Header Ads

ໂຈນດຶງສາຍຄໍຄຳ ເຂົ້າມອບໂຕຕໍ່ເຈົ້າຫນ້າທີ່ຫຼັງຮູ້ໂຕໄປບໍ່ລອດ



ເຫດການ 4 ສ່ຽວໄວລຸ້ນ ຄຶກຄະນອງ ທີ່ຮ່ວມກັນກໍ່ເຫດຊິງຊັບດຶງສາຍຄໍຄໍາ ໜັກ 1 ບາດ ຂອງຜົວ-ເມຍ ພ້ອມທໍາຮ້າຍຮ່າງກາຍຜູ້ເສຍຫາຍ ໂດຍໃຊ້ງ້າວຟັນແຂນຈົນບາດເຈັບສົມຄວນ, ກ່ອນພາກັນຫຼົບໜີໄປກັບພ້ອມຄໍາ 1 ບາດ ໃນຄໍ່າຄືນຂອງວັນທີ 11 ພະຈິກຜ່ານມາ. ມາຮອດວັນທີ 10 ທັນວານີ້, 1 ໃນຜູ້ກໍ່ເຫດໝົດທາງຫຼົບໜີໄດ້ເຂົ້າມອບຕົວຕໍ່ເຈົ້າໜ້າທີ່ ພ້ອມທັງໄດ້ຊັດທອດເຖິງຜູ້ທີ່ຮ່ວມກໍ່ເຫດ. ພະແນກຕໍາຫຼວດສືບສວນ-ສອບສວນຄະດີອາຍາ ປກສ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບການແຈ້ງຄວາມຈາກຜູ້ເສຍຫາຍ, ຊື່ ທ້າວ ບຸນຕ້ຳ ອາຍຸ 26 ປີ ແລະ ນາງ ອໍາພາວັນ ອາຍຸ 20 ປີ (ຜົວ-ເມຍ) ຢູ່ບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ ໃນວັນທີ 12 ພະຈິກ ວ່າ: ຖືກຄົນຮ້າຍຈຳນວນ 4 ຄົນ ທຳຮ້າຍຮ່າງກາຍ ແລ້ວດຶງເອົາສາຍຄໍຄໍາໜັກ 1 ບາດ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວ ສືບສວນ-ສອບສວນ ແລະ ເກັບກໍາຂໍ້ມູນຫຼັກຖານຈາກຜູ້ເສຍຫາຍ ຈຶ່ງສາມາດຮູ້ໄດ້ເປົ້າໝາຍກໍ່ເຫດໄດ້ 1 ຄົນ ຄື: ທ້າວ ໄກສອນ ມາວັນທີ 4 ທັນວາ 2018 ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ຈຶ່ງໄດ້ນໍາຕົວຜູ້ກ່ຽວໄປສອບສວນ.

ໃນລະຫວ່າງການສອບປາກຄຳນັ້ນ, ຜູ້ກ່ຽວແມ່ນບໍ່ໃຫ້ການຮ່ວມມືນຳເຈົ້າໜ້າທີ່ ຈາກນັ້ນ, ເຈົ້າໜ້າທີ່ກໍໄດ້ຕິດຕາມຈັບ, ຈົນເຮັດໃຫ້ຜູ້ກ່ຽວເຂົ້າມາມອບຕົວໃນວັນທີ 10 ທັນວາ 2018, ທ້າວ ໄກສອນ ໄດ້ຮັບສາລະພາບ ວ່າ: ໃນວັນທີ 11 ພະຈິກ 2018 ໄດ້ຮ່ວມກັບໝູ່ອີກ 3 ຄົນ ໄດ້ລົງມືກໍ່ເຫດດັ່ງກ່າວແທ້. ຜ່ານການເອົາຄຳໃຫ້ການຂອງຜູ້ເສຍຫາຍ ແລະ ຈາກການສອບສວນຜູ້ຖືກຫາ ຈຶ່ງຮູ້ວ່າ: ໃນມື້ເກີດເຫດກຸ່ມຂອງ ທ້າວ ໄກສອນ ໄດ້ພາກັນຂີ່ລົດກີດຂວາງເສັ້ນທາງ ບວກກັບ ທ້າວ ບຸນຕ້ຳ ມີການມຶນເມົາຈາກງານຜູກແຂນໝູ່ ໃນລະຫວ່າງຂັບຂີ່ລົດກັບເຮືອນໄດ້ໄປພົບກັບກຸ່ມໄວລຸ້ນດັ່ງກ່າວຢູ່ເຂດບ້ານສຸກສະຫັວນ ເມືອງທ່າແຂກ ໃນເວລານັ້ນ, ທ້າວ ບຸນຕ້ຳ ໄດ້ບີບແກລົດຈັກໃສ່ກຸ່ມໄວລຸ້ນ ເພື່ອໃຫ້ຫຼີກທາງເຮັດໃຫ້ກຸ່ມຂອງ ທ້າວ ໄກສອນ ບໍ່ພໍໃຈແລ້ວເກີດມີປາກສຽງຮ້ອງດ່າໃສ່ກັນ. ຈາກນັ້ນ, ທ້າວ ບຸນຕ້ຳ ແລະ ນາງ ອຳພາວັນ ກໍໄດ້ຂີ່ລົດຈັກໜີ ແລ້ວພວກກ່ຽວໄດ້ຂີ່ລົດໄລ່ຕາມທັນ, ຕໍ່ມາ ທ້າວ ໄກສອນ ພ້ອມກັບໝູ່ໄດ້ລົງມາຕີ ທ້າວ ບຸນຕໍ້າ ພ້ອມທັງຖອດເອົາມີດງ້າວຍາວປະມານ 80 ຊັງຕີແມັດ ທີ່ເຊື່ອງໄວ້ຢູ່ເບາະລົດມານາບຂູ່ ພ້ອມທັງດຶງເອົາສາຍຄໍຄຳ 1 ເສັ້ນ ໜັກ 1 ບາດ ແລ້ວຟັນແຂນ ທ້າວ ບຸນຕ້ຳ ຈົນໄດ້ຮັບບາດເຈັບ, ຈາກນັ້ນ ໄດ້ພາກັນຂີ່ລົດຫຼົບໜີ. ສ່ວນພັກພວກຂອງທ້າວ ໄກສອນ ອີກ 3 ຄົນທີ່ຍັງເອົາຕົວຫຼົບໜີ, ເຈົ້າໜ້າທີ່ຈະເລັ່ງຕິດຕາມຈັບຕົວໄປດຳເນີນຄະດີຕາມກົດໝາຍ.



ຂໍ້ມູນ : ໜັງສືພິມ ປ້ອງກັນຄວາມສະຫງົບ
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.