Header Ads

ນາຍົກເນັ້ນໃຫ້ແຂວງເຊກອງ ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ


ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວໃນໂອກາດພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງເຊກອງ ໂດຍໄດ້ມີຄຳເຫັນເນັ້ນໜັກໃຫ້ເພີ່ມທະວີການຫັນລົງກໍ່ສ້າງຮາກຖານການເມືອງ ແລະພັດທະນາຊົນນະບົດຕາມທິດນຳ 3 ສ້າງທີ່ກົມການເມືອງສູນກາງພັກວາງອອກ, ທັງນີ້ ກໍເພື່ອສ້າງເງື່ອນໄຂ ແລະສິ່ງອຳນວຍຄວາມສະດວກໃຫ້ແກ່ປະຊາຊົນບັນດາເຜົ່າພັດທະນາເສດຖະກິດຄອບຄົວໃຫ້ນັບມື້ດີຂຶ້ນ ແລະກ້າວໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກ.



ວັນທີ 18 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະພົບປະໂອ້ລົມຄະນະພັກ-ພະນັກງານຫຼັກແຫຼ່ງແຂວງເຊກອງ ໂດຍມີທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ ພ້ອມດ້ວຍທ່ານຮອງເຈົ້າແຂວງ, ບັນດາທ່ານເຈົ້າເມືອງ, ຫົວໜ້າພະແນກ, ຫ້ອງການ ແລະພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນໂອກາດນີ້ ທ່ານເຈົ້າແຂວງໆເຊກອງ ກໍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງປະຈຳປີ 2018 ແລະທິດທາງແຜນການປີ 2019 ລວມທັງການກະກຽມການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ຮັບຊາບ. ຫຼັງຈາກນັ້ນ ທ່ານນາຍົກລັດຖະມົນຕີ ກໍໄດ້ມີທິດຊີ້ນຳ ແລະເນັ້ນໜັກໃຫ້ຄະນະພັກ-ການນຳແຂວງເຊກອງສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ໂດຍເພີ່ມທະວີຄວາມສາມັກຄີປອງດອງເປັນປຶກແຜ່ນ, ມີປະ ຊາທິປະໄຕ ແລະຄວາມສະເໝີພາບຕໍ່ໜ້າກົດໝາຍ, ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຕາມຫຼັກການທີ່ວ່າ “ ພັກນຳພາຕາມກົດໝາຍ, ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ປະຊາຊົນເປັນເຈົ້າສະເໝີພາບຕໍ່ໜ້າກົດໝາຍ ”.



ເພີ່ມທະວີໃນການສຶກສາອົບການເມືອງ-ນຳພາແນວຄິດ ໄປພ້ອມກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບໃຫ້ມີຄວາມໜັກແໜ້ນ ແລະເຂັ້ມແຂງ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງຕາມມະຕິເລກທີ 03 ຂອງກົມການເມືອງສູນກາງພັກວາງອອກໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນ, ປະຕິບັດເປົ້າໝາຍສະຫະສະວັດດ້ານການພັດທະນາ ແລະຊຸກຍູ້ສົ່ງເສີມປະຊາຊົນຜະລິດກະສິກຳ (ປູກຝັງ-ລ້ຽງສັດ) ເປັນສິນຄ້າໃຫ້ນັບມື້ກວ້າງຂວາງ ແລະເປັນຂະບວນການຟົດຟື້ນ, ທັງນີ້ ກໍເພື່ອແນໃສ່ສ້າງພື້ນຖານເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະປະຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ. 

ຂະນະທີ່ການຈັດຕັ້ງປະຕິບັດແຜນງົບປະມານກໍຮຽກຮ້ອງໃຫ້ອຳນາດການປົກຄອງແຕ່ລະຂັ້ນ ໄດ້ຊ່ວຍເອົາໃຈ ໃສ່ຊີ້ນຳວຽກງານການເງິນຢ່າງໃກ້ຊິດຕິດແທດຂຶ້ນຕື່ມ ເພື່ອແນໃສ່ເຮັດໃຫ້ການເກັບລາຍຮັບໃຫ້ບັນຕາມແຜນການທີ່ວາງໄວ້ ແລະຕ້ອງປະຕິບັດຢ່າງເຂັ້ມງວດການປະຕິບັດລາຍຈ່າຍ ໂດຍສະເພາະແມ່ນການເບີກຈ່າຍເງິນເດືອນພະນັກງານ-ລັດຖະກອນໃຫ້ເປັນປົກກະຕິ ແລະທ່ວງທັນເວລາກຳນົດໄວ້.

ນອກຈາກການໂອ້ລົມແລ້ວ ທ່ານນາຍົກລັດຖະມົນຕີຍັງໄດ້ໄປຢ້ຽມຢາມໂຮງງານຜະລິດນ້ຳຕານອໍການິກ, ຟາມລ້ຽງງົວຂອງບໍລິສັດແມ່ຂອງຮ່ວມທຸລະກິດ, ຢ້ຽມຢາມໂຮງຮຽນ ມສ ຊົນເຜົ່າ ແລະໂຮງຮຽນເຕັກນິກວິຊາຊີບແບບປະສົມຂອງແຂວງເຊກອງຕື່ມອີກ.


ພາບ ແລະ ຂ່າວ : ສັນຍາ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.