Header Ads

ພາຫະນະປ້າຍຟ້າ ບັນຫາທີ່ໜ້າເປັນຫ່ວງໃນການແກ້ໄຂ



ນສພ ຄວາມສະຫງົບ ລາຍງານວ່າ: ການຂຶ້ນທະບຽນພາຫະນະຂອງລັດ ປ້າຍສີຟ້າ ຕາມກົດໝາຍ ແລະ ລະບຽບການ ຕ້ອງໄດ້ຈົດທະບຽນເປັນຊັບສິນຂອງລັດ ກັບກະຊວງ ການເງິນກ່ອນ ຈຶ່ງຈະສາມາດນໍາມາຂຶ້ນທະບຽນ ແລະ ຕິດປ້າຍໄດ້; ແຕ່ໄລຍະຜ່ານມາ, ການປະຕິບັດພັດບໍ່ໄປຕາມລະບຽບການ ຍັງມີຫຼາຍກະຊວງລະເມີດ ເຮັດລັດຂັ້ນຕອນຂໍຂຶ້ນທະບຽນກ່ອນເຮັດໃຫ້ລົດຈໍານວນຫຼວງຫຼາຍບໍ່ສາມາດປະກອບເອກະສານຄົບຖ້ວນ, ສໍາລັບຂອດການຄຸ້ມຄອງພາຫະນະຂອງລັດ ແມ່ນຂຶ້ນກັບຫຼາຍ ພາກສ່ວນ. ປັດຈຸບັນ, ຍັງບໍ່ສາມາດແຍກບັນຊີການຄຸ້ມຄອງໄດ້ລະອຽດເທື່ອ; ບັນຫານີ້, ຈຶ່ງໜ້າເປັນຫ່ວງລົດເຖື່ອນຂອງສ່ວນບຸກຄົນທີ່ສວມປ້າຍທະບຽນປອມທີ່ເປັນປ້າຍສີຟ້າທີ່ມີຢູ່ຕາມບັນດາກະຊວງຕ່າງໆ ແລະ ອົງການປົກຄອງທ້ອງ ຖິ່ນຂອງລັດໃນທົ່ວປະເທດ.

ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນທ້າຍ
ເດືອນພະຈິກຜ່ານມາ ວ່າ: ການຂຶ້ນທະບຽນຍານພາຫະນະທົ່ວປະເທດແມ່ນໜ້າທີ່ຂອງກອງຄຸ້ມຄອງຍານພາຫະນະ ແລະ ການຂັບຂີ່ແຂວງ, ນະຄອນຫຼວງວຽງຈັນ ເປັນຜູ້ຂຶ້ນທະບຽນ; ສ່ວນກົມຂົນສົ່ງ ກະຊວງ ຍທຂ ແມ່ນຄຸ້ມຄອງໃບທະບຽນຍານພາຫະນະທີ່ຂຶ້ນທະບຽນແລ້ວທົ່ວປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຄຸ້ມຄອງການຜະລິດ ແລະ ຕິດປ້າຍທະບຽນລົດ; ເຊິ່ງໄລຍະຜ່ານມາ ການຂຶ້ນທະບຽນພາຫະນະຂອງລັດ ປ້າຍສີຟ້າ ທີ່ເປັນຊັບສົມບັດຂອງລັດ ມີພາກສ່ວນທີ່ກ່ຽວຂ້ອງ ເຮັດໃບສະເໜີຂໍຂຶ້ນທະບຽນລົດກ່ອນຮອດປັດຈຸບັນຍັງມີລົດທີ່ບໍ່ທັນໄດ້ປະກອບເອກະສານຄົບຖ້ວນ ຈໍານວນທັງໝົດ 1.919 ຄັນ ແລະ ພາຍຫຼັງປີ 2015 ຈຶ່ງມີແຈ້ງການຂອງກະຊວງການເງິນກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ພາຫະນະຂອງລັດ ປ້າຍບໍລິຫານ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງຄຸ້ມຄອງຊັບສິນຂອງລັດແລ້ວ, ສໍາລັບການຄຸ້ມຄອງພາຫະນະຂອງລັດໃນໄລຍະນີ້ ແມ່ນຍັງຂຶ້ນກັບຫຼາຍພາກສ່ວນຄຸ້ມຄອງ ຄື: ບັນດາກະຊວງຕ່າງໆ ແລະ ອົງການປົກຄອງທ້ອງຖິ່ນ; ມາເຖິງປັດຈຸບັນ ພາກສ່ວນທີ່ກ່ຽວ ຂ້ອງຍັງບໍ່ສາມາດແຍກບັນຊີການຄຸ້ມຄອງພາຫະນະຂອງລັດໄດ້ຢ່າງລະອຽດເທື່ອ; ດັ່ງນັ້ນ, ວິທີແກ້ໄຂໃນຕໍ່ໜ້າ ກະຊວງ ຍທຂ ໃນນາມທີ່ເປັນຄະນະຮັບຜິດຊອບ ຈະສືບຕໍ່ປຶກສາຫາລືກັບກະ ຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ດໍາ ເນີນການຄົ້ນຄວ້າສ້າງນິຕິກຳຄຸ້ມຄອງທີ່ຮັດກຸມຂຶ້ນຕື່ມອີກຈໍານວນໜຶ່ງ ເພື່ອຮັດແຄບເຂົ້າ ແລະ ໃຫ້ສະດວກໃນການຄຸ້ມຄອງ ແລະ ຍັງເປັນ ການແກ້ໄຂລົດເຖື່ອນສ່ວນບຸກຄົນ ທີ່ສວຍໂອ ກາດສວມປ້າຍທະບຽນປອມທີ່ເປັນປ້າຍສີຟ້ານໍາອີກ.

