Header Ads

ການສ້ອມ​ແປງ​ທາງຫຼວງ​ໃນ​ທົ່ວ​ປະ​ເທດ ຕ້ອງໃຊ້​ງົບ 1,200 ກວ່າ​ຕື້ກີບ



ຮອງ​ຫົວໜ້າ​ກົມ​ຂົວ​ທາງ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ: ພາຍຫລັງ​ມອບ​ໝາຍ​ໃຫ້​ຂະ​ແໜງ​ການ​ກ່ຽວຂ້ອງ​ໃນ​ແຕ່ລະ​ທ້ອງ​ຖິ່ນ​ລົງ​ສຳ​ຫລວດ​ກວດກາ​ສະພາບ​ເສັ້ນທາງ​ຫລວງ​ແຫ່ງ​ຊາດ​ທີ່​ເປ່​ເພ ​ເພື່ອ​ກະກຽມ​ຂຶ້ນ​ແຜນ​ສ້ອມ​ແປງ​ໃນ​ປີ 2019 ນີ້​ມີ​ທັງ​ໝົດ 20 ​ໂຄງການ ລວມມີ 148 ສັນຍາ ​ແລະ ຕ້ອງການ​ງົບປະມານ​ໃນ​ການຈັດຕັ້ງປະຕິບັດ​ຫລາຍ​ກວ່າ 1,200 ຕື້ກີບ ​ໃນ​ນີ້​ບູລິ​ມະ​ສິດ​ປະ​ເພດ​ໜຶ່ງ​ແມ່ນ​ການ​ສ້ອມ​ແປງ ​ແລະ ຟື້ນຟູ​ເສັ້ນທາງ​ຕ້ອງການ​ງົບກວ່າ 869 ຕື້ກີບ, ບູລິ​ມະ​ສິດ​ທີ​ສອງ​ແມ່ນ​ການ​ຟື້ນຟູ​ເສັ້ນທາງ​ທີ່​ເລີ່​ມ​ເປ່​ເພ ​ແລະ ຍົກ​ລະດັບເສັ້ນ​ທາງ​ຕ້ອງການ​ງົບ​ກວ່າ 251 ຕື້ກີບ ​ແລະ ໜ້າ​ວຽກ​ບູລິ​ມະ​ສິດ​ທີ່​ສາມ​ແມ່ນ​ການ​ກໍ່ສ້າງ​ຮ່ອງ​ລະບາຍ​ນໍ້າ, ວາງ​ທໍ່​ລອດ​ທາງ​ໃໝ່, ຕິດຕັ້ງຫລັກ​ປ້ອງ​ກັນ​ໃນ​ຈຸດ​ທີ່​ມີ​ຄວາມ​ສ່ຽງ​ເກີດ​ອຸປະຕິ​ເຫດ​ຕ້ອງການ​ງົບ​ກວ່າ 93 ຕື້ກີບ. ​ແຕ່​ຜ່ານ​ການຄົ້ນຄວ້າ​ປຶກສາ​ຫາລື​ດ້ານ​ວິຊາ​ການ ກະຊວງ ຍທຂ ​ໄດ້​ຄັດ​ຈ້ອນ​ໂຄງການ​ທີ່​ຈະ​ປະຕິບັດ​ໃນ​ປີ 2019 ​ໄດ້​ຈຳນວນ​ໜຶ່ງ, ພ້ອມ​ທັງ​ກວດຄືນ ​ແລະ ປັບ​ລາຄາ​ຫົວໜ່ວຍ​ກໍ່ສ້າງ​ລົງ​ຕື່ມ​ໃຫ້​ເໝາະ​ສົມ​ກັບ​ວຽກ​ຕົວ​ຈິງ​ໃນ​ມູນ​ຄ່າ 638 ກວ່າ​ຕື້ກີບ ​ເຊິ່ງມາ​ຮອດ​ປັດຈຸບັນ​ພວມ​ຢູ່​ໃນ​ຂັ້ນຕອນ​ການ​ຄັດ​ເລືອກ​ເອົາ​ບໍລິສັດ​ຮັບ​ເໝົາ​ທີ່​ມີ​ປະສົບ​ການ ​ແລະ ​ພາຫະນະກົນຈັກພຽງພໍ, ​ພ້ອມ​ທາງ​ດ້ານ​ການ​ເງິນ.

ທ່ານ​ຮອງ​ຫົວໜ້າ​ກົມ​ດັ່ງກ່າວ​ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2018 ນີ້, ວຽກ​ງານ​ສ້ອມ​ແປງ​ທາງ​ຫລວງ​ແຫ່ງ​ຊາດ​ມີ​ທັງ​ໝົດ 25 ​ໂຄງການໃນ​ມູນ​ຄ່າ 596 ຕື້ກວ່າ​ກີບ ແລະ 41 ສັນຍາແມ່ນພວມຈັດຕັ້ງປະຕິບັດ, ສ່ວນອີກ 2 ສັນຍາ​ຄື: ສ້ອມ​ແປງ​ເສັ້ນທາງ​ເລກທີ 11 ຢູ່​ແຂວງ​ຄຳ​ມ່ວນ ​ແລະ ​ເສັ້ນທາງ​ເລກທີ 9A+11 ຢູ່​ແຂວງ​ສະຫວັນ​ນະ​ເຂດແມ່ນຍັງບໍ່ທັນໄດ້ປະຕິບັດ.


ພາບ ແລະ ຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.