ເຜີຍເງິນເດືອນ ແລະ ລາງວັນຜູ້ຄອງຕໍາແໜ່ງ ມິສຢູນິເວີສ 2018 ( Miss Universe 2018)
ໜຶ່ງໃນຄໍາຖາມທີ່ຍັງບໍ່ທັນມີຄໍາຕອບຈາກຫຼາຍຄົນກ່ຽວກັບເງິນລາງວັນຜູ້ຄອງຕໍາແໜ່ງ ມິສຢູນິເວີສທີ່ຈະໄດ້ຮັບພາຍຫຼັງຮັບຄໍາແໜ່ງ ມິສຢູນິເວີສ ນອກເໜືອຈາກໂອກາດໃນຊີວິດເລື່ອງອາຊີບການງານ, ຊື່ສຽງ ແລະ ກຽດຕິຍົດທີ່ຈະຈາລືດຊືຜູ້ຍິ່ງທີ່ຂື້ນຊື່ວ່າງາມທີ່ສຸດ , ດີທີ່ສຸດ ແລະ ເໜາະສົມທີ່ສຸດໃນການປະກວດປີນັ້ນໆ. ອິງຕາມຂໍ້ມູນທີ່ທີມງານ tonamcha.com ຄົ້ນຫາຈາກສໍານັກຂ່າວ ແລະ ໂມເດີລິງຫຼາຍແຫ່ງລະບຸວ່າ : ຜູ້ທີ່ຄອງຄອງຕໍາແໜ່ງ ມິສຢູນິເວີສ 2018 ຈະໄດ້ຮັບມຸງກຸດມູນຄ່າ 300,000 ໂດລາສະຫະລັດ ພ້ອມສາຍສະພາຍ ແລະ ເງິນ 20,000 ໂດລາສະຫະລັດ (ເງິນເດືອນ) ຕະຫຼອດທີ່ຄອງຕໍາແໜ່ງ ມິສຢູນິເວີສ 2018 ໃນໄລຍະໜື່ງປີ .ນອກນັ້ນແມ່ນລາງວັນ,ເບ້ຍລ້ຽງປະຈໍາວັນ, ທີ່ພັກຢູ່ໃຈກາງ ມະຫານະຄອນນິວຢອກ , ຮ່ວມເຮັດກີດຈະກໍາ (ຜູ້ສະໜັບສະໜູນ ແລະ ສັງຄົມ) ແລະ ສິດທິຜົນປະໂຫຍດອື່ນໆນໍາອີກ.
ສໍາລັບຮອງທັງອັນດັບ 1 ແລະ 2 ຂອງ ມິສຢູນິເວີສ 2018 ແມ່ນຈະໄດ້ຮັບລາງວັນ ແລະ ຜົນປະໂຫຍດແຕກຕ່າງກັນເຊັ່ນ : ຮອງຊະນະເລີດອັນດັບທີ 1 ຈະໄດ້ຮັບເງິນລາງວັນມູນຄ່າ 3,000 ໂດລາສະຫະລັດ ແລະ ຮອງຊະນະເລີດອັນດັບທີ 2 ຈະໄດ້ຮັບເງິນລາງວັນມູນຄ່າ 2,000 ໂດລາສະຫະລັດ. ສໍາລັບສາວງາມທີ່ຜ່ານເຂົ້າຮອບສຸດທ້າຍ ແລະ ຮອບກ່ອນຮອບສຸດທ້າຍຈະໄດ້ຮັບເງິນລາງວັນມູນຄ່າ 1,000 ໂດລາສະຫະລັດ.
___________
Post a Comment