Header Ads

ການເຝິກແອບສວນສະໜາມ ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ບັນລຸ 90%



ການເຝິກແອບສວນສະໜາມ ກະກຽມໃຫ້ແກ່ການສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 70 ປີທີ່ຈະຈັດ ຂຶ້ນຢູ່ວິທະຍາຄານກົມມະດຳ ໃນ ວັນທີ 20 ມັງກອນ 2019 ນີ້. ມາຮອດປັດຈຸບັນສາມາດຕີລາຄາ ຄວາມເປັນເອກະພາບ, ເຂັ້ມແຂງ ແລະ ຈົບງາມປະມານ 90%. 

ພັນເອກ ບຸນເຕົ້າ ທອງມະນີລາ ຮອງຫົວໜ້າກົມອົບຮົມກົມໃຫຍ່ ເສນາທິການກອງທັບໃຫ້ຮູ້ວ່າ: ຜ່ານການປັບປຸງຮູບແບບການ ເຝິກແອບຕັ້ງແຕ່ກ້ອນກຳລັງ ສວນສະໜາມຕ່າງໆຕະຫຼອດ ຮອດກ້ອນພາຫະນະການສະ ແດງເປີດສາກລາຍການຂອງສິ ລະປະກອນກອງທັບ ແລະ ສະ ແດງມວຍປ້ອງກັນຕົວຂອງເຫຼົ່າ ຮົບຕີພິເສດ ສືບຂ່າວມາຮອດປັດ ຈຸບັນນີ້ບັນລຸ 90% ແລະ ຈະເຝິກ ຊ້ອມທົດລອງເຂົ້າສູ່ລະບົບພິ ທີການຄົບ ຊຸດໃນວັນທີ 18 ທັນວາ ນີ້ເພື່ອປັບປຸງໃຫ້ດີຂຶ້ນເທື່ອລະ ກ້າວ. 



ສ່ວນວັນທີ 4 ມັງກອນຈະ ສະແດງຜ່ານຄະນະປະຈຳພັກກະ ຊວງປ້ອງກັນປະເທດ, ວັນທີ 14 ມັງກອນສະແດງຜ່ານລາຍການ ຄັ້ງທີ I ແລະ ວັນທີ 17 ມັງກອນ ແມ່ນສະແດງຜ່ານລາຍການຄັ້ງ ທີ II ເຊິ່ງຈະມີຄະນະນຳກະຊວງ ປ້ອງກັນປະເທດ, ຄະນະພັກ-ຄະ ນະບັນຊາຕະຫຼອດຮອດກະຊວງ ທະບວງກົມ ແລະ ມວນຊົນເຂົ້າ ຮ່ວມຊົມຢ່າງຄັບຄາໜາແໜ້ນ. ພັນເອກ ບຸນເຕົ້າ ທອງມະນີ ລາ ຍັງກ່າວຕື່ມອີກວ່າ: 

ເພື່ອເຮັດ ໃຫ້ການເຝິກແອບ ແລະ ການສະ ແດງໃນມື້ສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບຄົບຮອບ 70 ປີ ປະສົບຜົນສຳເລັດຢ່າງຈົບງາມ ສົມກຽດສັກສີນັ້ນ ກ່ອນອື່ນແມ່ນ ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາແຕ່ລະພາກສ່ວນກົມກອງ ທີ່ເຂົ້າຮ່ວມສວນສະໜາມປຸກລະ ດົມແນວຄິດຈິດໃຈຂອງພະນັກ ງານ-ນັກຮົບທຸກສະຫາຍທີ່ເຂົ້າ ຮ່ວມໃຫ້ເຊື່ອມຊຶມຢ່າງເລິກເຊິ່ງ ມີຄວາມຕັດສິນໃຈສູງສຸດຖືເອົາ ການເຝິກແອບແມ່ນບັ້ນຮົບໜຶ່ງ ທີ່ເປັນບ່ອນເຝິກຝົນຫຼໍ່ຫຼອມທັດ ສະນະຄຸນສົມບັດ ຄຸນທາດການ ເມືອງ ແລະ ຄວາມເດັດດ່ຽວ ໜ່ຽວແໜ້ນຄວາມເສຍສະຫຼະ ເທື່ອສ່ວນລວມຂອງຕົນເພີ່ມທະ ວີຄວາມສາມັກຄີຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ແລະ ປະສານສົມ ທົບກັບຢ່າງແໜ້ນແຟ້ນກົມກຽວ ລະຫວ່າງກົມກອງຕ່າງໆເພື່ອໃຫ້ ການເຝິກແອບລົງໂຕ, ພິເສດທີ່ ສຸດແມ່ນຮຽກຮ້ອງໃຫ້ຄຸ້ມຄອງ ລະບຽບວິໄນຢ່າງເຂັ້ມງວດອັບ ປະກັນການໄປມາຢູ່ກິນ ແລະ ຮັກ ສາສຸຂະພາບຂອງພະນັກງານ- ນັກຮົບທຸກຄົນທີ່ເຂົ້າຮ່ວມໃຫ້ ແຂງແຮງເພື່ອເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ປະສົບ ຜົນສຳເລັດຢ່າງສົມກຽດ.


ທີ່ມາ: ນສພ ກອງທັບ 
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.