Header Ads

ປະທານປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ລັດຖະມົນຕີຕ່າງປະເທດ ສປ ຈີນ



ໃນວັນທີ 16 ທັນວາ 2018, ທີ່ ທໍານຽບປະທານປະເທດ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ຄະນະ, ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4, ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.



ໃນໂອກາດນີ້, ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະ​ແດງ​ຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່​ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະ​ຫາຍ ລັດຖະມົນຕີ ຫວັງ ອີ້ ແລະ ຄະນະ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ຕາມທິດ 4 ດີ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງທັງທາງກວ້າງ ແລະ ທາງເລິກ, ແລະ ກໍໍ່ເຫັນວ່າ ການພົວພັນຮ່ວມມືສອງຝ່າຍ ແມ່ນຢູ່ໃນລະດັບທີ່ດີທີ່ສຸດໃນປະຫວັດສາດ. ພ້ອມນີ້, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນການພົບປະສອງຝ່າຍກັບ ສະຫາຍ ສີ ຈິ້ນ ຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນເຖິງສອງຄັ້ງໃນເວລາພຽງເຄິ່ງປີ ແລະ ໄດ້ບັນລຸຄວາມເປັນເອກະພາບຮ່ວມກັນ ເພື່ອເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂື້ນ ແລະ ຢືນຢັນສະໜັບສະໜູນການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ທີ່ມີລັກສະນະຍຸດທະສາດ ໃຫ້ເປັນຮູບປະທຳ, ຂຸ້ນຂ້ຽວປຶກສາຫາລືກັນ ກ່ຽວກັບ ການສ້າງແຜນແມ່ບົດ ວ່າດ້ວຍ ການສ້າງປະຊາຄົມຄູ່ຮ່ວມຊະຕາກຳສັງຄົມນິຍົມ ລາວ-ຈີນ ເພື່ອໃຫ້ສຳເລັດໂດຍໄວ. 

ພ້ອມດຽວກັນນີ້, ກໍ່ສະເໜີໃຫ້ສອງຝ່າຍ ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີໝາກຜົນດີ, ການກຳນົດເອົາປີ 2019 ເປັນປີທ່ອງທ່ຽວຈີນ-ລາວ ສະເໜີໃຫ້ສອງຝ່າຍ ຮີບຮ້ອນຮ່ວມກັນປຶກສາສ້າງແຜນການລະອຽດນຳກັນ ເພື່ອໄດ້ໃຫ້ທັນເປີດປີທ່ອງທ່ຽວໃນຕົ້ນປີໜ້າ. ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍ ສີ ຈິ້ນ ຜິງ ຕໍ່ການເຊື້ອເຊີນເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືລະດັບສູງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ທີ່ຈະຈັດຂຶ້ນໃນເດືອນ ເມສາ 2019 ແລະ ສະແດງຄວາມຍິນດີຈະເຂົ້າຮ່ວມຕາມການເຊື້ອເຊີນ ແລະ ຈະສືບຕໍ່ດໍາເນີນການຢ້ຽມຢາມເປັນການພາຍໃນ, ພ້ອມທັງໄດ້ຖືໂອກາດນີ້ ຝາກຄວາມຢື້ຢາມຖາມ​ຂ່າວອັນອົບອຸ່ນ ເຖິງ ສະຫາຍ ປະທານ ສີ ຈິ້ນ ຜິງ, ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ມາໂດຍຕະຫຼອດ, ລວມທັງມາຊ່ວຍເຫຼືອຮັບມືກັບໄພພິບັດທຳມະຊາດນ້ຳຖ້ວມຢູ່ ສປປ ລາວ ໃນປີນີ້.

ໃນຕອນທ້າຍ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລາວ-ຈີນ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ ແລະ ອວຍພອນໃຫ້ ສະຫາຍ ຫວັງອີ້ ແລະ ຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດອັນໃຫຍ່ຫຼວງ ແລະ ສູງສົ່ງຂອງສະຫາຍ.

ໃນໂອກາດດຽວກັນ, ສະຫາຍ ຫວັງ ອີ້ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ປະທານປະເທດ ໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃນໄລຍະຜ່ານມາ, ສະແດງຄວາມຍິນດີສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ ຕາມທິດ 4 ດີ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ​ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຂ່າວ: ກົມຂ່າວກະຊວງການຕ່າງປະເທດ

ຮູບພາບ: ພູວຽງຄຳ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.