Header Ads

ປະທານ ສນຊ ຮຽກຮ້ອງ​ປະຊາຊົນ​ບັນດາ​ເຜົ່າ​ເສີມ​ຂະຫຍາຍ​ປະ​ເພນີ​ທີ່​ດີງາມ​ຂອງ​ຊາດ​ຂອງ​ເຜົ່າ



ໃນ​ໂອກາດ​ອ່ານ​ສານ​ອວຍພອນ​ເນື່ອງ​ໃນ​ໂອກາດ​ວັນ​ບຸນ​ປະ​ເພນີ​ປີ​ໃໝ່ 2019 ຂອງ​ບັນດາ​ເຜົ່າ ຂອງ​ທ່ານ ​ໄຊ​ສົມ​ພອນ ພົມວິຫານ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນຊ) ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ເສີມ​ຂະຫຍາຍ​ປະ​ເພນີ​ທີ່​ດີງາມ​ຂອງ​ຊາດ ກໍ​ຄື​ຂອງ​ເຜົ່າ​ໃຫ້​ຢູ່​ຄູ່​ຊາດ​ລາວ ​ແລະ ປະຊາຊົນ​ລາວ​ຕະຫລອດ​ໄປ. ຄື​ດັ່ງ​ຮູ້​ນຳ​ກັນ​ແລ້ວ​ວ່າ: ປະ​ເທດ​ເຮົາ​ປະກອບ​ດ້ວຍ​ຫລາຍ​ຊົນ​ເຜົ່າ​ທີ່​ດຳລົງ​ຊີວິດ​ຮ່ວມ​ກັນ​ແຕ່​ເໜືອ​ຮອດ​ໃຕ້, ມີ​ມູນ​ເຊື້ອສາມັກຄີ​ປອງ​ດອງ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ, ມີ​ພື້ນຖານ​ດ້ານ​ເສດຖະກິດ​ຮ່ວມ​ກັນ, ມີ​ວັດທະນະທຳ​ລາວ​ແມ່ນ​ວັດທະນະທຳ​ລວມຂອງ​ບັນດາ​ຊົນ​ເຜົ່າ ​ແລະ ມີ​ຕົວ​ໜັງສື​ລາວ​ເປັນ​ຕົວ​ໜັງສື​ທາງ​ການ ຄຽງ​ຄູ່​ກັບ​ການ​ຮັກສາ​ເອກະລັກ​ຂອງ​ບັນດາ​ເຜົ່າ ​ເປັນຕົ້ນ​ແມ່ນ​ພາສາ​ປາກ​ເວົ້າ, ວັດທະນະທຳ​ການ​ດຳລົງ​ຊີວິດ ​ແລະ ຂະ​ນົມ​ທຳນຽມ​ຮີດຄອງ​ປະ​ເພນີອັນ​ດີງາມ.

ພັກ-ລັດຖະບານ ກໍ​ຄື​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຍາມ​ໃດ​ກໍ​ໃຫ້​ຄວາມ​ສຳຄັນ ​ແລະ ​ເຄົາລົບ​ນັບຖື​ພີ່ນ້ອງ​ບັນດາ​ເຜົ່າ​ທີ່​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ຕາມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດ ອັນ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ນັບ​ມື້ດີ​ຂຶ້ນ, ຄວາມທຸກ​ຍາກ​ໄດ້​ຫລຸດ​ລົງ ​ແລະ ຄວາມ​ແຕກ​​ໂຕນ​ດ້ານ​ຕ່າງໆ​ຂອງ​ປະຊາຊົນ​ໄດ້​ຄ່ອຍໆ​ຫຍັບ​ມໍ່​ເຂົ້າກັນ​ເທື່ອ​ລະ​ກ້າວ.

ໃນ​ໂອກາດ​ນີ້, ຕາງໜ້າ​ພັກ-ລັດ ກໍ​ຄື​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ຂໍ​ຮຽກຮ້ອງ​ມາ​ຍັງ​ພີ່ນ້ອງ​ປະຊາຊົນ​ບັນດາ​ເຜົ່າ​ຈົ່​ງ​ເຊີດ​ຊູນ້ຳ​ໃຈ​ຮັກ​ຊາດ, ​ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າຕົນ​ເອງ, ລຶບລ້າງ​ແນວ​ຄິດ​ຄັບ​ແຄບ, ຕີ​ຕົວ​ຕໍ່າ ​ຫລື ຕີ​ຕົວ​ສູງ ໝິ່ນປະໝາດ​ຊົນ​ເຜົ່າ​ອື່ນ ​ແລະ ຕ້ານ​ທຸກ​ແນວ​ຄິດ ​ແລະ ການ​ກະທຳ​ທີ່​ເປັນ​ການ​ແບ່ງ​ແຍກ​ຄວາມ​ສາມັກຄີ, ພ້ອມ​ທັງ​ຍົກ​ສູງ​ສະຕິ​ລະວັງ​ຕົວ​ຕໍ່​ກົນອຸບາຍ​ທີ່​ຫວັງ​ມ້າງ​ເພ​ທຳລາຍ​ປະ​ເທດ​ເຮົາ​ຂອງ​ພວກ​ອິດ​ທິກຳລັງ​ປໍ​ລະ​ປັກ ​ແລະ ພວກ​ທີ່​ບໍ່​ຫວັງ​ດີ, ​ເປັນ​ເຈົ້າການ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ປະ​ເທດ​ຊາດ, ອອກ​ແຮງ​ບຸກທະລຸ​ໃນ​ການ​ແກ້​ໄຂ​ສິ່ງ​ຫຍໍ້​ທໍ້​ທີ່​ກົດ​ໜ່ວງ​ທວງ​ດຶງ​ຕໍ່​ການ​ພັດທະນາ, ສຸມ​ໃສ່​ປະຕິບັດ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ ​ແລະ ຂໍ​ໃຫ້ການ​ຈັດຕັ້ງສະຫລອງ​ບຸນ​ຂອງ​ຊົນ​ເຜົ່າ​ຕົນ​ເອງ​ໃຫ້​ຖືກຕ້ອງ​ກາລະ​ເທສະ, ຮີດຄອງ​ປະ​ເພນີ ​ແລະ ປະຢັດ​ມັດທະຍັດ.

ທີ່ມາ : ຫນັງສືພິມລາວພັດທະນາ.
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.