Header Ads

ສປປ ລາວ ຈະສ້າງຄູຝຶກໃນຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມໃຫ້ໄດ້ 240 ຄົນ



ເພື່ອຕອບສະໜອງແຮງງານໃຫ້ມີປະລິມານ ແລະ ຄຸນນະພາບ ໃຫ້ກັບຂະແໜງທຸລະກິດການບໍລິການຮ້ານອາຫານ ແລະ ໂຮງແຮມ ໃນແບບມືອາຊີບ ແລະ ເປັນທີ່ຍອມຮັບຂອງລູກຄ້າ.ໃນວັນທີ 10 ຫາ 14 ທັນວາ 2018 ທີ່ ເຮືອນຮັບກະຊວງ ຮສສ,ນະຄອນຫຼວງວຽງຈັນ.ໄດ້ຈັດການຝຶກອົບຮົມແລກປ່ຽນປະສົບການ ແລະ ຖ່າຍທອດບົດຮຽນ ສໍາລັບສາຂາອາຊີບພະນັກງານຕ້ອນຮັບ ໃນໂຄງການຝຶກອົບຮົມ ສຳລັບຄູຝຶກ ຂອງ ສປປ ລາວ ໃນຂະແໜງບໍລິການຮ້ານອາຫານ ແລະໂຮງແຮມ ຂື້ນ, ໂດຍການເປັນປະທານກາ່ວເປີດ ຂອງ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ປະທານຮ່ວມໂດຍ ທ່ານ Dominic Goh, ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ສປປ ລາວ, ທ່ານ Sam Schreiner, Chargé d'affaires ອຸປະທູດ ລຸກຊຳບວກ ປະຈຳ ສປປ ລາວ.

ໃນນີ້, ມີທ່ານຜູ້ຕາງໜ້າຈາກຫ້ອງການກະຊວງ ຮສສ, ກົມອາຊີວະສຶກສຶກສາ, ກະຊວງ ສຶກສາທິການ ແລະ ກິລາ, ຈາກສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສະຖາບັນ , ສູນພັດທະນາສີມືແຮງງານ ແລະ ບັນດາທ່ານຄູຝຶກ ໃນຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມ ຈາກ ຈາກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແລະ ບັນດາທ່ານຜູ້ຕາງໜ້າຈາກ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ .



ໂຄງການຝຶກອົບຮົມ ດັ່ງກ່າວນີ້, ເປັນໂຄງການຮ່ວມມືກັນ ລະຫວ່າງ ສປປ ລາວ ກັບ ສາທາລະນະລັດ ສິງກະໂປ ໂດຍໄດ້ກວມເອົາ 3 ພາກສ່ວນຄື: ກະຊວງ ແຮງງານ ແລະ ສະຫວັດດີສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ເຊຶ່ງລັດຖະບານໄດ້ມອບໝາຍໃຫ້ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ປະສານງານ ແລະ ຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ ເພື່ອຈັດຕັ້ງການຝຶກໃຫ້ຄູຝຶກພາກລັດ ທີ່ມາຈາກສະຖານການຝຶກຂອງລາວ ໃນຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມ ໃຫ້ໄດ້ 240 ຄົນ ໃນ 3 ສາຂາວິຊາຄື: ສາຂາອາຊີບພະນັກງານແມ່ບ້ານ (Housekeeping Operations) HSO, ສາຂາອາຊີບພະນັກງານຕ້ອນຮັບ (Front Office Operations) FOO ແລະ ສາຂາອາຊີບພະນັກງານຮ້ານອາຫານ (Restaurant Operations) RSO. ສຳລັບ ຝ່າຍສິງກະໂປ ແມ່ນສະຖາບັນບໍລິການດ້ານການສຶກສາ( ITEES ) ເປັນຕົວແທນຮ່ວມມື, ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ແລະ ງົບປະມານຈັດຝຶກທີ່ສິງກະໂປ ຈາກມູນລະນິທິສາກົນເທມາເສກ Temasek Foundation International (TFI) ແຫ່ງປະເທດ ສິງກະໂປ, ສປປ ລາວ ແມ່ນຮັບຜິດຊອບງົບປະມານການຈັດຝຶກອົບຮົມ ໃນການເດີນທາງເຂົ້າຮ່ວມການຝຶກອົບຮົມ ທີ່ສິງກະໂປ. ການຝຶກອົບຮົມໃນຄັ້ງນີ້ກໍໄດ້ຮັບການສະໜັບສະໜູນດ້ານງົບປະມານຊ່ວຍເຫຼືອ ຈາກ ໂຄງການ ລາວ/ 029 ທັກສະສຳລັບວຽກງານການທ່ອງທ່ຽວເປັນໂຄງການຮ່ວມທຶນລະຫວ່າງ ປະເທດລຸກຊຳ ບວກ ແລະ ສະວິດເຊີແລນ).



ໃນພິທີດັ່ງກ່າວ ທ່ານ ນ. ໃບຄຳ ຂັດທິຍະ ໄດ້ມີຄຳເຫັນວ່າ: ໂຄງການຝຶກອົບຮົມດັ່ງກ່າວ ນີ້, ເຫັນວ່າມີປະໂຫຍດຫລາຍ, ມັນຈະສາມາດຕອບໂຈດການປັບປຸງການຮ້ານອາຫານ ແລະ ໂຮງແຮມ ທີ່ມີຄຸນນະພາບຕາມມາດຕະຖານສາກົນໄດ້ໃນລະດັບໜື່ງ ແລະ ທີ່ປະທັບໃຈທີ່ສຸດແມ່ນແມ່ນມີຄວາມຊັດເຈນທາງດ້ານການຂະຫຍາຍເຄືອຄ່າຍຊັບພະຍາກອນມະນຸດ ທີ່ມີຄຸນນະພາບອອກສູງສັງຄົມຢ່າງກວ້າງຂວາງ, ພ້ອມນີ້ທ່ານ ນ. ໃບຄຳ ຂັດທິຍະ ຍັງໄດ້ຍ້ອງຍໍຊົມເຊີຍ ແລະ ຂໍຂອບໃຈ ຕີລາສູງຕໍ່ການຊວ່ຍເຫຼືອ, ສະໜັບສະໜູນຈາກລັດຖະບານສິງກະໂປ ໂດຍແມ່ນທ່ານທູດເປັນໃຈກາງຫລັກໃນການສົມທົບກັບພາກສວ່ນກຽ່ວຂ້ອງຕ່າງໆທີ່ສິງກະໂປ ແລະ ຂອບໃຈຕໍ່ການສະໜັບສະໜູນທາງດ້ານງົບປະມານ ຈາກລັດຖະບານລຸກຊຳບວກໂດຍຜ່ານສະຖານທູດ ແລະ ຮຽກຮ້ອງໃຫ້ບັນດານັກວິທະຍາກອນ ແລະ ນັກສຳມະນາກອນ ຈົ່ງຕັ້ງອົກ, ຕັ້ງໃຈ ເອົາໃຈໃສ່ຖ່າຍຖອດ ແລະ ຮັບເອົາບົດຮຽນປະສົບການ ຕະຫຼອດໄລຍະເວລາດຳເນີນການຝືກອົບຮົມ ເພື່ອເຮັດໃຫ້ບັ້ນຊຸດຝືກອົບຮົມໃນຄັ້ງນີ້ເປັນຊວ່ງເວລາທີ່ມີຄຸນຄ່າທີ່ສຸດ ແລະ ເປັນພື້ນຖານແກ່ການສືບສານຕໍ່ໃນອານາຄົດນຳອີກ.

ພາບ-ຂ່າວ: ເພັດສະໄໝ  (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.