Header Ads

ລັດໃຊ້ງົບກວ່າ 149 ຕື້ກີບ ຍົກລະດັບສະໜາມບິນ ແຂວງບໍ່ແກ້ວ ຄາດສໍາເລັດໃນປີ 2020




ໂຄງການປັບປຸງຍົກລະດັບສະໜາມບິນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຂະຫຍາຍເສັ້ນທາງແລ່ນຂຶ້ນລົງຂອງເຮືອບິນຈາກ 19 ແມັດ ມາເປັນ 36 ແມັດ ຄວາມຍາວຈາກ 1,450 ແມັດ ມາເປັນ 1,660 ແມັດ ມູນຄ່າການກໍ່ສ້າງທັງໝົດ 149 ຕື້ກວ່າກີບ ມາຮອດປັດຈຸບັນຄືບໜ້າ 7% ຄາດວ່າຈະໃຫ້ສໍາເລັດໃນປີ 2020.

ໜັງືພິມເສດຖະກິດ-ການຄ້າ ລາຍງານເມື່ອບໍ່ດົນມານີ້ວ່າ ທ່ານ ຄໍາປຽນ ລ້ານນາ ຫົວໜ້າໂຄງການປັບປຸງສະໜາມບິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ໂຄງການປັບປຸງຍົກລະດັບສະໜາມບິນດັ່ງກ່າວ ແມ່ນໄດ້ເລີ່ມລົງມື້ມາແຕ່ວັນທີ 24 ກັນຍາ 2018 ໂດຍແມ່ນທຶນຂອງລັດຖະບານ ສປປ ລາວ ເຊິ່ງມີ 4 ໜ້າວຽກຫຼັກຄື: ກໍ່ສ້າງຂະຫຍາຍເສັ້ນທາງຂຶ້ນ-ລົງຂອງເຮືອບິນໃຫ້ກວ້າງອອກຕື່ມ, ກໍ່ສ້າງປັບປຸງລານຈອດເຮືອບິນ, ສະຖານທີ່ຈອດລົດຂອງຜູ້ໂດຍສານ, ກໍ່ສ້າງຮົ້ວຖາວອນອ້ອມສະໜາມບິນ ມີຄວາມຍາວ 4.291 ແມັດ ແລະ ສ້ອມແປງອາຄານຜູ້ໂດຍສານ ແລະ ອື່ນໆ.

ສະໜາມບິນແຂວງບໍ່ແກ້ວນີ້ ຈະພິເສດກວ່າສະໜາມບິນອື່ນໃນທົ່ວປະເທດເພາະວ່າ ການອອກແບບກໍ່ສ້າງແມ່ນໃຫ້ເຮືອບິນສາມາດຂື້ນລົງໄດ້ສອງທິດທາງ. ພາຍຫຼັງການກໍ່ສ້າງສໍາເລັດຈະເປີດໃຫ້ມີ 2 ຖ້ຽວຕໍ່ວັນ ເຊິ່ງຈະສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ນັກລົງທຶນມາແຂວງບໍ່ແກ້ວຫຼາຍຂຶ້ນ.

ທີ່ມາ: ໜັງສືພິມເສດຖະກິດ-ການຄ້າ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.