ສສຊ ຫຼາຍເຂດເລືອກຕັ້ງ ກໍປະກອບຄໍາຄິດເຫັນເປັນສຽງດຽວກັນວ່າ: ປັດຈຸບັນ ບັນຫາການ ຄຸ້ມຄອງພາຫະນະທີ່ເປັນຊັບສິນຂອງລັດ ແມ່ນມີຄວາມຫຍຸ້ງຍາກຍ້ອນມີຫຼາຍພາກສ່ວນເປັນ ຜູ້ຄຸ້ມຄອງ ຈຶ່ງບໍ່ສາມາດແຍກໄດ້ວ່າ ລົດປ້າຍຟ້າທີ່ສັນຈອນຢູ່ຕາມທ້ອງຖະໜົນເປັນລົດຂອງ ພາກສ່ວນໃດກັນແທ້ ຫຼື ເປັນລົດຂອງສ່ວນບຸກຄົນທີ່ນໍາລົດເຂົ້າມາແບບບໍ່ຖືກຕ້ອງ ແລ້ວສວມປ້າຍທະບຽນປອມ ຂັບຂີ່ໄປ-ມາແບບບໍ່ຢ້ານກົວກົດໝາຍ; ສະນັ້ນ ບັນຫາດັ່ງກ່າວນີ້, ຍາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂໃຫ້ ຂາດຕົວ ເພື່ອສັງຄົມລາວຈະໜ້າຢູ່ຫຼາຍກວ່ານີ້.

ຜ່ານມາ, ພາກສ່ວນທີ່ກ່ຽວຂ້ອງ ໄດ້ແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງຕາມກົດໝາຍເພື່ອໃຫ້ການຊົມໃຊ້ຍານພາຫະນະຢູ່ລາວ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເພື່ອເປັນ
ການຊຸກຍູ້ການແກ້ໄຂພາຫະນະນໍາເຂົ້າທີ່ບໍ່ຖືກຕ້ອງໄດ້ຮັບການແກ້ໄຂຢ່າງຕໍ່ເນື່ອງ ຖືກຕ້ອງຕາມລະບຽບກົດໝາຍໃນຂອບເຂດທົ່ວປະເທດ ຮັບປະກັນການເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນຕາມກໍານົດເວລາ; ຕາມຕົວເລກທີ່ເປີດເຜີຍຂອງພາກສ່ວນທີ່ກ່ຽວ ຂ້ອງ ມີລົດທີ່ບໍ່ຖືກຕ້ອງເກືອບ 6.000 ຄັນ; ຂະນະທີ່ພາກສ່ວນກ່ຽວຂ້ອງໃນທົ່ວປະເທດ ຈັດຕັ້ງປະຕິບັດຕົວຈິງ ແມ່ນສາມາດແກ້ໄຂລົດ ນໍາເຂົ້າບໍ່ຖືກຕ້ອງໄດ້ທັງໝົດ 11.030 ຄັນ; ໃນນີ້, ເປັນລົດໃຫຍ່ 4.449 ຄັນ ແລະ ລົດຈັກ 6.581 ຄັນ; ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 177,7 ຕື້ກີບ; ໃນນັ້ນ, ຄ່າພາສີ-ອາກອນ 168,8 ຕື້ກີບ ແລະ ຄ່າປັບໃໝ 8,9 ຕື້ກີບ, ແຕ່ໃນຄວາມເປັນຈິງແລ້ວ ລົດປ້າຍຟ້າທີ່ເປັນຊັບສິນຂອງລັດ ແມ່ນຍັງບໍ່ທັນໄດ້ແກ້ໄຂໄດ້ວ່າລົດຄັນໃດເປັນລົດຂອງລັດແທ້ ແລະ ລົດຄັນ ໄດເປັນລົດເຖື່ອນສວມປ້າຍທະບຽນປອມ.

ຢ່າງໃດກໍຕາມ, ເຖິງແມ່ນວ່າໃນປັດຈຸບັນ ພາກສ່ວນທີ່ກ່ຽວຂອງຍັງບໍ່ທັນສາມາດແຍກບັນຊີການຄຸ້ມຄອງລະອຽດເທື່ອກໍຕາມ ແຕ່ເຊື່ອວ່າ ໃນຕໍ່ໜ້າ ບັນຫາດັ່ງກ່າວນີ້ ຈະຖືກແກ້ໄຂ ແລະ ຈະເຮັດໃຫ້ລົດເຖື່ອນທີ່ສວມທະບຽນປອມທີ່ເປັນປ້າຍຟ້າຂັບຂີ່ໄປມາຕາມທ້ອງຖະໜົນຄ່ອຍໆໝົດໄປຈາກສັງຄົມ; ພ້ອມດຽວກັນ ນີ້, ທ່ານໃດຫາກຍັງນໍາໃຊ້ລົດເຖື່ອນແລ້ວສວມປ້າຍທະບຽນປອມທີ່ເປັນປ້າຍສີຟ້າ ຄວນນໍາລົດຂອງທ່ານມາທຽບເສຍພາສີຄືນ ແລ້ວປະຕິບັດຕາມຂັ້ນຕອນຂອງລັດກໍານົດໄວ້ ເພື່ອແລ່ນເອົາ ປ້າຍທີ່ຖືກລະບຽບກົດໝາຍ ແນໃສ່ຈະເຮັດໃຫ້ສັງຄົມລາວໜ້າຢູ່ ແລະ ເປັນລະບຽບຮຽບຮ້ອຍບໍ່ມີໃຜເອົາປຽບກັນແລະກັນ.


ພາບ ແລະ ຂ່າວ: ນສພ ຄວາມສະຫງົບ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.