະ ຍັງຢູ່ເຮືອນພັກຊົ່ວຄາວທີ່ທາງລັດຖະບານ ກໍຄື ແຂວງອັດຕະປື ຈັດສັນໃຫ້. ກອງປະຊຸມຄັ້ງນີ້, ຈະເປັນການຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ ທີ່ແນໃສ່ຫລຸດຜ່ອນຜົນກະທົບ, ຄວາມເສຍຫາຍ ແລະ ການສູນເສຍຕໍ່ຊີວິດ ແລະ ຊັບສິນ ທັງຂອງປະຊາຊົນ ແລະ ຂອງລັດ, ລວມທັງຮັບ ປະກັນໃຫ້ແກ່ການຈັດຕັ້ງ ແລະ ການປະສານງານ ໃຫ້ການຊ່ວຍເຫລືອທັງໄລຍະສຸກເສີນ ແລະ ຟື້ນຟູຫລັງໄພພິບັດ ມີປິສິດທິພາບ ແລະ ປະສິດທິຜົນ.


ພາບ ແລະ ຂ່າວ: ຂປລ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.